TS Angela Pratt: WHO ພ້ອມແລ້ວທີ່ຈະຮ່ວມເດີນທາງກັບ ຫວຽດນາມ

TS Angela Pratt: WHO ພ້ອມແລ້ວທີ່ຈະຮ່ວມເດີນທາງກັບ ຫວຽດນາມ

ທ່ານນາງ ປອ Angela Pratt, ຫົວໜ້າຜູ້ຕາງໜ້າ ອົງການ ອະນາໄມໂລກ WHO ປະຈຳ ຫວຽດນາມ ກ່າວວ່າ ລະບົບ ສາທາລະນະສຸກ ທີ່ຖືເອົາປະຊາຊົນເປັນໃຈກາງ ບໍ່ພຽງແຕ່ ຊ່ວຍຍົກສູງຄຸນະພາບຊີວິດເທົ່ານັ້ນ, ແຕ່ຍັງສ້າງພື້ນຖານ ໃຫ້ແກ່ການພັດທະນາແບບຍືນຍົງ ຂອງ ປະເທດຊາດອີກດ້ວຍ. WHO ຈະສືບຕໍ່ຮ່ວມເດີນທາງ ກັບ ຫວຽດນາມ ໃນວິວັດທະນາການ ຈັດຕັ້ງປະຕິບັດເປົ້າໝາຍ ປົກຄຸມ ການເບິ່ງແຍງສຸຂະພາບ ທົ່ວປວງຊົນ ໃຫ້ປະກົດຜົນເປັນຈິງ.

ທ່ານນາງ ປອ Angela Pratt - ຫົວໜ້າຜູ້ຕາງໜ້າ ອົງການ ອະນາໄມໂລກ (WHO) ປະຈຳ ຫວຽດນາມ. ພາບ: ກົງດາດ/VNP

 

ນັບຕັ້ງແຕ່ໄດ້ດໍາລົງຕຳແໜ່ງ ເປັນຫົວໜ້າຜູ້ຕາງໜ້າ WHO ປະຈຳ ຫວຽດນາມ ໃນປີ 2022, ທ່ານນາງ ປອ Angela Pratt ໄດ້ມີໂອກາດ ເຮັດວຽກຮ່ວມກັບ ບັນດານັກວາງນະໂຍບາຍ, ຖັນແຖວແພດໝໍ ແລະ ຊຸມຊົນ ຢູ່ຫຼາຍທ້ອງຖິ່ນ. ຜ່ານການ ລົງເຄື່ອນໄຫວຕົວຈິງ, ທ່ານນາງ ໄດ້ຮັບຮູ້ ເຖິງກຳລັງແຮງ ຂອງ ລະບົບສາທາລະນະສຸກ ຫວຽດນາມ ເກີດຈາກຄວາມທຸ້ມເທ ຂອງ ຖັນແຖວພະນັກງານແພດໝໍ ຢູ່ຂັ້ນຮາກ ຖານ ແລະ ຄວາມມຸ່ງໝັ້ນ ໃນການປະຕິຮູບ ຂອງ ບັນດາການນຳ.  

