Pickeball - ກິລາໃໝ່ ທີ່ດຶງດູດຊາວ ຫວຽດນາມ

Pickeball - ກິລາໃໝ່ ທີ່ດຶງດູດຊາວ ຫວຽດນາມ

 

ທ່ານ​ນາງ ເຈິ່ນຮວ່ຽນຈາງ-ຄູ​ສອນ​ກິລາ​ ເທນ​ນິດ ​ຂອງ​ມະຫາວິທະ ຍາ​ໄລ​ ພາລະ​ສຶກສາ ບັກ​ນິງ, ​ທັງເປັນຄູສອນ​ກິລາ Pickeball ​ໃຫ້​ຮູ້​ວ່າ: Pickeball ​ຖືກນຳເຂົ້າມາ​ ຫວຽດນາມ ເມື່ອ 3 ປີ​ກ່ອນ, ​ເມື່ອ​ຊາວ​ຫວຽດນາມ ຢູ່​ ສ ອາເມລິກາ ​ມາ​ຫຼິ້ນ​ຢູ່​ນະຄອນ​ໂຮ່ຈີ​ມິນ, ໃນ ເດືອນ​ ເມສາ 2023, ກິລາ​ປະເພດນີ້​ ໄດ້ຂະຫຍາຍ​ໄປ​ຍັງ ​ຮ່າ​ໂນ້ຍ. ນີ້ເປັນປະເພດກິລາ ຫຼິ້ນໄດ້ງ່າຍ, ທຸກເພດທຸກໄວ ສາມາດ ຫຼິ້ນໄດ້, ເພາະສະນັ້ນ ເຂົາເຈົ້າຈຶ່ງເອີ້ນວ່າ ເປັນປະເພດກິລາຄອບ ຄົວ ເພື່ອຄວາມບັນເທີງ ແລະ ອອກກຳລັງກາຍ ໄດ້ທັງຄອບຄົວ.

ຜູ້ຫຼິ້ນ ມັກຫຼິ້ນ Pickeball ໃນພື້ນທີ່ເດີ່ນ ທີ່ມີຄວາມຍາວ ປະມານ 13 ມ ແລະ ກວ້າງປະມານ 6.

ຜູ້ຫຼິ້ນ ຝຶກການເລືອກຈຸດຕົກ ຂອງ ລູກບານ.

ຜູ້ທີ່ເປັນມືໃໝ່ໃນການຫຼິ້ນ Pickeball ຈະຖືກສອນ ວິທີຈັບໄມ້ຕີ ດ້ວຍ 3 ແບບຄື ການຈັບໄມ້ ປິ່ງປ່ອງ, ຄືກັບໄມ້ ຕີດອກປີກ ໄກ່ ແລະ ຈັບຢູ່ເລກ 2, ເລກ 3 ຄືກັບໄມ້ ເທນນິດ. ຫຼັງຈາກ ຮຽນຮູ້ ວິທີຈັບໄມ້ແລ້ວ ຈະຖືກສອນໃຫ້ຮູ້ການສໍາຜັດໝາກບານ ເພື່ອ ສາມາດ ຈັບຈຸດຕົກຂອງໝາກບານໄດ້. Pickeball ເປັນປະເພດ ກິລາ ທີ່ປະສົມປະສານລະຫວ່າງ 3 ປະເພດກິລາຄື: ເທນນິດ, ດອກປີກໄກ່ ແລະ ປິ່ງປ່ອງ, ສະນັ້ນມັນຕ້ອງການຄວາມ ໂຕ້ຕອບສູງ, ຖ້າໃຜສາມາດຫຼິ້ນ 3 ປະເພດກິລານີ້ໄດ້, ໃຊ້ເວລາ ຫຼິ້ນ Pickeball ພຽງ 5 ມຶື້ ແມ່ນຈະຫຼິ້ນໄດ້, ຖ້າບໍ່ດັ່ງນັ້ນຈະຕ້ອງໃຊ້ ເວລາດົນກວ່າ ເພື່ອ ຮຽນ ຮູ້ວິທີການຫຼິ້ນໄດ້ດີ. ເຂົາເຈົ້າມັກຫຼິ້ນ Pickeball ຢູ່ເດີ່ນທີ່ມີຄວາມຍາວປະມານ 13 ມ ແລະ ກວ້າງ ປະມານ 6 ມ. ເດີ່ນຫຼິ້ນ  Pickeball ມີຂະໜາດ ດຽວກັນກັບເດີ່ນ ຕີດອກປີກໄກ່, ຕາໜ່າງຖືກກາງໄວ້ ໃກ້ກັບພື້ນດິນ ຄືກັບ ເທນນິດ ແລະ ຂີດເສັ້ນແບ່ງອອກ ຄືກັບກິລາ ປິ່ງປ່ອງ.



