ASEAN ຮ່ວມແຮງຮ່ວມໃຈກັບ ມຽນມາ ແລະ ໄທ ໃນການແກ້ໄຂຜົນກະທົບຈາກເຫດແຜ່ນດິນໄຫວ
ຖະແຫຼງການຮ່ວມ ໄດ້ສະແດງເຖິງຄວາມເປັນເອກະພາບ ແລະ ຄວາມສາມັກຄີ ຂອງ ASEAN. ຕາມຖະແຫຼງການ, ບັນດາລັດຖະມົນຕີ ກະ ຊວງການຕ່າງປະເທດ ໄດ້ສະແດງຄວາມເສຍໃຈ ແລະ ເຫັນໃຈຢ່າງສຸດ ຊຶ້ງ ອີກຄັ້ງໜຶ່ງ ຕໍ່ປະເທດ ມຽນມາ ແລະ ໄທ, ໂດຍສະເພາະຕໍ່ຜູ້ປະສົບໄພພິບັດ. ບັນດາລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຢືນຢັນຄືນເຖິງການສະໜັບສະໜູນ ແລະ ຄວາມສາມັກຄີຢ່າງເຂັ້ມແຂງກັບປະເທດ ມຽນມາ ແລະ ໄທ, ພ້ອມທັງເນັ້ນໜັກວ່າ ASEAN ຈະຢືນຄຽງຂ້າງສອງປະເທດ ໃນການແກ້ໄຂຜົນກະທົບຈາກເຫດການແຜ່ນດິນໄຫວ.
ດ້ວຍຮັບຮູ້ເຖິງຄວາມຕ້ອງການຢ່າງຮີບດ່ວນ ຕໍ່ການຊ່ວຍເຫຼືອດ້ານມະ ນຸດສະທຳ, ASEAN ໄດ້ຢືນຢັນວ່າ ຈະສະໜັບສະໜູນ ຄວາມພະຍາ ຍາມໃນການກູ້ໄພ ແລະ ຟື້ນຟູ ຜ່ານກົນໄກຕ່າງໆ ເຊັ່ນ: ທີມງານປະເມີນຜົນ ແລະ ຕອບໂຕ້ເຫດສຸກເສີນ ASEAN (ERAT), ລະບົບການຂົນສົ່ງສຸກເສີນເພື່ອຕອບໂຕ້ໄພພິບັດ ASEAN (DELSA) ແລະ ການຊ່ວຍ ເຫຼືອ ດ້ານການຄົ້ນຫາ ແລະ ກູ້ໄພໃນຕົວເມືອງ (USAR). ການຊ່ວຍ ເຫຼືອນີ້ ຈະອີງຕາມບູລິມະສິດ ທີ່ປະເທດ ມຽນມາ ແລະ ໄທ ວາງອອກ.
ກ່າວຄຳເຫັນທ່ີກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະ ເທດ ໂດ໋ຮຸ່ງຫວຽດ ໄດ້ຢືນຢັນວ່າ ຫວຽດນາມ ຈະຢືນຄຽງຂ້າງສອງປະ ເທດ ເພື່ອຜ່ານຜ່າຄວາມຫຍຸ້ງຍາກ ໃນປັດຈຸບັນ. ບໍ່ດົນຫຼັງຈາກນັ້ນ, ທີມກູ້ໄພຂອງກະຊວງປ້ອງກັນປະເທດ ແລະ ກະຊວງຕຳຫຼວດ ຫວຽດນາມ ລວມທັງໝົດ 106 ຄົນ, ນຳໂດຍ ພົນຈັດຕະວາ ຟ້າມວັນຕິ້, ຮອງຫົວໜ້າກົມກູ້ໄພ, ກູ້ຊີບ ກະຊວງປ້ອງກັນປະເທດ ແລະ ພັນເອກ ຫງວຽນມິນເຄືອງ, ຮອງຫົວໜ້າກົມດັບເພີງ ແລະ ກູ້ໄພ ກະຊວງຕຳຫຼວດ, ພ້ອມດ້ວຍເຄື່ອງຊ່ວຍເຫຼືອ ໄດ້ລົງຈອດຢູ່ສະໜາມບິນ ຢາງກຸ້ງ, ປະເທດ ມຽນມາ.
