Doseba Tua Sinay ຄວາມຮັກ ທ່ີມີຕໍ່ເດັກນ້ອຍ ຫວຽດນາມ

Doseba Tua Sinay ຄວາມຮັກ ທ່ີມີຕໍ່ເດັກນ້ອຍ ຫວຽດນາມ

ທ່ານ Doseba Tua Sinay ​ໄດ້​ດຳລົງ​ຕຳ​ແໜ່​ງ​ ຫົວໜ້າ​ ຜູ້ຕາງ ໜ້າ​ອົງການ ວິໄສທັດໂລກ (World Vision International - WVI) ປະຈຳຫວຽດນາມ ​ແຕ່​ປີ 2021 ຈົນເຖິງປັດຈຸ​ບັນ. ເພິ່ນ ແລະ ອົງການຈັດຕັ້ງໄດ້ອຸທິດຄວາມພະຍາຍາມຫຼາຍຢ່າງ ເພື່ອ ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການ ປັບປຸງສະຫວັດດີການ ໃຫ້ແກ່ເດັກນ້ອຍ ແລະ ຊຸມຊົນ ທີ່ດ້ອຍໂອກາດ ຢູ່ຫວຽດນາມ.

ທ່ານ Doseba Tua Sinay, ຫົວໜ້າ​ຜູ້ຕາງໜ້າ​ອົງການ World Vision International ປະຈຳ ​ຫວຽດນາມ ​ແມ່ນ​ຜູ້ທີ່​ມີ​ໄມຕີ​ຈິດ​ມິດຕະພາບ.

ທ່ານ ​ Doseba Tua Sinay ເຄີຍ​ໄດ້​ຮັບ​ໃບ​ຍ້ອງຍໍ​ຈາກ​ຄະນະ​ກຳມະການ​ ປະຊາຊົນ​ນະຄອນ ດ່າໜັງ ກ່ຽວກັບການປະກອບ ສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ວຽກງານຊ່ວຍເຫຼືອເພື່ອມະນຸດສະທຳ ໃນປີ 2022. ພາຍ ຫຼັງໄດ້ຮັບລາງວັນ, ເພິ່ນໄດ້ໃຊ້ເງິນລາງວັນ ເພື່ອປະກອບສ່ວນ ສ້າງເຮືອນໃຫ້ຄອບຄົວທຸກຍາກ ຈຳນວນໜຶ່ງ. ຄວາມຮັກ ຂອງ ເພິ່ນ ແລະ ແຫຼ່ງຊັບພະຍາກອນ ທ່ີອົງການວິໄສທັດໂລກ ນຳ ມາ ໄດ້ປະກອບສ່ວນ ສະໜັບສະໜູນທາງຈິດໃຈ ໃຫ້ແກ່ເດັກ ນ້ອຍ ຫວຽດນາມ ນັບລ້ານຄົນ ໃຫ້ມີສຸຂະພາບແຂງແຮງ, ມີ ຄວາມສຸກ ແລະມີຄວາມໝັ້ນໃຈຍິ່ງຂຶ້ນ ໃນການເຂົ້າຮ່ວມແກ້ ໄຂ ບັນຫາຂອງຕົນ ແລະ ຂອງຊຸມຊົນ ເຂົາເຈົ້າ.

ໃນ​ຖານະ​ທີ່​ເປັນ​ຊາວ​ ອິນ​ໂດ​ເນ​ເຊຍ ​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກຢູ່​ ຫວຽດນາມ, ເພິ່ນ​ຮັບ​ຮູ້​ວ່າ: “ສອງ​ປະ​ເທດ​ມີ​ວັດທະນະ ທຳ ທີ່​ຄ້າຍຄື​ກັນ​ຫຼາຍ​ຢ່າງ. ຫວຽດນາມ​ ແມ່ນ ປະ​ເທດ​ທີ່​ອຸດົມ ສົມບູນ​ ໄປ​ດ້ວຍ​ຊີວິດ​ຊີວາ ​ແລະ ຍາມ​ໃດ​ກໍ່​ໃຫ້​ກຳລັງ​ໃຈ​ແກ່​ຂ້າພະ​ເຈົ້າ​ໃນ​ການເຮັດວຽກ ​ເພື່ອຊ່ວຍເຫຼືອ​ເດັກນ້ອຍ ​ແລະ ຊຸມ​ຊົນ​ທີ່​ດ້ອຍ​ໂອກາດ​ຢູ່​ທີ່​ນີ້. ທຸກໆ ການເດີນທາງໄປຍັງເຂດ ໂຄງການເຮັດໃຫ້ຂ້າພະເຈົ້າຊື່ນຊົມຢ່າງສູງກັບປະສົບການ ທີ່ ວຽກງານ ຂອງ WVI ນໍາມາໃຫ້ຊຸມຊົນ”.

