ຊາເອືອບດອກບົວ ໄຕໂຮ່ - ສິ່ງຍອດຍິ່ງ ຂອງ ຊາວ ຮ່າໂນ້ຍ

ຊາເອືອບດອກບົວ ໄຕໂຮ່ - ສິ່ງຍອດຍິ່ງ ຂອງ ຊາວ ຮ່າໂນ້ຍ

ໃນໃຈກາງນະຄອນຫຼວງ ຮ່າໂນ້ຍ, ມີຊາພິເສດ ຊະນິດໜຶ່ງ ທີ່ຖື ວ່າ ເປັນ “ສິ່ງລ້ຳຄ່າ" ຂອງ ວັດທະນະທຳ ຫວຽດນາມ ນັ້ນຄື ຊາ ເອືອບດອກບົວ ໄຕໂຮ່ (ໜອງໄຕ). ເຄື່ອງດື່ມຊະນິດນີ້ບໍ່ພຽງແຕ່ ມີລົດຊາດ ທີ່ລະອຽດອ່ອນເທົ່ານັ້ນ, ແຕ່ຍັງເຂັ້ນຂຸ້ນໄປດ້ວຍ ຈິດ ວິນຍານ ອັນສະຫງ່າງາມ, ຄວາມຄ່ອງແຄ້ວ ແລະ ຄວາມຮັກ ທຳ ມະຊາດ ຂອງ ຊາວ ຮ່າໂນ້ຍ.

ອາຊີບເອືອບຊາ ດອກບົວ ໄຕໂຮ່ ເປັນອາຊີບດັ້ງເດີມ ທີ່ມີ ມາ ຢ່າງຍາວນານ, ປັດຈຸບັນກຳລັງໄດ້ຮັບການຮັກສາ, ໂດຍຫຼາຍ ກວ່າ 30 ຄອບຄົວ ໃນໝູ່ບ້ານ ກວ໋າງອານ, ຕາແສງ ເຕີຍໂຮ່.
 

ເພື່ອໃຫ້ໄດ້ຊາເອືອບ ດອກບົວ ໜຶ່ງກິໂລ, ຊ່າງຝີມື ຕ້ອງການ ດອກບົວ ແບັກຢຽບ ເຖິງພັນດອກ ທີ່ເກັບຈາກໜອງໄຕ ໃນຕອນ ເຊົ້າ. ຍອງດອກບົວ-ສ່ວນສີຂາວ ນ້ອຍໆ ທີ່ມີກິ່ນຫອມບໍລິສຸດ ຈະຖືກແຍກອອກ ແລະ ນຳໄປເອືອບກັບ ຊາຂຽວ ຖ໋າຍງວຽນ ຫຼາຍໆ ຄັ້ງ. ຂັ້ນຕອນທີ່ລະອຽດອ່ອນນີ້ ໃຊ້ເວລາ 15 ຫາ 21 ມື້, ເຮັດຊ້ຳໆ ຂັ້ນຕອນການເອືອບ ແລະ ອົບແຫ້ງ, ເພື່ອໃຫ້ກິ່ນຫອມ ຂອງ ດອກບົວ ຊຶມເລິກເຂົ້າໄປໃນຊາ ແຕ່ລະກີບ. ຄວາມປານີດ ນີ້ເອງໄດ້ ສ້າງລົດຊາດ ຝາດ ອ່ອນໆ, ລົດຫວານ ຕິດປາກ ແລະ ກິ່ນຫອມບໍລິສຸດ ຂອງ ດອກບົວ ທີ່ຍາກຈະລືມ.

ຕ້ອງໃຊ້ດອກບົວ 100-120 ດອກ ເພື່ອຈະໄດ້ສິບກຼາມ ຍອງດອກບົວ. 
ຜ່ານຜ່າການຜັນແປ ປ່ຽນແປງ ຕາມວັນເວລາ, ບັນດາຄອບຄົວຢູ່ບ້ານ ກວ່າງອານ, ຕາແສງ ໄຕໂຮ່ ຍັງຄົງຮັກສາອາຊີບເຮັດຊາເອືອບດອກບົວໄວ້ໄດ້..
ອາຊີບເຮັດຊາເອືອບດອກບົວ ຮຽກຮ້ອງ ໃຫ້ມີຄວາມລະມັດລະວັງ ແລະ ທັກສະໃນຫຼາຍຂັ້ນຕອນ.
 