ໜຶ່ງໃນຄວາມຊົງຈຳ ທີ່ເຮັດໃຫ້ທ່ານນາງ ມີຄວາມ ຕື້ນຕັນໃຈທີ່ສຸດ ແມ່ນການໄປຢ້ຽມຢາມ ສຸກສາລາ ຕາແສງ ແຫ່ງໜຶ່ງ ຢູ່ເຂດພູດອຍ ໄຕງວຽນ  ໃນເດືອນ ພຶດສະພາ ປີ 2023. ທ່ານນາງ ປອ Angela Pratt ໄດ້ແບ່ງປັນວ່າ: “ຂ້າພະເຈົ້າ ມີໂອກາດ ໄດ້ສົນທະນາ ກັບບັນດາ ທ່ານໝໍ ແລະ ພະຍາບານທ້ອງຖິ່ນ ແລະ ມີຄວາມຕື້ນຕັນໃຈ ຢ່າງຍິ່ງຕໍ່ກັບ  ນໍ້າໃຈ ແຫ່ງຄວາມເສຍສະຫຼະ ຮັບໃຊ້ຊຸມຊົນ ຂອງ ຖັນແຖວ ແພດໝໍປະຈຳສຸກສາລາ. ເຂົາເຈົ້າ ໄດ້ຜັດປ່ຽນກັນ ນອນປະຈຳການ ຢູ່ສຸກສາລາ ຕາແສງ ເພື່ອໃຫ້ມີຜູ້ປະຈຳການ ຕະຫຼອດເວລາ, ເຖິງວ່າ ຈະ ນອກໂມງ ລັດຖະການ ກໍຕາມ, ເພື່ອຮອງຮັບ ໃນກໍລະນີທີ່ມີ ປະຊາຊົນ ຕ້ອງການຄວາມ ຊ່ວຍເຫຼືອສຸກເສີນ. ໃບໜ້າ ຂອງບັນດາ ແພດໝໍ ສຸກສາລາ ຂັ້ນຕາແສງ ທີ່ຂ້າພະເຈົ້າ ໄດ້ພົບພໍ້ ໃນມື້ນັ້ນ ໄດ້ສ້າງ ຄວາມປະທັບໃຈ ຢ່າງເລິກເຊິ່ງ ໃຫ້ແກ່ຂ້າພະເຈົ້າ”. ຕາມທ່ານ ນາງແລ້ວ, ແມ່ນບັນດາບຸກຄົນທີ່ເຮັດວຽກຢ່າງງຽບໆ ເຫຼົ່ານັ້ນ ທີ່ ໄດ້ສ້າງຮາກຖານ ໃຫ້ແກ່ລະບົບການຮັກສາ ສຸຂະພາບຂັ້ນຕົ້ນ, ຊ່ວຍໃຫ້ ປະຊາຊົນ ສາມາດເຂົ້າເຖິງ ການບໍລິການ ທາງການແພດ ໄດ້ທັນທີຢູ່ກັບຊຸມຊົນ.

 

 

 

ອີກໜຶ່ງຂີດໝາຍ ທີ່ຫົວໜ້າຜູ້ຕາງໜ້າ WHO ຍາມໃດກໍຈົດຈຳ ແມ່ນວາລະ ການອະພິປາຍ ຂອງ ສະພາແຫ່ງຊາດ ຫວຽດນາມ ກ່ຽວກັບ ການຫ້າມ ຢາສູບໄຟຟ້າ ແລະ ຢາສູບ ໃນເດືອນ ພະຈິກ ປີ 2024. “ຂ້າພະເຈົ້າ ຈະບໍ່ມີວັນລືມ ພາບທີ່ ທ່ານນາງ ດ່າວຮົ່ງລານ, ລັດຖະມົນຕີ ກະຊວງສາທາລະນະສຸກ ຖື ອຸປະກອນຢາສູບໄຟຟ້າ ທີ່ມີຮູບຮ່າງ ຄືກັບເຄື່ອງຫຼິ້ນ ຂອງ ເດັກນ້ອຍ ຢູ່ໃນມື ເພື່ອເນັ້ນຢ້ຳເຖິງ ຮູບແບບວິທີ ການໂຄສະນາ ການຕະຫຼາດ ທີ່ແນໃສ່ກຸ່ມຊາວໜຸ່ມ. ນັ້ນແມ່ນຊ່ວງເວລາ ທີ່ສະແດງໃຫ້ເຫັນເຖິງຄວາມກ້າຫານ, ຄວາມມຸ່ງໝັ້ນ ແລະ ຄວາມຈະແຈ້ງ ໃນເປົ້າໝາຍ ປົກປ້ອງ ສຸຂະພາບຂອງຊຸມຊົນ”. ຕາມທ່ານນາງ ປອ Angela Pratt ແລ້ວ, ປະສົບການເຫຼົ່ານັ້ນ ໄດ້ຊ່ວຍໃຫ້ ທ່ານນາງ ມີຄວາມເຊື່ອໝັ້ນ ຕໍ່ອະນາຄົດ ຂອງ ຂະແໜງສາທາລະນະສຸກ ຫວຽດນາມ ຍິ່ງຂຶ້ນ, ເພາະ ຫວຽດນາມ ມີທັງບຸກຄະລາກອນແພດໝໍ ທີ່ມີຄວາມທຸ້ມເທ ແລະ ການນຳພາທີ່ມີຄວາມເດັດຂາດ.  

