ກາລະໂອກາດໃໝ່ ໃນການຮ່ວມມືດ້ານເສດຖະກິດ ຫວຽດນາມ-ຈີນ

ກາລະໂອກາດໃໝ່ ໃນການຮ່ວມມືດ້ານເສດຖະກິດ ຫວຽດນາມ-ຈີນ

ພາຍຫຼັງເກືອບ 75 ປີແຫ່ງການສ້າງຕັ້ງ ສາຍພົວພັນທາງການທູດ (18 ມັງກອນ 1950–18 ມັງກອນ 2025), ສສ ຫວຽດນາມ ແລະ ສປ ຈີນ ຍາມໃດກໍ່ຮັກສາ ຖ່ວງທ່າພັດທະນາອັ ນດີງາມ ແລະ ບັນລຸໄດ້ ໝາກຜົນສຳຄັນຫຼາຍຢ່າງ. ການຢ້ຽມຢາມ ສປ ຈີນ ເມື່ອບໍ່ດົນມານີ້ ຂອງ ສະຫາຍ ໂຕເລີມ ເລຂາທິການໃຫຍ່, ປະທານປະເທດ ແລະ ພັນລະຍາ ໄດ້ກາຍເປັນຂີດໝາຍໃໝ່, ເປີດໄລຍະພັດທະນາ ຢ່າງແຂງແຮງ ໃນການພົວພັນ ລະຫວ່າງສອງປະເທດ, ພິເສດ ແມ່ນການຮ່ວມມືດ້ານການຄ້າ ແລະ ການລົງທຶນ.

 

ຄວາມ​ໃກ້​ຄຽງ​ທາງ​ດ້ານ​ພູມ​ສາດ, ປະເພນີໃຊ້ສອຍ ທີ່​ຄ້າຍຄື​ກັນ ​ລະ ຫວ່າງ​ ປະຊາຊົນ ​ຫວຽດນາມ ​ແລະ  ຈີນ, ບວກ​ກັບ​ການ​ພົວພັນ​ດ້ານ​ການ​ຄ້າ​ແບບ​ດັ້ງ​ເດີມ ​ທີ່​ມີ​ມາ​ແຕ່​ດົນ​ນານ ​ໄດ້​ສ້າງ​ທ່າ​ໄດ້​ປຽບ​ຢ່າງ​ໃຫຍ່​ຫຼວງ​ ໃຫ້​ແກ່​ສິນຄ້າ​ສົ່ງ​ອອກ​ຂອງ​ ຫວຽດນາມ​ໄປ​ຍັງ​ຕະຫຼາດ​ແຫ່ງ​ນີ້.

ຕາມຂໍ້ມູນ ຂອງກົມພາສີ ຫວຽດນາມ, ປີ 2023 ວົງເງິນສົ່ງອອກ ລະ ຫວ່າງ ຫວຽດນາມ ແລະ ຈີນ ໄດ້ບັນລຸ 61,2 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 5,6% ເມື່ອທຽບກັບປີ 2022. ສະເພາະໃນ 7 ເດືອນ ຂອງປີ 2024, ວົງເງິນການສົ່ງອອກ-ນຳເຂົ້າ ສິນຄ້າລະຫວ່າງ ຫວຽດນາມ-ຈີນ ບັນລຸ 112,2 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 25% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີ 2023. ຈີນ​ ສືບ​ຕໍ່​ແມ່ນ​ຄູ່​ຮ່ວມ​ມື​ດ້ານການ​ຄ້າ, ເປັນຕະຫຼາດ​ນຳ​ເຂົ້າ ລາຍ​ໃຫຍ່ທີ່ສຸດ ແລະ ເປັນຕະຫຼາດ ສົ່ງອອກ ໃຫຍ່ອັນດັບ 2 ຂອງ ຫວຽດນາມ. 

ໃນດ້ານຜະລິດຕະພັນ, ຫວຽດນາມ ສົ່ງອອກໄປຍັງ ຈີນ ບັນດາປະ ເພດສິນຄ້າຄື: ໂທລະສັບມືຖື, ສິ້ນສ່ວນຍ່ອຍ, ອຸປະກອນ ເອເລັກໂຕຣນິກ, ຢາງພາລາ, ຜະລິດຕະພັນກະສິກຳ, ສິນທະເລ... ແລະ ນຳເຂົ້າຈາກ ຈີນ ບັນດາຜະລິດຕະພັນຄື: ເຄື່ອງຈັກ, ອຸປະກອນ, ວັດຖຸດິບໃນການຜະລິດ ຂອງ ອຸດສາຫະກໍາຕັດຫຍິບ, ເກີບໜັງ, ເຫຼັກ ແລະ ເຫຼັກກ້າ, ອຸປະກອນການກໍ່ສ້າງ... ຕະຫຼອດຮອດເຄື່ອງໃຊ້ ຊີວິດປະຈໍາວັນ.