 


ປີ 2024 ​ແມ່ນ​ປີ​ທີ່ WVI ​ໄດ້​ມີ​ການ​ປະກອບສ່ວນ​ຢ່າງພົ້ນ​ເດັ່ນ ໃນ​ການ​​ຊ່ວຍເຫຼືອ ​ແລະ ​ໄປ​ຄຽງ​ຄູ່​ກັບ​ປະຊາຊົນ, ​ເດັກນ້ອຍ  ແລະ ຊຸມ​ຊົນ​ທີ່​ດ້ອຍ​ໂອກາດ​ຢູ່ ຫວຽດນາມ ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ໃນ​ທຸກ​ການ​ເຄື່ອນ​ໄຫວ​ ​ຢູ່ທ້ອງ​ຖິ່ນ, ເດັກ​ນ້ອຍ​ຫວຽດ​ນາມ ຍາມ​ໃດ​ກໍ​ແມ່ນບັນຫາບຸ​ລິ​ມະ​ສິດ​ທີ່​ສຸດ​ຂອງ WVI. ທ່ານ Doseba Tua Sinay ​ໄດ້​ເດີນທາງ​ໄປ​ຍັງຫຼາຍ ​ເຂດ​ຊົນນະບົດ​ທຸກ​ຍາກ​ຂອງ​ຫວຽດນາມ, ​ເຊິ່ງ WVI ​ໄດ້​ປະຕິບັດ​ບັນດາ​ ໂຄງ ການ ທີ່​ຫຼາກ​ຫຼາຍ​ກ່ຽວ​ກັບ​ສຸຂະພາບ ​ແລະ ໂພຊະນາ​ການ, ຊີ ວິດ​ການ​ເປັນ​ຢູ່ ຫຼື ການ​ປົກ​ປ້ອງ​ເດັກ ​ແລະ ຊຸກຍູ້​ການ​ເຂົ້າ​ຮ່ວມ ​ຂອງ​ເດັກ. ຮູບ​ພາບ​ທີ່​ເຮັດ​ໃຫ້​ເພິ່ນ​ປະ​ທັບ​ໃຈ​ທີ່​ສຸດ​ແມ່ນ​ຮອຍ​ຍິ້ມ​ທ່ີໄຮ້ດຽງສາຂອງ ​ເດັກ​ນ້ອຍ. ເມື່ອພາຍຸ Yagi ພັດເຂົ້າ ມາ ຫວຽດນາມ, ເພິ່ນພ້ອມດ້ວຍຄະນະປະຕິບັດງານຢູ່ WVI ໄດ້ ຕອບສະໜອງຢ່າງມີຍຸດທະສາດ ແລະ ຊ່ວຍເຫຼືອ ໂດຍກົງ ໃຫ້ ແກ່ບັນດາເຂດທີ່ໄດ້ຮັບຜົນກະທົບຈາກພະຍຸຄື: ດ້ຽນບຽນ, ອຽນ ບ໋າຍ, ຫາຍຟ່ອງ ແລະ ແທງຮ໋ວາ. ທ່ານ Doseba Tua Sinay ​ບໍ່ຫວັ່ນໄຫວ​ຕໍ່​ຄວາມ​ລຳບາກ ​ແລະ ​ໄພ​ອັນ​ຕະລາຍ​ ໃນການ​ຢ້ຽມຢາມບັນດາ​ຄອບຄົວ​ທີ່​ຫຍຸ້ງຍາກ​ ເພື່ອ​ເຊື່ອມ​ໂຍງ ​ແລະ ​ແບ່ງປັນ​ກັນ. ເມື່ອ​ມາ​ຮອດ​ຊຸມ​ຊົນ, ເພິ່ນ​ໄດ້​ຮັບ​ຄວາມ​ຮັກ​ແພງ ​ຈາກເດັກນ້ອຍ ​ຫວຽດ​ນາມ ຄື​ພໍ່​ເຖົ້າ ຫຼື ລຸງ​ຂອງ​ຄອບ​ຄົວ. ສິ່ງ​ດັ່ງກ່າວ ​ໄດ້​ເຮັດ​ໃຫ້​ເພິ່ນ​ຮູ້ສຶກສະເທືອນໃຈ ແລະ ມີຄວາມ ຮັກ​ແພງ​ປະຊາຊົນ ​ຫວຽດນາມ ​ຍິ່ງ​ຂຶ້ນ. ເພິ່ນກ່າວ​ວ່າ: “ການ​​ຊ່ວຍ​ເຫຼືອເດັກນ້ອຍ ​ແມ່ນ​ບໍ່​ພຽງ​ພໍຈັກເທື່ອ, ​ແຕ່​ຄວາມຕ້ອງການ ທີ່​ສຸດ​ເມື່ອ​ພາຍຸ​ຜ່ານ​ໄປ ​ແມ່ນ​​ໃຫ້​ເດັກນ້ອຍ ​ແລະ ນັກ​ສຶກສາ ຫວຽດນາມ ​ໄດ້​ມີ​ໂອກາດ​ໄປ​ໂຮງຮຽນ​ຢ່າງ​ປອດ​ໄພ”.


