ຄູ່ຮ່ວມມືຍຸດທະສາດ ຮອບດ້ານ ຫວຽດນາມ - ສ ອາເມລິກາ

ຄູ່ຮ່ວມມືຍຸດທະສາດ ຮອບດ້ານ ຫວຽດນາມ - ສ ອາເມລິກາ

ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຂອງ ທ່ານປະທານາທິບໍດີ ສ ອາເມລິກາ Joe Biden ລະຫວ່າງວັນທີ 10-11 ກັນຍາ ຕາມຄຳເຊີນ ຂອງ ທ່ານເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ, ສອງປະເທດໄດ້ຍົກລະດັບ ການພົວພັນ ຄູ່ຮ່ວມມືຍຸດທະສາດຮອບ ດ້ານຢ່າງເປັນທາງການ, ເປີດໄລຍະປະຫວັດສາດໃໝ່ ຂອງ ຄວາມໄມຕີຈິດມິດຕະພາບ ແລະ ການຮ່ວມມືສອງຝ່າຍ. 


ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໃນການພົບປະເຈລະຈາກັບ ທ່ານປະທານາທິບໍດີ ສ ອາເມລິກາ Joe Biden . ພາບ: ຈີ໋ຢຸ້ງ/VNA

ກ່າວຄຳປາໄສທີ່ກອງປະຊຸມຂ່າວ ພາຍຫຼັງການພົບປະເຈລະຈາ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ເນັ້ນໜັກວ່າ: “ເພື່ອຜົນປະໂຫຍດ ຂອງປະຊາຊົນ ສອງປະເທດ ແລະ ຄວາມປາດຖະໜາ ຢາກເພີ່ມທະວີ ການຮ່ວມມືເພື່ອຈຸດໝາຍສັນຕິພາບ, ການຮ່ວມມື ແລະ ພັດທະນາແບບຍືນຍົງ ໃນສະພາບການໃໝ່, ທ່ານປະທານາ ທິບໍດີ Joe Biden ແລະ ຂ້າພະເຈົ້າ ໄດ້ຕາງໜ້າສອງປະເທດພວກເຮົາ, ຮັບຮອງເອົາຖະແຫຼງການຮ່ວມ, ສ້າງຕັ້ງການພົວພັນ ຄູ່ຮ່ວມມື ຍຸດທະສາດຮອບດ້ານ ເພື່ອສັນຕິພາບ, ການຮ່ວມມື ແລະ ການພັດ ທະນາແບບຍືນຍົງ”.

ທ່ານປະທານາທິບໍດີ ສ ​ອາ​ເມ​ລິ​ກາ ກ່າວວ່າ ເພື່ອໃຫ້ມີຄວາມ​ຄືບ​ໜ້າ​ ໃນ​ການ​ພົວພັນລະຫວ່າງ​ສອງ​ປະ​ເທດ​ ຄືໃນ​ປັດຈຸ​ບັນ​ ແມ່ນ​ໝາກຜົນ​ ຂອງ​ຄວາມ​ມານະ​ພະຍາຍາມ​ ຂອງ​ການ​ນຳ ​ແລະ ປະຊາຊົນ​ຂອງ​ສອງ​ປະ​ເທດ. ປະທານາທິບໍດີ ໄດ້ກ່າວວ່າ: “ສິບ​ປີ​ກ່ອນ, ເມື່ອຂ້າພະ​ເຈົ້າ​ດຳລົງ​ຕຳ​ແໜ່​ງ​ເປັນ​ຮອງ​ປະທານາທິບໍດີ, ສອງ​ປະ​ເທດພວກເຮົາ​ ໄດ້​ບັນລຸບາດກ້າວ​ບຸກທະລຸ​ ທີ່​ສຳຄັນເມື່ອ​​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ ​ລະຫວ່າງ​ສອງ​ປະ​ເທດ. ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈທີ່ສຸດ ກ່ຽວກັບວິທີການ ທີ່ສອງປະເທດ ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ເພື່ອຮຳບາດແຜ ສົງຄາມທີ່ໄດ້ປະໄວ້ຜົນຢ້ອນຫຼັງ ຢ່າງໜັກໜ່ວງໃຫ້ປະເທດພວກເຮົາທັງສອງ”.

