"ລົບລ້າງເຮືອນຢູ່ຊົ່ວຄາວ ແລະ ຊຸດໂຊມ ໃຫ້ແກ່ປະຊາຊົນ" - ແມ່ນ ຄໍາຮຽກຮ້ອງທີ່ເຕັມໄປດ້ວຍ ມະນຸດສະທໍາ ຂອງພັກ

"ລົບລ້າງເຮືອນຢູ່ຊົ່ວຄາວ ແລະ ຊຸດໂຊມ ໃຫ້ແກ່ປະຊາຊົນ" - ແມ່ນ ຄໍາຮຽກຮ້ອງທີ່ເຕັມໄປດ້ວຍ ມະນຸດສະທໍາ ຂອງພັກ

ເປັນເວລາເກືອບ 40 ປີ ແຫ່ງການປ່ຽນແປງໃໝ່, ຫວຽດນາມ ໄດ້ ສ້າງ ສິ່ງມະຫັດສະຈັນ ຫຼາຍຢ່າງ, ແຕ່ໃນທ່າມກາງ ສະພາບລວມ ເສດຖະກິດ-ສັງຄົມ ທີ່ພວມມີການປ່ຽນແປງໄປ ໃນທິດທາງ ທີ່ສົດໃສ, ຍັງຄົງມີ ຄອບຄົວ ທຸກຍາກ ເກືອບ 274.000 ຄອບຄົວ, ໃກ້ຈະທຸກຍາກ ແລະ ຄອບຄົວນະໂຍບາຍ ທີ່ຍັງຕ້ອງດໍາລົງຊີວິດ ໃນເຮືອນ ຢູ່ຊົ່ວຄາວ, ເຮືອນຊຸດໂຊມ. ດັ່ງນັ້ນ, ໂຄງການ “ທົ່ວ ປວງຊົນ ຮ່ວມແຮງ ຮ່ວມໃຈ ລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນ ຊຸດໂຊມໃນ ທົ່ວປະເທດ” ໄດ້ສະແດງໃຫ້ເຫັນເຖິງ ມະນຸດສະທໍາ, ຈິດໃຈ ແຫ່ງຄວາມຮັກແພງຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ, ບໍ່ປະໄວ້ ໃຫ້ໃຜຢູ່ເບື້ອງຫຼັງ... ແລະ ນີ້ແມ່ນໜຶ່ງ ໃນຫຼາຍ ນະໂຍບາຍ ທີ່ ຫວຽດນາມ ພວມພະຍາຍາມ ປະຕິບັດ ເພື່ອສະແດງ ໃຫ້ເຫັນເຖິງ ຄໍາໝັ້ນສັນຍາຕໍ່ຊາວໂລກ  ກ່ຽວກັບການປົກປ້ອງ ແລະ ສົ່ງເສີມ ສິດທິມະນຸດ, ຖືວ່າ ນີ້ແມ່ນເປົ້າໝາຍ ແລະ ແຮງກະຕຸ້ນ ຂອງ ການພັດທະນາປະເທດຊາດ.

ເພື່ອໃຫ້ເຫັນພາບລັກທີ່ສົດໃສ ແລະ ຊັດເຈນ ກ່ຽວກັບໂຄງການ ອັນ ສູງສົ່ງນີ້, ພວກຂ້າພະເຈົ້າ ໄດ້ມີການເດີນທາງ ເປັນເວລາຫຼາຍວັນ ໄປ ຍັງຫຼາຍພາກພື້ນໃນທົ່ວປະເທດ, ບ່ອນທີ່ມີບັນດາຫຼັງເຮືອນ ນ້ອຍໆ ແຕ່ແໜ້ນໜາ, ໝັ້ນຄົງ ແລະ ອົບອຸ່ນ ດ້ວຍນໍ້າໃຈແຫ່ງ ມະ ນຸດ ພວມໄດ້ຮັບການກໍ່ສ້າງຢ່າງຮີບດ່ວນ ເພື່ອໃຫ້ທັນມອບສົ່ງມອບ ເຖິງມືປະຊາຊົນ ຜູ້ທຸກຍາກ ດ້ວຍຄວາມສຸກ ທີ່ບໍ່ມີຂອບເຂດ ກ່ຽວ ກັບຊີວິດທີ່ “ຢູ່ດີກິນດີ”.

