ຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມ ແລະ ສປຊ ກ່ຽວກັບການຫຼຸດຜ່ອນອາວຸດ
ທີ່ການພົບປະ, ທ່ານພົນເອກ ຟານວັນຢາງ ຕີລາຄາສູງຕໍ່ບົດບາດຂອງທ່ານນາງ Izumi Nakamitsu ແລະຄະນະເລຂາທິການ ສປຊ ໃນການຊຸກຍູ້ການເຈລະຈາ, ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະເພີ່ມທະວີການຮ່ວມມືຫຼາຍຝ່າຍກ່ຽວກັບການຫຼຸດຜ່ອນອາວຸດ; ພ້ອມທັງຢັ້ງຢືນຫຼັກໝັ້ນຂອງຫວຽດນາມ ກ່ຽວກັບການຫຼຸດຜ່ອນອາວຸດ ແລະລົບລ້າງອາວຸດນິວເຄຼຍ ຢ່າງສິ້ນເຊີງ; ສະແດງຄວາມຂອບໃຈຕໍ່ການໜູນຊ່ວຍຢ່າງຕັ້ງໜ້າຂອງຄະນະເລຂາທິການ ໃນວິວັດການ ຫວຽດນາມ ກະກຽມ ແລະດຳລົງຕຳແໜ່ງເປັນປະທານ ກອງປະຊຸມທົບທວນຄືນ ຄັ້ງທີ 11 ຂອງສົນທິສັນຍາວ່າດ້ວຍການບໍ່ເຜີຍແຜ່ອາວຸດນິວເຄຼຍ (NPT) ໃນເດືອນເມສາ ແລະພຶດສະພາ 2026 ທີ່ຜ່ານມາ ປະສົບຜົນສໍາເລັດ.
ທ່ານພົນເອກ ຟານວັນຢາງ ຢືນຢັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນກັບ ສປຊ ແລະບັນດາປະເທດໃນວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ການເກັບກູ້ ແລະທໍາລາຍລະເບີດບໍ່ທັນແຕກທີ່ຕົກຄ້າງຫຼັງສົງຄາມ, ການໜູນຊ່ວຍຜູ້ປະສົບເຄາະຮ້າຍ ກໍຄືການຟື້ນຟູເຂດຕ່າງໆທີ່ຖືກຜົນສະທ້ອນ; ພ້ອມກັນນັ້ນສະເໜີໃຫ້ ສປຊ ເອົາໃຈໃສ່ໜູນຊ່ວຍຫວຽດນາມ ໃນການບໍາລຸງສ້າງກ່ຽວກັບການຫຼຸດຜ່ອນອາວຸດ, ພິເສດແມ່ນຕໍ່ໜ້າສິ່ງທ້າທາຍຄວາມໝັ້ນຄົງ ແລະເຕັກໂນໂລຊີໃໝ່ທີ່ຫາກໍພົ້ນເດັ່ນຂຶ້ນ.
ທ່ານນາງ Izumi Nakamitsu ໄດ້ແບ່ງປັນຂໍ້ສັງເກດວ່າ ໂລກພວມກ້າວເຂົ້າສູ່ໄລຍະຫັນປ່ຽນຍຸດທະສາດ, ນັບມື້ນັບມີຄວາມແຕກແຍກ ແລະແບ່ງແຍກຫຼາຍຂຶ້ນ, ບໍ່ພຽງແຕ່ໃນຂົງເຂດການຄ້າເທົ່ານັ້ນ ຫາກຍັງທາງດ້ານຄວາມໝັ້ນຄົງ, ການເມືອງ ແລະການທະຫານອີກດ້ວຍ. ໃນສະພາບການດັ່ງກ່າວ, ທ່ານນາງ ຖືວ່າ ດ້ວຍຄຸນຄ່າຄຸນສົມບັດ, ມະນຸດສະທຳທີ່ຖອດຖອນໄດ້ຈາກບົດຮຽນຕົວຈິງ ແລະການຟື້ນຕົວຈາກຄວາມເຈັບປວດ ແລະການສູນເສຍຂອງສົງຄາມ, ຫວຽດນາມ ສາມາດເສີມຂະຫຍາຍ ແລະສວມບົດບາດອັນສຳຄັນຢູ່ໃນອາຊຽນ ກໍຄື ສປຊ ໃນການປະກອບສ່ວນຮັກສາສະຖຽນລະພາບ, ຫຼຸດຜ່ອນຄວາມເຄັ່ງຕຶງຢູ່ພາກພື້ນ ແລະໃນທົ່ວໂລກ.