ເມື່ອປະເມີນ ກ່ຽວກັບທິດທາງ ການພັດທະນາ ຂອງ ຂະແໜງ ສາທາລະນະສຸກ, ທ່ານນາງ ເຫັນວ່າ ມະຕິສະບັບເລກທີ 72 ຂອງ ກົມການເມືອງ ໄດ້ວາງວິໄສທັດຢ່າງຈະແຈ້ງ ເພື່ອແນໃສ່ ສ້າງລະບົບສາທາລະນະສຸກ ຕາມທິດທາງ ປົກຄຸມການຮັກສາ ສຸຂະພາບ ທົ່ວປວງຊົນ, ຮັບປະກັນ ໃຫ້ປະຊາຊົນທຸກຄົນ ລ້ວນແຕ່ສາມາດເຂົ້າເຖິງ ການບໍລິການຮັກສາສຸຂະພາບ ຢ່າງຮອບດ້ານ ດ້ວຍຄ່າໃຊ້ຈ່າຍ ທີ່ເໝາະສົມ ກັບຄວາມສາມາດໃນການຈ່າຍ.

 

 

“ທ່ານນາງ Angela ເຄີຍດຳລົງຕຳແໜ່ງ ເປັນຜູ້ອຳນວຍການ ຫ້ອງການຜູ້ອຳນວຍການ ພາກພື້ນ, ແລະ ຜູ້ອຳນວຍການ ດ້ານການສື່ສານ ແລະ ການຕ່າງປະເທດ ຢູ່ ຫ້ອງການພາກພື້ນ ປາຊີຟິກຕາເວັນຕົກ ຂອງ WHO, ເຊິ່ງມີສຳນັກງານຕັ້ງຢູ່ Manila. ທ່ານນາງ ເຄີຍເປັນ ທີ່ປຶກສາໃຫຍ່ ໃຫ້ແກ່ ອະດີດ ລັດຖະມົນຕີ ກະຊວງສາທາລະນະສຸກ ຂອງ ອົດສະຕຣາລີ...”

ທ່ານນາງ ປອ Angela Pratt ໃນຫ້ອງເຮັດວຽກ ຂອງ WHO. ພາບ: ກົງດາດ/VNP

 

ທ່ານນາງ ໄດ້ຮັບຮູ້ເຖິງການຫັນປ່ຽນຢ່າງຕັ້ງໜ້າຂອງ ຫວຽດນາມ ໃນການຫັນປ່ຽນ ຈາກການປິ່ນປົວ ມາເປັນ ເຈົ້າການ ໃນການປ້ອງກັນ ແລະ ຕ້ານພະຍາດ, ພ້ອມທັງ ເພີ່ມທະວີຄວາມອາດສາມາດ ໃຫ້ແກ່ ຕາໜ່າງ ສາທາລະນະສຸກ ຂັ້ນຮາກຖານ. ຕາມ WHO ແລ້ວ, ລະບົບ ການຮັກສາສຸຂະພາບ ຂັ້ນຕົ້ນ ທີ່ມີການເຄື່ອນໄຫວ ຢ່າງມີປະສິດທິຜົນ ສາມາດຕອບສະໜອງໄດ້ເຖິງ 90% ຂອງ ຄວາມຕ້ອງການ ດ້ານການຮັກສາສຸຂະພາບ ຂອງ ປະຊາຊົນ, ປະກອບສ່ວນ ເຂົ້າໃນການ ຈັດຕັ້ງປະຕິບັດເປົ້າໝາຍ ປົກຄຸມ ການຮັກສາສຸຂະພາບທົ່ວປວງຊົນ ດ້ວຍຄ່າໃຊ້ຈ່າຍ ທີ່ສົມເຫດສົມຜົນ.  

