ຈິດຕະກອນ Yuichi Kimura ແລະ ປຶ້ມຊຸດ “ຫຼິ້ນກັບເດັກໆ”

ຈິດຕະກອນ Yuichi Kimura ແລະ ປຶ້ມຊຸດ “ຫຼິ້ນກັບເດັກໆ”

“ຫຼິ້ນກັບເດັກໆ” ແມ່ນປຶ້ມຮູບພາບ Ehon ທີ່ມີຊື່ສຽງຈາກປະເທດ ຍີ່ປຸ່ນ, ແຕ່ງໂດຍຈິດຕະກອນ Yuichi Kimura ທັງເນື້ອໃນ ແລະ ຮູບປະກອບ. ປຶ້ມຊຸດນີ້ ໄດ້ຖືກຊື້ລິຂະສິດ ແລະ ຈັດພິມ ຈໍາໜ່າຍໃນຫຼາຍປະເທດ, ໂດຍສະເພາະໃນຫວຽດນາມ, ປຶ້ມຊຸດນີ້ ໄດ້ຂາຍອອກໄປຫຼາຍສິບພັນສະບັບ, ກາຍເປັນເພື່ອນທີ່ໃກ້ຊິດ ຂອງ ເດັກນ້ອຍ.

ຈິດຕະກອນ Yuichi Kimura-ເພື່ອນຂອງເດັກນ້ອຍ ຫວຽດນາມ ໄດ້ເດີນທາງມາຮ້ານຂາຍປຶ້ມ ກີມດົ່ງ.

ເມື່ອບໍ່ດົນມານີ້, ຈິດຕະກອນ Yuichi Kimura ໄດ້ເດີນທາງມາ ຫວຽດນາມ ເພື່ອເຂົ້າຮ່ວມການພົບປະແລກປ່ຽນກັບຜູ້ອ່ານໄວໜຸ່ມຫວຽດນາມ ທີ່ຈັດໂດຍສໍານັກພິມ ກີມດົ່ງ. ເຖິງວ່າ ອາຍຸ 80 ປີແລ້ວ, ແຕ່ເພິ່ນຍັງຄົງມີຄວາມເບີກບານມ່ວນຊື່ນ ແລະ ເຕັມໄປດ້ວຍພະລັງ. ໃນທຸກໆ ຄັ້ງທີ່ເດີນທາງມາ ຫວຽດນາມ, ເພິ່ນຈະກຽມກະເປົາທີ່ເຕັມໄປດ້ວຍເກມຫັດຖະກໍາ, ເພື່ອຮ່ວມຫຼິ້ນກັບເດັກໆ, ຝຶກຝົນທັກສະການຄິດ ແລະ ຄວາມຄ່ອງແຄ້ວໃນການສ້າງສິ່ງຂອງຈາກວັດສະດຸງ່າຍໆ.

ຈິດຕະກອນ Yuichi Kimura ພົບປະແລກປ່ຽນຫຼິ້ນເກມກັບເດັກ ນ້ອຍຫວຽດນາມ ໃນງານເປີດຕົວ ປຶ້ມຊຸດ “ຫຼິ້ນກັບເດັກໆ”.

ປຶ້ມຊຸດ “ຫຼິ້ກັບເດັກໆ” ມີທັງໝົດ 12 ເຫຼັ້ມ, ເຊິ່ງເນື້ອໃນກ່ຽວຂ້ອງກັບກິດຈະກໍາ ທີ່ຄຸ້ນເຄີຍຂອງເດັກນ້ອຍອາຍຸ 0-3 ປີ ເຊັ່ນ: ການຖູແຂ້ວ, ອາບນໍ້າ, ຫຼິ້ນ, ກິນດື່ມ..., ສ້າງເປັນໂລກທີ່ສົດໃສ, ມ່ວນຊື່ນ ຄືກັບສະໜາມເດັກຫຼິ້ນນ້ອຍໆ ສໍາລັບເດັກໆ ໃນໄວອະນຸບານ.