ທ່າ​ກຳ​ປັ່ນ​ສາກົນ Gemalink ​ໃນ​ກຸ່ມ​ທ່າ​ກຳ​ປັ່ນ​ນ້ຳ​ເລິກ ກ໋າຍແມັບ-ທິຫວາຍ, ​ເມືອງ ຝູ໋ໝີ໊, ແຂວງ ບ່າເຣ້ຍ-ຫວຸ໊ງເຕົ່າ ​ແມ່ນ​ຈຸດ​ໃຈກາງ​ ຂອງ​ພາກ​ໃຕ້​ ​ສົ່ງ​ອອກ​ສິນຄ້າ​ສະເພາະໄປຍັງ​ຕະຫຼາດ​ຈີນ. ພາບ: VNA

ຫວ່າງມໍ່ໆ ມານີ້, ຫວຽດນາມ ແລະ ຈີນ ໄດ້ເຊັນສັນຍາຮ່ວມມື ສອງຝ່າຍ ແລະ ສັນຍາຫຼາຍຝ່າຍ ຫຼາຍສະບັບຄື: ສັນຍາການຄ້າເສລີ ອາຊຽນ-ຈີນ (ACFTA), ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານ ພາກພື້ນ (RCEP); ໃນໄລຍະຈະມາເຖິງ, ຈີນ ພວມຊຸກຍູ້ ການເຂົ້າຮ່ວມສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP)...

ເນື່ອງໃນໂອກາດ ຢ້ຽມຢາມທາງລັດຖະກິດ ຂອງ ສະຫາຍເລຂາທິ ການໃຫຍ່, ປະທານປະເທດ ໂຕເລີມ ຢູ່ ສາທາລະນະລັດ ປະຊາຊົນ ຈີນ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ແລະ ກົມໃຫຍ່ພາສີ ຈີນ ໄດ້ລົງນາມອະນຸສັນຍາສຳຄັນ 3 ສະບັບ, ເປີດຊ່ອງທາງ ໃຫ້ການສົ່ງອອກ ໝາກພ້າວສົດ, ທຸລຽນແຊ່ເຢັນ ແລະ ແຂ້ ໄປຍັງຕະຫຼາດ ຈີນ. ຈີນ ຍັງຄົງເປັນຕະຫຼາດນຳເຂົ້າຜັກ ແລະ ໝາກໄມ້ ລາຍໃຫຍ່ທີ່ສຸດ ຈາກ ຫວຽດນາມ, ກວມ 64% ຍອດມູນຄ່າ ການສົ່ງອອກ ທັງໝົດກັບ 2,1 ຕື້ ໂດລາສະຫະລັດ ໃນ 6 ເດືອນຕົ້ນປີ, ເພີ່ມຂຶ້ນ 22% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

ໃນຂອບເຂດການຢ້ຽມຢາມ, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ຢືນຢັນວ່າ: ຈີນ ພ້ອມແລ້ວທີ່ຈະ ເພີ່ມທະວີ ການນຳເຂົ້າຜະລິດຕະພັນກະເສດ ຂອງ ຫວຽດນາມ, ສ້າງເງື່ອນໄຂສະດວກ ໃຫ້ບັນດາຜະລິດຕະພັນກະເສດ ຄຸນນະພາບ ສູງ ຂອງ ຫວຽດນາມ ເຂົ້າສູ່ຕະຫຼາດ ຈີນ. ພ້ອມດຽວກັນ, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ສະເໜີ ໃຫ້ສອງຝ່າຍ ເພີ່ມທະວີການຮ່ວມມື ດ້ານການລົງທຶນ ເຂົ້າໃນບັນດາຂົງເຂດທີ່ ຈີນ ມີທ່າໄດ້ປຽບຫຼາຍຢ່າງຄື: ເສດຖະກິດສີຂຽວ ແລະ ເສດຖະກິດ ດີຈີຕອນ.

