ກ່າເມົາ - ຈຸດສຸມ ທາງຕອນໃຕ້ສຸດ ຂອງ ປະເທດ

ກ່າເມົາ - ຈຸດສຸມ ທາງຕອນໃຕ້ສຸດ ຂອງ ປະເທດ

ກ່າ​ເມົາ,ດິນແ​ດນ​ອັນສັກສິດ ​ທາງຕອນໃຕ້​ສຸດ​ ຂອງ​ປະ​ເທດ ກຳລັງ ມີການປ່ຽນແປງຢ່າງກ້າວກະໂດດ​ ໃນຄວາມພະຍາຍາມ ກ້າວຂຶ້ນ ກາຍ​ເປັນ​ເສົາຫຼັກ ການເຕີບ​ໂຕ​ ຂອງ​ ເຂດ​ທົ່ງພຽງ​ແມ່​ນ້ຳຂອງ ດ້ວຍ​ບັນດາ​ທ່າ​ໄດ້​ປຽບ ໃນດ້ານເສດຖະກິດ​ທາງທະ​ເລ, ພະລັງງານ​ທົດ​ແທນ, ການທ່ອງທ່ຽວ ​ແລະ ການ​ບໍລິການ​ logistics.

ແຫຼມ ກ່າເມົາ ຢູ່ທາງທິດໃຕ້ ຂອງແຂວງ ກ່າເມົາ. ນີ້​ແມ່ນ​ພາກໃຕ້​ສຸດ ເທິງດິນຕໍ່ແຜ່ນ ຂອງ ​ຫວຽດນາມ. ພາບ: ເລຫງວຽນ

ໂອກາດອັນໃຫຍ່ຫຼວງ ຈາກເສດຖະກິດທາງທະເລ ແລະ ພະລັງງານ ສະອາດ

ກ່າເມົາ ເປັນທ້ອງຖິ່ນໜຶ່ງດຽວ ຂອງ ຫວຽດນາມ ມີ 3 ດ້ານ ຕິດກັບ ທະເລ ດ້ວຍຄວາມຍາວທັງໝົດກວ່າ 250 ກມ, ກວມເອົາ 1/3 ຄວາມ ຍາວ ຝັ່ງທະເລ ທົ່ວເຂດທົ່ງພຽງ ແມ່ນ້ຳຂອງ. ທະເລ ກ່າເມົາ ມີ ເນື້ອ ທີ່ສຳຫຼວດ ແລະ ຂຸດຄົ້ນ ປະມານ 71.000 ກມ2, ຖືວ່າເປັນໜຶ່ງ ໃນ 4 ເຂດ ການປະມົງ ທີ່ສຳຄັນຂອງປະເທດ, ມີປະລິມານສິນທະເລບົ່ມ ຊ້ອນໃຫຍ່ຫຼວງ ແລະ ອຸດົມສົມບູນ, ໃນນັ້ນມີສິນທະເລ ຫຼາຍປະເພດ ທີ່ມີມູນຄ່າສູງ ທາງເສດຖະກິດເຊັ່ນ: ກຸ້ງ, ປາມຶກ, ກະປູ, ປາທູ, ປາຈະ ລະເມັດ, ປາໂດທະເລ..., ບໍລິເວນຊາຍຝັ່ງທະເລ ຍັງສຸດທີ່ເໝາະສົມ ແກ່ການລ້ຽງສິນທະເລ ຂະໜາດໃຫຍ່ເຊັ່ນ: ຫອຍກີ້, ຫອຍແຄງ, ຫອຍນາງລົມ, ກຸ້ງນ້ຳເຄັມ...

