ການຫົດນ້ຳ ແລະ ໂຍນປະແປ້ງ ຢູ່ ວັດ ກາ ໂປ ປຣຶກ

ການຫົດນ້ຳ ແລະ ໂຍນປະແປ້ງ ຢູ່ ວັດ ກາ ໂປ ປຣຶກ

 

ທ່າມກາງບັນຍາກາດບຸນປີໃໝ່ Chol Chnam Thmay ຂອງ ພີ່ ນ້ອງ ຊາວເຜົ່່າ ຂະແມຢູ່ພາກໃຕ້ ຫວຽດນາມ ທີ່ຜ່ານມາ, ນອກຈາກ ພິທີກຳທາງສາສະໜາ ເຊັ່ນ ພິທີຫົດສົງພະພຸດທະຮູບ, ບັນດາ ກິດຈະກຳລວມໝູ່ ເຊັ່ນ ການຫົດນ້ຳ, ການໂຍນປະແປ້ງ ກໍໄດ້ ກາຍເປັນຈຸດເດັ່ນທີ່ໜ້າສົນໃຈ, ສະທ້ອນໃຫ້ເຫັນຢ່າງມີຊີວິດຊີວາ ເຖິງຊີວິດການເປັນຢູ່ ທາງດ້ານວັດທະນະທຳ - ຈິດໃຈ ທີ່ມີຄວາມ ສາມັກຄີຜູກພັນ ຂອງ ພີ່ນ້ອງຊາວເຜົ່າ ຂະແມ ຢູ່ຕາແສງ ອ໋ອກແອວ, ແຂວງ ອານຢາງ.

 

ພິທີຫົດສົງພະພຸດທະຮູບ ໄດ້ດຶງດູດພີ່ນ້ອງເຜົ່່າ ຂະແມ ຢູ່ຕາແສງ ອ໋ອກແອວ ເຂົ້າຮ່ວມຢ່າງຫຼວງຫຼາຍ. ບັນດາຄອບຄົວ, ກຸ່ມໝູ່ເພື່ອນ ໄດ້ພາກັນມາຖວາຍເຄື່ອງສັກກາລະບູຊາ, ອະທິຖານ ຂໍພອນ ໃຫ້ ປີໃໝ່ມີແຕ່ຄວາມສະຫງົບສຸກ. ໃນພິທີຫົດສົງພະພຸດທະຮູບ, ມວນຊົນ ໄດ້ພາກັນ ນຳເອົານ້ຳອົບນໍ້າຫອມ ໄປສົງພະ ດ້ວຍຄວາມ ເຄົາລົບນັບຖື. ຕາມຄວາມເຊື່ອ ຂອງ ພຸດທະສາສະໜາ ນິກາຍ ຫິນະຍານເຜົ່າ ຂະແມ, ພິທີກຳນີ້ ມີຄວາມໝາຍ ເພື່ອຊຳລະລ້າງ ສິ່ງບໍ່ດີ, ແນໃສ່ໃຫ້ມະນຸດ ກ້າວໄປຫາຄຸນຄ່າທີ່ດີງາມ. ນີ້ກໍແມ່ນ ຈຸດເດັ່ນທີ່ສຳຄັນ ທີ່ໄດ້ດຶງດູດມວນຊົນເຂົ້າຮ່ວມຢ່າງຄຶກຄື້ນ.

 
 
ບັນຍາກາດທີ່ເຕັມໄປດ້ວຍສຽງຫົວຢູ່ພາຍໃນວັດ ເມື່ອ ກິດຈະກຳ ຫົດນ້ຳ ແລະ ໂຍນປະແປ້ງ ດຳເນີນໄປພ້ອມໆ ກັນ, ສ້າງເປັນພາບ ຊີວິດການເປັນຢູ່ ຂອງຊຸມຊົນ ທີ່ເຕັມໄປດ້ວຍສີສັນ ຂອງຊາວເຜົ່າ ຂະແມ. ພາບ: ເລມິງ/VNP

ຫຼັງຈາກພິທີທາງການ, ກິດຈະກຳຕ່າງໆ ພາຍໃນວັດ ກໍໄດ້ຫັນໄປສູ່ ບັນຍາກາດແບບລວມໝູ່. ກິດຈະກຳຫົດນ້ຳ ໄດ້ດຳເນີນໄປ ຢ່າງຟົດຟື້ນ, ສ້າງບັນຍາກາດທີ່ມ່ວນຊື່ນ ແລະ ຄວາມຜູກພັນ ລະຫວ່າງຜູ້ເຂົ້າຮ່ວມ. ຄຽງຂ້າງກັນນັ້ນ, ການໂຍນປະແປ້ງ ແມ່ນເນັ້ນໃສ່ ກຸ່ມໄວໜຸ່ມເປັນຜູ້ສ້າງກິດຈະກຳ, ປະກອບສ່ວນ ສ້າງ ສາຍພົວພັນທີ່ໃກ້ຊິດສະໜິດສະໜົມ. ແປ້ງສີຂາວ ທີ່ຖືກໂຍນ ອອກໄປ ເບົາໆ ນັ້ນບໍ່ໄດ້ມີລັກສະນະເພື່ອເອົາໄຊຊະນະ, ແຕ່ສະ ແດງເຖິງ ຄວາມໝາຍແຫ່ງການອວຍພອນ ແລະ ຄວາມໂຊກດີ.