ເດືອນ ມິຖຸນາ, ແຂວງ ລາຍເຈົາ ກໍາລັງຢູ່ໃນຊ່ວງລະດູຝົນ, ແຕ່ພວກ ຂ້າພະເຈົ້າ ຍັງຕັດສິນໃຈ ຂ້າມກິ່ວ ຮົ່ງທູມ໋ານ ທ່າມກາງສາຍຝົນຕົກ ລົງຢ່າງໜັກ ເພື່ອມຸ່ງໜ້າໄປສູ່ ເຂດດິນ ທີ່ມີລົມພັດແຮງ ຄື ເມືອງ ຟອງໂຖ. ຢູ່ໃນລົດ, ທ່ານພັນເອກ ເລກົງແທ່ງ, ຮອງຫົວໜ້າ ການ ເມືອງ ທະຫານປ້ອງກັນຊາຍແດນ ແຂວງ ລາຍເຈົາ ໄດ້ກ່າວວ່າ: “ຝົນຕົກ, ລົມແຮງ, ດິນເຈື່ອນ ກໍຍັງຕ້ອງເຄື່ອນໄຫວ ຕໍ່ໄປແຫຼະ ນັກ ຂ່າວເອີຍ, ສະຫາຍ ຂອງພວກເຮົາ ກໍາລັງປັກຫຼັກ ຢູ່ກັບບ້ານ, ຢູ່ກັບ ປະຊາຊົນ ເພື່ອຮ່ວມແຮງຮ່ວມໃຈ ຊ່ວຍເຫຼືອ ພີ່ນ້ອງ ປະຊາຊົນ ປຸກສ້າງເຮືອນໃໝ່”.

ພະນັກງານ, ນັກຮົບ ຄ້າຍປ້ອງກັນຊາຍແດນ ມາລູ່ທ່າງ ຊ່ວຍ ເຫຼືອຄອບຄົວ ທ່ານ ເຕິນກິມຮ່ຽນ ຢູ່ບ້ານ ຕາຟິ່ນ ປຸກສ້າງ ເຮືອນ ໃໝ່. ພາບ: ຄ້າຍປ້ອງກັນຊາຍແດນ ມາລູ່ທ່າງ 
ພະນັກງານ, ນັກຮົບ ຄ້າຍປ້ອງກັນຊາຍແດນ ຫ້ວຍຫຼວງ ໄດ້ ສົມທົບຢ່າງຕັ້ງໜ້າກັບ ອຳນາດການປົກຄອງທ້ອງຖິ່ນ, ອົງການ ຈັດຕັ້ງ ແລະ ບຸກຄົນ ເພື່ອລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຊຸດໂຊມ ຢູ່ຕາແສງ ຫ້ວຍຫຼວງ. ພາບ: ຫວຽດເກື່ອງ/VNP
ຮອດທ້າຍເດືອນ ມິຖຸນາ 2025, ທະຫານປ້ອງກັນຊາຍແດນ ແຂວງ ລາຍເຈົາ ໄດ້ລະດົມພະນັກງານ, ນັກຮົບ 2.859 ເທື່ອຄົນ ເຂົ້າຮ່ວມ 3.666 ມື້ ເຮັດວຽກ ເພື່ອຊ່ວຍປະຊາຊົນ ສ້າງເຮືອນໃໝ່ ໄດ້ 546 ຫຼັງ. ພາບ: ຫວຽດເກື່ອງ/VNP

ເສັ້ນທາງທ່ີເຕັມໄປດ້ວຍຂີ້ຕົມ ແມ່ນບໍ່ສາມາດກີດຂວາງການເດີນ ທາງ ຂອງຄະນະປະຕິບັດງານຂອງ ພວກຂ້າພະເຈົ້າ ໄປເຖິງບ້ານ ຫ້ວຍຫຼວງ 2 ທີ່ຕັ້ງຢູ່ໃນຄວາມສູງ ເກືອບ 2000 ມ ເມື່ອທຽບກັບ ໜ້ານໍ້າທະເລ. ຝົນເທກະໜໍ່າລົງມາ, ແຕ່ທະຫານ ກໍຍັງຝ່າສາຍຝົນ ເພື່ອໄປຊ່ວຍຄອບຄົວ ທ່ານ ມ່າວວັນຊວນ ຊາວເຜົ່າ ຮ່າຍີ່ ສ້າງ ເຮືອນ. 

