ການຫັນເປັນ ດີຈີຕອນແຫ່ງຊາດ 2026: ຍົກລະດັບຄຸນຄ່າ ດ້ວຍ 5 ໜ້າທີ່ຈຸດສຸມ

ການຫັນເປັນ ດີຈີຕອນແຫ່ງຊາດ 2026: ຍົກລະດັບຄຸນຄ່າ ດ້ວຍ 5 ໜ້າທີ່ຈຸດສຸມ

ປີ 2026 ໄດ້ສ້າງຂີດໝາຍສຳຄັນ ເມື່ອ ກົດໝາຍວ່າດ້ວຍ ການຫັນເປັນ ດີຈີຕອນ ມີຜົນສັກສິດ ຢ່າງເປັນທາງການ, ເປີດທາງໃຫ້ແກ່ ບັນດາບາດກ້າວຍຸດທະສາດ ໃນພາລະກິດ ການຫັນເປັນ ດີຈີຕອນແຫ່ງຊາດ. ໃນງານສະເຫຼີມສະຫຼອງ ວັນຫັນເປັນ ດີຈີຕອນແຫ່ງຊາດ ວັນທີ 9 ຕຸລາ, ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ສະຫຼຸບຄືນ ບັນດາຜົນງານ ໂດດເດັ່ນ, ທັງຊີ້ໃຫ້ເຫັນຢ່າງກົງໄປກົງມາ ກ່ຽວກັບ ບັນດາສິ່ງທ້າທາຍທີ່ພວມຄົງຕົວ, ຈາກນັ້ນ ໄດ້ສະເໜີ 5 ກຸ່ມໜ້າທີ່ ຈຸດສຸມ ແນ່ໃສ່ຊຸກຍູ້ ຂະບວນການນີ້ ໃຫ້ກ້າວເຂົ້າສູ່ ລວງເລິກ, ສ້າງຄຸນຄ່າຕົວຈິງ ແລະ ສາມາດວັດແທກໄດ້.

ທ່ານ ຮອງນາຍົກລັດຖະມົນຕີ ໂຮ່ກວັກຢຸ໋ງ ກ່າວຄຳປາໄສ ຢູ່ ພິທີຕອບສະໜອງ ວັນບຸນ ນະວັດຕະກຳ ແຫ່ງຊາດ ປີ 2026. ພາບ: VNA

ໃນໄລຍະ 1 ປີຜ່ານມາ, ວຽກງານການຫັນເປັນ ດີຈີຕອນ ໄດ້ບັນລຸຜົນງານຫຼາຍຢ່າງທີ່ຕັ້ງໜ້າ. ໂຄງຮ່າງ ສະຖາປັດຕະຍະກຳລວມ ແຫ່ງຊາດ ດີຈີຕອນ ຖືກປະກາດໃຊ້, ສ້າງເປັນ ບົດອອກແບບຮອບດ້ານ ສຳລັບ ລະບົບອົງການຈັດຕັ້ງ. ພື້ນຖານໂຄງລ່າງ ດີຈີຕອນ ຖືກລົງທຶນຢ່າງແຂງແຮງ ດ້ວຍ ເຄືອຄ່າຍ ອິນເຕີເນັດ 5G ກວມເອົາ 91,9% ຂອງປະຊາກອນ ແລະ ການເຊື່ອມຕໍ່ ດ້ວຍສາຍກາບໃຍແກ້ວ ອິນເຕີເນັດ (fiber-optic) ກໍໄດ້ຂະຫຍາຍໄປເຖິງ 100% ຕາແສງ. ເສດຖະກິດ ດີຈີຕອນ ເຕີບໂຕຢ່າງຕໍ່ເນື່ອງ, ປະກອບສ່ວນສຳຄັນ ເຂົ້າໃນ ຈີດີພີ, ດ້ວຍການປະກົດຕົວຂອງ 81.600 ວິສາຫະກິດ ເຕັກໂນໂລຊີ ດີຈີຕອນ, ສ້າງລາຍຮັບໄດ້ ເກືອບ 3,6 ລ້ານຕື້ດົ່ງ.  

