ຈິດຕະກອນ Tove Krebs Lange: ສອງຂອບຟ້າ - ໜຶ່ງຄວາມຝັນ

ຈິດຕະກອນ Tove Krebs Lange: ສອງຂອບຟ້າ - ໜຶ່ງຄວາມຝັນ

Tove Krebs Lange ​ຈິດຕະກອນ ທ່ີມີ ຊື່ສຽງ ​ຊາວ ​ແດນ​ມາກ ທີ່ມີ​ຄວາມ​ຮັກ​ອັນ​ໃຫຍ່​ຫຼວງ​ຕໍ່ ​ຫວຽດນາມ. ​ເປັນ​ເວລາ 10ປີ​ຕິດ​ຕໍ່​ກັນ, ທ່ານນາງ ​ໄດ້​ເດີນທາງ ​ລະຫວ່າງ​ສອງ​ປະ​ເທດ ​ເພື່ອ​ຊ່ວຍ​ ຫວຽດນາມ ສ້າງຖັນແຖວ ​ນັກ​ປະພັນ ​ປະດິດແຕ່ງຮູບແຕ້ມອະພິປາຍເລື່ອງພາບສຳລັບເດັກນ້ອຍ. ດ້ວຍ​ການ​​ຊ່ວຍ​ເຫຼືອ ຂອງທ່ານ​ນາງ ​ແລະ ສະຖານ ທູດ ​ແດນ​ມາກ, ບົດບາດ ​ແລະ ຖານະ​ຕຳ​ແໜ່​ງ ຂອງ​ວັນນະຄະດີ​ເດັກນ້ອຍ​ຢູ່ ຫວຽດນາມ ນັບ​ມື້​ນັບ​ໄດ້​ຮັບ​ການ​ຢືນຢັນ ດ້ານຄຸນຄ່າຂອງມັນ ​ໃນ​ຊີວິດການເປັນຢູ່.

ດ້ວຍ​ຄວາມ​ຮັກ​ ​ທີ່​ມີ​ຕໍ່​ເດັກນ້ອຍ ​ຫວຽດນາມ, ທ່ານນາງ Tove Krebs Lange ​ໄດ້​ແຕ້ມ ​ແລະ ພິມ​ຈຳໜ່າຍ​ປຶ້ມພາບ “ການຜະຈົນ​ໄພ​ໃນ​ໂລກ​ເທບນິຍາຍ”.

ແບ່ງປັນ​ຄວາມ​ຮູ້ສຶກ​ເມື່ອ​ມາ ຫວຽດນາມ ຄັ້ງ​ທຳ​ອິດ ​ໃນ​ປີ 2005, ​ທ່ານນາງ Tove Krebs Lange ​ໃຫ້​ຮູ້​ວ່າ: “ຂ້າພະ​ເຈົ້າ​ຮັກ​ປະ​ເທດ​ນີ້​ນັບ​ແຕ່​ມື້​ທຳອິດ. ​ໃນ​ໄລຍະ 5 ປີ​ທຳ​ອິດ​ຢູ່ ​ຫວຽດນາມ, ຂ້າພະເຈົ້າ ແລະ ບັນດາ ​ເພື່ອນ​ຮ່ວມ​ງານ​ ​ຢູ່​ສຳນັກ​ພິມ​ຈຳໜ່າຍ ກີມດ່ົງ ​ໄດ້​ໄປ​ຢ້ຽມຢາມ​ເຂດ​ຫ່າງ​ໄກ​ສອກຫຼີກ​ຂອງ ຫວຽດນາມ. ທຸກໆ ໂຮງຮຽນທີ່ໄປເຖິງ, ຂ້າພະເຈົ້າ ໄດ້ເຫັນຄວາມສຸກຂອງເດັກນ້ອຍ ເມື່ອພວກເຂົາໄດ້ຮັບປຶ້ມໃໝ່”.

