Vinamilk ແລະ ບາດກ້າວຂະຫຍາຍຕົວ ດ້ານເຕັກໂນໂລຊີ ໃນອຸດສາຫະກໍານົມ ຫວຽດນາມ

Vinamilk ແລະ ບາດກ້າວຂະຫຍາຍຕົວ ດ້ານເຕັກໂນໂລຊີ ໃນອຸດສາຫະກໍານົມ ຫວຽດນາມ

ໃນຂະບວນວິວັດແຫ່ງການ ຫັນເປັນທັນສະໄໝ ຂອງ ອຸດສາຫະ ກຳອາຫານ, ໂຮງງານນົມ ຫວຽດນາມ Mega ຂອງ Vinamilk ໄດ້ຖືວ່າ ແມ່ນຂີດໝາຍຕົວແບບ ດ້ານເຕັກໂນໂລຊີ ແລະ ແນວ ທາງການພັດທະນາທີ່ຍືນຍົງ. ດ້ວຍຍອດມູນຄ່າການລົງທຶນຫຼາຍ ກວ່າ 4.100 ຕື້ດົ່ງ, ໂຮງງານ ໄດ້ລວບລວມ ລະບົບອັດຕະໂນມັດ ທີ່ທັນສະໄໝຊັ້ນນຳຂອງໂລກ, ສະແດງໃຫ້ເຫັນເຖິງ ສະມັດ ຖະພາບ ການຜະລິດຂະໜາດໃຫຍ່ ແລະ ວິໄສທັດໄລຍະຍາວ ຂອງ ວິສາຫະກິດ.

ວິສະວະກອນ ຄວບຄຸມສາຍການຜະລິດນົມສົດ ເຕັກໂນໂລຊີສູງ ດ້ວຍລະບົບການດຳເນີນງານແບບອັດຕະໂນມັດ. ພາບ: ເລມິງ/VNP

ໄດ້ສັນຍານາມວ່າ “ຊູບເປີໂຮງງານ” (Mega Factory), ກິດຈະ ກຳແຫ່ງນີ້ ມີກຳລັງການຜະລິດອອກແບບ 800 ລ້ານ ລິດນົມຕໍ່ປີ, ເທົ່າກັບປະມານ 2,2 ລ້ານລິດ/ວັນ. ເມື່ອດຳເນີນງານ ຢ່າງສະຖຽນລະພາບ, ໂຮງງານຈະປະກອບສ່ວນ ເພີ່ມກຳລັງ ການຜະລິດ ນົມນ້ຳ ຂອງ Vinamilk ຂຶ້ນເປັນປະມານ 1,4 ຕື້ລິດ/ປີ, ຕອບສະໜອງຄວາມຕ້ອງການ ພາຍໃນປະເທດ ແລະ ການສົ່ງອອກ ທີ່ນັບມື້ນັບເພີ່ມຂຶ້ນ.

ພາບລວມຂອງ ໂຮງງານນົມ ຫວຽດນາມ ຢູ່ ຕາແສງ ລອງງວຽນ, ນະຄອນ ໂຮ່ຈີມິນ. ພາບ: ເລມິງ/VNP
 

ຈຸດເດັ່ນຂອງ Mega Factory ແມ່ນລະບົບເຕັກໂນໂລຊີ ລວບ ລວມ, ຫັນເປັນອັດຕະໂນມັດ ເກືອບທັງໝົດ ຂອງ ຂັ້ນຕອນການ ຜະລິດ. ນັບແຕ່ຂັ້ນຕອນການຮັບວັດຖຸດິບ, ການປຸງແຕ່ງ, ການ ບັນຈຸ, ການຫຸ້ມຫໍ່ ຈົນຮອດການເກັບຮັກສາໃນສາງ ແລະ ການ ຂົນສົ່ງ ລ້ວນແຕ່ໄດ້ຮັບການບໍລິຫານ ດ້ວຍລະບົບຄຸ້ມຄອງ ທີ່ອັດ ສະລິຍະ, ຮັບປະກັນຄວາມຊັດເຈນ, ຄວາມປອດໄພ ແລະ ຄວາມເປັນເອກະພາບ. ໂດຍສະເພາະ, ໂຮງງານໄດ້ຮັບການ ລົງທຶນສາງອັດສະລິຍະ ທີ່ດຳເນີນງານດ້ວຍລະບົບອັດຕະໂນມັດ ທັງໝົດ, ມີຄວາມສາມາດບັນຈຸຫຼາຍກວ່າ 27.000 ຊ່ອງ ວາງສິນຄ້າ ບົນເນື້ອທີ່ປະມານ 6.000 ມ2, ປະກອບສ່ວນ ເຮັດໃຫ້ ວຽກງານ Logistics ມີປະສິດທິພາບສູງສຸດ ແລະ ຫຼຸດຜ່ອນຄ່າໃຊ້ຈ່າຍ ໃນການດຳເນີນງານ.