ຜ່ານເລື່ອງລາວ ທີ່ລຽບງ່າຍ, ພາສາ ທີ່ຊັດເຈນ, ຮູບປະກອບທີ່ໜ້າຮັກ ແລະ ຮູບແບບປຶ້ມ ເປີດແບບໂຕ້ຕອບ, ຈິດຕະກອນ Yuichi Kimura ໄດ້ນໍາພາເດັກໆ ເຂົ້າສູ່ໂລກຂອງຕົນຢ່າງຊໍານານ - ບ່ອນ ທີ່ບົດຮຽນ ນ້ອຍໆ ກ່ຽວກັບນິໄສ ທີ່ດີ, ຄວາມສຸພາບຮຽບຮ້ອຍ, ການເພິ່ງພາຕົນເອງ, ສຸຂະອະນາໄມສ່ວນຕົວ... ຖືກສອດແຊກເຂົ້າໄປຢ່າງເປັນທໍາມະຊາດ ໃນທຸກໆ ເກມ ເຊັ່ນ: ຈະເອ, ຈັກກະຈີ້, ຖາມ ຕອບ, ທາຍ ການກະທໍາ...

ຈິດຕະກອນ Yuichi Kimura ແນະນໍາກ່ຽວກັບຄວາມໝາຍ ຂອງປຶ້ມໂຕ້ຕອບ “ຫຼິ້ນກັບເດັກໆ”.
ເດັກນ້ອຍ ຫວຽດນາມ ຕ້ອນຮັບ ຈິດຕະກອນ Yuichi Kimura.

ດ້ວຍຮູບແບບປຶ້ມຮູບພາບພິກເປີດ ທີ່ເປັນເອກະລັກ, ປຶ້ມຊຸດນີ້ ນຳມາປະສົບການທີ່ໜ້າສົນໃຈ ແລະ ດຶງດູດໃຈໃນທຸກໆ ໜ້າ. ພໍ່ແມ່ຍັງສາ ມາດສ້າງສັນວິທີການອ່ານ ໄດ້ຫຼາກຫຼາຍເຊັ່ນ: ອ່ານໄປຖາມຕອບໄປ, ທາຍຊື່ຕົວລະຄອນ, ຄວາມໝາຍການກະທໍາ ຂອງ ຕົວລະຄອນ... ເພື່ອປຸກຈິນຕະນາການ ແລະ ຄວາມຜູກພັນກັບເດັກໆ.

ອີກຈຸດໜຶ່ງທ່ີພິເສດ ແມ່ນການເຮັດຊໍ້າໆ ແລະລາຍລະອຽດໃນເລື່ອງ, ເຊິ່ງບໍ່ພຽງແຕ່ສ້າງສຽງຫົວທີ່ມ່ວນ ຊື່ນເທົ່ານັ້ນ, ແຕ່ຍັງຊ່ວຍໃຫ້ເດັກ ນ້ອຍຈື່ຈໍາບົດຮຽນໄດ້ງ່າຍຂຶ້ນ. ປຶ້ມຊຸດນີ້ ຍັງສົ່ງສານ ທີ່ມີຄວາມໝາຍວ່າ: ການໃຊ້ເວລາອ່ານປຶ້ມ ແລະ ຫຼິ້ນກັບລູກທຸກໆ ມື້ ແມ່ນຂອງຂວັນອັນລ້ໍາຄ່າ ທີ່ພໍ່ແມ່ສາມາດມອບໃຫ້ລູກໄດ້.

ຈິດຕະກອນ Yuichi Kimura ສອນເດັກໆ ຫຼິ້ນເກມ.
ເດັກນ້ອຍ ຫວຽດນາມ ມາແລກປ່ຽນ ແລະ ເປີດຕົວ ປຶ້ມຊຸດ “ຫຼິ້ນກັບ ເດັກໆ”.

ໂດຍສະເພາະ, ຄ່າໃຊ້ຈ່າຍ ທັງໝົດສໍາລັບການພົບປະແລກປ່ຽນໃນຄັ້ງນີ້ ແມ່ນເພິ່ນເປັນຜູ້ອອກເອງທັງໝົດ, ດ້ວຍຄວາມປາດຖະໜາທີ່ຈະເປັນເພື່ອນກັບເດັກນ້ອຍຫວຽດນາມ. ພ້ອມກັນນັ້ນ, ສໍານັກພິມ ກີມດົ່ງ ຈະນໍາເອົາເງິນຄ່າລິຂະສິດ ທັງໝົດຂອງປຶ້ມຊຸດນີ້ ໄປຊື້ຂອງ ຂວັນໃຫ້ແກ່ເດັກ ທີ່ມີສະພາບການເປັນຢູ່ຫຍຸ້ງຍາກ.