ທ່ານນາງ ເລທິຢັດ, ອະດີດບັນນາທິການ ຂອງ ສຳນັກພິມຈຳໜ່າຍ ກີມດົ່ງ, ຜູ້ທຳອິດໄດ້ຮ່ວມເດີນທາງ ກັບທ່ານນາງ Tove Krebs Lange ໃນໂຄງການ “ໜູນຊ່ວຍວັນນະຄະດີເດັກນ້ອຍ ຫວຽດນາມ - ແດນມາກ” ໃຫ້ຮູ້ວ່າ: ບໍ່ຄ່ອຍມີແມ່ຍິງຜູ້ໃດ ສະຫງວນຄວາມຮັກຕໍ່ເດັກນ້ອຍ ຫຼາຍເທົ່າກັບຈິດຕະກອນ Tove Krebs Lange. ໃນຕົວທ່ານນາງ ຍາມໃດກໍເຕັມໄປດ້ວຍຄວາມຫ້າວຫັນ ແລະ ແປວໄຟແຫ່ງຄວາມປາດຖະໜາ ທີ່ຈະນໍຳບັນດາເລື່ອງລາວແຫ່ງຊີວິດ ແລະ ຄວາມ ຝັນ ກ່ຽວກັບໂລກແຫ່ງສັນຕິພາບ ມາສູ່ເດັກນ້ອຍ. 

ໃນ​ໄລ​ຍະ​ປະ​ຕິ​ບັດ​ໂຄງ​ການ, ທ່ານນາງ Tove Krebs Lange ແລະ ​ສໍາ​ນັກ​ພິມຈຳໜ່າຍ ກີມດົ່ງ ໄດ້​ຈັດ​ຕັ້ງການຂົນຂວາຍ 8 ຄັ້ງ, ສ້າງ​ຕັ້ງ ສະ​ໂມ​ສອນ ປະດິດຄິດແຕ່ງໃຫ້ເດັກນ້ອຍ 15 ແຫ່ງ​ ຢູ່ບັນດາ​ແຂວງ​, ນະຄອນ. ພ້ອມ​ກັນ​ນັ້ນ, ​ສຳ​ນັກ​ພິມຈຳໜ່າຍ​ ກີມ​ດົ່ງ ​ຍັງ​ໄດ້ ​ພິມ​ຈຳໜ່າຍ​ປຶ້ມ​ກວ່າ 300.000 ເຫຼັ້ມ​ຕໍ່​ປີ. ພາຍຫຼັງ 10 ປີ​ແຫ່ງ​ການ​ເຄື່ອນ​ໄຫວ​ຂອງ​ໂຄງການ​, ຫວຽດນາມ ​ໄດ້​ສ້າງ​ຕັ້ງ​ຄະນະ​ນັກ​​ຂຽນ ​ແລະ ແຕ້ມ​ຮູບ​ສຳລັບ​ເດັກນ້ອຍລວມ 34 ຄົນ, ມີ​​ກວ່າ 100 ຜົນງານ​ທີ່​ໄດ້​ຮັບລາງວັນ​ໃນ​ຂະ​ບວນການ​ຂົນຂວາຍປະດິດແຕ່ງ. ໂຄງ​ການ​ດັ່ງກ່າວ​ແມ່ນ​ຂອງ​ຂວັນ​ທີ່​ດີ​ເລີດ ຂອງ​ນັກ​ປະ​ພັນ​ ແດນ​ມາກ ສະຫງວນ​ໃຫ້​ເດັກນ້ອຍ ​ຫວຽດ​ນາມ.


 

ຈິດຕະກອນ Tove Krebs Lange ເປັນຜູ້ທຳອິດທີ່ນຳເອົາເລື່ອງລາວ ມີລັກສະນະສຳນຶກມາສູ່ ຫວຽດນາມ ເມື່ອປະເພດເລື່ອງນີ້ຢູ່ ຫວຽດ ນາມ ໃນເວລານີ້ເກືອບຄືວ່າບໍ່ມີ. ການ​ຮ່ວມ​ມື​ຂອງທ່ານ​ນາງ ​ກັບ​ສຳ​ນັກ​ພິມຈຳໜ່າຍ ກີມດົ່ງ ໄດ້​ສ້າງ​ການ​ປ່ຽນໃໝ່ຈິນຕະນະການ​ ໃນ​ການ​ປະດິດແຕ່ງ ​ວັນ​ນະ​ຄະ​ດີສຳລັບ​ເດັກນ້ອຍ, ໃນ​ນັ້ນປະດິດແຕ່ງຮູບ​ແຕ້ມອະພິປາຍ ແມ່ນພາກສ່ວນໜຶ່ງ​ທີ່​ສຳ​ຄັນ​ ເທົ່າ​ກັບ​ການ​ປະ​ດິດແຕ່ງດ້ວຍ​ລາຍ​ລັກ​ອັກ​ສອນ. ຮູບປະກອບບໍ່ພຽງແຕ່ແມ່ນສ່ວນປະກອບ, ແຕ່ຍັງເປັນສ່ວນ ທີ່ຂາດບໍ່ໄດ້ຂອງປຶ້ມສຳລັບເດັກນ້ອຍ. 

