ຊື່ນຊົມ ຮ່າໂນ້ຍ ຈາກມຸມສູງ
ເນື່ອງໃນໂອກາດສະເຫຼີມສະຫຼອງ 71 ປີແຫ່ງວັນປົດປ່ອຍນະຄອນຫຼວງ (10 ຕຸລາ 1954 – 10 ຕຸລາ 2025), ຮູບເງົາ “ຮ່າໂນ້ຍ ຈາກເບື້ອງເທິງ” ໄດ້ອອກເຜີຍແຜ່ເປັນຂອງຂວັນທີ່ມີຄວາມໝາຍເຖິງສາທາລະນະຊົນ, ປະກອບສ່ວນເຊີດຊູຄວາມງາມທີ່ເປັນເອກະລັກສະເພາະຂອງດິນແດນແຫ່ງອາລະຍະທຳນັບພັນປີ. ຈາກທັດສະນະທີ່ກ່າວມາຂ້າງເທິງ, ຮ່າໂນ້ຍ ປະກົດມີທັງວັດຖຸບູຮານ ແລະ ທັນສະໄໝ, ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຄວາມຂະຫຍັນຂັນເຄື່ອນ ແລະ ການຫັນປ່ຽນຢ່າງແຂງແຮງຂອງນະຄອນຫຼວງ.
ເບິ່ງຈາກມຸມສູງ, ຮ່າໂນ້ຍ ປາກົດໃຫ້ເຫັນທັງຄວາມເກົ່າແກ່ ແລະ ທັນສະໄໝ –ເປັນເມືອງປະຫວັດສາດ ແລະ ຈັງຫວະຊີ ວິດ ປັດຈຸບັນ ປະສົມປະສານ ເຂົ້າກັນຢ່າງໜ້າຫຼົງໄຫຼ. ຊຸດພາບ “ເບິ່ງຮ່າໂນ້ຍ ຈາກມຸມສູງ” ຈະພາຜູ້ຊົມໄປສໍາຜັດ ຮ່າໂນ້ຍ ທ່ີສວຍງາມ ຕະການ ແລະ ເຕັມໄປດ້ວຍຄວາມຮູ້ສຶກ. ຈາກບັນ ດາສະຖານທີ່ປະຫວັດສາດ, ໜອງນໍ້າສີຄາມ, ບັນດາຂົວຂ້າມແມ່ ນໍ້າແດງ ຈົນເຖິງຈັງຫວະ ຊີວິດ ທີ່ຄຶກຄື້ນ ຕາມທ້ອງຖະໜົນ, ທັງໝົດລ້ວນແຕ່ປະສົມປະສານກັນ ກາຍເປັນພາບທີ່ກົມ ກຽວ ກັນລະຫວ່າງອະດີດ ແລະ ປັດຈຸບັນ. ນັ້ນຄື ຮ່າໂນ້ຍ ແຫ່ງຄວາມຊົງຈຳ ແລະ ອະນາຄົດ, ບ່ອນທີ່ທຸກມຸມມອງ ລ້ວນແຕ່ເປີດອອກເປັນເລື່ອງເລົ່າ, ຄວາມຮູ້ສຶກທີ່ບໍ່ອາດລືມໄດ້ສຳ ລັບນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ.
ປະຕິບັດໂດຍ: ຢາງຣຸຍ - ແປໂດຍ: ຢືຟຽນ