DIFF 2026 - ຄວາມສະຫວ່າງສະໄຫວເທິງແມ່ນ້ຳ ຮ່ານ
ບັນດາການສະແດງ ບັ້ງໄຟດອກ ອັນລະຍິບລະຍັບ ທີ່ສະທ້ອນໃສ່ໜ້ານ້ຳ ຂອງສາຍນ້ຳ ຮ່ານ ໄດ້ກາຍເປັນຂີດໝາຍສະເພາະຕົວ ຂອງ ດ່າໜັງ (Da Nang) ໃນສາຍຕາ ຂອງນັກທ່ອງທ່ຽວສາກົນ. ດ້ວຍຫົວຂໍ້ “ດ່າໜັງ - ບັນດາຂອບຟ້າແຫ່ງການເຊື່ອມຕໍ່", DIFF 2026 ສືບຕໍ່ນຳມາຊຶ່ງງານລ້ຽງແຫ່ງແສງສີ, ສຽງດົນຕີ ແລະ ສິນລະປະ, ປະກອບສ່ວນໂຄສະນາພາບພົດ ຂອງນະຄອນທີ່ເຕັມໄປດ້ວຍຄວາມຂະຫຍັນຂັນແຂງ, ເປີດກວ້າງ ແລະ ອຸດົມສົມບູນໄປດ້ວຍພະລັງຊີວິດ.
ງານມະໂຫລານ ຍິງບັ້ງໄຟດອກ ນາໆ ຊາດ ດ່າໜັງ 2026 - DIFF 2026 ມີ 6 ຄືນແຫ່ງການແຂ່ງຂັນ ບັ້ງໄຟດອກ ລະດັບມືອາຊີບ ໃນບັນດາຄ່ຳຄືນວັນເສົາ. ລະດູການແຂ່ງຂັນໃນປີນີ້ ໄດ້ເຫັນການປະຊັນໄຊ ຂອງ 10 ທີມ ທີ່ມາຈາກ 9 ປະເທດ ແລະ ເຂດແຄ້ວນ, ລວມມີ: ຫວຽດນາມ (2 ທີມ), ຈີນ, ອີຕາລີ, ເຢຍລະມັນ, ປອກຕຸຍການ, ຝຣັ່ງ, ຍີ່ປຸ່ນ, ມາກາວ (ຈີນ) ແລະ ອົດສະຕຣາລີ.
DIFF 2026 ໄດ້ຮັບການຕີລາຄາວ່າ ແມ່ນລະດູການແຂ່ງຂັນທີ່ພິເສດ ເມື່ອມີຫຼາຍຊື່ສຽງໂດ່ງດັງ ຂອງວົງການ ບັ້ງໄຟດອກ ສາກົນ ເຂົ້າຮ່ວມ. ເປັນພິເສດ, ການທີ່ DIFF ໄດ້ຮັບການຈັດເຂົ້າໃນບັນຊີ 9 ງານມະໂຫລານ ທີ່ໜ້າໄປທີ່ສຸດໃນໂລກ ໂດຍວາລະສານ Travel + Leisure ໄດ້ສ້າງແຮງຊຸກກະຕຸ້ນອັນໃຫຍ່ຫຼວງ ໃຫ້ແກ່ລະດູການທ່ອງທ່ຽວລະດູຮ້ອນ ຂອງ ດ່າໜັງ ໃນປີນີ້ ເມື່ອໄດ້ເຫັນຈຳນວນນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ພ້ອມກັບອັດຕາການຈອງຫ້ອງພັກໂຮງແຮມ ເພີ່ມສູງຂຶ້ນເປັນປະຫວັດການ, ເປັນຕົ້ນແມ່ນ ໃນຊຸມມື້ທີ່ມີກິດຈະກຳ ຍິງບັ້ງໄຟດອກ.
ພາຍຫຼັງການປະຊັນໄຊ ເປັນເວລາກວ່າໜຶ່ງເດືອນ, ຄ່ຳຄືນຮອບຊີງຊະນະເລີດ ໄດ້ຈັດຂຶ້ນໃນຄ່ຳຄືນວັນທີ 11 ກໍລະກົດ ດ້ວຍການແຂ່ງຂັນ ລະຫວ່າງ ສອງທີມ ຈີນ ແລະ ປອກຕຸຍການ. ຜົນການແຂ່ງຂັນລວມ, ທີມ ປອກຕຸຍການ ໄດ້ຮັບລາງວັນທີໜຶ່ງ, ທີມ ຈີນ ໄດ້ຮັບລາງວັນທີສອງ.
DIFF 2026 ໄດ້ອັດລົງ ດ້ວຍບັນດາຄ່ຳຄືນການສະແດງ ບັ້ງໄຟດອກ ລະດັບສຸດຍອດ, ເຮັດໃຫ້ສາຍນ້ຳ ຮ່ານ ສະຫວ່າງສະໄຫວ, ນຳມາຊຶ່ງງານລ້ຽງ ບັ້ງໄຟດອກ ອັນຍິ່ງໃຫຍ່ທີ່ບໍ່ສາມາດ ຫຼົງລືມໄດ້ ໃຫ້ແກ່ຜູ້ຊົມ.
ແລະ ສິ່ງທີ່ສຳຄັນກວ່ານັ້ນ, ທຸກໆ ຄັ້ງທີ່ລະດູການ DIFF ມາຮອດ, ດ່າໜັງ ພັດຍິ່ງສ້າງຄວາມປະທັບໃຈກວ່າເກົ່າ ໃນດວງໃຈ ຂອງນັກທ່ອງທ່ຽວ, ສົມສ່ວນເປັນນະຄອນແຫ່ງ ບັ້ງໄຟດອກ, ນະຄອນແຫ່ງເທດສະການ ລະດັບພາກພື້ນ ແລະ ໂລກ.
- ບົດ: ແທັງຮ່ວາ - ພາບ: ແທງຢາງ/VNP ແລະ DIFF
