ທ່ານ ມ່າວວັນຊວນ ໄດ້ກ່າວດ້ວຍຄວາມຕື້ນຕັນໃຈວ່າ: “ເຮືອນເກົ່າ ຂອງຂ້ອຍຢູ່ພຸ້ນ, ຄິດວ່າຄົງຈະຢູ່ບໍ່ໄດ້ແລ້ວ ຫຼັງຈາກລະດູຝົນນີ້! ແຕ່ ໂດຍໄດ້ຮັບການສະໜັບສະໜູນຈາກລັດ, ຄອບຄົວ ຂອງ ຂ້າພະ ເຈົ້າ ໄດ້ກູ້ຢືມເງິນເພີ່ມ ຈາກທະນາຄານ ແລະ ມີເງິນ ປະຫຍັດຈໍາ ນວນໜຶ່ງ, ທັງໄດ້ຮັບການຊ່ວຍເຫຼືອດ້ານແຮງງານ ຈາກທະຫານ ຊາຍແດນ, ດັ່ງນັ້ນ ຂ້າພະເຈົ້າ ຈຶ່ງກໍາລັງຈະມີເຮືອນຫຼັງໃໝ່ ກວ້າງ ເກືອບ 80 ມ2 ນີ້”. 

ດ້ວຍການເຂົ້າຮ່ວມຢ່າງກະຕືລືລົ້ນ, ມີຄວາມຮັບຜິດຊອບ ຂອງ ພະນັກງານ, ນັກຮົບ ກໍາລັງທະຫານປ້ອງກັນຊາຍແດນ ແຂວງ ລາຍເຈົາ, ເຮືອນໃໝ່ຫຼາຍຫຼັງ ໄດ້ຖືກປຸກສ້າງຂຶ້ນທ່າມກາງ ຄວາມດີໃຈ, ຄວາມເບີກບານມ່ວນຊື່ນ ຂອງປະຊາຊົນ ບັນດາ ຕາແສງ ຊາຍແດນ. ພາບ: ຫວຽດເກື່ອງ/VNP

ຄວາມມຸ່ງໝັ້ນໃນການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຊຸດໂຊມ ບໍ່ ພຽງແຕ່ເປັນນະໂຍບາຍທີ່ຖືກຕ້ອງຂອງພັກ ແລະ ລັດເທົ່ານັ້ນ, ແຕ່ ຍັງເປັນສຽງຮຽກຮ້ອງ ຈາກສ່ວນເລິກ ຂອງຫົວໃຈ ຂອງ ທະຫານ ປ້ອງກັນຊາຍແດນແຂວງ ລາຍເຈົາ ແຕ່ລະຄົນ. ຮອດທ້າຍເດືອນ ມິຖຸນາ 2025, ທະຫານປ້ອງກັນຊາຍແດນ ແຂວງ ລາຍເຈົາ ໄດ້ລະ ດົມພະນັກງານ, ນັກຮົບ 2.859 ເທື່ອຄົນ ເຂົ້າຮ່ວມ 3.666 ມື້ ເຮັດ ວຽກ ເພື່ອຊ່ວຍປະຊາຊົນ ສ້າງເຮືອນໃໝ່ ໄດ້ 546 ຫຼັງ. ບໍ່ພຽງແຕ່ ປະກອບສ່ວນແຮງງານເທົ່ານັ້ນ, ທະຫານປ້ອງກັນຊາຍແດນ ແຂວງ ຍັງໄດ້ຈັດຕັ້ງປະຕິບັດ ການປຸກລະດົມ, ໂຄສະນາເຜີຍແຜ່, ລະດົມ ທຶນ ເພື່ອສະໜັບສະໜູນ ການເຄື່ອນໄຫວ ລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຊຸດໂຊມ. ນອກຈາກນັ້ນ, ທະຫານປ້ອງກັນຊາຍແດນ ແຂວງ, ບັນດາຄ້າຍທະຫານ ປ້ອງກັນຊາຍແດນ ຍັງໄດ້ສົມທົບ ຮຽກຮ້ອງ ວິ ສາຫະກິດ, ຜູ້ໃຈບຸນທັງຫຼາຍ ບໍລິຈາກເງິນເກືອບ 3 ຕື້ ດົ່ງ ເພື່ອຊ່ວຍ ເຫຼືອ ດ້ານທຶນຮອນ ແລະ ວັດຖຸກໍ່ສ້າງເຮືອນ ໃຫ້ແກ່ ປະຊາຊົນ.