 ໝູ່ບ້ານ ກວາງອານ (ຕາແສງ ໄຕໂຮ່) ເປັນບ່ອນກໍາເນີດ ຂອງ ອາ ຊີບ ເອືອບຊາດອກບົວ ແບບດັ້ງເດີມ. ປັດຈຸບັນ, ຈາກຮຸ່ນສູ່ຮຸ່ນ, ຊາວບ້ານ ຍັງຄົງຮັກສາອາຊີບ ແລະ ຖ່າຍທອດ ເຄັດລັບການ ເອືອບຊາ. ອາຊີບຫັດຖະກຳນີ້ ໄດ້ຮັບການຮັບຮອງ ໃຫ້ເປັນມໍລະ ດົກ ວັດທະນະທຳ ທີ່ເປັນນາມມະທຳ ແຫ່ງຊາດ, ຢືນຢັນເຖິງຄຸນ ຄ່າພິເສດ ຂອງ ຊາເອືອບດອກບົວ ໃນຊີວິດທາງຈິດວິນຍານ ຂອງ ຄົນຫວຽດ.

ຊາ ທີ່ນຳໄປເອືອບ ດອກບົວ ຈະຕ້ອງເປັນ “ຊາໝອ໋ກເກົາ”, ແມ່ນ ຊາ ປະເພດດີທີ່ສຸດ ເຂົ້າກັບກິ່ນຫອມຂອງດອກບົວ, ຂຶ້ນ ກັບ ແຕ່ລະຄອບຄົວ ທີ່ເອືອບຊາ ຈະເລືອກຊາ ຈາກພື້ນທີ່ ວັດຖຸ ດິບ ທີ່ແຕກຕ່າງກັນ, ສ່ວນຫຼາຍແມ່ນຊາແຫ້ງ ຄຸນນະພາບສູງ ຈາກ ແຂວງ ຖ໋າຍງວຽນ.
ຊາເອືອບ ດອກບົວ ໄຕໂຮ່ ເປັນຜະລິດຕະພັນ ຊັ້ນສູງທີ່ມີຊື່ ສຽງ ຂອງ ດິນແດນ ຮ່າໂນ້ຍ, ໃນນັ້ນຍີ່ຫໍ້ “ຊາເອືອບດອກບົວ ຮ່ຽນຊຽມ” ເຄີຍຖືກນຳໃຊ້ ໃນງານລ້ຽງນ້ຳຊາ ຂອງ ຫວຽດນາມ ເພື່ອຕ້ອນຮັບຜູ້ນຳສາກົນ.

ປັດຈຸບັນ, ຊາເອືອບດອກບົວ ໄຕໂຮ່ ບໍ່ພຽງແຕ່ເປັນເຄື່ອງດື່ມ ທີ່ມີ ຄຸນຄ່າ ໃນໂອກາດສຳຄັນໆ ເທົ່ານັ້ນ, ແຕ່ຍັງເປັນ ຂອງຂວັນ ທາງ ວັດທະນະທຳ ທີ່ມີຄວາມໝາຍ ສຳລັບເພື່ອນມິດສາກົນ. ການ ດື່ມຊາເອືອບ ດອກບົວ ໜຶ່ງຈອກ ແມ່ນການສຳຜັດ ກັບຈຸດເດັ່ນ ຂອງ ສິລະປະອາຫານການກິນ, ການສຳຜັດກັບຄວາມສະຫງ່າ ງາມ ຂອງ ຮ່າໂນ້ຍ-ເມືອງທີ່ມີປະຫວັດສາດນານນັບພັນປີ.

ບົດ ແລະ ພາບ: ເຈິ່ນຮ໋ຽວ- ແປໂດຍ: ບິກລຽນ


top