ປະເທດ ຍີ່ປຸ່ນ, ຈິດຕະກອນ Yuichi Kimura ໄດ້ເຂົ້າຮ່ວມໂຄງ ການ “Kids Classroom-ໂຄງການສຶກສາທັກສະຊີວິດ ທີ່ມີຊື່ສຽງສໍາລັບເດັກນ້ອຍ ເປັນເວລາກວ່າ 23 ປີ. ປະສົບການໃນການສະແດງລະຄອນຫຸ່ນກະບອກ, ແຕ່ງກິນ, ປ່ອຍວ່າວ... ກັບເດັກນ້ອຍ ເຮັດໃຫ້ເພິ່ນເຂົ້າໃຈ ຈິດໃຈຂອງເດັກໆ ແລະ ສ້າງເລື່ອງລາວທີ່ເຕັມໄປດ້ວຍຄວາມເຫັນອົກເຫັນໃຈ ແລະ ຄວາມຮັກ.

ຈິດຕະກອນ Yuichi Kimura ແຕ້ມຮູບມອບໃຫ້ເດັກນ້ອຍ ຫວຽດ ນາມ ເທິງປຶ້ມ “ຫຼິ້ນກັບເດັກໆ”.
ຜູ້ຕາງໜ້າສໍານັກພິມ ກີມດົ່ງ ມອບຊໍ່ດອກໄມ້ໃຫ້ແກ່ຈິດຕະກອນ Yuichi Kimura.

ປຶ້ມຊຸດ “ຫຼິ້ນກັບເດັກໆ” ໄດ້ເກີດຂຶ້ນຈາກການເດີນທາງ ນັ້ນເອງ, ໃນຂະນະທີ່ເພິ່ນ ຮ່ວມງານກັບ “Kids Classroomແລະ ເບິ່ງແຍງຫຼານນ້ອຍສອງຄົນ ຂອງ ຕົນທຸກໆ ມື້. ພອນສະຫວັນ ຂອງ Yuichi Kimura ຍັງສະແດງອອກໃນຮູບປະກອບ, ເພິ່ນຫວັງວ່າ ຖ້າພິມປຶ້ມຊຸດນີ້ ໃນປະເທດໃດ ກໍຢາກໃຫ້ມີຈິດຕະກອນ ຂອງ ປະເທດນັ້ນເຂົ້າຮ່ວມແຕ້ມຮູບປະກອບ. ໃນຫວຽດນາມ, ຈິດຕະກອນ ຖຸ່ຍກົມ ໄດ້ຖືກເລືອກໃຫ້ຮ່ວມງານກັບເພິ່ນໃນປຶ້ມຊຸດນີ້.

ຈິດຕະກອນ Yuichi Kimura ຖ່າຍຮູບຮ່ວມກັບຜູ້ອ່ານຊາວ ຫວຽດນາມ.

ໃນລະຫວ່າງຢູ່ ຫວຽດນາມ, ນອກຈາກການພົບປະແລກ ປ່ຽນກັບຜູ້ອ່ານແລ້ວ, ຈິດຕະກອນ Yuichi Kimura ຍັງໄດ້ໄປຢ້ຽມຢາມ ແລະ ມອບຂອງ ຂວັນໃຫ້ແກ່ເດັກນ້ອຍ ດ້ອຍໂອກາດ ຢູ່ໂຮງໝໍເດັກສູນກາງ, ເພິ່ນໄດ້ສ້າງຄວາມປະທັບໃຈ ໃນຫົວໃຈຂອງທຸກຄົນ ດ້ວຍພາບຂອງ “ພໍ່ຕູ້” ຊາວ ຍີ່ປຸ່ນ ທີ່ອົບອຸ່ນ ແລະ ມີເມດຕາ. ຈາກໜ້າປຶ້ມສູ່ຊີວິດຈິງ, ຈິດຕະກອນ Yuichi Kimura ເປັນເພື່ອນທີ່ມີຄຸນຄ່າແທ້ໆ ຂອງ ເດັກນ້ອຍຊາວ ຫວຽດນາມ.

ບົດ: ເວິນເຈິ່ນ/VNP - ພາບ: ແທງຢາງ - ແປໂດຍ: ຢືຟຽນ


top