ທ່ານ ພົນໂທ ຮວິ່ງຈຽ໋ນຖັ໋ງ, ຮອງຫົວໜ້າກົມໃຫ່ຍ ເສນາທິການກອງທັບປະຊາຊົນ ຫວຽດນາມ ໄດ້ກ່າວວ່າ ການສົ່ງກຳລັງ ຂອງ ກອງທັບປະຊາ ຊົນ ຫວຽດນາມ ເຂົ້າຮ່ວມການຊ່ວຍເຫຼືອດ້ານມະນຸດສະທຳ ແລະ ບັນ ເທົາທຸກ ໄພພິບັດ ຢູ່ມຽນມາ ໄດ້ສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບອັນສູງສົ່ງຕໍ່ປະຊາຄົມສາກົນ ຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ; ພ້ອມທັງຢືນຢັນເຖິງຄວາມໜ້າເຊື່ອຖື, ຄວາມຮັບຜິດຊອບ ແລະ ຄວາມສາມາດ ຂອງ ກອງທັບປະຊາຊົນ ຫວຽດນາມ ໃນການພົວພັນ ແລະ ຮ່ວມມືສາກົນ.
ເພື່ອຊ່ວຍເຫຼືອ ມຽນມາ ໃນການແກ້ໄຂຜົນກະທົບຈາກເຫດແຜ່ນດິນໄຫວ, ຫວຽດນາມ ໄດ້ຕັດສິນໃຈສະໜອງເຄື່ອງຊ່ວຍເຫຼືອສຸກເສີນ ຕາມການຮ້ອງຂໍຂອງ ມຽນມາ, ພ້ອມທັງຊ່ວຍເຫຼືອດ້ານການເງິນຈຳນວນ 300.000 ໂດລາ ສະຫະລັດ ເພື່ອຊ່ວຍ ມຽນມາ ໃນການຟື້ນຟູຜົນກະ ທົບຈາກເຫດແຜ່ນດິນໄຫວ. ຕາມແຜນການ, ທີມກູ້ໄພ ຂອງ ຫວຽດນາມ ຈະປະຕິບັດໜ້າທີ່ກູ້ໄພ ກູ້ຊີບ ຢູ່ບັນດາພື້ນທີ່ ທີ່ໄດ້ຮັບຜົນກະທົບຈາກເຫດແຜ່ນດິນໄຫວ. ເຄື່ອງຊ່ວຍເຫຼືອ ຈະຖືກສົ່ງໄປຍັງປະຊາຊົນໃນເຂດທີ່ປະສົບໄພ. ຫົວໜ້າທີມກູ້ໄພຫວຽດນາມ ໄດ້ຢືນຢັນວ່າ ທີມກູ້ໄພ ຫວຽດ ນາມ ໄດ້ນຳເອົາຈິດໃຈອັນແຂງແກ່ນ, ບໍ່ຍອມທໍ້ຖອຍຕໍ່ຄວາມຫຍຸ້ງຍາກລຳບາກ, ພ້ອມທີ່ຈະຮັບເອົາ ແລະ ປະຕິບັດທຸກໜ້າທີ່ ເພື່ອຊ່ວຍເຫຼືອປະຊາຊົນ ແລະ ປະເທດ ມຽນມາ.
ນອກຈາກນັ້ນ, ປະເທດ ມາເລເຊຍ ໄດ້ຈັດສົ່ງທີມງານຊ່ວຍເຫຼືອຊຸດທຳອິດ ເຊິ່ງປະກອບດ້ວຍຜູ້ຊ່ຽວຊານ 10 ຄົນ ຈາກອົງການຄຸ້ມຄອງໄພພິ ບັດແຫ່ງຊາດ (NADMA) ໄປຍັງນະຄອນ ຢາງກຸ້ງ, ເພື່ອປະເມີນສະ ພາບການ ແລະ ໃຫ້ການຊ່ວຍເຫຼືອດ້ານຕັກນິກ. ສ່ວນທີມງານຊຸດ ສອງ ມີກຳລັງ 40 ຄົນ ກໍໄດ້ເດີນທາງເຖິງ ມຽນມາ ເພື່ອປະຕິບັດກິດຈະກຳກູ້ໄພ ຕາມບູລິມະສິດ ທີ່ໄດ້ກຳນົດໄວ້.
