“Taste of Heritage - ແຮງບັນດານໃຈຈາກມໍລະດົກ”

“Taste of Heritage - ແຮງບັນດານໃຈຈາກມໍລະດົກ”

ຊຸດອອກແບບ ແຟຊັ່ນ ຫຼາຍ​ຮ້ອຍ​ຊຸດ​ ຂອງ​ນັກ​ອອກ​ແບບ 18 ຄົນ​ ມາຈາກ​ທົ່ວ​ປະ​ເທດ​ ໄດ້​ນຳມາສະ​ແດງ​ໃນສັບປະດາ ແຟຊັ່ນ ສາ ກົນ ຫວຽດນາມ ລະດູໃບໄມ້ຫຼົ່ນ - ລະດູໜາວ 2022.

ສັບປະດາ ແຟຊັ່ນ​ ສາກົນ ຫວຽດນາມ ລະດູ​ໃບ​ໄມ້​ຫຼົ່ນ - ລະດູ​ໜາວ 2022ທີ່​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ ຮ່າ​ໂນ້ຍ ​ໄດ້​ສ້າງ​ແຮງ​ບັນດານ​ໃຈ​ໃຫ້​ບັນດາ​ນັກ​ອອກ​ແບບ ​ແລະ ເຄື່ອງ​ໝາຍ​ ​ຫວຽດ ​ໃນ​ການ​ອະນຸລັກ​ຮັກສາ ​ແລະ ເສີມຂະຫຍາຍຄວາມງາມຂອງ​ ບັນດາ​ມໍລະດົກ​ວັດທະນະທຳ ຫວຽດນາມ ​ແລະ ​ເຮັດ ​ໃຫ້​ປະຊາຊົນ​ມີ​ທັດສະນະ​ສ້າງສັນ​ກ່ຽວ​ກັບ​ສິລະ​ປະ​ ແຟຊັ່ນ.

ສັບປະດາ ແຟຊັ່ນ ສາກົນ ຫວຽດນາມ ລະດູໃບໄມ້ຫຼົ່ນ- ລະດູໜາວ 2022 ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ 18 ນັກ​ອອກ​ແບບ ​ແລະ ​ເຄື່ອງ​ໝາຍ ​ແຟຊັ່ນ ​ທີ່​ມີ​ຊື່​ສຽງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ.


ເປີດສາກໃຫ້ແກ່ສັບປະດາ ແຟຊັ່ນ ສາກົນ ຫວຽດນາມ ລະດູໃບໄມ້ຫຼົ່ນ-ລະດູໜາວ 2022 ​ຄືຊຸດສະສົມ “ເຊືອງ(ນໍ້າໜອກ)ຂອງ ​ນັກ​ອອກ​ແບບ ຮວ່າງ​ມິນ​ຮ່າ. “ເຊືອງໄດ້ນຳມາເຊິ່ງຄວາມປະທັບໃຈ ແລະ ສະທ້ອນໃໝ່ ກ່ຽວກັບບັນດາມໍລະດົກວັດທະນະທຳ ຫວຽດນາມ ຜ່ານສາຍນ້ຳທີ່ບໍລິສຸດ ຄືຄວາມງາມແບບດັ້ງເດີມຂອງ ແມ່ຍິງ ຫວຽດນາມ.


ຜູ້ອອກແບບໄດ້ສະແດງໃຫ້ເຫັນພາບສະທ້ອນຂອງສິ່ງຕ່າງໆ ດ້ວຍສິລະປະ 3D ປະສົມປະສານ ກັບສິລະປະ ການເບິ່ງເຫັນເພື່ອເຮັດໃຫ້ ແຟຊັ່ນ ແຕ່ລະຊຸດກາຍເປັນ ເລື່ອງລາວໜຶ່ງ. 39 ຊຸດ ແຟຊັ່ນ ໃນຊຸດສະສົມແມ່ນໄດ້ອອກແບບຢ່າງ ພິຖີພິຖັນ, ເຊີດຊູ້ຄວາມງາມ ຂອງແມ່ຍິງ ພ້ອມກັບ ຄວາມງາມຂອງ ວັດທະນະທໍາພາກເໜືອ.

ເຂົ້າຮ່ວມລາຍການສະແດງທຳອິດ, ນັກອອກແບບ ດຶກຮຸ່ງ ໄດ້ສ້າງຄວາມອົບອຸ່ນໃຫ້ແກ່ຜູ້ຊົມດ້ວຍແສງຕາເວັນ ທີ່ອົບອຸ່ນໃນຍາມໜາວ ຜ່ານຊຸດສະສົມ “ຕໍ່າແສງແດດ ໃນລະດູໜາວ”. ດ້ວຍ​ຄວາມ​ຫຼົງໄຫຼ ​ຕໍ່​ຄວາມ​ງາມ​ທີ່​ອ່ອນ​ໂຍນ ​ແລະ ລະອຽດ​ລະ​ອໍ​ຂອງ​ເສື້ອ​ຜ້າ​ແພ - ຄວາມ​ງາມ​ ຂອງ​ ມໍລະດົກ​ວັດທະນະທຳ​ພາກ​ເໜືອ, ນັກ​ອອກ​ແບບ ດຶກຮຸ່ງ ​ໄດ້​ຜັນ​ຂະຫຍາຍ​ຊຸດ​ເສື້ອ​ທີ່​ໄດ້​​ຖື​ວ່າ​ ອອກ​ຈາກ ​ແຟຊັ່ນ​ ໃຫ້ກາຍ​ເປັນ​ຊຸດ​ ແຟຊັ່ນ ​ທີ່​ມີ​ຄຸນ​ນະພາ​ບ ​ແລະ ​ແປກ​ປະຫຼາດ​ກວ່າ​ເກົ່າ.