ທ່ານພັນເອກ ເລກົງແທ່ງ, ຮອງຫົວໜ້າການເມືອງ ທະຫານ ປ້ອງກັນຊາຍແດນ ແຂວງ ລາຍເຈົາ ແລະ ສະຫາຍ ຫງວຽນວັນແທງ, ຮອງເລຂາເມືອງ ຟອງໂຖ ມອບເຮືອນໃໝ່ໃຫ້ແກ່ປະຊາຊົນບ້ານ ຫ້ວຍຫຼວງ 2. ພາບ: ຫວຽດເກື່ອງ/VNP

ດ້ວຍຄວາມຕັດສິນໃຈຢ່າງສູງ ຂອງ ບັນດານັກຮົບ ປ້ອງກັນຊາຍ ແດນ, ການເດີນທາງ ລົບລ້າງເຮືອນຢູ່ຊົ່ວຄາວ ຢູ່ແຂວງ ລາຍເຈົາ ໄດ້ຄ່ອຍໆ ບັນລຸເປົ້າໝາຍ ຕາມແຜນທີ່ວາງໄວ້. ຢູ່ບັນດາ ພື້ນທີ່ ຊາຍແດນ ທີ່ມີຄວາມຫຍຸ້ງຍາກ ເປັນພິເສດ ເຊັ່ນ: ຊີເຫຼີເລົາ, ປາອູ, ຫ້ວຍ ຫຼວງ, ປາເຫວ້ຊື, ຕ໋າບ້າ... ບັນດາຫຼັງເຮືອນ ທີ່ໝັ້ນຄົງ ກຳລັງ ຖືກສ້າງຂຶ້ນໃນແຕ່ລະວັນ, ພ້ອມກັນນັ້ນແມ່ນຄວາມເຊື່ອໝັ້ນ, ແມ່ນ ກຳລັງຜັກດັນ ໃຫ້ປະຊາຊົນ ເຂດຊາຍແດນ ບືນຕົວຂຶ້ນ ສ້າງຊີວິດ ການເປັນຢູ່ໃຫ້ໝັ້ນຄົງ, ພ້ອມກັນ ປົກປັກຮັກສາ ຜືນແຜ່ນດິນແມ່ ທີ່ ເປັນປ້ອມດ່ານປ້ອງກັນ ຂອງ ປະເທດຊາດ.

ພາກກາງ-ໄຕງວຽນ ແມ່ນເຂດດິນ ທີ່ປະສົບໄພພິບັດ ທໍາມະຊາດ ພາຍຸ-ນໍ້າຖ້ວມ ເປັນປະຈໍາ, ແຕ່ຍັງມີຄວາມຫຍຸ້ງຍາກ ຫຼາຍກວ່າ ໝູ່່ໃນ ທົ່ວປະເທດ, ດັ່ງນັ້ນຈຶ່ງມີຈໍານວນຄອບຄົວ ປະສົບກັບຄວາມ ຫຍຸ້ງຍາກ ດ້ານທີ່ຢູ່ອາໄສຫຼາຍທີ່ສຸດ ໃນທົ່ວປະເທດ. ເພາະສະນັ້ນ, ໂຄງການ ລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຊຸດໂຊມ ໄດ້ຮັບຄວາມ ເອົາໃຈໃສ່ ບຸລິມະສິດ ອັນດັບຕົ້ນໆ ຈາກລັດຖະບານ, ຍ້ອນແນວ ນັ້ນ ເກືອບທຸກທ້ອງຖິ່ນໃນພາກພື້ນນີ້ ເຊັ່ນ: ກວາງຈີ້, ເຫວ້, ດ່າໜັງ, ກວາງຫງາຍ, ບິ່ງດິ້ງ, ແຄ໋ງຮ່ວາ, ເລີມດົ່ງ, ດັກລັກ ໄດ້ພະຍາຍາມ ສໍາເລັດໂຄງການ, ຫຼາຍທ້ອງຖິ່ນ ຍັງສໍາເລັດກ່ອນກໍານົດຄືວັນທີ 31 ສິງຫາ ຕາມແຜນການ ທ່ີລັດຖະບານ ວາງອອກ.

ທະຫານປ້ອງກັນຊາຍແດນແຂວງ ກອນຕຸມ (ປັດຈຸບັນແມ່ນແຂວງ ກວາງຫງາຍ) ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງເຮືອນໃໝ່ ໃຫ້ປະຊາຊົນ ຢູ່ເຂດຊາຍແດນ. ພາບ: ຫງວຽນຄວາເຈືອງ
ຄອບຄົວ ຂອງ ເອື້ອຍ ຣາເດນ ທິຕິນ, ຊາວເຜົ່າ ເກີຕູ ຢູ່ບ້ານ ຕ່າວາງ, ຕາແສງ ໄຕຢາງ, ນະຄອນ ດ່າໜັງ ພ້ອມກັນ ຮ່ວມແຮງ ຮ່ວມໃຈສ້າງເຮືອນຫຼັງໃໝ່. ພາບ: ແທງຮ່ວາ/VNP