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ເວືອງດິ່ງເຫວ້  ແລະ ​ທ່ານ​ປະທານາທິບໍດີ ສ ອາ​ເມ​ລິ​ກາ Joe Biden 
ເປັນສັກຂີພິຍານ ໃນພິທີມອບວັດຖຸລະນຶກ ຈາກສົງຄາມ ໂດຍບັນດານັກຮົບເກົ່າ ຂອງ ສອງປະເທດ. ພາບ: ຟວ໊ານເຕິ໋ນ/VNA

 ການ​ພົວພັນ ​ຫວຽດນາມ - ສ ອາ​ເມ​ລິ​ກາ ​ໄດ້​ມີ​ການ​ພັດທະນາ​ຢ່າງ​ກວ້າງຂວາງ, ເລິກ​ເຊິ່ງ ໃນທັງສາມລະດັບຄື: ສອງຝ່າຍ, ພາກ​ພື້ນ ​ແລະ ສາກົນ, ພາຍຫຼັງ​ເກືອບ 30 ປີ​ແຫ່ງ​ການ​ສ້າງສາຍພົວພັນທາງການທູດ ​ເປັນ​ປົກກະຕິ ​ແລະ 10 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ. ພິ​ເສດ, ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ ສືບຕໍ່ເປັນຈຸດທີ່ສົດໃສ ​ແລະ ເປັນກຳລັງ​ແຮງ​ ຊຸກຍູ້​ການ​ພົວພັນສອງຝ່າຍ ດ້ວຍວົງເງິນການຄ້າສອງສົ້ນ ບັນລຸກວ່າ 123 ຕື້ ໂດລາສະຫະລັດ ​ໃນ​ປີ 2022. ການ​ຮ່ວມ​ມື​ສອງ ປະ​ເທດ​ໃນ​ຂົງ​ເຂດ​ວິທະຍາສາດ-ເຕັກ​ໂນ​ໂລ​ຊີ, ການ​ສຶກສາ-ບຳລຸງ​ສ້າງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການປົວແປງຜົນຮ້າຍຢ້ອນຫຼັງຈາກສົງຄາມ, ການຮັບມືກັບການປ່ຽນແປງຂອງ ດິນຟ້າອາກາດ, ການພົບປະແລກປ່ຽນປະຊາຊົນ... ສືບຕໍ່ບັນລຸຄວາມຄືບໜ້າທີ່ສຳຄັນ.

ສອງຝ່າຍ​ເຫັນ​ດີ​ເປັນ​ເອກະສັນ ​ກ່ຽວ​ກັບ​ບັນດາ​ທິດ​ທາງ ​ແລະ ມາດ​ຕະການ​ ຜັນ​ຂະຫຍາຍຂອບເຂດໃໝ່ ຂອງ​ການ​ພົວພັນ​ ລະຫວ່າງ ສອງປະເທດ ກໍຄື ບັນດາຂົງເຂດ ຮ່ວມມື​ບຸລິມະສິດ ຊຶ່ງໃນນັ້ນມີ ສາ ທາລະນະ​ສຸກ, ປະກັນ​ສັງຄົມ, ພະລັງງານ​ຂຽວ, ​ເຕັກ​ໂນ​ໂລ​ຊີສູງ... ​ລະອຽດຄື ​​ວິ​ສາ​ຫະກິດ​ ​ສອງ​ປະ​ເທດ ​ຕ້ອງ​ສະຫງວນເວລາ, ເຫື່ອແຮງ, ສະຕິປັນຍາ, ແຫຼ່ງກຳລັງແຮງ ບູລິມະສິດ ໃນການລົງທຶນດ້ານວິທະຍາສາດ-ເຕັກໂນໂລຊີ, ປ່ຽນໃໝ່ປະດິດສ້າງ; ໂດຍສະເພາະແມ່ນການຫັນເປັນດີຈີຕອນ, ອຸດສາຫະກໍາ ເຊມິກຄອນດັກເຕີ, ການເຕີບໂຕເປັນມິດຕໍ່ສິ່ງແວດລ້ອມ, ພະລັງງານທົດແທນ, ຕ້ານການປ່ຽນແປງ ຂອງ ດິນຟ້າອາກາດ ແລະ ເສດຖະກິດ ໝູນວຽນ. 