ໂດຍໝູນໃຊ້ຄວາມໄດ້ປຽບ ຈາກເງື່ອນ​ໄຂ​ທຳ​ມະ​ຊາດ, ​ໃນ​ຊຸມ​ປີ​ມໍ່ໆ ​ມາ​ນີ້, ​ແຂວງ ກ່າ​ເມົາ ​ໄດ້​ສຸມ​ໃສ່​ພັດທະນາ​ ຂະ​ແໜງ​ການ​ປະມົງ ​ໃນ 3 ຂົງ​ເຂດ​ຄື: ການລ້ຽງ, ຂຸດ​ຄົ້ນ ​ແລະ ປຸງ​ແຕ່ງ. ດ້ວຍ​ຄວາມ​ເອົາ​ໃຈ​ໃສ່ ​ແລະ ການ​ລົງທຶນ​ຢ່າງ​ເໝາະ​ສົມ, ກ່າ​ເມົາ​ ໄດ້​ພັດທະນາ​ ກອງ ກໍາປັ່ນ​ຫາ​ປາ ທ່ີມີປະສິດທິພາບ ຈຳນວນ 4.500 ລຳ.

ກ່າເມົາ ໄດ້ກຳນົດສິນໃນນໍ້າ ແມ່ນຂະແໜງເສດຖະກິດ ປາຍແຫຼມ, ເພາະສະນັ້ນ ແຂວງ ຈຶ່ງມີແຜນ ທີ່ຈະກາຍເປັນສູນກາງ ການລ້ຽງສິນ ໃນນໍ້າ, ການປະມົງ ແລະ ປຸງແຕ່ງສິນໃນນ້ຳ ຂອງ ປະເທດ. ບັນດາ ຜະລິດຕະພັນສິນ​ໃນ​ນ້ຳ​ ຂອງ​ແຂວງ ໄດ້ມີໜ້າ​ຢູ່ 60 ກວ່າ​ປະ​ເທດໃນ ໂລກ, ​ໃນ​ນັ້ນ​ມີຕະຫຼາດ ທີ່ເຂົ້າເຖິງຍາກເຊັ່ນ: ສ ອາ​ເມ​ລິ​ກາ, ຍີ່ປຸ່ນ ​ແລະ EU.


ພິ​ເສດ, ກ່າ​ເມົາ​ ແມ່ນ​ແຂວງ​ນຳ​ໜ້າ​ໃນ​ທົ່ວ​ປະ​ເທດ ກ່ຽວກັບການ ລ້ຽງ ກຸ້ງ ມີເນື້ອ​ທີ່​ ​ເກືອບ 40% ​ແລະ ຜົນ​ຜະລິດ​ ກວມ​ປະມານ 22% ຂອງ​ທົ່ວ​ປະ​ເທດ. ​ເຖິງ​ວ່າ​ມີການ​ຜັນ​ແປ​ຂອງຕະຫຼາດຍ້ອນ​ຜົນ​ກະທົບ ​ຈາກ ​ການ​ແຜ່​ລະບາດ​ ຂອງ​ພະຍາດ​ໂຄ​ວິດ-19 ​ແລະ ການ​ປະ​ທະ​ກັນ ​ດ້ວຍ​ກຳລັງ​ອາວຸດ ​ຢູ່​ບາງ​ປະ​ເທດ​ໃນ​ໂລກ, ໃນສາມປີ ຕິດຕໍ່ກັນຄື 2020, 2021, 2022 ກ່າເມົາ ແມ່ນທ້ອງຖິ່ນ ​ພົ້ນ​ເດັ່ນ​ທີ່​ສຸດ ​ໃນ​ທົ່ວ​ປະ​ເທດ ດ້ວຍ​ຍອດ​ມູນ​ຄ່າ​ ການ​ສົ່ງ​ອອກ​ສິນ​ທະ​ເລ ​ກວ່າ 1 ​ຕື້ ໂດລາ ສະຫະລັດສະເໝີ. 