Pickeball ແມ່ນປະເພດກິລາ ທີ່ປະສົມປະສານ ລະຫວ່າງ 3 ປະ ເພດກິລາຄື: ເທນນິດ, ດອກປີກໄກ່ ແລະ ປິ່ງປ່ອງ, ສະນັ້ນມັນ ຮຽກຮ້ອງໃຫ້ມີການໂຕ້ຕອບສູງ.

Pickeball ຈະມີການແຂ່ງຂັນໃນ 2 ປະເພດຄື: ດ່ຽວ ແລະ ຄູ່. ເນື່ອງຈາກວ່າ ມັນຕ້ອງໃຊ້ຄວາມໄວສູງ, ສະນັ້ນການ ແຂ່ງຂັນ ຈະແບ່ງອອກເປັນກຸ່ມ ອາຍຸ U19, U35 ແລະ U50. ເວລາຫຼິ້ນ, ຜູ້ເສີບບານ ຈະຢືນຢູ່ເສັ້ນຫຼັງ ແລະ ຕີບານ ໄປຫາເດີ່ນ ຂອງຄູ່ຕໍ່ສູ້ ເພື່ອເລີ່ມຕົ້ນເກມ. ຫຼັງຈາກເສີບບານ, ທັງສອງທີມ ຈະປ່ຽນກັນ ຕີບານ ຈົນກວ່າໜຶ່ງ ໃນສອງທີມເຮັດຜິດພາດ. ຈຸດພິເສດ ໃນກົດລະບຽບ ການໃຫ້ຄະແນນ ຂອງກິລາປະເພດນີ້ ແມ່ນມີພຽງ ແຕ່ຝ່າຍເສີບບານ ຈຶ່ງສາມາດເອົາຄະແນນໄດ້. ເມື່ອເອົາຊະນະ ຄັ້ງໜຶ່ງ, ຜູ້ບໍ່ໄດ້ຄະແນນ ຈະມີສິດເສີບບານ ໃນຄັ້ງຕໍ່ໄປ. ຄະແນນ ຈະຖືກບັນທຶກໄວ້ໃນຄັ້ງ ຂອງ ຜູ້ເສີບບານ.

Pickeball ບໍ່ຈໍາແນກຜູ້ຫຼິ້ນ ສາມາດຫຼິ້ນ ກິລາປະເພດກິລານີ້. 

ການແຂ່ງຂັນ Pickeball ຈະສິ້ນສຸດລົງໃນຮອບຄັດເລືອກ 1/16 ເມື່ອທັງສອງທີມ ໄດ້ 11 ຄະແນນ, ຮອບຕໍ່ໄປແມ່ນເວລາທີ່ ທັງ ສອງທີມ ໄດ້ 15 ຄະແນນ ແລະ ຫຼາຍກວ່າຢ່າງໜ້ອຍ 2 ຄະແນນ ເມື່ອທຽບກັບຄະແນນ ຂອງ ຄູ່ແຂ່ງ. ປັດຈຸບັນ ການແຂ່ງຂັນ Pickeball ບໍ່ພຽງແຕ່​ຖືກຈັດ​ຂຶ້ນ​ໃນ​ລະ​ດັບ​ຊາດ​ເທົ່າ​ນັ້ນ, ການ​ແຂ່ງ​ຂັນ Pickeball ສາ​ກົນ ​ກໍ່​ໄດ້ຈັດຂຶ້ນຢູ່ ​ຫວຽດ​ນາມ. ນັກກິລາ Pickeball ມືອາຊີບ ຫວັງວ່າ ໃນອະນາຄົດ ກິລາປະເພດນີ້ ຈະຖືກນໍາເຂົ້າໃນ ການແຂ່ງຂັນ ຂອງ ງານມະຫາກຳກິລາ ທີ່ສໍາຄັນ.


ບົດ: VNP/ເງິນຮ່າ - ພາບ: ແຄ໋ງລອງ - ແປໂດຍ: ຢືຟຽນ


top