ຄວບຄຸມສາຍການຜະລິດ “ນົມຂຸ້ນ ອົງທໍ້” (Sữa Ông Thọ) - ເຊິ່ງແມ່ນຍີ່ຫໍ້ນົມຂຸ້ນ ທີ່ມີຊື່ສຽງຂອງ Vinamilk. ພາບ: ດັ້ງກິມເຟືອງ/VNP
ວິສະວະກອນ ຄວບຄຸມລະບົບຂ້າເຊື້ອ ແບບ ອັດຕະໂນມັດ (Pasteurization ແລະ Sterilization) ຢູ່ ໂຮງງານນົມ ຫວຽດ ນາມ (Mega Factory). ພາບ: ເລມິງ/VNP
ນົມວັດຖຸດິບ ໄດ້ຜ່ານຂະບວນການຂ້າເຊື້ອແບບ Pasteurization ຢູ່ທີ່ອຸນຫະພູມ 75 ອົງສາ ໃນເວລາ 15 ວິນາທີ ແລະ ຂ້າເຊື້ອແບບ Sterilization ຢູ່ທີ່ 140 ອົງສາ ໃນເວລາ 4 ວິນາທີ ເພື່ອທຳລາຍຈຸລິນຊີທີ່ເປັນອັນຕະລາຍ, ຮັບປະກັນຄວາມປອດໄພດ້ານອາຫານ. ພາບ: ເລມິງ/VNP
 

ຄຽງຄູ່ກັບການຜະລິດ ຂະໜາດໃຫຍ່, ໂຮງງານຍັງຕອບສະໜອງ ໄດ້ຫຼາຍມາດຕະຖານ ການຄຸ້ມຄອງສາກົນ ທີ່ເຂັ້ມງວດ ເຊັ່ນ: FSSC 22000, GMP, ISO 9001:2015, ISO 50001, ISO 17025 ແລະ HALAL. ນີ້ແມ່ນພື້ນຖານ ທີ່ສຳຄັນ ຊ່ວຍໃຫ້ຜະ ລິດຕະພັນນົມ ຂອງ Vinamilk ຕອບສະໜອງໄດ້ບັນດາຂໍ້ກຳ ນົດ ທີ່ເຄັ່ງຄັດ ຂອງ ຕະຫຼາດທົ່ວໂລກ.  

ຂັ້ນຕອນການປຸງແຕ່ງນົມ ຢູ່ໂຮງງານ ໄດ້ຮັບການຄວບຄຸມ ຢ່າງ ເຂັ້ມງວດ ຕາມມາດຕະຖານ ຄວາມປອດໄພຂອງອາຫານ. ນົມ ດິບ ຈະຖືກຜ່ານຂະບວນການ ຂ້າເຊື້ອ ແບບປາສະເຕີ ໄຣເຊເຊິນ (Pasteurization) ຢູ່ທີ່ 75 ອົງສາເຊ ໃນເວລາ 15 ວິນາທີ ແລະ ຂ້າເຊື້ອແບບ ຢູເອສທີ (UHT) ຢູ່ທີ່ 140 ອົງສາເຊ ໃນເວລາ 4 ວິນາທີ ເພື່ອກຳຈັດ ຈຸລິນຊີ ທີ່ເປັນອັນຕະລາຍ ແຕ່ ຍັງຄົງຮັກສາ ຄຸນຄ່າທາງດ້ານໂພຊະນາການໄວ້ໄດ້. ໂຮງງານ ຍັງໄດ້ໝູນໃຊ້ ວິທີການເກັບ ແລະ ນຳໃຊ້ຄວາມຮ້ອນຄືນໃໝ່ ຈາກກະແສນົມ ຮ້ອນ ໃນຂະບວນການຜະລິດ, ເຊິ່ງຊ່ວຍນຳໃຊ້ ປະລິມານຄວາມ ຮ້ອນ ໄດ້ເຖິງ 92%, ປະຢັດພະລັງງານ ແລະ ຫຼຸດຜ່ອນການປ່ອຍ ອາຍພິດ.

 

ໂຮງງານນົມ ຫວຽດນາມ (Mega Factory) ແມ່ນໜຶ່ງ ໃນບັນ ດາ ໂຮງງານ ທີ່ທັນສະໄໝທີ່ສຸດ ຫວຽດນາມ ແລະ ພາກພື້ນ, ເຊິ່ງໄດ້ຮັບການຕິດຕັ້ງເຕັກໂນໂລຊີ ແບບບູລະນະການ ແລະ ຫັນເປັນອັດຕະໂນມັດ ທີ່ທັນສະໄໝ, ມີກຳລັງການຜະລິດ 800 ລ້ານລິດ/ປີ, ປະກອບສ່ວນ ຍົກກຳລັງການຜະລິດນົມນ້ຳທັງໝົດ ຂອງ Vinamilk ຂຶ້ນເປັນ 1,4 ຕື້ລິດ/ປີ. ພາບ: ເລມິງ/VNP
ວິສະວະກອນ ຄວບຄຸມສາຍການຜະລິດນົມສົດ ເຕັກໂນໂລຊີສູງ ດ້ວຍລະບົບການດຳເນີນງານແບບອັດຕະໂນມັດ. ພາບ: ເລມິງ/VNP