 

ໃນ​ຖາ​ນະ​ເປັນ​ສະ​ມາ​ຊິກ​ ຄະ​ນະ​ກຳ​ມະການຂົນຂວາຍປະດິດແຕ່ງ​ບົດປະພັນ​ວັນ​ນະ​ຄະ​ດີ ສຳລັບ​ເດັກນ້ອຍ ​ຫວຽດ​ນາມ, ທ່ານນາງເປັນ​ຜູ້​ຊ່ຽວ​ຊານ ​ແນະ​ນຳ ທັກສະການປະດິດແຕ່ງ ໃຫ້ບັນ​ດາ​ນັກ​ປະ​ພັນ, ນັກລະບາຍສີ ​ຫວຽດ​ນາມ. ທ່ານນາງ​ ພ້ອມ​ກັບບັນດານັກຂຽນໜຸ່ມ ຫວຽດນາມ ເດີນທາງໄປຍັງຫຼາຍເຂດພາກຂອງ ຫວຽດນາມ ​ເພື່ອ​ສອນ​ໃຫ້​ນັກ​ຂຽນ, ນັກ​ລະບາຍສີ ຫວຽດນາມ ທັກສະ​ໃນ​ການ​ເຮັດ​ວຽກ​ເປັນ​ທີມ ແລະ ວິທີ​ປະດິດຄິດແຕ່ງຮູບ​ແຕ້ມ ​ຈາກ​ເລື່ອງ​ເລົ່າ​ ເພື່ອ​ສ້າງເປັນ​ປຶ້ມ​ທີ່​ເດັກນ້ອຍນິຍົມ. ປຶ້ມ​ບາງ​ຫົວ​ຂອງ​ໂຄງການ​ໄດ້​ຮັບ​ການ​ພິມ​ຈຳໜ່າຍ ​ແລະ ​ໄດ້​ຮັບ​ລາງວັນ​ເຊັ່ນ: ຕົ້ນ​ກຳ​ເນີ​ດຂອງ​ຄວາມ​ຝັນ, ການ​ເດີນ​ທາງ, ຫູ​ທີ່​ບໍ່ຍອມນອນ​, ເທບນິຍາຍ​ໂລກ ທີ່​ດີ​ທີ່​ສຸດ​, ວັນບຸນບ້ານ​ເກີດ​ເມືອງ​ນອນ, ຂອງຂວັນ​ພິ​ເສດ, ຂໍ່ານັບ​ໂລກ ທັງໃບ...


ທ່ານນາງ ມິງລີ, ບັນນາທິການສຳນັກພິມຈຳໜ່າຍ ກີມດົ່ງ, ຜູ້ໄດ້ຮັບການແນະ ນຳຈາກ ຈິດຕະກອນ Tove Krebs Lange ໃນໄລຍະຕົ້ນໂຄງການ ໃຫ້ຮູ້ວ່າ: “ນັກຈິດຕະກອນ ໄດ້ສ້າງທິດທາງໃໝ່ໃຫ້ບັນດານັກປະພັນ ຫວຽດນາມ, ຖ່າຍທອດແຮງບັນດານໃຈ ແລະ ຄວາມຮັກເດັກນ້ອຍຜ່ານປຶ້ມ. ທ່ານນາງ ໄດ້ບຸກເບີກຈິນຕະນາການ ຫົວຄິດປະດິດສ້າງ ໃຫ້ຖັນແຖວນັກຂຽນໜຸ່ມ ຫວຽດນາມ”. ສຳລັບຕົວ ທ່ານນາງ ລີ, ພາຍຫຼັງໂຄງການ ທ່ານນາງ ຍັງເປັນຄົນ ຈັດຕົ້ນສະບັບ ແລະ ພິມປຶ້ມ 20 ຫົວ ຈາກຜູ້ຮ່ວມງານ ທີ່ເຂົ້າຮ່ວມໂຄງການ.



