ງານສິລະປະ ຈາກ ເສດແກ້ວ
ຈາກການລິເລີ່ມ ໃນຂະບວນການ ນໍາວັດຖຸ ກັບມານໍາໃຊ້ຄືນໃໝ່ (ຣີໄຊເຄິນ) ສໍາລັບເດັກນ້ອຍ, ໂຄງການ “ການເດີນທາງສີຂຽວ” ທີ່ສ້າງ ຕັ້ງຂຶ້ນໂດຍທ່ານ ບຸ່ຍແມ້ງຮຸ່ງ ແລະ ເລຮ່ວາຍນາມ, ເພື່ອສ້າງ ສັນຜົນງານສິລະປະ ຈາກຂວດແກ້ວ ທີ່ຖືກຖິ້ມ, ບໍ່ພຽງແຕ່ເປັນໂຄງ ການປົກປ້ອງສິ່ງແວດລ້ອມເທົ່ານັ້ນ, ແຕ່ຍັງເປັນການເປີດຊ່ອງທາງ ໃໝ່ ໃຫ້ແກ່ງານສິລະປະ ແບບຍືນຍົງຢູ່ ຫວຽດນາມ ອີກດ້ວຍ.
ທ່ານ ເລຮ່ວາຍນາມ-ຜູ້ຮ່ວມກໍ່ຕັ້ງໂຄງການ “ການເດີນທາງສີຂຽວ” ໄດ້ກ່າວວ່າ ຈຸດເລີ່ມຕົ້ນຂອງໂຄງການ “ການເດີນທາງສີຂຽວ” ແມ່ນ ວິສາຫະກິດສັງຄົມ ແຫ່ງໜຶ່ງທີ່ເຄື່ອນໄຫວໃນຂົງເຂດການ ຣີໄຊເຄິນ ສຳລັບເດັກນ້ອຍ. ໃນເບື້ອງຕົ້ນ, ສະມາຊິກ ຂອງ ການ ຣີໄຊເຄິນສຳ ລັບເດັກນ້ອຍ ໄດ້ປຸງແຕ່ງ ແລະ ນຳໃຊ້ວັດສະດຸ ຫຼາຍຊະນິດຄື: ພລາສຕິກ, ຢາງລົດ, ຢາງພາລາ ແລະ ແກ້ວ. ໃນນັ້ນ, ແກ້ວເປັນວັດສະດຸທີ່ຍາກຕໍ່ການ ຣີໄຊເຄິນ ເປັນພິເສດ ແລະ ມັກຖືກມອງຂ້າມ ເຖິງແມ່ນວ່າ ປະລິມານການຖິ້ມ ລົງສູ່ສິ່ງແວດລ້ອມ ມີຈຳນວນຫຼາຍແລະ ມີຄວາມສ່ຽງສູງ ທີ່ຈະກໍ່ໃຫ້ເກີດມົນລະພິດ ຍ້ອນຄວາມຄົມຂອງ ເສດແກ້ວ.
ທ່ານ ນາມ ໃຫ້ຮູ້ວ່າ: “ຈຸດປ່ຽນມາເຖິງ ເມື່ອກຸ່ມເລີ່ມທົດລອງນຳໃຊ້ເສດແກ້ວ ມາເຮັດເປັນໂຖດອກໄມ້. ໃນຂະບວນການຕັດແກ້ວ, ມີເສດແກ້ວ ຂະໜາດນ້ອຍຈຳນວນຫຼາຍເກີດຂຶ້ນ ແລະ ຄິດວ່າ ຖ້າຖິ້ມເສດແກ້ວເຫຼົ່ານີ້ ສູ່ສິ່ງແວດລ້ອມ, ພວກມັນຈະກາຍເປັນສິ່ງອັນຕະ ລາຍຫຼາຍ. ພວກຂ້າພະເຈົ້າເລີ່ມທົດລອງສ້າງພາບປະກອບຈາກເສດແກ້ວ ແລະ ເຫັນວ່າ ມັນບໍ່ພຽງແຕ່ມີຄຸນຄ່າທາງດ້ານຄວາມງາມເທົ່ານັ້ນ, ແຕ່ຍັງສາມາດເປີດຊ່ອງທາງການພັດທະນາ ແບບຍືນຍົງອີກດ້ວຍ. ນັບແຕ່ນັ້ນມາ, ແນວຄິດການສ້າງພາບແຕ້ມຈາກແກ້ວກໍໄດ້ເກີດຂຶ້ນ”.