ນອກຈາກນັ້ນ, ຫວຽດນາມ ຍັງໄດ້ບັນລຸ ໝາກຜົນອັນໜ້າ ເພິ່ງພໍໃຈ ຫຼາຍປະການ ໃນການຫັນເປັນ ດີຈີຕອນ ດ້ານ ສາທາລະນະສຸກ, ເປັນຕົ້ນແມ່ນການພັດທະນາ ສຳເນົາເອກະສານ ສຸຂະພາບ ສ່ວນບຸກຄົນ ແບບ ເອເລັກໂຕຣນິກ, ປະກອບສ່ວນສ້າງຮູບແບບການຄຸ້ມຄອງສຸຂະ ພາບ ທີ່ຖືເອົາປະຊາຊົນເປັນໃຈກາງ. ຄຽງຄູ່ກັນນັ້ນ, ອັດຕາ ການປົກຄຸມ ຂອງປະກັນໄພສຸຂະພາບ ໄດ້ບັນລຸປະມານ 95% ຂອງ ຈຳນວນ ປະຊາກອນ, ສ້າງຮາກຖານອັນສຳຄັນ ເພື່ອຂະຫຍາຍຄວາມສາມາດ ໃນການເຂົ້າເຖິງການບໍລິການ ເບິ່ງແຍງດູແລສຸຂະພາບ.  

ເພື່ອສະໜັບສະໜູນ ວິວັດທະນາການປະຕິຮູບ ສາທາລະນະສຸກ ຂອງ ຫວຽດນາມ, WHO ພວມປະສານງານ ກັບ ກະຊວງສາທາລະນະສຸກ ຈັດຕັ້ງປະຕິບັດ ໃນຫຼາຍຂົງເຂດ ບູລິມະສິດ ເຊັ່ນ: ການປະຕິຮູບ ການເງິນສາທາລະນະສຸກ, ການພັດທະນາ ຊັບພະຍາກອນມະນຸດ ໃຫ້ແກ່ ຂັ້ນຮາກຖານ, ຊຸກຍູ້ການຫັນເປັນ ດີຈີຕອນ, ເພີ່ມທະວີການຄຸ້ມຄອງ ຢາ, ວັກຊີນ, ວັດສະດຸອຸປະກອນ ແລະ ເຄື່ອງມືທາງການແພດ, ພ້ອມທັງ ຊ່ວຍໜູນ ການພັດທະນາ ການຜະລິດ ຜະລິດຕະພັນ ທາງການແພດ ພາຍໃນປະເທດ.

 

ທ່ານນາງ ປອ Angela Pratt. ພາບ: ກົງດາດ/VNP

 

 

ປອ Angela Pratt (ສັນຊາດ ອົດສະຕຣາລີ), ຫົວໜ້າຜູ້ຕາງໜ້າ ອົງການ WHO ປະຈຳ ຫວຽດນາມ. ທ່ານນາງ ມີປະສົບການ ຫຼາຍກວ່າ 15 ປີ ໃນຂົງເຂດ ສາທາລະນະສຸກມວນຊົນ ສາກົນ ແລະ ການວາງນະໂຍບາຍ ສາທາລະນະສຸກ ແຫ່ງຊາດ, ດ້ວຍຄວາມຊ່ຽວຊານ ສະເພາະດ້ານ ກ່ຽວກັບ ນະໂຍບາຍ ສາທາລະນະສຸກ, ຍຸດທະສາດ ແລະ ການສື່ສານ, ແລະ ການປ້ອງກັນ, ຄວບຄຸມ ບັນດາພະຍາດບໍ່ຕິດຕໍ່.

