ຂີດໝາຍມະຕິ ເລກທີ 80 ໃນງານເທສະການ ຫວຽດນາມ
ມະຕິເລກທີ 80 ຂອງ ກົມການເມືອງ ກ່ຽວກັບການພັດທະນາ ວັດທະນະທຳ, ແມ່ນມະຕິທີ່ໄດ້ ແລະ ກຳລັງ ສ້າງພະລັງຊີວິດໃໝ່ ໃຫ້ແກ່ ບັນດາຄຸນຄ່າທາງ ວັດທະນະທຳ ມູນເຊື້ອ ຫວຽດນາມ ໃນບັນດາງານເທສະການ ສະຫຼອງປີໃໝ່ ປີ ມະເມຍ 2026.
ໃນຊຸມມື້ຕົ້ນປີໃໝ່, ບັນຍາກາດງານເທສະການ ໄດ້ແຜ່ຂະຫຍາຍ ໄປທົ່ວທຸກແຫ່ງ. ນັບແຕ່ບັນດາວັດວາອາລາມ ໃນໝູ່ບ້ານຕ່າງໆ ໄປຈົນເຖິງເຂດ ທ່ອງທ່ຽວ ທີ່ຄຶກຄື້ນ, ຢູ່ໃສກໍເຕັມໄປດ້ວຍສີສັນ ທີ່ສົດໃສ, ມ່ວນຊື່ນ ແລະ ເລື່ອງລາວຕ່າງໆ. ແຕ່ໃນປີນີ້, ງານເທສະການຕ້ອນຮັບປີໃໝ່ ປີ ມະເມຍ 2026 ຍັງມີຄວາມໝາຍພິເສດ ຍິ່ງກວ່າ, ນັ້ນແມ່ນການເຊື່ອມໂຍງຢ່າງກົມກຽວ ລະຫວ່າງຄວາມງາມ ທາງດ້ານວັດທະນະທຳ ມູນເຊື້ອ ກັບວິໄສທັດແຫ່ງການພັດ ທະນາ ແບບຍືນຍົງ, ໂດຍໄດ້ຮັບການກຳນົດທິດ ຈາກມະຕິເລກທີ 80 ຂອງ ກົມການເມືອງ ກ່ຽວກັບ “ການພັດທະນາ ວັດທະນະທຳ, ເສີມຂະຫຍາຍກຳລັງແຮງທາງດ້ານວັດທະນະທຳ ແລະ ຊັບພະ ຍາກອນມະນຸດ ຫວຽດນາມ ໃນຍຸກສະໄໝໃໝ່”.
ມະຕິເລກທີ 80 ຂອງ ກົມການເມືອງໄດ້ປະກາດໃຊ້ ໃນໄລຍະ ກະກຽມ ແລະ ຕ້ອນຮັບບຸນເຕັດ ປີ ມະເມຍ 2026, ໄດ້ເນັ້ນໜັກເຖິງ ບົດບາດ ຂອງ ວັດທະນະທຳ ເປັນເສົາຄ້ຳ ທີ່ສຳຄັນ ໃນຍຸດທະສາດ ການພັດທະນາ ປະເທດຊາດ. ມະຕິສະບັບນີ້ ບໍ່ພຽງແຕ່ ຢຸດຢູ່ທີ່ ການອະນຸລັກຮັກສາ ບັນດາຄຸນຄ່າວັດທະນະທຳ ມູນເຊື້ອເທົ່ານັ້ນ, ແຕ່ຍັງສົ່ງເສີມການເສີມຂະຫຍາຍ ແລະ ສ້າງສັນ ບັນດາຮູບແບບ ວັດທະນະທຳໃໝ່ ໃຫ້ສອດຄ່ອງກັບທ່າອ່ຽງແຫ່ງການເຊື່ອມໂຍງ ແລະ ພັດທະນາ.