ເລີ່ມແຕ່ຕອນທ່ຽງເປັນຕົ້ນໄປ, ບໍລິເວນເດີ່ນວັດ ໄດ້ກາຍເປັນ ສະຖານທີ່ຄຶກຄື້ນ ດ້ວຍການເຂົ້າຮ່ວມຢ່າງຫຼວງຫຼາຍ ຂອງໄວໜຸ່ມ ແລະ ເດັກນ້ອຍ. ການຫົດນ້ຳໃສ່ກັນ ແມ່ນເກີດຂຶ້ນຢ່າງຕໍ່ເນື່ອງ ທ່າມກາງສຽງຫົວຢ່າງມ່ວນຊື່ນ. ບໍ່ພຽງແຕ່ນຳໃຊ້ເຄື່ອງມືທີ່ຄຸ້ນເຄີຍ ເຊັ່ນ: ຂັນ, ຄຸ ຫຼື ໂອຕັກນ້ຳເທົ່ານັ້ນ, ເດັກນ້ອຍຫຼາຍຄົນ ຍັງໄດ້ຖືປືນ ສີດນ້ຳມາພ້ອມ, ເຮັດໃຫ້ກິດຈະກຳນີ້ ກາຍເປັນ ເກມທີ່ມ່ວນຊື່ນ, ສ້າງຊ່ວງເວລາ ທີ່ມີຊີວິດຊີວາ ໃນທ່າມກາງບຸນປະເພນີ. ນ້ຳ ທີ່ມອບໃຫ້ກັນນັ້ນ ປຽບເໝືອນຄຳອວຍພອນ ໃຫ້ມີຄວາມສະຫງົບສຸກ ແລະ ຄວາມສະດວກສະບາຍໃນຊີວິດ.

 

ໃນຂະນະດຽວກັນ, ກິດຈະກຳໂຍນປະແປ້ງ ໄດ້ດຶງດູດຜູ້ເຂົ້າຮ່ວມ ຢ່າງຫຼວງຫຼາຍເຊັ່ນກັນ. ແປ້ງສີຂາວ ທີ່ຖືກໂຍນປະໃສ່ກັນເບົາໆ ທີ່ຕິດຢູ່ຕາມບ່າໄຫຼ່, ເສັ້ນຜົມ ໃນບັນຍາກາດທີ່ເປັນກັນເອງ ແລະ ໃກ້ຊິດ. ຕາມຄວາມເຊື່ອ ຂອງ ຊາວບ້ານ, ຊັ້ນແປ້ງສີຂາວ ເປັນສັນຍະລັກ ແຫ່ງຄວາມບໍລິສຸດ, ປະກອບສ່ວນຂັບໄລ່ສິ່ງທີ່ບໍ່ດີ ແລະ ນຳເອົາສິ່ງທີ່ເປັນມຸງຄຸນມາໃຫ້. ບັນຍາກາດ ຈຶ່ງເຕັມໄປດ້ວຍ ສຽງຫົວທີ່ມ່ວນຊື່ນ, ເມື່ອທຸກໆ ການກະທຳ ໄດ້ກາຍເປັນວິທີການ ພົບປະສ້າງສັນ ແລະ ເຊື່ອມໂຍງເຂົ້າຫາກັນ.

ທັງສອງກິດຈະກຳລ້ວນແຕ່ມີແຮງດຶງດູດເປັນພິເສດ ຕໍ່ໄວໜຸ່ມ ແລະ ເດັກນ້ອຍ, ໃນຂະນະທີ່ຜູ້ອາວຸໂສພາກັນນັ່ງຊົມ ແລະ ໃຫ້ກຳລັງໃຈ. ຮູບພາບທີ່ຫຼາຍຮຸ່ນຄົນມາຢູ່ຮ່ວມກັນ, ແບ່ງປັນຄວາມສຸກ ໃນສະຖານ ທີ່ກິດຈະກຳລວມໄດ້ສ້າງຄວາມກົມກຽວ ທີ່ອົບອຸ່ນ, ປະກອບສ່ວນຢັ້ງຢືນເຖິງບົດບາດແຫ່ງຄວາມ ສາມັກຄີ ລວມໝູ່ ໃນຊີວິດການເປັນຢູ່ ທາງດ້ານວັດທະນະທຳ - ຈິດໃຈ ຂອງ ພີ່ນ້ອງເຜົ່າ ຂະແມ ຢູ່ຕາແສງ ອ໋ອກແອວ ກໍຄືຊາວເຜົ່່າ ຂະແມ ຢູ່ພາກໃຕ້ ຫວຽດນາມ ໂດຍລວມ.

  • ຈຸງແຄ໋ງ - ພາບ: ທົງທ້ຽນ, ເລມິງ, ຫງວຽນລວນ/VNP

top