ມຸ່ງສູ່ເປົ້າໝາຍການພັດທະນາ ທີ່ຍືນຍົງ, Mega Factory ດຳເນີນ ງານ ດ້ວຍລະບົບໄຟຟ້າ ແສງຕາເວັນ ທີ່ມີກຳລັງການຜະລິດ 3,39 MWp ດ້ວຍແຜ່ນ ໂຊລາເຊວ ປະສິດທິພາບສູງ 7.542 ແຜ່ນ ແລະ ອິນເວີເຕີ (inverter) 110 kW ຈຳນວນ 27 ເຄື່ອງ. ລະບົບດັ່ງກ່າວໄດ້ຖືກອອກແບບ ໃຫ້ມີຄວາມທົນທານ ກວ່າ 30 ປີ, ປະກອບສ່ວນຫຼຸດຜ່ອນຄ່າໃຊ້ຈ່າຍ ດ້ານພະລັງງານ ແລະ ຫຼຸດ ອາຍ CO2, ສອດຄ່ອງກັບຄຳໝັ້ນສັນຍາ ຂອງ ຫວຽດນາມ ໃນ ການບັນລຸການປ່ອຍອາຍພິດເທົ່າກັບ “0” - Net Zero ໃນປີ 2050.   

ທ່ານນາງ ມາຍກ່ຽວລຽນ, ສະມາຊິກສະພາບໍລິຫານ, ຜູ້ອຳນວຍ ການໃຫຍ່ Vinamilk ໃຫ້ຮູ້ວ່າ ການຜັນຂະຫຍາຍ ພະລັງງານ ແສງຕາເວັນ ຢູ່ບັນດາໂຮງງານ ແລະ ຟາມງົວພັນນົມ ແມ່ນພາກ ສ່ວນໜຶ່ງ ໃນຍຸດທະສາດພະລັງງານທົດແທນ ຂອງ ວິສາຫະກິດ. ນີ້ກໍແມ່ນຄຳໝັ້ນສັນຍາທີ່ຊັດເຈນຂອງ Vinamilk ໃນການຊຸກຍູ້ ບັນດາມາດຖານດ້ານ ສິ່ງແວດລ້ອມ - ສັງຄົມ - ການຄຸ້ມຄອງ (ESG) ແລະ ຮ່ວມເດີນທາງກັບ ຫວຽດນາມ ໃນການຮັບມືກັບ ການປ່ຽນແປງ ຂອງ ດິນຟ້າອາກາດ.

ສາງອັດສະລິຍະ ດຳເນີນງານດ້ວຍລະບົບອັດຕະໂນມັດຢ່າງສົມບູນ, ມີຄວາມສາມາດບັນຈຸໄດ້ປະມານ 27.000 ຊ່ອງສິນຄ້າ (ແຕ່ລະຊ່ອງມີນ້ຳໜັກ 1 ໂຕນ) ຢູ່ເທິງເນື້ອທີ່ 6.000 ມ2. ພາບ: ເລມິງ/VNP
 

ຈາກປະເທດ ທີ່ເກືອບວ່າ ບໍ່ມີອຸດສາຫະກໍານົມ ທີ່ພັດທະນາ, ຫວຽດນາມ ໄດ້ສ້າງຕັ້ງ ບັນດາວິສາຫະກິດ ທີ່ມີຄວາມສາມາດ ແຂ່ງຂັນ ໃນລະດັບສາກົນ. ປັດຈຸບັນ, Vinamilk ໄດ້ສົ່ງອອກຜະ ລິດຕະພັນ ໄປຍັງເກືອບ 60 ປະເທດ ແລະ ເຂດແຄ້ວນ, ຢູ່ໃນ ກຸ່ມຍີ່ຫໍ້ ຜະລິດຕະພັນນົມ ທີ່ມີມູນຄ່າສູງ ໃນໂລກ ໃນຫຼາຍປີ ຕິດ ຕໍ່ກັນ.  

ດ້ວຍພື້ນຖານເຕັກໂນໂລຊີ ທີ່ທັນສະໄໝ ແລະ ຍຸດທະສາດ ການ ພັດທະນາສີຂຽວ, ໂຮງງານນົມ ຫວຽດນາມ Mega ບໍ່ພຽງແຕ່ ຍົກ ລະດັບສະມັດຖະພາບ ການຜະລິດເທົ່ານັ້ນ, ແຕ່ຍັງຢັ້ງຢືນ ເຖິງ ບາດກ້າວທີ່ແຂງແຮງ ຂອງ ອຸດສາຫະກໍານົມ ຫວຽດ ໃນຂະບວນ ວິວັດແຫ່ງການເຊື່ອມໂຍງທົ່ວໂລກອີກດ້ວຍ.

ບົດ ແລະ ພາບ: ເລມິງ/VNP - ແປໂດຍ: ບິກລຽນ


top