 


ຖ້າ​ນັກ​ອອກ​ແບບ ຖາວຫງວຽນ ​ນຳມາສະແດງ ໃນສັບປະດາ ແຟຊັ່ນ ສາກົນ ຫວຽດນາມ ລະດູໃບໄມ້ຫຼົ່ນ-ລະດູໜາວ 2022 ຊຸດ​ສະສົມທີ່ມີ​ຊື່ວ່າ “ເຂົ້າ”, ນັກ​ອອກ​ແບບ Metiseko Audrey Charles ​ແລະ Erwan Perzo ​ໄດ້​ນຳມາສະເໜີຕໍ່​ມວນຊົນ ຊຸດສະສົມທີ່​ມີ​ຊື່​ວ່າ Verticale Hanoi” ​ໄດ້​ຮັບແຮງບັນດານ​ໃຈ​ຈາກ​ບັນດາ​ມໍລະດົກ​ຂອງ​ນະຄອນຫຼວງ ​ຮ່າ​ໂນ້ຍ ​ເຊັ່ນ: ທາດເຕົ່າ, ຂົວ​ ລອງ​ບຽນ, ຕະຫຼາດດອກ​ໄມ້ ກວາງ​ບ໋າ ຫຼື ​ແຖວ​ຕົ້ນ​ດອກ​ຝາງແດງ​ ຢູ່​ອ້ອມ​ໜອງ ຮວ່ານກຽນ.



ສັບປະດາ ແຟຊັ່ນ ສາກົນ ຫວຽດນາມ ລະດູໃບໄມ້ຫຼົ່ນ-ລະດູ ໜາວ 2022 ​ໄດ້​ສິ້ນ​ສຸດ​ລົງ​ດ້ວຍ “ງານ​ລ້ຽງ ​ແຟຊັ່ນ” ຂອງ ​ນັກ​ອອກ​ແບບ ຫວູຫວຽດຮ່າ. ນັກອອກແບບ ແຟຊັ່ນ ຫວູຫວຽດຮ່າ ​ໄດ້​ເອົາ​ຊະ​ນະ​ຜູ້​ຊົມ​ທີ່​ຮັກ​ແພງ​ ແຟຊັ່ນ ຜ່ານ​ລົມ​ຫາຍ​ໃຈ​ອັນ​ລະ ອຽດ​ອ່ອນ​ໃນ​ຊຸດສະສົມ “ຝາກໄວ້​ຊາວ​ເຜົ່າ​ ມົ້ງ​ ໃນ​ອະນາຄົດ” ດ້ວຍການສະແດງ ຂອງ ນາງງາມ H'Hen Niê.



ທ່ານ​ນາງ ຈາງ​ເລ - ປະ​ທານ​ສະ​ມາ​ຄົມ​ຜູ້​ອອກ​ແບບ​ ແຟ​ຊັ່ນ​ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ທັງເປັນປະ​ທານ​ສັບປະດາ​ ແຟ​ຊັ່ນ ​ສາ​ກົນ​ ຫວຽດ​ນາມ.

ຖ້າ​ສັບປະດາ ແຟຊັ່ນ ສາກົນ ຫວຽດນາມ ລະດູບານໃໝ່ - ລະ ດູຮ້ອນ 2022 ​ເວົ້າ​ເຖິງ​ການ​ຟື້ນ​ຕົວ ທ່ີໜ້າອັດສະຈັນ ແລະ ການ​ພັດທະນາ ທີ່​ຍືນ​ຍົງ​ ພາຍຫຼັງ​ການລະບາດ, ສັບປະດາ ແຟຊັ່ນ ສາກົນ ຫວຽດນາມ ລະດູໃບໄມ້ຫຼົ່ນ - ລະດູໜາວ 2022 ເວົ້າ​ເຖິງ​ອີກ​ດ້ານ​ໜຶ່ງ, ​ແມ່ນ​ກ່ຽວ​ກັບ ​ແຟຊັ່ນ ແບບ​ຍືນ​ຍົງ. ​ລາຍການນີ້​ ສະ​ແດງ​ໃຫ້​ເຫັນ​ຄວາມ​ງາມ​ຂອງ​ມໍລະດົກ​ ໃນ​ທ່າມກາງ​ກະແສ​ຍຸກ​ສະ​ໄໝ ດ້ວຍ​ຂໍ້​ຄວາມ “Taste Of Heritage – ແຮງ​ບັນດານ​ໃຈ​ຈາກມໍລະດົກ” ດ້ວຍ​ເລື່ອງລາວ ການ​ຟື້ນ​ຄືນ​ເອກະລັກ, ຄຸນຄ່າ​ມໍລະດົກ ​ສູ່ຄວາມ​ງາມ​ເໜືອນການ​ເວລາ…”.

 

 ບົດ: VNP/ເງິນຮ່າ - ພາບ: ແຄ໋ງລອງ - ແປໂດຍ: ຢືຟຽນ


top