ເມືອງພູດອຍ ໄຕຢາງ, ແຂວງ ກວາງນາມ (ປັດຈຸບັນແມ່ນຕາແສງ ໄຕຢາງ, ນະຄອນ ດ່າໜັງ) ແມ່ນທ້ອງຖິ່ນ ເຂດພູດອຍ ຕິດກັບ ຊາຍ ແດນປະເທດ ລາວ, ຢູ່ທີ່ນີ້ ມີປະຊາກອນ ປະມານ 95% ເປັນ ພີ່ນ້ອງຊາວເຜົ່າ ເກີຕູ, ສະພາບພູມສັນຖານ ເປັນເຂດພູດອຍ ທີ່ຫ່າງໄກ, ຫຼາຍບ່ອນມີຜູ້ຄົນອາໄສ ຢູ່ກະແຈກກະຈາຍ, ຊີວິດການ ເປັນຢູ່ດ້ານ ເສດຖະກິດ ຍັງມີຄວາມຫຍຸ້ງຍາກຫຼາຍ, ແຕ່ດ້ວຍການ ສະໜັບສະໜູນຢ່າງຈິງຈັງ ຈາກລັດຖະບານ, ນະຄອນ ແລະ ອໍານາດການປົກ ຄອງທ້ອງຖິ່ນ ຂັ້ນຕ່າງໆ ກໍຄື ຈາກແຫຼ່ງທຶນ ຈາກ ຜູ້ໃຈບຸນອື່ນໆ ຈຶ່ງ ເຮັດໃຫ້ ມາຮອດປັດຈຸບັນ ໄດ້ສໍາເລັດໂຄງການ ລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຊຸດໂຊມ ກ່ອນກໍານົດ, ຮັບປະກັນທີ່ ຢູ່ອາໄສ ທີ່ປອດໄພ ໃຫ້ແກ່ປະຊາຊົນ ກ່ອນລະດູຝົນ-ພາຍຸ ທ່ີຍາກ ຈະຄາດເດົາລ່ວງໜ້າໄດ້ໃນປີນີ້.

ພີ່ນ້ອງປະຊາຊົນ ໃນບ້ານ ຕ່າວາງ ແຕ່ລະຄົນ ຊ່ວຍເຫຼືອ ຄົນ ລະມື ເພື່ອສ້າງເຮືອນໃໝ່ ໃຫ້ຄອບຄົວເອື້ອຍ ຣາເດນ ທິຕິນ. ພາບ: ແທງຮ່ວາ/VNP

ທ່ານ ອາເຣິດ ບຼຸ໋ຍ, ປະທານ ຄະນະກໍາມະການ ປະຊາຊົນ ຕາແສງ ໄຕຢາງ ໃຫ້ຮູ້ວ່າ ຕົວທ່ານເອງໄດ້ລົງກວດກາ ພື້ນທີ່ຕ່າງໆ, ບາງ ບ່ອນ ລົງຫຼາຍຄັ້ງ ແລະ ເຫັນວ່າ ໂຄງການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຊຸດໂຊມ ໄດ້ຖືກຜັນຂະຫຍາຍເປັນຢ່າງດີຫຼາຍ. ດ້ວຍແຫຼ່ງ ທຶນຈາກສູນກາງ, ທ້ອງຖິ່ນ, ການລະດົມທຶນຈາກສັງຄົມ ແລະ ການ ປະກອບສ່ວນ ດ້ານແຮງງານ ຂອງ ປະຊາຊົນ, ມາຮອດປັດຈຸບັນ ຕາແສງ ໄຕຢາງ ໄດ້ສຳເລັດໂດຍພື້ນຖານ ການກໍ່ສ້າງໃໝ່ ແລະ ສ້ອມແປງເຮືອນເກົ່າ ໃຫ້ແກ່ປະຊາຊົນ, ຮັບປະກັນ ໃຫ້ພີ່ນ້ອງ ອຸ່ນ ອຽນໃຈ ເຂົ້າຢູ່ ກ່ອນລະດູຝົນ-ນໍ້າຖ້ວມປີນີ້.

