Peter Cường Franklin - ກັບຄືນມາເພື່ອເລົ່າຂານ ລົດຊາດ ຂອງ ບ້ານເກີດ

Peter Cường Franklin - ກັບຄືນມາເພື່ອເລົ່າຂານ ລົດຊາດ ຂອງ ບ້ານເກີດ

ຫຼັງຈາກທີ່ໄດ້ເດີນທາງ ຜ່ານນະຄອນແຫ່ງອາຫານ ຫຼາຍແຫ່ງ ໃນທົ່ວໂລກ ເປັນເວລາຫຼາຍປີ, ພໍ່ຄົວ Peter Cường Franklin ໄດ້ກັບຄືນມາ ຫວຽດນາມ ບໍ່ພຽງແຕ່ ເພື່ອເປີດຮ້ານອາຫານ ເທົ່າ ນັ້ນ, ແຕ່ແມ່ນ ເພື່ອ ເລົ່າເລື່ອງລາວ ຂອງ ບ້ານເກີດເມືອງນອນ ດ້ວຍພາສາຂອງ ລົດຊາດ ອາຫານ. ສຳລັບເພິ່ນແລ້ວ, ອາຫານ ພື້ນເມືອງ ແຕ່ລະເຍື່ອງ ລ້ວນແຕ່ ບັນຈຸຄວາມຊົງຈຳ, ສີສັນເອກະລັກ ແລະ ສາມາດກ້າວຂຶ້ນສູ່ເວທີອາຫານຊັ້ນນຳ ຂອງໂລກ ໄດ້ ຢ່າງແນ່ນອນ.

ພໍ່ຄົວ Peter Cường Franklin ພ້ອມກັບໃບຢັ້ງຢືນ 1 ດາວ Michelin ດວງທຳອິດ ໃນປີ 2023. ພາບ: ໂດຍຜູ້ກ່ຽວສະໜອງໃຫ້

ເກີດຢູ່ ດ່າລາດ (ແຂວງ ເລິມດົ່ງ), ໃຫຍ່ຢູ່ ສ ອາເມລິກາ ແລະ ເຄີຍອາໄສ, ເຮັດວຽກຢູ່ຫຼາຍເມືອງໃຫຍ່ໃນທົ່ວໂລກເຊັ່ນ: ນິວ ຢອກ (ສ ອາເມລິກາ), ລອນດອນ (ອັງກິດ), ຮົ່ງກົງ (ສປ ຈີນ), ບາງກອກ (ໄທ)…, Peter Cường Franklin ມີພື້ນຖານ ທາງ ດ້ານ ວັດທະນະທຳ ທີ່ຫຼາກຫຼາຍ. ຫຼັງຈາກຈົບການສຶກສາ ວິຊາ ສະເພາະດ້ານການເງິນ ຈາກມະຫາວິທະຍາໄລ Yale (ສ ອາເມ ລິກາ) ແລະ ໄດ້ສຶກສາ ຕໍ່ດ້ານສິລະປະ ການປຸງແຕ່ງອາຫານ ຢູ່ Le Cordon Bleu (ຝຣັ່ງ), ເພິ່ນໄດ້ຕັດສິນໃຈ ລະຖິ້ມເສັ້ນທາງ ທີ່ຄຸ້ນເຄີຍ ເພື່ອເດີນຕາມຄວາມຫຼົງໄຫຼ ກັບການປຸງແຕ່ງອາຫານ ແລະ ຄົ້ນຫາເອກະລັກ ຂອງ ຫວຽດນາມ ຄືນໃໝ່ ຜ່ານອາຫານ.  

ໃນປີ 2017, Peter Cường Franklin ໄດ້ກັບຄືນນະຄອນ ໂຮ່ຈີ ມິນ ແລະ ເລືອກເຮືອນເກົ່າຫຼັງໜຶ່ງ ໃນເຂດຕະຫຼາດ ໂຕນເຖິດ ດ້າມ ເປັນສະຖານທີ່ ເພື່ອເຮັດໃຫ້ຄວາມຝັນ ຂອງ ຕົນປະກົດ ຜົນເປັນຈິງ. ນັບຕັ້ງແຕ່ນັ້ນມາ, ຮ້ານອາຫານ Ănăn Saigon ກໍ ໄດ້ກຳເນີດຂຶ້ນ, ເຊິ່ງເປັນພື້ນທີ່ ທີ່ເຕັກນິກ ການປຸງແຕ່ງອາຫານ ທີ່ທັນສະໄໝ ມາພົບກັບ ຄວາມຊົງຈຳ ທີ່ເຕັມໄປດ້ວຍກິ່ນອາຍ ຂອງ ຫວຽດນາມ.