ຢ່າງໃດກໍຕາມ, ທ່ານ ຫວູຫາຍກວນ, ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເນັ້ນໜັກວ່າ ຂະບວນການນີ້ ຍັງຄົງປະເຊີນໜ້າກັບອຸປະສັກຫຼາຍຢ່າງ. ຄວາມຄືບໜ້າ ໃນການສ້າງຖານຂໍ້ມູນ ຢູ່ ບາງຂົງເຂດ, ກະຊວງ, ຂະແໜງການ, ທ້ອງຖິ່ນ ຍັງຊັກຊ້າ. ການຈັດຕັ້ງປະຕິບັດ ບັນດາພື້ນຖານ ດີຈີຕອນ ນຳໃຊ້ຮ່ວມກັນ ໃນບາງຄັ້ງ ຍັງມີຄວາມສັບສົນ. ຄວາມຕ້ອງການ ກ່ຽວກັບ ພື້ນຖານໂຄງລ່າງຄິດໄລ່ ປະສິດທິພາບສູງ ສຳລັບ ການຄົ້ນຄວ້າ AI ແລະ ການປະມວນຜົນຂໍ້ມູນໃຫຍ່ (Big Data) ຍັງບໍ່ທັນໄດ້ຮັບການສະໜອງ ຢ່າງຄົບຖ້ວນ, ຄຽງຂ້າງນັ້ນ, ສະພາບການ “ເຂດຫຼຸບ” ຂອງສັນຍານຄື້ນ ຍັງຄົງມີຢູ່ ຢູ່ ບາງພື້ນທີ່.               

ຄວາມດີອົກດີໃຈ ຂອງ ບັນດານັກສຶກສາ ພາຍຫຼັງ ສຳເລັດ ເສັ້ນທາງກິລາແລ່ນ ຕອບສະໜອງ UpRace 2026, ຮ່ວມໄມ້ຮ່ວມມື ໜູນຊ່ວຍ ຄົນພິການ ແລະ ເດັກກຳພ້າ ເຂົ້າເຖິງ ການຫັນເປັນດີຈີຕອນ. ພາບ: VNA
ຮູບແບບ ຫ້ອງຮຽນດີຈີຕອນ ບໍ່ພຽງແຕ່ ໜູນຊ່ວຍ ການປ່ຽນແປງໃໝ່ ວິທີການສິດສອນ ເທົ່ານັ້ນ, ແຕ່ຍັງ ປະກອບສ່ວນ ຮູບແບບ ເປັນຄວາມສາມາດ ພົນລະເມືອງ ດີຈີຕອນ ສຳລັບ ນັກຮຽນ ໃນສະພາບ ການຫັນເປັນ ດີຈີຕອນ ການສຶກສາ. ພາບ: VNA

ຫຼາຍວິສາຫະກິດ ມີຄວາມມຸ່ງຫວັງ ຊຸກຍູ້ການຫັນເປັນ ດີຈີຕອນ ແຕ່ຍັງບໍ່ທັນບັນລຸໄດ້ຄວາມໄວຄືດັ່ງຄວາມມຸ່ງຫວັງ. ການນຳໃຊ້ AI, ໂດຍສະເພາະແມ່ນ ຢູ່ ບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງ, ຍັງຊັກຊ້າກວ່າ ເມື່ອທຽບໃສ່ການຄາດຄະເນ. ສິ່ງທ້າທາຍໃຫຍ່ສຸດ ແມ່່ນຢູ່ທີ່ ແຫຼ່ງຊັບພະຍາກອນມະນຸດ. ຄວາມຂາດແຄນ ພະລັງຄົນຄຸນນະພາບສູງ, ຄຽງຂ້າງກັບ ຄວາມຕ້ອງການ ບຳລຸງສ້າງຢ່າງເປັນລະບົບ, ພວມແມ່ນ ອຸປະສັກບໍ່ນ້ອຍ ສຳລັບ ຂະບວນການຫັນເປັນ ດີຈີຕອນ, ໂດຍສະເພາະແມ່ນ ຢູ່ ຂັ້ນຕາແສງ. ບັນດາຂໍ້ຈຳກັດເຫຼົ່ານີ້ ນຳໄປສູ່ຜົນສະທ້ອນແມ່ນ ຄວາມໄວການເບີກຈ່າຍ ເງິນໃຫ້ບັນດາໂຄງການ ຫັນເປັນ ດີຈີຕອນ ຍັງຊັກຊ້າ, ຈັດຢູ່ນອກກຸ່ມ ຊັກຊ້າສຸດ ໃນບັນດາຂົງເຂດ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ.  