ເຂດຊຸມຊົນບ້ານ ເປີຣນິງ, ຕາແສງ ລັງ, ເມືອງ ໄຕຢາງ, ແຂວງ ກວາງນາມ (ປັດຈຸບັນ ຂຶ້ນກັບຕາແສງ ໄຕຢາງ, ນະຄອນ ດ່າໜັງ) ແຕ່ກ່ອນມີເຮືອນຊຸດໂຊມຫຼາຍ, ດຽວນີ້ໄດ້ຮັບການ ສ້ອມແປງ, ກໍ່ສ້າງໃໝ່ ຢ່າງແໜ້ນໜາ, ຮັບປະກັນ ການຢູ່ອາໄສ ທີ່ປອດໄພ, ໝັ້ນຄົງໃຫ້ແກ່ປະຊາຊົນ. ພາບ: ແທງຟອງ
ອ້າຍ ບລິງ ຕັງ (ເສື້ອລາຍດອກສີແດງ), ຊາວເຜົ່າ ເກີຕູ ຢູ່ ບ້ານ ເປີຣນິງ, ຕາແສງ ໄຕຢາງ, ນະຄອນ ດ່າໜັງ ແບ່ງປັນຄວາມດີໃຈ ທີ່ໄດ້ຍ້າຍເຂົ້າຢູ່ໃນເຮືອນຫຼັງໃໝ່ ກັບໝູ່ເພື່ອນ. ພາບ: ແທງຮ່ວາ/VNP

ທ່ານ ບລິງ ຟ໋າດ, ຊາວເຜົ່າ ເກີຕູ, ນາຍບ້ານ ເປີນິງ ໃຫ້ຮູ້ຕື່ມວ່າ ໂຄງການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຊຸດໂຊມ ແມ່ນຄວາມ ເອົາໃຈໃສ່ ທີ່ໃຫຍ່ຫຼວງ ຂອງລັດ ຕໍ່ພີ່ນ້ອງປະຊາຊົນ, ແຕ່ກ່ອນ ບ້ານ ເປີນິງ ມີຈໍານວນຄອບຄົວ ທີ່ຍັງບໍ່ທັນມີເຮືອນ ຢູ່ອາໄສ ທີ່ໝັ້ນຄົງ ເປັນຈໍານວນຫຼາຍ, ຍ້ອນອາໄສໂຄງການນີ້ ມາຮອດປັດຈຸບັນ ບ້ານ ມີກວ່າ 30 ຄອບຄົວ ໄດ້ຮັບການຊ່ວຍເຫຼືອ ສ້ອມແປງ ຫຼື ກໍ່ສ້າງ ເຮືອນໃໝ່ ເພື່ອໃຫ້ພີ່ນ້ອງປະຊາຊົນໄດ້ຮັບປະກັນດ້ານການກິນຢູ່, ການດໍາລົງຊີວິດທີ່ປອດໄພ, ຍາວນານ ແລະ ໝັ້ນຄົງ.

ຕາມທີ່ຮູ້, ການຈັດຕັ້ງປະຕິບັດໂຄງການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຊຸດໂຊມ, ຈາກປີ 2021 ຫາ 2025, ຕາແສງ ໄຕຢາງ, ນະ ຄອນ ດ່າໜັງ ໄດ້ດໍາເນີນການສ້ອມແປງ ແລະ ກໍ່ສ້າງໃໝ່ໄດ້ 1.067 ຫຼັງ, ສະເພາະ 6 ເດືອນຕົ້ນປີ 2025 ນີ້ ໄດ້ມອບເຮືອນ 407 ຫຼັງ. ໄລ່ມາຮອດປັດຈຸບັນ, ທ້ອງຖິ່ນ ໄດ້ສໍາເລັດໂຄງການ ກ່ອນກໍານົດ ຄື ວັນທີ 31 ສິງຫາ ຕາມແຜນການ ທ່ີລັດຖະບານ ວາງອອກ.

ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ທຸກ​ຂັ້ນ​ຂອງ​ແຂວງ ກວາງ​ຈີ້ ​ໄດ້​ມາ​ອວຍພອນ ​ແລະ ມອບ​ເຮືອນ​ໃໝ່​ ໃຫ້​ແກ່​ຄອບຄົວ​ຊາວ​ເຜົ່າ ປາ​ໂກ. ພາບ: ຫງວຽນລິງ

ດ້ວຍຄວາມຕັດສິນໃຈ ສໍາເລັດ ໂຄງການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຊຸດໂຊມ ຖືກຕາມກໍານົດເວລາ ຂອງ ລັດຖະບານ, ຫຼາຍທ້ອງ ຖິ່ນ ຢູ່ພາກໃຕ້ ໄດ້ສໍາເລັດໂຄງການນີ້ ກ່ອນກໍານົດເຊັ່ນ: ນະຄອນ ໂຮ່ຈີມິນ (ກ່ອນການຮວມຕົວ) ໄດ້ສໍາເລັດ ການກໍ່ສ້າງໃໝ່ ແລະ ສ້ອມແປງເຮືອນ 1.222 ຫຼັງ ດ້ວຍຍອດມູນຄ່າ ການກໍ່ສ້າງກວ່າ 70 ຕື້ດົ່ງ ໃຫ້ແກ່ບັນດາຄອບຄົວ ທຸກຍາກ, ຄອບຄົວໃກ້ຈະທຸກຍາກ, ຄອບຄົວທີ່ມີຄວາມຫຍຸ້ງຍາກ ດ້ານທີ່ຢູ່ອາໄສ, ປະກອບສ່ວນ ຢ່າງ ແທດຈິງ ແລະ ມີຄວາມໝາຍ ເຂົ້າໃນກິດຈະກໍາ ສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດ ຄົບຮອບ 50 ປີ (ວັນທີ 30 ເມສາ 1975-ວັນທີ 30 ເມສາ 2025).