ທ່ານ ບຸ່ຍ​ຈີ​໋ເຖື້ອງ, ຜູ້ລ້ຽງ​ກຸ້ງ​ ເປັນເວລາຫຼາຍປີ ​ຢູ່​ເມືອງ​ນຳກັ​ນ​ ໃຫ້​ຮູ້​ວ່າ: “ຂ້າ​ພະ​ເຈົ້າ​ມີ​ເນື້ອ​ທີ່​ໜ້າ​ນ້ຳ​ກວ່າ 3 ​ເຮັກຕາ, ລ້ຽງ​ກຸ້ງ​ ໄດ້ 2 ​ລະດູ ການ​ຕໍ່​ປີ, ລະດູການໜຶ່ງແກ່ຍາວປະມານ 90 ຫາ 100 ວັນ, ຫັກລາຍ ຈ່າຍທັງໝົດອອກແລ້ວ ຍັງມີລາຍຮັບປະມານ 2 ຕື້​ດົ່ງ (ປະ​ມານກວ່າ 84 ພັນ ​ໂດລາສະຫະລັດ).

ດ້ວຍ​ຍຸດ​ທະ​ສາດ​ພັດທະນາ ຂະແໜງສິນໃນນໍ້າ ທີ່​ຍືນ​ຍົງ, ປັບຕົວ ເຂົ້າກັບການປ່ຽນແປງ ຂອງ ສະພາບດິນຟ້າອາກາດ, ສຸມ​ໃສ່​ ການ ເຊື່ອມໂຍງ​ ເຂົ້າ​ກັບ​ສາກົນ​ຢ່າງ​ເລິກ​ເຊິ່ງ, ກ່າ​ເມົາ ​ສາມາດ ເຊື່ອໝັ້ນ ຕົນເອງ ​ມຸ່ງ​ສູ່​ເປົ້າໝາຍ​ ເຖິງປີ 2030 ​ຈະບັນລຸ​ ວົງ​ເງິນ​ສົ່ງ​ອອກ ​1,65 ຕື້ ໂດລາສະຫະລັດ.


ນອກຈາກ​ຄວາມ​ສາມາດ​ບົ່ມ​ຊ້ອນ​ ກ່ຽວກັບສິນໃນນ້ຳ ແລ້ວ, ກ່າ​ເມົາ ​ຍັງ​ມີ​ທ່າ​ໄດ້​ປຽບ ​ຢ່າງ​ໃຫຍ່​ຫຼວງ​ ໃນ​ການ​ພັດທະນາ ​ການ​ບໍລິການ logistics ​ຍ້ອນມີທີ່ຕັ້ງ ເປັນຈຸດ​ໃຈກາງ​ ຂອງ​ເຂດ​ນ່ານນ້ຳ​ສາກົນ ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ມີເຂດ​ທະ​ເລ​ ຕິດ​ກັບ​ ເຂດທະ​ເລ​ ຂອງ ບັນດາປະເທດ ໄທ, ມາ​ເລ​ເຊຍ, ອິນ​ໂດ​ເນ​ເຊຍ ​ທັງຕັ້ງຢູ່ ແລວເສດຖະກິດ ພັດທະນາ ພາກໃຕ້ ຂອງ ໂຄງການຮ່ວມມື ພັດທະນາ ອະນຸພາກພື້ນ ແມ່ນ້ຳຂອງ ເປີດກວ້າງ. ກ່າເມົາ ຍັງມີ ໝູ່ເກາະ ຮ່ອນຄວາຍ ທີ່ມີເງື່ອນໄຂ ຢ່າງຄົບຖ້ວນ ເພື່ອສ້າງເປັນ ທ່າກຳປັ່ນ ຂະໜາດໃຫຍ່. ນີ້​ແມ່ນ​​ທ່າ​ໄດ້​ປຽບ ​ເຮັດ​ໃຫ້ ​ກ່າ​ເມົາ​ ກາຍ​ເປັນ​ສູນ​ກາງ ​ການ​ບໍລິການ logistics, ​ເຊື່ອມ​ຕໍ່​ການພົວພັນ ແລກປ່ຽນຄ້າຂາຍ ​ຂອງ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ ຢູ່ຕາມ​ຝັ່ງ​ທະ​ເລ​ທາງທິດ​ໃຕ້​ ຂອງ​ອະນຸພາກພື້ນ ແມ່ນໍ້າຂອງເປີດກວ້າງ.