 

ໃນດ້ານການລົງທຶນ, ຕາມກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ ມີ 91 ປະເທດ ແລະ ເຂດແຄວ້ນ ລົງທຶນເຂົ້າ ຫວຽດນາມ ໃນ 7 ເດືອນຕົ້ນປີ 2024. ສັງເກດ ກ່ຽວກັບຈຳນວນເງິນລົງທຶນ, ສິງກະໂປເປັນປະເທດນຳໜ້າ, ແຕ່ ຈີນ ແມ່ນຄູ່ຮ່ວມມື ແຖວໜ້າ ກ່ຽວກັບຈຳນວນໂຄງການລົງທຶນໃໝ່. ແຫຼ່ງທຶນ FDI ຂອງ ຈີນ ຍັງສືບຕໍ່ ໄຫຼເຂົ້າສູ່ ຫວຽດນາມ.

ທ່ານລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ຫງວຽນຈີ໋ຢຸ້ງ ໃຫ້ຮູ້ວ່າ: ສິ່ງທີ່ພົ້ນເດັ່ນທີ່ເຫັນໄດ້ງ່າຍກວ່າໝູ່ແມ່ນ ແຫຼ່ງທຶນ FDI ຈາກ ຈີນ ໄດ້ມີການປະກົດຕົວ ທ່ີມີຊື່ສຽງ ຂອງບັນດາກຸ່ມວິສາຫະກິດສາ ກົນ ໃນຂົງເຂດເຕັກໂນໂລຊີ, ໄຟຟ້າ-ເອເລັກໂຕຣນິກ, ປຸງແຕ່ງ, ປະດິດສ້າງ, ພື້ນຖານໂຄງລ່າງ, ພະລັງງານທົດແທນ, ລົດໄຟຟ້າ... ໃນຊຸມປີມໍ່ໆ ມານີ້, ທຶນ FDI ຂອງ ຈີນ ໄດ້ຫັນຈາກ ບັນດາຂະແໜງ ການຜະລິດ ແລະ ໃຊ້ແຮງງານ ຜະລິດເຄື່ອງເຟີນີເຈີ ໃນຄົວເຮືອນ, ເຫຼັກ ແລະ ເຫຼັກກ້າ, ເກີບໜັງ, ເຄື່ອງນຸ່ງຫົ່ມ, ການປຸງແຕ່ງ ອາຫານ, ເຄື່ອງຫຸ້ມຫໍ່ ປຼາສຕິກ... ໄປເຖິງບັນດາຂະແໜງ ການອຸດສາຫະກໍາ ເຕັກໂນໂລຊີສູງ, ສິ້ນສ່ວນຍ່ອຍ, ເຄື່ອງອາໄຫຼ່ ໃນການຜະລິດ ອຸດສາຫະກໍາອື່ນໆ, ເອເລັກໂຕຣນິກ, ລົດຍົນ, ພະລັງງານສີຂຽວ.

ນັກທ່ອງທ່ຽວໄປຢ້ຽມຢາມ ເຂດທັດສະນີຍະພາບ ນ້ໍາຕົກຕາດ ບ້ານຢົກ (ຫວຽດນາມ)-ຕື໋ທຽນ (ສປ ຈີນ). ພາບ: VNA

ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ​ການ​ຄ້າ ​ແມ່ນ​ຈຸດທ່ີ​ພົ້ນເດັ່ນ ​ໃນ​ການ​ພົວ​ພັນ​ໂດຍ​ລວມ “ການ​ພົວ​ພັນ ​ຄູ່​ຮ່ວມ​ມື​ ຍຸດ​ທະ​ສາດ​ ຮອບ​ດ້ານ​ ຫວຽດ​ນາມ-ຈີນ”. ຫວຽດນາມ ​ແລະ ຈີນ ​ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ ​ທີ່​ສຳຄັນ ​ທີ່​ສຸດ ​ຂອງ​ກັນ. ໃນຄວາມ​ຈິງ​ໃຫ້ເຫັນວ່າ ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ ​ລະ​ຫວ່າງ ຫວຽດ​ນາມ ແລະ ຈີນ ຍັງ​ຄົງມີ​ພື້ນທ່ີ​ຫຼາຍ​ ສໍາລັບການ​ພັດ​ທະ​ນາ.

ນັກທ່ອງທ່ຽວ ສປ ຈີນ ກຸ່ມທຳອິດ ທ່ີມາຢ້ຽມຢາມ ນະຄອນ ຫຼວງ ຮ່າໂນ້ຍ ໃນຕົ້ນປີ 2023. ພາບ: VNA

 ບົດ: VNP ສັງລວມ - ພາບ: VNA - ເຕັກນິກກະຣາຟິກ: ຈາງຍຸງ - ແປໂດຍ: ບິກລຽນ



top