ກ່ຽວກັບການຮ່ວມມື ຫວຽດນາມ-ສປຊ, ທ່ານນາງ Izumi Nakamitsu ຖືວ່າ ຫວຽດນາມ ເປັນແບບຢ່າງດີເລີດ ໃນການຮ່ວມມືກັບ ສປຊ, ຕີລາຄາສູງຕໍ່ບົດບາດຊັກຈູງ, ກຳນົດທິດທາງຂອງລັດຖະບານຫວຽດນາມ; ຢືນຢັນວ່າ ກຸ່ມບັນດາອົງການຈັດຕັ້ງ ສປຊ ປະຈຳຫວຽດນາມ (UNCT) ຈະສືບຕໍ່ຮ່ວມເດີນທາງ ແລະໜູນຊ່ວຍຫວຽດນາມ ໃນວິວັດການປະຕິບັດເປົ້າໝາຍການພັດທະນາ ກໍຄືບັນດາຄໍາໝັ້ນສັນຍາສາກົນໃນໄລຍະຈະມາເຖິງ. ພ້ອມທັງ, ທ່ານນາງ ສະແດງຄວາມພ້ອມແລ້ວທີ່ຈະໜູນຊ່ວຍ ແລະສົ່ງເສີມໃຫ້ຫວຽດນາມ ເຂົ້າຮ່ວມຢ່າງຕັ້ງໜ້າເຂົ້າໃນການເຄື່ອນໄຫວຮ່ວມມືບໍາລຸງສ້າງ ກ່ຽວກັບການຫຼຸດຜ່ອນອາວຸດ, ໃນນັ້ນມີເນື້ອໃນທີ່ກ່ຽວຂ້ອງເຖິງບັນຫາທີ່ຫາກໍພົ້ນເດັ່ນຂຶ້ນຄືການຄຸ້ມຄອງບໍລິຫານປັນຍາປະດິດ (AI).
* ຕອນເຊົ້າວັນທີ 9 ມິຖຸນາ, ທີ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນເອກ ຟານວັນຢາງ ໄດ້ຕ້ອນຮັບທ່ານພົນເອກ ຄຳລຽງ ອຸທະໄກສອນ, ກຳມະການກົມການເມືອງສູນກາງພັກ ປະຊາຊົນ ປະຕິວັດລາວ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ເນື່ອງໃນໂອກາດທີ່ທ່ານຕິດຕາມນໍາທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແລະເຂົ້າຮ່ວມເວທີປາໄສ AFF ຄັ້ງທີ 3.
ທີ່ການຕ້ອນຮັບ, ທ່ານພົນເອກ ຟານວັນຢາງ ໄດ້ເນັ້ນໜັກວ່າ ໃນໄລຍະຜ່ານມາ, ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ລາວ ໄດ້ຮັບການສົມທົບກັນຜັນຂະຫຍາຍຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງ ແລະແທດຈິງ ຈາກທັງສອງຝ່າຍ, ສືບຕໍ່ເປັນເສົາຄ້ຳສຳຄັນໃນການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດ ຫວຽດນາມ-ລາວ.
ທ່ານພົນເອກ ຟານວັນຢາງ ສະເໜີໃນໄລຍະຈະມາເຖິງ, ສອງຝ່າຍຄວນສຸມໃສ່ຜັນຂະຫຍາຍບາງເນື້ອໃນຈຸດສຸມ ຄື: ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຂັ້ນສູງ; ຮັກສາກົນໄກຮ່ວມມືທີ່ມີຢູ່ແລ້ວໃຫ້ມີປະສິດທິຜົນ. ເພີ່ມທະວີການຮ່ວມມືໃນວຽກງານພັກ-ວຽກງານການເມືອງ; ສົມທົບກັນປະຕິບັດວຽກງານກະກຽມໃຫ້ແກ່ລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ ຄັ້ງທີ 3, ກອງປະຊຸມປະຈຳປີລະຫວ່າງ 3 ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ-ລາວ-ກໍາປູເຈຍ ແລະການຝຶກຊ້ອມຮ່ວມລະຫວ່າງກອງທັບ 3 ປະເທດ ກ່ຽວກັບການຮັບມືກັບສິ່ງທ້າທາຍເຖິງຄວາມໝັ້ນຄົງແບບໃໝ່; ສົມທົບກັນຢ່າງແໜ້ນແຟ້ນໃນວຽກງານຊອກຫາ ແລະທ້ອນໂຮມອັດຖິນັກຮົບຫວຽດນາມ ທີ່ເສຍສະຫຼະຊີວິດ ຢູ່ລາວ ກັບຄືນປະເທດ.