 

ທ່ານນາງ ປອ Angela Pratt ສົນທະນາກັບຊາວບ້ານ ລະຫວ່າງ ການເດີນທາງໄປປະຕິບັດງານ ຢູ່ແຂວງ ດັກລັກ. ພາບ: ເອກະສານ
ທ່ານນາງ ປອ Angela Pratt ໄປຢ້ຽມຢາມສຸກສາລາ ຢູ່ເມືອງ ບາດຊາດ, ແຂວງ ລາວກາຍ. ພາບ: ເອກະສານ

 

ໃນຕໍ່ໜ້າ, WHO ຈະສືບຕໍ່ຮ່ວມເດີນທາງກັບ ຫວຽດນາມ ໃນການຈັດຕັ້ງປະຕິບັດ ແຜນງານເປົ້າໝາຍແຫ່ງຊາດ, ເພີ່ມທະວີການຮັກສາສຸຂະພາບຂັ້ນຕົ້ນ, ການຮັກສາສຸຂະພາບ ຜູ້ສູງອາຍຸ, ສ້າງລະບົບສາທາລະນະສຸກ ທີ່ມີການປ່ອຍອາຍພິດ ກາກບອນຕ່ຳ ແລະ ສະໜອງຂໍ້ສະເໜີແນະດ້ານນະໂຍບາຍ ໂດຍອີງໃສ່ຫຼັກຖານຕົວຈິງ ທັງໃນ ລະດັບຊາດ ແລະ ທ້ອງຖິ່ນ.  

ທ່ານນາງ ປອ Angela Pratt ຖືວ່າ: “ການລົງທຶນໃສ່ສຸຂະພາບ ບໍ່ພຽງແຕ່ ແມ່ນການລົງທຶນໃສ່ ລະບົບສາທາລະນະສຸກເທົ່ານັ້ນ, ແຕ່ຍັງແມ່ນການລົງທຶນໃສ່ການພັດທະນາແບບຍືນຍົງ, ສະມັດຕະພາບ ການອອກແຮງງານ ແລະ ອະນາຄົດ ຂອງ ແຕ່ລະປະເທດອີກດ້ວຍ. ດ້ວຍພື້ນຖານຕ່າງໆ ທີ່ໄດ້ຮັບການ ສ້າງຂຶ້ນ ຄຽງຄູ່ກັບການ ຮ່ວມມື ຢ່າງແໜ້ນແຟ້ນ ລະຫວ່າງ ຫວຽດນາມ ແລະ WHO, ຂ້າພະເຈົ້າ ເຊື່ອໝັ້ນວ່າ ເປົ້າໝາຍ ປົກຄຸມ ການຮັກສາສຸຂະພາບທົ່ວປວງຊົນ ຈະນັບມື້ນັບ ກ້າວເຂົ້າໃກ້ຄວາມເປັນຈິງ ຫຼາຍຂຶ້ນ”. ສານດັ່ງກ່າວ ຍັງໄດ້ສະ ທ້ອນ ໃຫ້ເຫັນເຖິງ ຄວາມມຸ່ງໝັ້ນ ຢ່າງຍາວນານ ຂອງ WHO ໃນການຮ່ວມເດີນທາງກັບ ຫວຽດນາມ ເພື່ອສ້າງລະບົບ ສາທາລະນະສຸກ ທີ່ມີຄວາມຍຸຕິທຳ, ມີປະສິດທິຜົນ ແລະ ຖືເອົາ ປະຊາຊົນເປັນໃຈກາງ, ເພື່ອອະນາຄົດ ທີ່ມີສຸຂະພາບ ແຂງແຮງ ແລະ ພັດທະນາແບບຍືນຍົງ.

 

  • ບົດ: ບິກເວິນ - ພາບ: ກົງດາດ/VNP

top