 

 

ປັດຊະຍາ ຂອງ Peter Cường Franklin ແມ່ນບໍ່ໄດ້ຕັ້ງຢູ່ບ່ອນ ການເຮັດສິ່ງໃໝ່ໆ ເພື່ອສ້າງຄວາມແຕກຕ່າງ, ແຕ່ວ່າແມ່ນການ ເລົ່າຄືນເລື່ອງລາວ ເຍື່ອງອາຫານມູນເຊື້ອ ຕາມແບບວິທີ ທີ່ມີ ຄວາມລະອຽດອ່ອນກວ່າ.


ພໍ່ຄົວ Peter Cường Franklin ມີຄວາມພິຖີພິຖັນ ແລະ ທຸ່ມເທ ໃນການແນະນຳ ແກ່ບັນດາພໍ່ຄົວໜຸ່ມ. ພາບ: ໂດຍຜູ້ກ່ຽວສະໜອງໃຫ້
ພໍ່ຄົວ Peter Cường Franklin ເລົ່າເລື່ອງລາວ ເຍື່ອງອາຫານ ມູນເຊື້ອ ຕາມແບບວິທີ ທີ່ມີຄວາມລະອຽດອ່ອນກວ່າ ຢູ່ ຮ້ານ ອາຫານ Ănăn Saigon. ພາບ: ໂດຍຜູ້ກ່ຽວສະໜອງໃຫ້

ປັດຊະຍາ ຂອງ Peter Cường Franklin ບໍ່ໄດ້ຢູ່ທີ່ການສ້າງສິ່ງ ໃໝ່ໆ ເພື່ອໃຫ້ແຕກຕ່າງ, ແຕ່ແມ່ນການເລົ່າເລື່ອງລາວ ກ່ຽວກັບ ອາຫານພື້ນເມືອງ ໃນຮູບແບບທີ່ມີລັກສະນະປານີດ ກວ່າເກົ່າ. ເພິ່ນເຄີຍແບ່ງປັນວ່າ ການໄດ້ດຳລົງຊີວິດ ຢູ່ທ່າມກາງ ວັດທະນະ ທຳ ຫຼາຍແຫ່ງ ໄດ້ຊ່ວຍໃຫ້ເພິ່ນມີ “ມຸມມອງຄູ່ກັນ”, ຄືເປັນ ທັງ ຄົນຢູ່ທາງໃນ ແລະ ເປັນທັງຜູ້ ສັງເກດການວັດທະນະທຳ ຫວຽດ ນາມ ຈາກພາຍນອກ. ໄລຍະຫ່າງ ນັ້ນເອງ ໄດ້ເຮັດໃຫ້ ເພິ່ນມີ ຄວາມສາມາດ ໃນການກັບມາ ເບິ່ງອາຫານ ທີ່ຄຸ້ນເຄີຍ ດ້ວຍ ຄວາມຢາກຮູ້ຢາກເຫັນ ແລະ ຄວາມເຄົາລົບນັບຖື.  

ຢູ່ທີ່ຮ້ານ Ănăn Saigon, ເມນູອາຫານ ທີ່ລຽບງ່າຍ ເຊັ່ນ: ຊີ້ນ ໝູຕົ້ມເຄັມ, ເຂົ້າຕົ້ມຫອຍ, ເຂົ້າຈີ່ ຫຼື ປູ ກ່າເມົາ ເຊິ່ງ ໄດ້ຖືກປຸງ ແຕ່ງຂຶ້ນມາໃໝ່ ດ້ວຍເຕັກນິກທີ່ທັນສະໄໝ, ແຕ່ຍັງຄົງຮັກສາ ຈິດວິນຍານ ດັ້ງເດີມໄວ້. ອາຫານ ແຕ່ລະຈານ ບໍ່ພຽງແຕ່ມຸ່ງ ເນັ້ນໃສ່ປະສົບການທາງດ້ານລົດຊາດເທົ່ານັ້ນ, ແຕ່ຍັງກາຍເປັນ ເລື່ອງລາວ ກ່ຽວກັບຜືນແຜ່ນດິນ, ຜູ້ຄົນ ແລະ ຄວາມຊົງຈຳ ຫວຽດນາມ.