ທ່າແຮງ ​ອີກ​ອັນ​ໜຶ່ງ​ຂອງ ​ກ່າ​ເມົາ ​ແມ່ນ​ພະ​ລັງ​ງານ​ສະ​ອາດ, ພະ​ລັງ​ງານ​ທົດ​ແທນ. ທ່າແຮງດັ່ງກ່າວ ບໍ່ພຽງແຕ່ ສາມາດ ປະກອບສ່ວນ ອັນ ໃຫຍ່ຫຼວງ ໃຫ້ແກ່ແຫຼ່ງພະລັງງານແຫ່ງຊາດເທົ່ານັ້ນ, ແຕ່ຍັງຊ່ວຍໃຫ້ ທ້ອງຖິ່ນ ຮັບປະກັນ ຄວາມໝັ້ນຄົງ ດ້ານພະລັງງານ ເພື່ອເລັ່ງການ ພັດທະນາເສດຖະກິດ-ສັງຄົມ. ພ້ອມ​ກັນ​ນັ້ນ, ນີ້​ກໍ່​ແມ່ນ​ການ​ສະ​ແດງ​ໃຫ້​ເຫັນ​ຄຳ​ໝັ້ນ​ສັນຍາ​ ຂອງ​ການ​ເຕີບ​ໂຕ​ ທີ່ເປັນມິດ ຕໍ່ສິ່ງແວດລ້ອມ, ຢືນຢັນ​ຍຸດ​ທະ​ສາດ​ພັດ ທະນາ​ເສດຖະກິດ​ທາງ​ທະ​ເລ​ ຂອງ ​ຫວຽດນາມ.

ເປັນທ່ີຮູ້ກັນດີວ່າ ຕາມ​ແຜນ ວິ​ໄສ​ທັດ ເຖິງປີ 2030, ກ່າ​ເມົາ ​ຈະ​ມີ​ໄຟ ຟ້າ ຈາກພະລັງງານ​ລົມ 3.607 ເມກາວັດ. ປັດຈຸ​ບັນ, ມີ 3 ໂຮງງານ​ໄດ້​ເປີດນຳໃຊ້ ​ແລະ ​ເຊື່ອມ​ຕໍ່​ກັບ​ຕາ​ຂ່າຍ​ໄຟຟ້າ​ແຫ່ງ​ຊາດ 100 ເມກາ ວັດ. ​ໃນ​ຕໍ່ໜ້າ, ​ແຂວງ​ ຈະ​ສືບ​ຕໍ່ ​ຜັນ​ຂະຫຍາຍ​ ຫຼາຍ​ໂຄງການ​ຕື່ມ​ອີກ ດ້ວຍ​ຄວາມ​ມຸ່ງ​ຫວັງ ​ປະກອບສ່ວນ ​ສ້າງ​ໄຟຟ້າຈາກພະລັງງານ​ລົມ ກວ່າ 6.500 ເມກາວັດ ​ໃຫ້​ລະບົບ​ໄຟຟ້າ​ແຫ່ງຊາດ​. ນອກ​ຈາກ​ໄຟຟ້າ ພະ​ລັງ​ງານ​ລົມແລ້ວ, ​ກ່າ​ເມົາ ຍັງສົ່ງເສີມເຂົ້າໃນແຜນ ຫຼາຍ​ໂຄງ​ການ ໄຟຟ້າ​ ຈາກພະ​ລັງ​ງານ ​ອາຍ​ແກ​ັ​ສ ​ແລະ ໄຟຟ້າຈາກ ພະລັງງານ​ແສງ​ຕາ​ເວັນ ​ອີກດ້ວຍ.