ເພື່ອແກ້ໄຂ ບັນດາຂໍ້ຄົງຕົວ ແລະ ຂຸດຄົ້ນ ຄວາມສາມາດບົ່ມຊ້ອນ ຂອງການຫັນເປັນ ດີຈີຕອນ ຢ່າງສູງສຸດ, ທ່ານ ລັດຖະມົນຕີ ຫວູຫາຍກວນ ໄດ້ສະເໜີ 5 ກຸ່ມພາລະກິດແກ່ນສານ: ປັບປຸງສະຖາບັນ ໃຫ້ສົມບູນແບບ, ຍົກສູງ ປະສິດທິຜົນ ການປະຕິບັດ ແລະ ປ່ຽນແປງໃໝ່ ວິທີການວັດແທກ; ພັດທະນາ ພື້ນຖານໂຄງລ່າງ ດີຈີຕອນ, ພື້ນຖານ ດີຈີຕອນ ແລະ ຖານຂໍ້ມູນ ຢ່າງຄົບຊຸດ, ນຳໃຊ້ຮ່ວມກັນ; ສ້າງ ລັດຖະບານ ດີຈີຕອນ ໂດຍເອົາ ປະຊາຊົນ, ວິສາຫະກິດ ເປັນຈຸດໃຈກາງ; ພັດທະນາ ເສດຖະກິດ ດີຈີຕອນ ກາຍເປັນ ກຳລັງຊຸກຍູ້ ການເຕີບໂຕໃໝ່; ພັດທະນາ ສັງຄົມ ດີຈີຕອນ ຢ່າງກວມລວມ, ກຳລັງຄົນ ດີຈີຕອນ ຄຸນນະພາບສູງ ແລະ ຄວາມເຊື່ອໝັ້ນ ດີຈີຕອນ.  

ບັນດາຜູ້ແທນ ປະຕິບັດ ພິທີເປີດຕົວ ພື້ນທີ່ເລີ່ມຕົ້ນທຸລະກິດ ນະວັດຕະກຳ - ສູນເລີ່ມຕົ້ນທຸລະກິດ ນະວັດຕະກຳ ແລະ ການຫັນເປັນ ດີຈີຕອນ. ພາບ: VNA
ພິທີມອບ ງານລາງວັນ “ປຶ້ມວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນ ດີຈີຕອນ ປີ 2026”. ພາບ: VNA

ທ່ານ ລັດຖະມົນຕີ ຫວູຫາຍກວນ ເນັ້ນໜັກວ່າ, ການຫັນເປັນ ດີຈີຕອນ ຕ້ອງໄດ້ຮັບການຕີລາຄາ ອີງໃສ່ ຜົນງານຕົວຈິງ, ສະແດງອອກ ຜ່ານການທີ່ “ປະສິດທິພາບງານ ຕ້ອງສູງກວ່າ, ທຶນຮອນ ຕ້ອງຕ່ຳກວ່າ, ການບໍລິການ ຕ້ອງສະດວກກວ່າ ແລະ ຄວາມສາມາດແຂ່ງຂັນ ຕ້ອງໄດ້ຮັບການປັບປຸງ ຢ່າງແຂງແຮງກວ່າ”.  

ວັນຫັນເປັນ ດີຈີຕອນແຫ່ງຊາດ ວັນທີ 10 ເດືອນຕຸລາ ປະຈຳປີ ແມ່ນໂອກາດ ເພື່ອທົບທວນຄືນ ເສັ້ນທາງທີ່ໄດ້ຜ່ານມາ ແລະ ກຳນົດທິດທາງ ສຳລັບ ອະນາຄົດ. ວັນຫັນເປັນ ດີຈີຕອນແຫ່ງຊາດ 2026 ດ້ວຍຫົວຂໍ້ “ຈາກສະຖາປັດຕະຍະກຳ, ພື້ນຖານ, ຖານຂໍ້ມູນ ຮອດ ຜົນງານຕົວຈິງ, ຍົກສູງປະສິດທິຜົນ ການບໍລິຫານແຫ່ງຊາດ” ສັນຍາວ່າ ຈະສືບຕໍ່ແມ່ນ ບຸນມະໂຫລານສຳຄັນ, ເຕົ້າໂຮມ ບັນດາການເຄື່່ອນໄຫວຕ່າງໆ ຄື: ພິທີສະເຫຼີມສະຫຼອງ, ເວທີປາໄສ ຂັ້ນສູງ, ເວທີປາໄສ ຕາມບັນຫາສະເພາະ ແລະ ງານວາງສະແດງ Smart City Asia, ຜ່ານນັ້ນ ຊຸກຍູ້ ກິດຈະການ ຫັນເປັນ ດີຈີຕອນແຫ່ງຊາດ ໃຫ້ແຂງແຮງຍິ່ງຂຶ້ນ.

ປະຕິບັດໂດຍ: ບິກລຽນ, VNA

 


top