ບາງລາຍການອາຫານມູນເຊື້ອ ຫວຽດນາມ ທີ່ໄດ້ຮັບການ ປຸງແຕ່ງ ຕາມແບບ ຂອງ ພໍ່ຄົວ Peter Cường Franklin. ພາບ: ຫງວຽນລວນ/VNP
 

ຄວາມພະຍາຍາມຢ່າງບໍ່ຢຸດຢັ້ງເຫຼົ່ານັ້ນ ໄດ້ເຮັດໃຫ້ຮ້ານ Ănăn Saigon ກາຍເປັນຮ້ານອາຫານແຫ່ງທຳອິດ ໃນນະຄອນ ໂຮ່ຈີ ມິນ ທີ່ໄດ້ຮັບດາວ Michelin 1 ດາວ ໃນປີ 2023 ແລະ ສາມາດ ຮັກສາຕຳແໜ່ງນີ້ໄວ້ໄດ້ ຢ່າງຕໍ່ເນື່ອງ ໃນຫຼາຍປີຕໍ່ມາ. ຄວາມ ສຳເລັດນີ້ ໄດ້ຖືກຢືນຢັນອີກຄັ້ງໜຶ່ງ ໃນພິທີມອບລາງວັນ Michelin Guide Vietnam 2026 ທີ່ຫາກໍ່ຈັດຂຶ້ນ ຢູ່ ຮ່າໂນ້ຍ (ເດືອນ ມິຖຸນາ 2026), ເຊິ່ງຮ້ານ Ănăn Saigon ໄດ້ຖືກຂານ ຊື່ອີກຄັ້ງໜຶ່ງ ໃນລາຍຊື່ ຮ້ານອາຫານທີ່ໄດ້ຮັບ ດາວ Michelin ຢູ່ ຫວຽດນາມ. ຈຸດໝາຍທ່ີສຳຄັນນີ້ ບໍ່ພຽງແຕ່ສະແດງໃຫ້ເຫັນເຖິງ ຄວາມສະໝ່ຳສະເໝີໃນດ້ານຄຸນະພາບ ແລະ ຄວາມຄິດສ້າງ ສັນຂອງ ຮ້ານອາຫານເທົ່ານັ້ນ, ແຕ່ຍັງເປັນການຢືນຢັນ ເຖິງ ຕຳແໜ່ງ ທີ່ນັບມື້ນັບໝັ້ນຄົງ ຂອງ Peter Cường Franklin ໃນ ແຜນທີ່ອາຫານລະດັບພາກພື້ນ.

ພໍ່ຄົວ Peter Cường Franklin ພົບປະແລກປ່ຽນກັບນັກຊີມ ຢູ່ ຮ້ານອາຫານ Pot Au Phở 2.0. ພາບ: ໂດຍຜູ້ກ່ຽວສະໜອງໃຫ້
ນັກຊີມສາກົນ ຈຳນວນຫຼາຍ ໄດ້ມາຍັງຮ້ານອາຫານ Ănăn Saigon ຂອງ ພໍ່ຄົວ Peter Cường Franklin ເພື່ອລີ້ມລອງ ລົດ ຊາດ. ພາບ: ໂດຍຜູ້ກ່ຽວສະໜອງໃຫ້