ມຸມໜຶ່ງ ໃນງານວາງສະ​ແດງ ​ວັດຖຸສິ່ງຂອງ ໃນເທບນິຍາຍ ທີ່ເດັກ ນ້ອຍ ຫວຽດນາມ ນິຍົມມັກ. 

ປີ 2022, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 50 ປີ​ ວັນ​ສ້າງ​ຕັ້ງ ​ສາຍ​ພົວພັນ​ມິດຕະພາບ ຫວຽດນາມ ​ແລະ ​ແດນ​ມາກ, ນັກ​ຈິດຕະກອນ Tove Krebs Lange ​ໄດ້ນໍາອອກສູ່ສາຍຕາ ທ່ານຜູ້ອ່ານ ຫວຽດນາມ  “ການຜະຈົນ​ໄພ​ ໃນ​ໂລກ​ເທບນິຍາຍ”. ປຶ້ມ​ດັ່ງກ່າວ​ໄດ້​ຊ່ວຍ​ໃຫ້​ເດັກ ນ້ອຍ ​ຫວຽດນາມ ມີມຸມມອງ​ທີ່​ຈະ​ແຈ້ງ​ກວ່າ​ ກ່ຽວ​ກັບ​ໂລກ​ເທບນິຍາຍ ​ເພື່ອ​ໃຫ້ ຈິດໃຈສະແຫວງຫາຄວາມສຸກ ແລະ ມີ​ມະນຸດສະທຳ ຍິ່ງຂຶ້ນ. ທ່ານ Nicolai Prytz, ເອກອັກຄະລັດຖະທູດ ແດນມາກ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: “ຂ້າພະ​ເຈົ້າ​ຫວັງ​ວ່າ ບັນດາ​ພາບ​ແຕ້ມ​ທີ່​ສວຍ​ງາມ​ຂອງທ່ານນາງ Tove Krebs Lange ບໍ່​ພຽງ​ແຕ່​ ​ດຶງ​ດູດ​ເດັກ​ນ້ອຍ​ເທົ່າ​ນັ້ນ, ລວມທັງ​ຜູ້​ໃຫຍ່ ນໍາອີກ, ນຳ​ຜູ້​ອ່ານ ​ຜ່ານ​ເລື່ອງ​ເທບນິຍາຍຕ່າງໆ ​ທີ່ ​ພວກ​ເຮົາ​ສ່ວນຫຼາຍ ​ໄດ້​ຈົດ​ຈຳ​ຕັ້ງແຕ່​ຍັງນ້ອຍ. ​ນັ້ນແມ່ນ​ຂອງຂວັນ​ທີ່​ດີເລີດ ​ທີ່​ທ່ານນາງ Tove Krebs Lange ມອບ​ໃຫ້​ຜູ້​ອ່ານ​ ຫວຽດນາມ”.

ດ້ວຍ​ຄວາມ​ຮັກ​ທັງ​ໝົດ ​ທີ່​ມີ​ຕໍ່ ​ວັນ​ນະ​ຄະ​ດີ​ ສໍາລັບ​ເດັກ​ນ້ອຍ ​ຫວຽດ​ນາມ, ທ່ານນາງ Tove Krebs Lange ຍາມ​ໃດ​ກໍໄດ້ຄວາມຮັກແພງ ຈາກເດັກນ້ອຍ ຫວຽດ​ນາມ ແລະ ຍິນດີຕ້ອນ​ຮັບຜົນງານການປະດິດຄິດແຕ່ງ ຂອງ ທ່ານນາງ.​

ບົດ: ບິກເວິນ - ພາບ: ກົງດາດ - ແປໂດຍ: ບິກລຽນ


top