ເຮືອນຂອງອ້າຍ ຈາເມເລ ຢຸ່ງ ແລະ ເກເຕ ວັນຊຸງ (ຈາກ ຂວາ ຫາຊ້າຍ)-ຊາວເຜົ່າ ຢາລາຍ ຢູ່ຕາແສງ ເລີ້ຍຫາຍ, ເມືອງ ຖ້ວນບັກ, ແຂວງ ນິງຖ້ວນ (ປັດຈຸບັນແມ່ນຕາແສງ ຖ້ວນບັກ, ແຂວງ ແຄ໋ງຮ່ວາ) ໄດ້ຮັບການຊ່ວຍເຫຼືອ ຈາກອໍານາດການປົກຄອງ ປຸກສ້າງເຮືອນໃໝ່ ຫຼັງລະ 80 ລ້ານດົ່ງ ແລະ ຄອບຄົວໄດ້ ກູ້ຢືມ ເພີ່ມອີກ ເພື່ອສ້າງເຮືອນຂອງຕົນໃຫ້ແລ້ວສົມບູນ. ພາບ: ເລມິງ/VNP
ພຽງແຕ່ປະມານ 2 ເດືອນ ທີ່ຈັດຕັ້ງປະຕິບັດ (ແຕ່ຕົ້ນເດືອນ ເມສາ ຫາ ທ້າຍເດືອນ ພຶດສະພາ), ແຂວງ ນິງຖ້ວນ (ປັດຈຸບັນ ແມ່ນແຂວງ ແຄ໋ງຮ່ວາ) ໄດ້ສໍາເລັດການກໍ່ສ້າງໃໝ່, ສ້ອມແປງ ເຮືອນ 2.183 ຫຼັງ. ພາບ: ເອກະສານ

ຫຼາຍທ້ອງຖິ່ນກ່ອນການຮວມຕົວເຊັ່ນ: ຊ໋ອກຈັງ, ກ່າເມົາ, ເກິ່ນເທີ, ນິງຖ້ວນ ແລະ ບັນດາແຂວງ ອານຢາງ, ຫວິ໊ງລອງ… ກໍໄດ້ສໍາເລັດ ໂຄງການກ່ອນກໍານົດ.

ເມື່ອມາຮອດແຂວງ ນິງຖ້ວນ (ກ່ອນການຮວມຕົວ), ເຊິ່ງເປັນ ທ້ອງ ຖິ່ນທີ່ມີຊຸມຊົນ ຊາວເຜົ່າ ຈໍາ (ປະມານ 13%), ຊາວເຜົ່າ ຢາລາຍ (ປະມານ 11%) ແລະ ຊົນເຜົ່າອື່ນໆ ອາໄສຢູ່, ພວກຂ້າພະເຈົ້າ ມີ ຄວາມປະທັບໃຈຢ່າງແທ້ຈິງກັບ “ຂະບວນການ 90 ວັນ ຕອບສະ ໜອງ ຂະບວນການແຂ່ງຂັນ ຮ່ວມແຮງຮ່ວມໃຈ ລົບລ້າງເຮືອນ ຢູ່ ຊົ່ວຄາວ, ເຮືອນຊຸດໂຊມ”.  ພຽງແຕ່ປະມານ 2 ເດືອນ (ແຕ່ຕົ້ນ ເດືອນ ເມສາ ຫາ ທ້າຍເດືອນ ພຶດສະພາ 2025), ນິງຖ້ວນ ໄດ້ສໍາ ເລັດການກໍ່ສ້າງເຮືອນໃໝ່ ແລະ ສ້ອມແປງເຮືອນເກົ່າ 2.183 ຫຼັງ ເພື່ອມອບໃຫ້ປະຊາຊົນ ທີ່ມີຄວາມຫຍຸ້ງຍາກ ດ້ານທີ່ຢູ່ອາໄສ ເພື່ອ ໃຫ້ ມີຊີວິດການເປັນຢູ່ ໝັ້ນຄົງ.