ບໍ່ຢຸດຢູ່ພຽງເທົ່ານັ້ນ, Peter ຍັງໄດ້ສືບຕໍ່ການເດີນທາງ ຄົ້ນຫາ ອາ ຫານ ຫວຽດນາມ ດ້ວຍໂຄງການ Pot Au Phở 2.0 - ເຊິ່ງເປັນ ບ່ອນທີ່ເພິ່ນເລືອກເອົາ “ເຝີ” ມາເປັນຈຸດເລີ່ມຕົ້ນ ຂອງ ການສົນ ທະນາ ລະຫວ່າງປະເພນີດັ້ງເດີມ ແລະ ເຕັກນິກ ການປຸງແຕ່ງ ອາຫານຮ່ວມສະໄໝ. ໃນພື້ນທີ່ ທີ່ມີບ່ອນນັ່ງພຽງ ແຕ່ 14 ບ່ອນ, ຜູ້ຄົນທີ່ມາຮັບປະທານອາຫານ ບໍ່ພຽງແຕ່ໄດ້ຊີມລົດຊາດ ອາຫານ ທີ່ຄຸ້ນເຄີຍ ເທົ່ານັ້ນ, ແຕ່ຍັງໄດ້ສໍາຜັດກັບວິທີການຕີ ຄວາມໝາຍຂອງ ເຝີ ໃນຖານະ ທີ່ເປັນຜົນງານ ທາງດ້ານ ອາຫານທີ່ປານີດ, ເຊິ່ງຍັງຄົງຮັກສາ ຈິດວິນຍານ ແລະ ຄວາມເລິກເຊິ່ງທາງດ້ານວັດທະນະທຳ ຫວຽດນາມ ໄວ້ຢ່າງ ຄົບຖ້ວນ. ໂດຍຖືວ່າ ເປັນໂຄງການສ່ວນຕົວ ທີ່ສຳຄັນທີ່ສຸດ ຂອງເພິ່ນໃນປີນີ້, Pot Au Phở 2.0 ໄດ້ສະແດງໃຫ້ເຫັນເຖິງ ຄວາມມຸ່ງໝັ້ນໃນການ ຖອດລະຫັດ ແລະ ຍົກລະດັບເມນູເຝີ ດັ້ງເດີມ, ເພື່ອພາອາຫານ ທີ່ເປັນສັນຍາລັກ ຂອງ ຫວຽດນາມ ກ້າວເຂົ້າສູ່ ພື້ນທີ່ Fine Dining (ການຮັບປະທານອາຫານ ຊັ້ນເລີດ) ດ້ວຍພາສາ ແຫ່ງຄວາມຄິດສ້າງສັນຮ່ວມສະໄໝ.  

ເຖິງແມ່ນວ່າ ຈະປະສົບຄວາມສຳເລັດໃນລະດັບສາກົນ ຢ່າງ ຫຼວງຫຼາຍ, ແຕ່ແຮງບັນດານໃຈ ໃນການສ້າງສັນ ຂອງ Peter ພັດມາຈາກ ສິ່ງທີ່ລຽບງ່າຍ ໃນຊີວິດປະຈຳວັນ ເຊັ່ນ: ກາເຟ ຂ້າງ ທາງຈອກໜຶ່ງ, ການຍ່າງເລາະ ຜ່ານເຂດຕະຫຼາດເກົ່າ ຫຼື ອາຫານທ້ອງຖິ່ນ ໃນການເດີນທາງ ໄປທົ່ວປະເທດ.

ພໍ່ຄົວ Peter Cường Franklin ແລະ ບັນດາບຸກຄະລາກອນ ໜຸ່ມ ຢູ່ຮ້ານອາຫານ Ănăn Saigon. ພາບ: ໂດຍຜູ້ກ່ຽວສະໜອງໃຫ້

Peter Cường Franklin ໄດ້ແບ່ງປັນວ່າ: “ຂ້ອຍກັບຄືນມາ ບໍ່ ແມ່ນເພື່ອ ຊອກຫາຄວາມຊົງຈຳເກົ່າໆ. ຂ້ອຍກັບຄືນມາ ເພື່ອ ຄົ້ນຫາບ້ານເກີດເມືອງນອນ ແລະ ເພື່ອບອກໃຫ້ໂລກຮູ້ວ່າ: ອາ ຫານ ຫວຽດນາມ ບໍ່ພຽງແຕ່ເປັນໜ້າຈົດຈຳ ຍ້ອນ ລົດຊາດເທົ່າ ນັ້ນ, ແຕ່ຍັງເປັນເລື່ອງລາວ ທາງດ້ານວັດທະນະທຳຢ່າງເລິກ ເຊິ່ງ ທີ່ຖືກເກັບຮັກສາໄວ້ ໃນອາຫານ ແຕ່ລະຈານ ອີກດ້ວຍ”.

ບົດ: ເຊີນເຫງ໊ຍ - ພາບ: ຫງວຽນລວນ/VNP, ເອກະສານ ໂດຍຜູ້ກ່ຽວສະໜອງໃຫ້



top