ພ້ອມ​ກັບ WVI, ເພິ່ນ​ຍັງ​ໄດ້​ຜັນ​ຂະຫຍາຍ​ໂຄງການ “​ເພີ່ມ​ທະວີ​​ຄວາມສາມາດຕ້ານ​ໄພ​ທຳ​ມະ​ຊາດ​ ​ໃຫ້ພໍ່ແມ່ປະຊາຊົນ ບັນດາ​ເຜົ່າ​ສ່ວນ​ໜ້ອຍ ​ຢູ່ແຂວງ ດ້ຽນບຽນ” ພ້ອມກັບພັນທະມິດ ບັນ ເທົາທຸກ ​ເຢຍລະ​ມັນ (ADH). ​ໂຄງການ​ດັ່ງກ່າວ​ໄດ້​ສຸມ​ໃສ່​ຄອບຄົວ​ທີ່​ມີສະພາບການເປັນຢູ່ທຸກຍາກ, ​ເດັກ, ພໍ່​ແມ່ ລ້ຽງ ດ່ຽວ, ຄົນ​ພິການ​ໃນ 14 ຕາ​ແສງ​ເປົ້າ​ໝາຍ. WVI ໄດ້ ປະຕິບັດ ຫຼາຍ ລາຍການທີ່ແຕກຕ່າງກັນ ເຊິ່ງປະກອບສ່ວນປັບ ປຸງຊີວິດ ການເປັນຢູ່ຂອງ ປະຊາຊົນຫຼາຍກວ່າ 66.700 ຄົນ, ໃນນັ້ນ ມີ ເດັກ ນ້ອຍ 33.400 ກວ່າຄົນ, ໂດຍສະເພາະ ແມ່ນກຸ່ມຄົນ ທີ່ ງ່າຍ ໄດ້ຮັບຜົນກະທົບທີ່ສຸດເຊັ່ນ: ຄອບຄົວ ທີ່ມີສະພາບການ ເປັນ ຢູ່ທຸກຍາກ, ເດັກນ້ອຍ, ພໍ່ແມ່ລ້ຽງດ່ຽວ ແລະ ຄົນພິການ.