ນອກຈາກນັ້ນ, ສປ ຈີນ, ອິນເດຍ ແລະ ຣັດເຊຍ ກໍໄດ້ສົ່ງກຳລັງເຂົ້າຊ່ວຍເຫຼືອ ມຽນມາ. ລັດຖະບານ ຈີນ ໄດ້ປະກາດວ່າ ພ້ອມທີ່ຈະສະໜອງການຊ່ວຍເຫຼືອດ້ານມະນຸດ ສະທຳສຸກເສີນ, ຊ່ວຍເຫຼືອມຽນມາ ໃນວຽກງານກູ້ໄພ ແລະ ແກ້ໄຂຜົນກະທົບ. ກະຊວງການຕ່າງປະເທດ ຈີນ ໄດ້ເນັ້ນໜັກເຖິງຄວາມປາດຖະໜາ ທີ່ຈະຊ່ວຍປະຊາຊົນ ມຽນມາ ໃຫ້ຜ່ານຜ່າຄວາມຫຍຸ້ງຍາກ ແລະ ຢືນຢັນເຖິງສາຍພົວພັນມິດຕະພາບ ອັນໝັ້ນແກ່ນລະຫວ່າງສອງປະເທດ.
ອົງການສະຫະປະຊາຊາດ ໄດ້ຈັດສັນເງິນຈຳນວນ 5 ລ້ານ ໂດລາສະຫະ ລັດ ຈາກກອງທຶນຊ່ວຍເຫຼືອສຸກເສີນສູນກາງ (CERF) ເພື່ອຊ່ວຍເຫຼືອ ມຽນມາ ໃນການແກ້ໄຂຜົນກະທົບ ຈາກເຫດແຜ່ນດິນໄຫວ ຂະໜາດ 7.7 ຣິກເຕີ, ພ້ອມທັງປະເມີນຄວາມຕ້ອງການ ດ້ານການຊ່ວຍເຫຼືອເພີ່ມເຕີມ ແລະ ປະສານງານການຕອບໂຕ້ດ້ານມະນຸດສະທຳ.
ອົງການອະນາໄມໂລກ (WHO) ໄດ້ປະເມີນວ່າ ເຫດການແຜ່ນດິນໄຫວຢູ່ ມຽນມາ ແມ່ນສະຖານະການສຸກເສີນໃນລະດັບສູງສຸດ, ພ້ອມທັງຮຽກ ຮ້ອງໃຫ້ມີການຊ່ວຍເຫຼືອສຸກເສີນຈຳນວນ 8 ລ້ານໂດລາສະຫະລັດ ເພື່ອຊ່ວຍຊີວິດ ແລະ ປ້ອງກັນການລະບາດ ຂອງ ພະຍາດຢູ່ ມຽນມາ ໃນໄລ ຍະ 30 ວັນຂ້າງໜ້ານີ້.
ຈົນເຖິງປັດຈຸບັນ, ເຫດແຜ່ນດິນໄຫວ ໄດ້ເຮັດໃຫ້ມີຜູ້ເສຍຊີວິດ ຫຼາຍກວ່າ 1.700 ຄົນ, ປະມານ 3.400 ຄົນໄດ້ຮັບບາດເຈັບ ແລະ ຍັງມີຜູ້ສູນ ຫາຍ ອີກປະມານ 300 ຄົນຢູ່ ມຽນມາ. ຕາມແບບຈຳລອງ ການຄາດຄະເນ ຂອງ ອົງການສຳຫຼວດທາງທໍລະນີສາດ ຂອງ ສ ອາເມລິກາ (USGS), ຈຳນວນຜູ້ເສຍຊີວິດຢູ່ ມຽນມາ ອາດຫຼາຍກວ່າ 10.000 ຄົນ ແລະ ຄວາມເສຍຫາຍ ຕໍ່ຊັບສິນ ອາດຫຼາຍກວ່າ ຍອດຜະລິດຕະພັນທາງເສດຖະກິດແຕ່ລະປີ ຂອງ ປະເທດນີ້.
ບົດ ແລະ ພາບ: VNP - ພາບ: VNA - ແປໂດຍ: ຢືຟຽນ