ດ້ວຍ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ດ້ານ​ເສດຖະກິດ​ທາງ​ທະ​ເລ, ພະລັງ ງານ​ສະອາດ, ການ​ພົວພັນແລກປ່ຽນການຄ້າ​ທາງ​ທະ​ເລ​ສາກົນ​, ການ​ ເຊື່ອມ​ຕໍ່ພາຍໃນ ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ ​ຜ່ານ​ລະບົບ​ທາງນ້ຳ, ທາງ ບົກ ​ແລະ ​ທາງ​ອາກາດ ກໍມີຄວາມ​ສະດວກ, ກ່າ​ເມົາ ກຳລັງມີ​ທ່າ​ໄດ້​ປຽບ​ຢ່າງ​ໃຫຍ່​ຫຼວງ ​ເພື່ອ​ພັດທະນາ​ເສດຖະກິດ - ສັງຄົມ, ບືນຂຶ້ນ ກາຍ​ເປັນ​ເສົາຫຼັກເຕີບໂຕ​ ທີ່​ສໍາ​ຄັນ​ຂອງ “ເຂດດິນ​​ມັງ​ກອນ ເກົ້າໂຕ​”​.

ທ່າແຮງພິເສດ ດ້ານການທ່ອງ​ທ່ຽວ ເຂດດິນ​​ມັງ​ກອນ ເກົ້າໂຕ 

ກ່າເມົາ ຕັ້ງຢູ່ພາກໃຕ້ສຸດຂອງປະເທດ, ເປັນເຂດດິນ ທີ່ມີທິວທັດທຳ ມະຊາດ ທີ່ສວຍງາມ ໜ້າດຶງດູດໃຈ ຂອງປ່າ ແລະ ທະເລ ພ້ອມກັບຊີ ວິດການເປັນຢູ່ ຂອງປະຊາຊົນ ທີ່ເຂັ້ມຂຸ້ນໄປດ້ວຍ ສີສັນວັດທະນະ ທຳ ຂອງ ເຂດແມ່ນໍ້າ ທາງທິດຕາເວັນຕົກ. ຄຽງຄູ່ກັນນັ້ນ, ກ່າເມົາ ຍັງ ຕັ້ງຢູ່ໃນແລວພັດທະນາເສດຖະກິດ ທາງທິດໃຕ້ ຂອງໂຄງການ ຮ່ວມ ມື ພັດທະນາ ອະນຸພາກພື້ນ ແມ່ນ້ຳຂອງ, ເພາະສະນັ້ນມີເງື່ອນໄຂທີ່ ສະດວກ ໃນການພັດທະນາເສດຖະກິດ ທ່ອງທ່ຽວ ກັບບັນດາປະ ເທດ ອາຊີ ຕາເວັນອອກສ່ຽງໃຕ້.

ຢູ່ເຂດທົ່ງພຽງແມ່ນ້ຳຂອງ, ກ່າເມົາ ມີທ່າໄດ້ປຽບຢ່າງໃຫຍ່ຫຼວງ ເມື່ອ ມີທີ່ຕັ້ງຕິດກັບເມືອງທ່ອງທ່ຽວ ແຄມທະເລ ທີ່ມີຊື່ສຽງ ຝູ໋ກວກ ແລະ ໃກ້ ກັບນະຄອນ ເກິ່ນເທີ (ສູນທ່ອງທ່ຽວເຂດທົ່ງພຽງ ແມ່ນ້ຳຂອງ). ​ໃນ​ເຂດ​ທົ່ງພຽງ ​ແມ່​ນ້ຳຂອງ  ຍັງ​ມີ​ສະໜາມ​ບິນ 04 ​ແຫ່ງ (ເກິ່ນເທີ, ຝູ໋ ກວກ, ກ່າ​ເມົາ, ແຣັກຢ໋າ), ​ໃນ​ນັ້ນ​ມີ 02 ສະໜາມ​ບິນ​ສາກົນ, ເພາະ ສະ​ນັ້ນ ​ສຸດທີ່ສະດວກ ​ໃນ​ການ​ເຊື່ອມ​ຕໍ່​ ບັນດາທົວ​ທ່ອງ​ທ່ຽວ​ສາກົນ​ ຈາກ ຝູ໋ກວກ​, ເກິ່ນເທີ ໄປເຖິງ ກ່າ​ເມົາ. ນອກຈາກ​ນັ້ນ, ໂຄງການ​ທ່າ​ກຳ​ປັ່ນທະເລ ​ຮ່ອນຄວາຍ ​ເມື່ອ​​ໄດ້​ຮັບ​ອະນຸມັດ ​ແລະ ລົງທຶນຈາກ ລັດ ຖະບານ​ ​ຈະ​ມີ​ອິດ​ທິພົນ​ຢ່າງ​ໃຫຍ່​ຫຼວງ​ ຕໍ່​ການທ່ອງທ່ຽວ ​ທະ​ເລ​ຂອງ​ແຂວງ.