ບັນດາງານເທສະການ ໃນຕົ້ນລະດູບານໃໝ່ ປີ ມະເມຍ ໃນປີນີ້ ແມ່ນຫຼັກຖານອັນຈະແຈ້ງ ໃຫ້ແກ່ການຫັນປ່ຽນດັ່ງກ່າວ. ຫຼາຍ ເທ ສະການ ໄດ້ນຳໃຊ້ ເຕັກໂນໂລຊີ ຢ່າງຄ່ອງແຄ່ວ ເຊັ່ນ: ແອັບພລີ ເຄຊັນ ຕົວຈິງລວງຕາ (VR), ຕົວຈິງເສີມ (AR) ເພື່ອຈຳລອງປະ ຫວັດສາດ ຄືນໃໝ່, ແນະນຳວັດທະນະທຳ, ສ້າງປະສົບການທີ່ແປກໃໝ່ ໃຫ້ແກ່ນັກທ່ອງທ່ຽວ. ໜ້າເວັບໄຊພິເສດ ບຸນເຕັດ ຂອງໜັງສືພິມ ເຍິນເຢິນ ດ້ວຍ ແອັບພລິເຄຊັນ ຂຽນຕົວໜັງສື ວິຈິດສິນ ພາສາ ຫວຽດນາມ ແມ່ນຕົວຢ່າງທີ່ພົ້ນເດັ່ນ.
ນອກຈາກນັ້ນ, ບັນດາລາຍການສະແດງສິລະປະ, ອາຫານການກິນ ຈາກເຂດແຄວ້ນຕ່າງໆ ໄດ້ຮັບການຈັດຕັ້ງ ມີຂະໜາດໃຫຍ່ ກວ່າເກົ່າ, ຊ່ວຍໃຫ້ປະຊາຊົນ ແລະ ນັກທ່ອງທ່ຽວ ໄດ້ຄົ້ນຫາ ຄວາມອຸດົມສົມບູນ ຂອງ ວັດທະນະທຳ ຫວຽດນາມ. ບັນດາ ກິດ ຈະກຳ ໂຄສະນາ, ສຶກສາອົບຮົມ ກ່ຽວກັບປະຫວັດສາດ ແລະ ວັດ ທະນະທຳ ໄດ້ຮັບການຊຸກຍູ້ຢ່າງແຮງ, ໂດຍສະເພາະແມ່ນ ໃນ ຖັນແຖວໄວໜຸ່ມ, ຊ່ວຍໃຫ້ຄົນຮຸ່ນຫຼັງ ຍິ່ງຮັກ ແລະ ຫວງແຫນ ມໍລະດົກ ຂອງຊາດ.
ລະດູບານໃໝ່ ປີມະເມຍ 2026 ບໍ່ພຽງແຕ່ແມ່ນ ລະດູ ແຫ່ງງານບຸນປະເພນີ ເທົ່ານັ້ນ, ແຕ່ຍັງແມ່ນ ລະດູແຫ່ງການ ເຜີຍແຜ່ ແລະ ຈະເລີນຮຸ່ງເຮືອງ ທາງວັດທະນະທຳ ອີກດ້ວຍ. ຄວາມມານະພະ ຍາຍາມ ໃນການຈັດຕັ້ງປະຕິບັດມະຕິ ເລກທີ 80 ໄດ້ ແລະ ກຳລັງສະແດງໃຫ້ເຫັນເຖິງ ປະສິດທິຜົນຢ່າງຈະແຈ້ງ, ຊ່ວຍໃຫ້ ວັດທະນະທຳ ຫວຽດນາມ ນັບມື້ນັບຢັ້ງຢືນຖານະບົດບາດ, ບໍ່ພຽງແຕ່ແມ່ນມໍລະດົກອັນລ້ຳຄ່າເທົ່ານັ້ນ, ແຕ່ຍັງແມ່ນກໍາລັງແຮງພາຍໃນ, ແມ່ນແຮງຊຸກດັນ ເພື່ອໃຫ້ປະເທດຊາດ ກ້າວໄປຂ້າງໜ້າຢ່າງໜັກແໜ້ນ ໃນຍຸກສະໄໝໃໝ່.
ບົດໂດຍ: ທົງທ້ຽນ - ພາບໂດຍ: ຫວຽດເກື່ອງ, ກົງດາດ, ແທງຢາງ, ທົງທ້ຽນ - ແປໂດຍ: ບິກລຽນ