ຄູ່ຜົວເມຍທ່ານ ຈາມາເລ ຢຸ່ງ, ເຜົ່າ ຢາລາຍ ຢູ່ຕາແສງ ເລີ້ຍຫາຍ, ເມືອງ ຖ້ວນບັກ, ແຂວງ ນິງຖ້ວນ (ປັດຈຸບັນແມ່ນຕາແສງ ຖ້ວນບັກ, ແຂວງ ແຄ໋ງຮ່ວາ) ບໍ່ສາມາດປິດບັງຄວາມດີໃຈ ແລະ ຄວາມຮູ້ສຶກ ເມື່ອຢືນຢູ່ຕໍ່ໜ້າເຮືອນຫຼັງໃໝ່ ທີ່ກວ້າງຂວາງ, ແຂງແກ່ນ ດ້ວຍເນື້ອ ທີ່ທັງໝົດເກືອບ 100 ມ2 ທີ່ຫາກໍ ໄດ້ຮັບການມອບ ຈາກອໍານາດ ການປົກຄອງໃຫ້ຄອບຄົວ ໃນທ້າຍເດືອນ ພຶດສະພາ ຜ່ານມາ. ທ່ານ ກ່າວວ່າ ໄດ້ຮັບການຊ່ວຍເຫຼືອ 80 ລ້ານດົ່ງ ຈາກອໍານາດການປົກ ຄອງທ້ອງຖິ່ນ, ຕົນພ້ອມພັນລະຍາ ໄດ້ກູ້ຢືມ ເພີ່ມອີກ 20 ລ້ານດົ່ງ ເພື່ອສ້າງເຮືອນໃໝ່ຫຼັງນີ້, ດຽວນີ້ ບໍ່ຕ້ອງເປັນຫ່ວງອີກຕໍ່ໄປແລ້ວວ່າ ລູກໆ ຢູ່ເຮືອນ ບໍ່ປອດໄພ ໃນເຮືອນທີ່ຊຸດໂຊມ ຄືເມື່ອກ່ອນ.

ຄອບຄົວແມ່ເຖົ້າ ດົງທິຮົ່ງ, ຊາວເຜົ່າ ຈໍາ ຢູ່ເມືອງ ຖ້ວນນາມ ແຂວງ ນິງຖ້ວນ (ປັດຈຸບັນແມ່ນຕາແສງ ເຟືອກຮ່າ, ແຂວງ ແຄ໋ງ ຮ່ວາ) ໄດ້ຮັບການຊ່ວຍເຫຼືອ ຈາກອໍານາດການປົກຄອງ ໃນການ ສ້ອມແປງເຮືອນ ແລະ ສ້າງຫ້ອງນໍ້າໃໝ່. ພາບ: ເລມິງ/VNP

ເປັນທ່ີຮູ້ກັນວ່າ ເພື່ອຜັນຂະຫຍາຍໂຄງການລົບລ້າງເຮືອນຢູ່ຊົ່ວ ຄາວ, ເຮືອນຊຸດໂຊມ, ນັບແຕ່ຕົ້ນປີ 2025, ແຂວງ ນິງຖ້ວນ (ກ່ອນ ການຮວມຕົວ) ລະດົມທຶນໄດ້ກວ່າ 141,7 ຕື້ດົ່ງ ເພື່ອສ້າງເຮືອນ ໃໝ່1.526 ຫຼັງ ແລະ ສ້ອມແປງ 657 ຫຼັງ. ດ້ວຍຄວາມພ້ອມຈິດ ພ້ອມໃຈກັນ ແລະ ຄວາມຕັດສິນໃຈຢ່າງສູງ ຂອງ ອໍານາດການປົກ ຄອງ, ການສະໜັບສະໜູນ ຢ່າງທັນການ ຂອງ ບັນດາວິສາຫະກິດ, ນັກທຸລະກິດ ແລະ ການແບ່ງປັນ ຂອງ ຊຸມຊົນ, ນິງຖ້ວນ ໄດ້ຫຼຸດ ຜ່ອນເວລາ ແລະ ສໍາເລັດການລົບລ້າງ ເຮືອນຢູ່ຊົ່ວຄາວ, ເຮືອນ ຊຸດໂຊມ ລື່ນເປົ້າໝາຍທີ່ວາງໄວ້.

ປະຕິບັດໂດຍ: ແທງຮ່ວາ, ຫວຽດເກື່ອງ, ເລມິງ, ທົງທ້ຽນ, ເຊີນເຫງ້ຍ/VNP, ແທງຟອງ, ງວຽນລິງ ແລະ ເອກະສານ - ແປໂດຍ: ບິກລຽນ


top