ກ່ຽວກັບທ່າແຮງບົ່ມຊ້ອນ ທາງດ້ານມໍລະດົກ, ປັດຈຸບັນ, ກ່າເມົາ ມີ ເຂດບູຮານສະຖານ ລະດັບຊາດ 12 ແຫ່ງ ແລະ ເຂດບູຮານສະຖານ ລະດັບແຂວງ 32 ແຫ່ງ; ມີມໍລະດົກ ວັດທະນະທຳ ທີ່ເປັນນາມມະ ທຳ ກວ່າ 40 ແຫ່ງ, ໃນນັ້ນມີ ມໍລະດົກ ວັດທະນະທຳ 3 ແຫ່ງ ຖືກຮັບ ຮອງເປັນມໍລະດົກ ວັດທະນະທຳ ທີ່ເປັນນາມມະທຳ ແຫ່ງຊາດ ເຊັ່ນ: ສິລະປະ ການຂັບ “ເດີ່ນກາຕ່າຍຕື໋” ຢູ່ພາກໃຕ້ ຫວຽດນາມ, ອາຊີບ “ງາກ ແກ່ວ ອອງ” ພື້ນເມືອງ (ອາຊີບດຶງດູດເຜິ້ງ ມາເຮັດຮັງ) ແລະ ອາຊີບເຮັດປູ ດອງ “ບາເຄ໋ຍ” (three-striped crab) ພື້ນເມືອງ. 

ກ່າເມົາ ມີອຸທິຍານແຫ່ງຊາດ ແຫຼມ ກ່າເມົາ ແລະ ອຸທິຍານແຫ່ງ ຊາດ ອູມິງຮ້າ ແມ່ນສອງສະຖານທີ່ທ່ອງທ່ຽວ ຊີວະພາບ ທີ່ມີຊື່ສຽງ. ປ່າສະຫງວນແຫ່ງຊາດ 2 ແຫ່ງນີ້ ໄດ້ຖືກນຳເຂົ້າ ໃນບັນຊີລາຍຊື່ ເປັນ ເຂດອະນຸລັກ ຊີວະນາໆ ພັນໂລກ ໂດຍອົງການ UNESCO. ປີ 2013, ອຸທິຍານ ແຫ່ງຊາດແຫຼມ ກ່າເມົາ ໄດ້ຮັບ ການຮັບຮອງວ່າ ເປັນ ເຂດ Ramsar ຂອງໂລກ. ອຸທິຍານແຫ່ງຊາດ ແຫຼມກ່າເມົາ ແມ່ນ ເຂດປ່າ ນໍ້າເຄັມດົງດິບໃຫຍ່ທີ່ສຸດ ຫວຽດນາມ, ຕິດກັບ ທະເລຕາ ເວັນອອກ ແລະ ທະເລຕາເວັນຕົກ. ນະແຫ່ງນີ້ ມີສັດ ແລະ ພຶກສາ ສາດ ທີ່ອຸດົມສົມບູນ ປະມານ 27/32 ຊະນິດ ປ່ານໍ້າເຄັມ ໄດ້ ພົບ ເຫັນຢູ່ ຫວຽດນາມ, ມີສັດປະມານ 26 ຊະນິດ, ນົກ 93 ຊະນິດ, ສັດ ເລືອຄານ 43 ຊະນິດ, ປາ 139 ຊະນິດ, ສັດເຄິ່ງບົກ ເຄິ່ງນ້ຳ 9 ຊະ ນິດ ແລະ ຫຼາຍຊະນິດທີ່ມີຄ່າ ຫາຍາກ... ໃນນັ້ນມີ 2 ຊະນິດ ໄດ້ ຖືກ ບັນທຶກໄວ້ ໃນປຶ້ມແດງ ຂອງໂລກ ເຊັ່ນ: ລີງຫາງຍາວ, ຄ່າງເງິນ ແລະ ອີກ 4 ຊະນິດ ທີ່ຖືກບັນທຶກໄວ້ ໃນປຶ້ມແດງ ຂອງ ຫວຽດນາມ.


