ຂະບວນແຫ່ຊຸດ ອ໋າວຢ່າຍ ຮ່າໂນ້ຍ: ມໍລະດົກ ທີ່ກ້າວໄປພ້ອມກັບການເວລາ
ທ່າມກາງສະຖານທີ່ອັນເກົ່າແກ່ ຂອງໜອງ ຮວ່ານກຽມ, ມວນຊົນຫຼາຍກວ່າ 1.000 ຄົນໄດ້ພາກັນແຕ່ງກາຍ ດ້ວຍຊຸດ ອ໋າວຢ່າຍ ແບບດັ້ງເດີມ ແລະ ທັນສະໄໝ, ເຊິ່ງໄດ້ສ້າງເປັນຂະບວນແຫ່ ທີ່ສະຫງ່າງາມ ແລະ ເຕືອນໃຫ້ຄິດເຖິງການເດີນທາງ ຂອງ ມໍລະດົກ ຫວຽດ ນາມ ທີ່ໄດ້ຢູ່ຄູ່ກັບຊາດ ມາຫຼາຍສະຕະວັດ. ພາຍໃຕ້ສີສັນ ຂອງ ລະດູໃບໄມ້ຫຼົ່ນທີ່ອ່ອນໂຍນ, ງານດັ່ງກ່າວ ໄດ້ສິ້ນສຸດລົງ ດ້ວຍເທສະການ ອ໋າວຢ່າຍ ທ່ອງທ່ຽວ ຮ່າໂນ້ຍ 2025, ພ້ອມທັງເຜີຍແຜ່ສານກ່ຽວກັບນະຄອນ ຫຼວງຮ່າໂນ້ຍ ທີ່ຮູ້ຈັກຮັກສາຄວາມຊົງຈຳ ທາງດ້ານວັດທະ ນະທຳ, ແຕ່ຍັງກ້າວຕໍ່ໄປ ພ້ອມກັບການເວລາ.
ໃນຕອນບ່າຍວັນທີ 15ພະຈິກ, ໂຄງການດັ່ງກ່າວ ໄດ້ປ່ຽນຖະໜົນຄົນຍ່າງອ້ອມໜອງຮວ່ານກຽມ ໃຫ້ກາຍເປັນເວທີ ວັດທະນະທຳ ກາງແຈ້ງ, ບ່ອນທີ່ຝຸງຊົນ ແລະ ສີສັນ ຂອງຊຸດ ອ໋າວຢ່າຍ ໄດ້ປະສານເຂົ້າ ກັນກັບຈັງຫວະຊີວິດ ຂອງ ນະຄອນຫຼວງ. ນີ້ແມ່ນຈຸດພົ້ນເດັ່ນສຸດທ້າຍ ຂອງ ເທສະການ ອ໋າວຢ່າຍ ທ່ອງທ່ຽວ ຮ່າໂນ້ຍ 2025, ເຊິ່ງຊຸດ ອ໋າວຢ່າຍ ໄດ້ຮັບການຍົກຍ້ອງໃນຖານະທີ່ເປັນສັນຍາລັກຂອງ ເອກະລັກ ຫວຽດນາມ ແລະ ເປັນຂົວຕໍ່ທີ່ນຳພານັກທ່ອງທ່ຽວ ເຂົ້າໃກ້ຄວາມງາມອັນລະອຽດອ່ອນ ຂອງ ວັດທະນະທຳ ຫວຽດນາມ ຫຼາຍຂຶ້ນ.