ເມື່ອ​ມາ​ຮອດ​ແຂວງ ອຽນບ໋າຍ, ປະ​ຊາ​ຊົນ ຕ່າງ​ຮັກ​ແພງ​ທ່ານ Doseba Tua Sinay ຍ້ອນ​​ຄວາມຈິງ​ໃຈ​ທ່ີມີຕໍ່​ປະ​ຊາ​ຊົນ ແລະ ເດັກໆ ຂອງເພິ່ນ. ທ່ານ​ນາງ ຊຸ່ງ​ທິ​ໄມ, ຮອງ​ປະທານ​ສະມາຄົມ​ກາ​ແດງ​ແຂວງ ອຽນ​ບ໋າຍ ​ໄດ້​ກ່າວ​ວ່າ: “ພວກ​ຂ້າພະ​ເຈົ້າ​ຂໍ​ຂອບ​ໃຈ​ຢ່າງ​ຈິງ​ໃຈ​ຕໍ່ທ່ານ Doseba Tua Sinay ​ແລະ WVI ທ່ີ​ໄດ້​ລະ ດົມ​ແຫຼ່ງກຳລັງ​​ຊ່ວຍເຫຼືອ​ບັນດາ​ຄອບຄົວ​ທີ່​ໄດ້​ຮັບ​ຜົນ​ເສຍ​ຫາຍ​ຈາກ​ພາຍຸ​ເລກ 3 ຢ່າງ​ທັນ​ການ. ນອກຈາກການຊ່ວຍເຫຼືອສຸກ ເສີນ ໃນຮູບແບບການສະໜອງເງິນສົດ ອະເນກປະສົງ ແລ້ວ, WVI ຍັງໃຫ້ການ ສະໜັບສະໜູນອື່ນໆເຊັ່ນ: ແຈກຢາຍ ຊຸດ ສຸຂະອະນາໄມ, ຖັງນໍ້າ, ການສ້ອມແປງເລັກນ້ອຍ ໃຫ້ແກ່ສະ ຖານທີ່ ນໍ້າສະອາດ ແລະໂຮງຮຽນ, ການຝຶກອົບຮົມ ແລະ ການ ສື່ສານກ່ຽວ ກັບນໍ້າສະອາດ, ການອະນາໄມ ສິ່ງແວດລ້ອມ, ນະ​ໂຍບາຍ​ປ້ອງ​ກັນ ​ແລະ ຄຸ້ມ​ຄອງ​ບັນດາ​ກໍລະນີ​ລະ​ເມີດ​ນະ​ໂຍ ບາຍ​ປ້ອງ​ກັນ​ຄວາມ​ປອດ​ໄພ”.

 

ທ່ານ Doseba Tua Sinay ມີ​ຄວາມ​ສົນ​ໃຈ​ກ່ຽວ​ກັບ​ຂໍ້​ມູນ​ຂ່າວ​ສານ​ກ່ຽວ​ກັບ​ປະ​ເທດ​ຊາດ ແລະ​ ຜູ້ຄົນ ຫວຽດ​ນາມ.

ວຽກ​​ທີ່​ທ່ານ Doseba Tua Sinay ພວມ​ເຮັດ​ເພື່ອ​ຮັບ​ໃຊ້​ເດັກ  ​ແລະ ຊຸມຊົນ​ຢູ່ ຫວຽດນາມ ​ແມ່ນ​ມາ​ຈາກ​ນ້ຳ​ໃຈ​ຮັກ​ແພງ: ​ເພື່ອ​ຊີວິດ​ ທີ່​ມີ​ຄວາມ​ໝາຍ​ຢ່າງ​ຄົບ​ຖ້ວນ​ ຂອງ ​ເດັກນ້ອຍ​ທຸກ​ຄົນ ແລະ ຄວາມປາດຖະໜາດີ  ຈະເຮັດໃຫ້ຄວາມປາດຖະໜາ ນັ້ນ ກາຍເປັນຈິງ.

ບົດ: VNP/ບິກເວິນ - ພາບ: ກົງດາດ- ແປໂດຍ: ຢືຟຽນ


top