ກາແລັມ ຈ່າງຕ່ຽນ - ລົດຊາດ ແຫ່ງຄວາມຊົງຈຳ ຂອງ ຮ່າໂນ້ຍ

ກາແລັມ ຈ່າງຕ່ຽນ - ລົດຊາດ ແຫ່ງຄວາມຊົງຈຳ ຂອງ ຮ່າໂນ້ຍ

ກຳເນີດຂຶ້ນ ໃນປີ 1958 ຢູ່ແຄມ ໜອງເກືອມ, ກາແລັມ ຈ່າງຕ່ຽນ ບໍ່ພຽງແຕ່ແມ່ນ ຂອງຝາກ ທ່ີເຢັນສົດຊື່ນ ເທົ່ານັ້ນ, ແຕ່ຍັງເປັນ ສ່ວນໜຶ່ງ ແຫ່ງຄວາມຊົງຈຳ ຂອງ ຊາວ ຮ່າໂນ້ຍ ມາຫຼາຍເຊັ່ນຄົນ, ຮັກສາໄວ້ ຄວາມສະເໜ່ ທ່ີລຽບງ່າຍ ຂອງ ອາຫານການກິນ ແລະ ຊີວິດການເປັນຢູ່ຕາມຄຸ້ມຖະໜົນ.

ເຄື່ອງໝາຍການຄ້າ ກາແລັມ ຈ່າງຕ່ຽນ ໄດ້ກຳເນີດຂຶ້ນໃນປີ 1958 ຢູ່ແຄມ ໜອງເກືອມ, ກາຍເປັນມໍລະດົກ ອາຫານການກິນ ຂອງ ຮ່າໂນ້ຍ. ພາບ: ເຈິ່ນແທັງຢາງ/VNP
 

ທ່າມກາງຈັງຫວະຊີວິດ ທີ່ທັນສະໄໝ, ເມື່ອ ກາແລັມ ນັບມື້ນັບຫຼາກຫຼາຍຊະນິດ ແລະ ພິຖີພິຖັນ, ກາແລັມ ຈ່າງຕ່ຽນ ຍັງຄົງຮັກສາ ຄວາມລຽບງ່າຍ ຕັ້ງແຕ່ຮູບຮ່າງ ຈົນເຖິງລົດຊາດ. ບັນດາກ້ອນ ກາແລັມ ທີ່ມີລົດຊາດ, ກິ່ນຫອມອ່ອນໆ ຂອງ ເຂົ້າເໝົ້າ, ລົດມັນ ຖົ່ວຂຽວ, ລົດມັນ ໝາກພາ້ວ ທ່ີເຂັ້ມຂົ້ນ ຫຼື ໂຊໂກລາ ທ່ີຫວານນຸ່ມ ໄດ້ກາຍເປັນສ່ວນໜຶ່ງແຫ່ງຄວາມຊົງຈຳ ຂອງ ຊາວ ຮ່າໂນ້ຍ ມາຫຼາຍເຊັ່ນຄົນ.

ກາແລັມ ຈ່າງຕ່ຽນ ມີຫຼາກຫຼາຍປະເພດ ເພື່ອໃຫ້ລູກຄ້າ ສາມາດເລືອກເຟັ້ນ. ພາບ: ເຈິ່ນແທັງຢາງ/VNP
ຜ່ານຜ່າຄວາມຂຶ້ນໆລົງໆນານາປະການ, ກາແລັມ ຈ່າງຕ່ຽນ ຍັງຄົງເປັນຈຸດນັດພົບທີ່ຄຸ້ນເຄີຍຂອງຊາວ ຮ່າໂນ້ຍ. ພາບ: ເຈິ່ນແທັງຢາງ/VNP
 

ຈຸດດັ່ນ ໃນວັດທະນະທຳ ການລິ້ມລອງ ກາແລັມ ຈ່າງຕ່ຽນ ແມ່ນ “ກິນ ກາແລັມ ຢືນ”. ຢູ່ຮ້ານ ເລກທີ 35 ຈ່າງຕ່ຽນ, ລູກຄ້າ ຈະລຽນແຖວຊື້ ແລ້ວຊີມລົດຊາດ ຂອງຫວານ ຊະນິດນີ້ ຢູ່ທີ່ຮ້ານເລີຍ ຫຼື ຍ່າງອ້ອມ ເຂດໜອງເກືອມ ທັງລິ້ມລອງ ກາແລັມ. ດ້ວຍຄວາມລຽບງ່າຍ ແລະ ບໍ່ຖືຕົວ, ວິທີກິນແບບນີ້ ໄດ້ສ້າງເປັນຮູບພາບ ທີ່ເປັນເອກະລັກ ສະເພາະຂອງ ຮ່າໂນ້ຍ.