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງຈິ໋ງ ແລະ ທ່ານປະທານາທິບໍດີ ສ ອາເມລິກາ Joe Biden ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂັ້ນສູງ ​ຫວຽດ​ນາມ - ສ ອາ​ເມ​ລິ​ກາ ກ່ຽວ​ກັບ​ການ​ລົງ​ທຶນ ແລະ ປ່ຽນໃໝ່ປະດິດສ້າງ. ພາບ: ເຢືອງຢາງ/VNA

ໃນ​ໄລຍະ​ຈະ​ມາ​ເຖິງ, ສອງຝ່າຍ​ ຈະ​ເພີ່ມ​ທະວີ​ ການ​ຮ່ວມ​ມື​ ໃນ​ຕ່ອງ​ໂສ້​ການ​ສະໜອງ ເຊມິກຄອນດັກເຕີ ໂດຍຜ່ານ​ບັນດາ​ໂຄງການ​ບຳ ລຸງ​ສ້າງ ​ແຫຼ່ງຊັບພະຍາກອນ​ມະນຸດ​ ໃຫ້ ຫວຽດນາມ, ​ຜ່ານນັ້ນ ຊ່ວຍໜູນ ຫວຽດນາມ ​ເຂົ້າ​ຮ່ວມ​ຢ່າງ​ເລິກ​ເຊິ່ງຍິ່ງຂຶ້ນ ​ແລະ ກາຍ​ເປັນການປະກອບສ່ວນທ່ີສໍາຄັນ​ ໃນ​ຕ່ອງ​ໂສ້​ການ​ສະໜອງ ​ຢູ່ພາກ​ພື້ນ ​ແລະ ​ໃນ​ໂລກ.

 
ທ່ານ​ນາງ​ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່​ສຳ​ນັກ​ຂ່າວ​ສານ​ ຫວຽດ​ນາມ ດວ່ານທິຕວ໋ຽດຍຸງ ໄດ້​ແນະ​ນຳ​ການວາງ​ສະ​ແດງ​ຮູບ​ຖ່າຍ​ກັບ ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິ໋ງ ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Joe Biden. ພາບ: ເຢືອງຢາງ/VNA

ຍົກ​ລະດັບ​ການ​ພົວພັນ​ ແມ່ນ​ບາດກ້າວ​ທີ່ສຳຄັນ, ​ເປີດ​ໄລຍະ​ໃໝ່​ ແຫ່ງ​ການ​ຮ່ວມ​ມື​ ລະຫວ່າງ ຫວຽດນາມ ​ແລະ ສ ອາ​ເມ​ລິ​ກາ. ນີ້​ແມ່ນ​ບາດກ້າວ​ທີ່​ສຳຄັນ​ທີ່​ສຸດ ​ຂອງ​ທັງ​ສອງ​ປະ​ເທດ, ​ເພາະວ່າ​ມັນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເຂັ້ມ​ແຂງ ​ຂອງ​ການ​ພົວພັນ ໃນ​ລະຫວ່າງ ທີ່ສອງປະ​ເທດ ​ພວມ​ປະ​ເຊີນ​ໜ້າ​ກັບ​​ສິ່ງ​ທ້າ​ທາຍຫຼາຍຢ່າງ ​ທີ່​ມີ​ຜົນ​ສະທ້ອນ​ຢ່າງ​ໃຫຍ່​ຫຼວງ ​ຕໍ່​ອະນາຄົດ​ ຂອງ ​ພາກ​ພື້ນ ​ແລະ ທົ່ວ​ໂລກ.

 

ບົດ: VNP – ພາບ: VNA - ແປໂດຍ: ບິກລຽນ


top