ໂຄງການ “ການເດີນທາງສີຂຽວ” ໄດ້ເລີ່ມຕົ້ນຢ່າງເປັນທາງການໃນເດືອນ ກໍລະກົດ 2024 ແລະ ໄດ້ເປີດຕົວຜະລິດຕະພັນ ທຳອິດ ໃນເດືອນ ຕຸລາ ຂອງ ປີດຽວກັນ. ຜົນງານຕ່າງໆ ໄດ້ຖືກນຳສະເໜີໃນງານວາງສະແດງສິ່ງແວດລ້ອມ ທີ່ຈັດໂດຍບັນດາສະຖານທູດ ເອີຣົບ ປະຈຳຢູ່ຫວຽດນາມ. ການຕອບຮັບຢ່າງອົບອຸ່ນຈາກຊຸມຊົນ ແລະ ຄູ່ຮ່ວມມື ແມ່ນແຮງຈູງໃຈໃຫ້ກຸ່ມ ພັດທະນາ ຮູບແບບການຜະລິດພາບແຕ້ມແກ້ວ ເປັນຈຳນວນຫຼາຍ.
ຕາມທ່ານ ນາມ ແລ້ວ, ໃນເບື້ອງຕົ້ນ, ພາບແຕ້ມ ແມ່ນນຳໃຊ້ວັດ ຖຸດິບ ເປັນເສດແກ້ວ ມາປະກອບເປັນຮູບ. ເສດແກ້ວ ຈະຖືກຮັກ ສາສີ ທຳມະຊາດເຊັ່ນ: ສີຂຽວ, ສີຂາວຂຸ່ນ, ສີເຫຼືອງ ຕາມສີເດີມ ຂອງ ແກ້ວ. ຫຼັງຈາກນັ້ນ, ກຸ່ມໄດ້ພັດທະນາຂັ້ນຕອນການປັບແຕ່ງພື້ນຜິວ, ເຄືອບດ້ວຍແກ້ວ ອິນຊີ ເພື່ອຮັບປະກັນຄວາມໂປ່ງໃສ, ເພີ່ມຄວາມສາມາດໃນການຕິດແໜ້ນ ແລະ ປ້ອງກັນເຊື້ອລາ.
ໂຄງການ ໄດ້ຮ່ວມມືເປັນປະຈໍາກັບ ນັກສຶກສາ ມາຈາກໂຮງຮຽນສິລະປະກຳ, ສະຖາປັດຕະຍະກຳ, ການສຶກສາສິລະປະ ເພື່ອພັດທະ ນາແນວຄວາມຄິດ ແລະ ສ້າງພາບແຕ້ມ. ການປະສານນີ້ ໄດ້ສ້າງຜົນງານທີ່ມີຄຸນຄ່າທາງສາຍຕາສູງ, ພ້ອມທັງເຜີຍ ແຜ່ຂໍ້ຄວາມການດຳລົງຊີວິດ ແບບສີຂຽວ ຢ່າງເລິກເຊິ່ງ ແລະ ອາລົມຄວາມຮູ້ສຶກ.
ນອກຈາກການຜະລິດແລ້ວ, ໂຄງການ “ການເດີນທາງສີຂຽວ” ຍັງໄດ້ຈັດກອງປະຊຸມ (workshop)ຢ່າງຕໍ່ເນື່ອງໃນຫຼາຍບ່ອນເຊັ່ນ: ສະ ຖານີລົດໄຟຟ້າ ກ໋າດລິງ, ມະຫາວິທະຍາໄລ FPT, ມະຫາວິທະຍາ ໄລ ອັງກິດ ຫຼື ບັນດາເຂດຊຸມຊົນ. ກິດຈະກຳ ການຮຽນຮູ້ເຊັ່ນ: ການສ້າງພາບແຕ້ມແກ້ວ ບໍ່ພຽງແຕ່ຊ່ວຍໃຫ້ຜູ້ເຂົ້າຮ່ວມ ເຂົ້າໃຈ ຂະບວນການສ້າງສັນເທົ່ານັ້ນ, ແຕ່ຍັງເພີ່ມຄວາມຮັບຮູ້ໃນການປົກປ້ອງ ສິ່ງ ແວດລ້ອມ ອີກດ້ວຍ.
ບົດ: ເງິນຮ່າ/VNP - ພາບ: ແຄ໋ງລອງ - ແປໂດຍ: ຢືຟຽນ