ພື້ນທີ່ສະອາດ ແລະ ສວຍງາມ ຢູ່ພາຍໃນຮ້ານເຄື່ອງໝາຍການຄ້າ ກາແລັມ ຈ່າງຕ່ຽນ. ພາບ: ເຈິ່ນແທັງຢາງ/VNP

ຫຼັງວັນທີ 15 ກັນຍາ 2026, ກາແລັມ ຈ່າງຕ່ຽນ ຈະຢຸດໃຫ້ ບໍລິການ ຢູ່ ເຮືອນເລກທີ 35 ຈ່າງຕ່ຽນ. ລູກຄ້າ ຍັງຄົງສາມາດ ຮັບປະທານ ກາແລັມ ທີ່ຄຸ້ນເຄີຍນີ້ ຢູ່ 3 ຈຸດໃກ້ເຂດ ໜອງເກືອມຄື: ເຮືອນເລກທີ 18 ຮ່າງບ່າຍ, ເຮືອນເລກທີ 44 ຈ່າງຕ່ຽນ ແລະ ເລກທີ 18 ໂງກວ່ຽນ. ໃນຂະນະດຽວກັນ ທາງເຄື່ອງໝາຍການຄ້ານີ້ ຍັງໄດ້ຂະຫຍາຍເຄືອຄ່າຍຕົວແທນຈຳໜ່າຍ ແລະ ຈຸດຂາຍ ອີກຫຼາຍກວ່າ 400 ແຫ່ງ ໃນທ່ົວປະເທດ (ໄລ່ຮອດປີ 2025), ນຳເອົາລົດຊາດ ກາແລັມ ຈ່າງຕ່ຽນ ມາໃກ້ຊິດ ກັບລູກຄ້າ ໃນຫຼາຍທ້ອງຖິ່ນຍິ່ງຂຶ້ນ.

ກາແລັມ ຈ່າງຕ່ຽນ - ຂອງຂວັນຕ້ອນຮັບນັກທ່ອງທ່ຽວທີ່ມາຢ້ຽມຢາມນະຄອນຫຼວງ. ພາບ: ເຈິ່ນແທັງຢາງ/VNP
ກາແລັມໄມ້ - ຂອງຂວັນແຫ່ງຄວາມຊົງຈຳໃນໄວເດັກທີ່ລຽບງ່າຍ, ເກັບຮັກສາຄວາມຊົງຈຳ ແລະ ລົດຊາດຂອງຫຼາຍເຊັ່ນຄົນ ໃນຊຸມປີແຫ່ງສະໄໝເກື້ອກູນ ທີ່ເຕັມໄປດ້ວຍຄວາມຍາກລຳບາກ. ພາບ: ເຈິ່ນແທັງຢາງ/VNP
ບັນດາເພື່ອນໜຸ່ມສາວ ຖ່າຍຮູບເຊັກອິນ ຢູ່ພື້ນທີ່ຮ້ານກາແລັມ ຈ່າງຕ່ຽນ. ພາບ: ເຈິ່ນແທັງຢາງ/VNP
 

ຕັ້ງແຕ່ສະໄໝເກື້ອກຸນ ຈົນເຖິງຊີວິດການເປັນຢູ່ ໃນທຸກວັນນີ້, ກາແລັມ ຈ່າງຕ່ຽນ ຍັງຄົງປາກົດຕົວ ໃນຊີວິດການເປັນຢູ່ປົກກະຕິ ຂອງ ຮ່າໂນ້ຍ, ຕັ້ງແຕ່ຜູ້ເຖົ້າ, ບັນດາຄູ່ຮັກ ໄປຈົນເຖິງເດັກນ້ອຍ. ໃນປີ 2023, ກາແລັມ ຈ່າງຕ່ຽນ ໄດ້ TasteAtlas ຈັດເຂົ້າໃນ ບັນຊີລາຍຊື່ 100 ຮ້ານ ກາແລັມ ໃນຕຳນານ ຂອງໂລກ.  

ສຳລັບຊາວ ຮ່າໂນ້ຍ, ກາແລັມ ຈ່າງຕ່ຽນ ບໍ່ພຽງແຕ່ແມ່ນ ຂອງຫວານ ຜ່ອນຄາຍຄວາມຮ້ອນເທົ່ານັ້ນ, ແຕ່ຍັງແມ່ນ ລົດຊາດ  ທີ່ເຮັດໃຫ້ນຶກເຖິງຮູບພາບ ຮ່າໂນ້ຍທີ່ລຽບງ່າຍ, ໃກ້ຊິດ ແລະ ເປັນທ່ີຮັກແພງອີກດ້ວຍ.

ບົດ ແລະ ພາບ: ເຈິ່ນແທັງຢາງ/VNP


top