ທ່ານພົນເອກ ຄຳລຽງ ອຸທະໄກສອນ ໄດ້ຢືນຢັນວ່າ ການນຳກະຊວງປ້ອງກັນປະເທດສອງຝ່າຍ ໄດ້ມີການພົບປະ ແລະແລກປ່ຽນຄໍາເຫັນຢ່າງເປັນປະຈຳ, ປະກອບສ່ວນເພີ່ມທະວີສາຍພົວພັນຮ່ວມມືດ້ານປ້ອງກັນຊາດສອງປະເທດໃຫ້ແໜ້ນແຟ້ນຂຶ້ນຕື່ມ. ສອງຝ່າຍໄດ້ຊຸກຍູ້ເນື້ອໃນການຮ່ວມມືໃຫ້ບັນລຸຄຸນນະພາບ ແລະປະສິດທິຜົນສູງ ຄື: ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຂັ້ນສູງ; ການແລກປ່ຽນຂໍ້ມູນຂ່າວສານ, ການລາດຕະເວນຮ່ວມເສັ້ນຊາຍແດນ, ການບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ການສົມທົບຊອກຫາ ແລະທ້ອນໂຮມອັດຖິນັກຮົບຫວຽດນາມ ກັບຄືນປະເທດ.
* ໃນຕອນເຊົ້າວັນດຽວກັນ, ທີ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນເອກ ຟານວັນຢາງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ Prak Sovanna ຮອງລັດຖະມົນຕີກະຊວງປ້ອງກັນປະເທດກຳປູເຈຍ ເນື່ອງໃນໂອກາດມານໍາທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີກຳປູເຈຍ ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແລະເຂົ້າຮ່ວມກອງປະຊຸມ AFF ຄັ້ງທີ 3.
ທ່ານພົນເອກ ຟານວັນຢາງ ໄດ້ສະເໜີໃຫ້ສອງຝ່າຍສຸມໃສ່ຜັນຂະຫຍາຍບັນດາເນື້ອໃນການຮ່ວມມື, ໃນນັ້ນຈຸດສຸມແມ່ນການຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນ ແລະກົນໄກຮ່ວມມືຢ່າງປະສິດທິຜົນ. ນອກຈາກນັ້ນ, ຄວນເອົາໃຈໃສ່ເຖິງການຮ່ວມມືດ້ານການບໍາລຸງສ້າງ; ການຄຸ້ມຄອງ ແລະປົກປັກຮັກສາຊາຍແດນ; ສົມທົບກັນຊອກຫາ, ທ້ອນໂຮມ ແລະຈັດສົ່ງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ກຳປູເຈຍ ກັບຄືນປະເທດ...
ທ່ານພົນເອກ Prak Sovanna ຢືນຢັນວ່າ ໃນໄລຍະຜ່ານມາ, ການຮ່ວມມືລະຫວ່າງສອງປະເທດບັນລຸໄດ້ໝາກຜົນຫຼາຍຢ່າງ, ພິເສດແມ່ນການພົວພັນການຮ່ວມມືດ້ານປ້ອງກັນຊາດນັບມື້ນັບເຂົ້າສູ່ລວງເລິກ ແລະແທດຈິງ, ພົ້ນເດັ່ນໃນຂົງເຂດຕ່າງໆ, ຄື: ການສົມທົບກັນປົກປັກຮັກສາຊາຍແດນ, ຊຸກຍູ້ການຮ່ວມມືບົນພື້ນຖານອະນຸສັນຍາ ໄລຍະປີ 2025-2029.
ທ່ານພົນເອກ Prak Sovanna ໄດ້ສະແດງຄວາມຂອບໃຈຕໍ່ພັກ, ລັດ ແລະກອງທັບປະຊາຊົນຫວຽດນາມ ທີ່ຍາມໃດກໍໃຫ້ການຊ່ວຍເຫຼືອ ກຳປູເຈຍ ໃນເມື່ອກ່ອນ ກໍຄືໃນໄລຍະປັດຈຸບັນ; ພ້ອມທັງຂອບໃຈກະຊວງປ້ອງກັນປະເທດຫວຽດນາມ ທີ່ໄດ້ສະໜອງທຶນການສຶກສາບໍາລຸງສ້າງພະນັກງານໃຫ້ແກ່ກອງທັບແຫ່ງລາຊະອານາຈັກ ກຳປູເຈຍ. ກຳປູເຈຍ ພ້ອມແລ້ວທີ່ຈະສົມທົບກັບຫວຽດນາມ ໃນວຽກງານຊອກຫາ, ທ້ອນໂຮມ ແລະຈັດສົ່ງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ກຳປູເຈຍ ກັບຄືນປະເທດ.