ມາຍັງ ແຫຼມກ່າເມົາ, ນັກ​ທ່ອງ​ທ່ຽວ ​ສາມາດ​ເດີນ​ທາງ​ດ້ວຍ​ເຮືອ​ຈັກ, ເລັດລອດ​ໄປຕາມເຂດ​ປ່າ​ນໍ້າເຄັມ ​ເພື່ອ​ຊົມ​ບັນດາ​ລະບົບ​ນິ​ເວດ ​ທີ່ມີ ຄວາມສວຍງາມ, ​ຢ້ຽມຢາມ​ຕົວ​ແບບ ໝູ່​ບ້ານ​ປ່າ​ ໃນ​ສະ​ໄໝ​ສົງຄາມ ​ທີ່​ໄດ້​ຮັບ​ການ​ຮັກສາ​ໄວ້ ​ຢ່າງ​ສົມບູນ ​ເພື່ອ​ເຂົ້າ​ໃຈ ​ກ່ຽວ​ກັບ​ຊີວິດ​ການ​ເປັນ​ຢູ່ ​ຂອງ​ທະຫານ ​ແລະ ປະຊາຊົນ​ ເຂດ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້ ໃນສະ ໄໝສົງຄາມຕໍ່ຕ້ານ ອາເມລິກາ ແລະ ສຳຜັດກັບວິຖີຊີວິດ ທີ່ເຕັມໄປ ດ້ວຍສີສັນ ຂອງເຂດແມ່ນໍ້າລຳເຊ ທາງທິດຕາເວັນຕົກເຊັ່ນ ລຸຍ ແມ່ ນ້ຳ ຈັບປູ, ຕຶກເບັດ... ແລະ ການຫຼິ້ນພື້ນເມືອງ ອີກຫຼາຍຢ່າງ ຊຶ່ງດຶງ ດູດນັກທ່ອງທ່ຽວ ເຂົ້າຮ່ວມເປັນຈໍານວນຫຼາຍ.

ກ່າເມົາ ຍັງເປັນດິນແດນທີ່ມີຊື່ສຽງ ກ່ຽວກັບອາຫານພື້ນເມືອງ ທີ່ມີ ລົດຊາດ ທາງພາກໃຕ້ ດ້ວຍຫຼາຍເຍື່ອງພິເສດເຊັ່ນ: ປູດອງ “ບາເຄ໋ຍ”, ນໍ້າປາ ຜະລິດຈາກປາຈະລະເມັດ, ປາຕີນ (ໃນຕະກຸນປາບູ່) ຕົ້ມເຄັມ, ຫອຍກີ້ ໜຶ້ງກັບ ຂີງ, ປີ້ງຫອຍນາງລົມ... ພິ​ເສດ​ແມ່ນ ລາຍການ​ອາ​ຫານ​ ປູ ກ່າ​ເມົາ​ ທີ່ ຫອມແຊບ ມີ​ຊື່​ສຽງ​​ທົ່ວ​ປະ​ເທດ.


ໃນ​ຊຸມ​ປີ​ມໍ່ໆ​ ມາ​ນີ້, ​ແຂວງ​ ກ່າ​ເມົາ ​ໄດ້​ສຸມໃສ່​ຊຸກຍູ້​ການ​ພັດທະນາ ​ການທ່ອງທ່ຽວ ຊີວະພາບ, ​ໂດຍ​ສະ​ເພາະ​ແມ່ນ​ ​ພັດທະນາ​ການ ທ່ອງ ທ່ຽວ​ແບບ​ຊຸມ​ຊົນ ດ້ວຍບັນດາ​ທົວທ່ອງ​ທ່ຽວ​ ປ່າ ແລະ ທ່ອງທ່ຽວ ຢູ່ ຕາມດອນແຄມທະເລ ເພື່ອການເພີດເພີນ. 