ອີງຕາມ ທ່ານ ຫງວຽນເຈິ່ນກວາງ, ຮອງຜູ້ອຳນວຍການ ພະແນກທ່ອງທ່ຽວ ຮ່າໂນ້ຍ, ງານເທສະການ ປີນີ້ ໃນຫົວຂໍ້ “ອ໋າວຢ່າຍ ຮ່າໂນ້ຍ-ສ່ອງແສງແກ່ນສານ ຂອງ ມໍລະດົກ”, ເຊິ່ງໄດ້ຈັດຂຶ້ນແຕ່ວັນທີ 6-9 ພະຈິກ ທີ່ພິພິທະພັນ ຮ່າໂນ້ຍ, ກ່ອນຈະສິ້ນສຸດລົງ ດ້ວຍໂຄງການເດີນຂະບວນແຫ່ ໄປຕາມເສັ້ນທາງອ້ອມໜອງ ຮວ່ານກຽມ. ງານດັ່ງ ກ່າວໄດ້ ຮວມເອົາບັນດາຊ່າງຫັດຖະກຳ, ຊຸມຊົນ ແລະ ມວນຊົນ ເຂົ້າຮ່ວມຢ່າງຫຼວງຫຼາຍ, ໃນນັ້ນມີບ້ານຫັດຖະກຳ ແຈັກຊາ -ສະຖານ ທີ່ທີ່ຮັກສາສີມືໃນການຕັດຫຍິບຊຸດ ອ໋າວຢ່າຍ; ກຸ່ມນຸ່ງຊຸດ ຫວຽດນາມ “ແບກຮວາໂບ້ແຮ່ງ”; ບ້ານ ຮວ່ານກຽມ; ສະໂມສອນມໍລະດົກຊຸດ ອ໋າວຢ່າຍ ຫວຽດນາມ ນະຄອນຫຼວງ ຮ່າໂນ້ຍ ແລະ ອື່ນໆ.
ຂະບວນແຫ່ ໄດ້ຜ່ານໜອງ ຮວ່ານກຽມ ແລະ ຈະຕຸລັດ ດົງກິງເຫງ໊ຍ ຖຸກ, ໄດ້ປະໄວ້ ຮ່ອງຮອຍສີສັນ ທີ່ອ່ອນໂຍນ ຢູ່ກາງເມືອງ ເກົ່າ. ແຕ່ລະກຸ່ມໄດ້ນຳສະເໜີຊຸດ ທີ່ເປັນເຄື່ອງໝາຍ ຂອງ ແຕ່ລະຍຸກສະໄໝທາງປະຫວັດສາດ: ຊຸດ ອ໋າວຫງູ໊ເທິນ (ເສື້ອຫ້າພາກ), ອ໋າວຕື໋ເທິນ(ເສື້ອສີ່ພາກ), ຊຸດເສື້ອຜ້າອາພອນເກົ່າ ຂອງ ລາຊະວົງ ເລ-ຫງວຽນ, ຈົນເຖິງຊຸດ ອ໋າວຢ່າຍ ສະໄໝໃໝ່ທີ່ສະແດງເຖິງ ຈິດໃຈ ແຫ່ງການເຊື່ອມໂຍງ. ຊຸດ ອ໋າວຢ່າຍ ແຕ່ລະຊຸດເປັນເໝືອນ “ສິ້ນສ່ວນຄວາມຊົງຈຳຂອງຜ້າ” ທີ່ເລົ່າເລື່ອງລາວ ກ່ຽວກັບຄວາມອົດທົນ, ຄວາມຄິດສ້າງສັນ ແລະ ຄວາມເຂັ້ມແຂງ ຂອງ ວັດທະນະທຳ ຫວຽດນາມ.
ຜ່ານກິດຈະກຳນີ້, ຂະແໜງການທ່ອງທ່ຽວ ຮ່າໂນ້ຍ ຫວັງວ່າ ຈະບໍ່ພຽງແຕ່ເປັນການຍົກຍ້ອງຊຸດ ອ໋າວຢ່າຍ ເທົ່ານັ້ນ, ແຕ່ຍັງເປັນການປຸກຈິດສຳນຶກແຫ່ງຄວາມ ພູມໃຈໃນຊາດ, ເຊື່ອມໂຍງຄຸນຄ່າດັ້ງເດີມເຂົ້າກັບການພັດທະນາການທ່ອງທ່ຽວ ແບບຍືນຍົງ. ທ່ານ ຫງວຽນເຈິ່ນກວາງ ໃຫ້ຮູ້ວ່າ ຂະແໜງການທ່ອງທ່ຽວຫວັງວ່າ ຊຸດອ໋າວຢ່າຍ ຈະກາຍເປັນ “ທູດທ່ອງທ່ຽວ”, ນຳພາພາບພົດ ຂອງນະຄອນ ຫຼວງ ຮ່າໂນ້ຍ “ປອດໄພ-ເປັນມິດ-ມີຄຸນນະພາບ-ດຶງດູດ” ໄປສູ່ສາຍຕາ ຂອງ ເພື່ອນມິດ ສາກົນ ຫຼາຍຂຶ້ນ.
ບົດ: ແຄ໋ງລອງ/VNP- ພາບ: ແຄ໋ງລອງ, ກົງດາດ - ແປໂດຍ: ຢືຟຽນ