ຕາມ​ທິດ​, ກ່າ​ເມົາ​ ຈະ​ສຸມ​ໃສ່​ພັດທະນາ​ເສດຖະກິດ ​ການທ່ອງທ່ຽວ​ແບບ​ຍືນ​ຍົງ, ຮັກສາສີສັນ​ວັດທະນະທຳ ​ຂອງ​ຊາດ, ອະນຸລັກ​ ຮັກສາ ​ແລະ ເສີມຂະຫຍາຍບັນດາ​ຄຸນຄ່າ​ທຳ​ມະ​ຊາດ​ ແຫຼ່ງທ່ອງ​ທ່ຽວ. ພັດ ທະນາ​ການທ່ອງທ່ຽວ​​ໂດຍອີງໃສ່ທຳ​ມະ​ຊາດ, ​ເນັ້ນມີ​ການ​ເຂົ້າ​ຮ່ວມ​ຂອງ​ຊຸມ​ຊົນ, ສົມທົບ​​ພັດທະນາ​ການທ່ອງທ່ຽວ​ ກັບ​ການ​ກໍ່ສ້າງ ​ຊົນນະ ບົດ​ໃໝ່, ພັດທະນາ​ການທ່ອງທ່ຽວ​ ກ່າ​ເມົາ ຕິດພັນກັບ ​ການ​ພັດທະນາ ​ການທ່ອງທ່ຽວ​ລວມ ​ຂອງ​ບັນດາ​ແຂວງ, ນະຄອນ ​ໃນ​ພາກ​ພື້ນ ​ແລະ ທົ່ວປະເທດ. 

ສັນ​ຍາ​ລັກ​ຂອງ​ເຮືອ​ ເດິດ​ໝຸ໊ຍ ໃນເຂດ​ທ່ອງ​ທ່ຽວ​ແຫ່ງ​ຊາດ ແຫຼມກ່າ​ເມົາ. ພາບ: ຮີ່ວນເລີມ

ກ່າເມົາ ແມ່ນໜຶ່ງໃນ 4ແຂວງ, ນະຄອນ ເສດຖະກິດຈຸດສຸມ ຂອງ ເຂດທົ່ງພຽງແມ່ນ້ຳຂອງ. ທິດ​​ທາງຂອງ​ແຂວງ​ແມ່ນ​ການ​ພັດທະນາ​ເສດຖະກິດ ​ຕ້ອງ​ຕິດ​ພັນ​ກັບ​ ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ເປັນ ເຈົ້າການ ໃນການປັບຕົວ ​ເຂົ້າ​ກັບ ​ການ​ປ່ຽນ​ແປງ​ ຂອງ​ດິນ​ຟ້າ​ອາກາດ, ປ້ອງ​ກັນ ແລະ ສະກັດກັ້ນ​ພະຍາດ​ລະບາດ​ ຢ່າງ​ມີ​ປະສິດທິ​ຜົນ. ສຸມໃສ່ພັດທະນາເສດຖະກິດທະເລ, ການທ່ອງທ່ຽວ, ພະລັງງານ ທົດແທນ ເພື່ອຂຸດຄົ້ນ ຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ ຂອງ ແຂວງ, ສ້າງບາດກ້າວບຸກທະລຸ ໃນການພັດທະນາເສດຖະກິດ ຢ່າງວ່ອງໄວ ແລະ ຍືນຍົງ.

ບົດ: ທົງຫາຍ - ພາບ: ເລຫງວຽນ, ຫງວຽນຖັ໋ງ, ຮີ່ວນເລີມ, ເລມິງ, ຮວ່າງຮ່າ ແລະ ຮ໋ຽວຫງວຽນ - ແປໂດຍ: ບິກລຽນ


top