Andy Soloman: ສາມທົດສະວັດ ແຫ່ງການເລົ່າເລື່ອງ ກ່ຽວກັບຫວຽດນາມ ຜ່ານແສງ
ຈາກຟີມຂາວດໍາ ໃນຕົ້ນຊຸມປີ 1990 ໄປຈົນເຖິງການພົບປະກັນອີກຄັ້ງໜຶ່ງ ທ່ີປະທັບໃຈ ໃນໄລຍະກວ່າ 30 ປີ ຕໍ່ມາ, ທ່ານ Andy Soloman ຊ່າງພາບຊາວອັງກິດ ໄດ້ຖ່າຍທອດເລື່ອງລາວ ກ່ຽວກັບ ຫວຽດນາມ ດ້ວຍ “ແສງ” ຂອງ ຄວາມຊົງຈຳ, ການເຊື່ອມໂຍງ ແລະ ມະນຸດສະທຳ. ງານວາງສະແດງພາບຖ່າຍ “ການສືບຕໍ່: ຫວຽດນາມ” ໄດ້ຈັດຂຶ້ນພາຍໃຕ້ ງານເທສະການ ພາບຖ່າຍສາກົນ ຮ່າໂນ້ຍ 2025, ເປີດໃຫ້ເຫັນເສັ້ນທາງໃນອະດີດ ແລະ ປັດຈຸບັນ ສ່ອງແສງເຊິ່ງກັນ ແລະ ກັນ, ສະທ້ອນໃຫ້ເຫັນປະເທດຊາດ ທີ່ເຂັ້ມ ແຂງ ແລະ ປ່ຽນແປງຢ່າງບໍ່ຢຸດຢັ້ງ.
“ການສືບຕໍ່: ຫວຽດນາມ” ບໍ່ພຽງແຕ່ເປັນງານວາງສະແດງພາບຖ່າຍ, ແຕ່ຍັງເປັນພື້ນທີ່ ທີ່ຄວາມຊົງຈຳ ແລະປັດຈຸບັນ ມາພົບກັນ, ບ່ອນທີ່ພາບຖ່າຍບຸກຄົນກາຍເປັນຂົວ ເຊື່ອມຕໍ່ ສາມທົດສະວັດແຫ່ງການພັດທະນາອັນແຂງແຮງ ຂອງປະເທດ. ງານວາງສະແດງໄດ້ຈັດຂຶ້ນທີ່ນະຄອນຫຼວງ ຮ່າໂນ້ຍ ໂດຍໄດ້ຮັບການສະໜັບສະໜູນຈາກສະພາອັງກິດ (British Council) ແລະ ກອງທຶນປະຊາ ກອນ ສະຫະປະຊາຊາດ (UNFPA) ປະຈຳ ຫວຽດນາມ, ເຊິ່ງເປັນການຢືນຢັນຄຳໝັ້ນສັນຍາ ຂອງ ບັນດາອົງການຈັດຕັ້ງສາກົນໃນການສົ່ງເສີມຄວາມເຂົ້າໃຈກ່ຽວກັບວັດທະນະທຳ, ສັງຄົມ ແລະ ເລື່ອງລາວ ຂອງຜູ້ຄົນ ຫວຽດນາມ.
ທ່ານ Andy Soloman ເປັນຊ່າງພາບ ທີ່ມີຜົນງານຕີພິມຢ່າງຫຼວງ ຫຼາຍ, ປັດຈຸບັນອາໄສຢູ່ໃນປະເທດ ອັງກິດ ແລະ ຫວຽດນາມ. ໃນຊຸມປີ 1992 ຫາ 1999 ໃນຂະນະທີ່ເພິ່ນອາໄສຢູ່ ຮ່າໂນ້ຍ, ເພິ່ນໄດ້ເຮັດວຽກເປັນນັກພາບຖ່າຍສາກົນ ແລະ ໄດ້ຮ່ວມມືກັບໜັງສືພິມ ແລະ ສຳນັກຂ່າວຫຼາຍແຫ່ງ. ຫວຽດນາມ ໄດ້ກາຍເປັນ ສ່ວນໜຶ່ງ ຂອງ ຊີວິດເພິ່ນ. ການເດີນທາງໄປເຮັດວຽກໃນຄັ້ງທຳອິດໄດ້ພາເພິ່ນໄປທົ່ວປະເທດ: ຈາກ ກວ່າງນິງ, ລ້າງເຊີນ, ກາວບັ່ງ, ຖາ໋ຍ ຫງວຽນ ໄປຈົນເຖິງ ຢາລາຍ, ກວ່າງຫງ໊າຍ ຫຼືເຂດພູພຽງທີ່ງົດງາມ. ເພິ່ນຖືກດຶງດູດໂດຍປະເທດ ຫວຽດນາມ ທີ່ອຸດົມສົມບູນໄປດ້ວຍເອກະລັກ, ບ່ອນທີ່ຜູ້ຄົນເຖິງວ່າ ຈະປະເຊີນກັບຄວາມຍາກລຳ ບາກ ແຕ່ກໍຍັງມີຄວາມເບີກບານ, ອົດທົນ ແລະ ມີນ້ຳໃຈທີ່ອົບອຸ່ນ.
ງານວາງສະແດງຄັ້ງນີ້ ໄດ້ນຳສະເໜີພາບຖ່າຍຂາວດຳ ທັງໝົດ 51 ພາບ, ໃນນັ້ນມີ 21 ພາບຖ່າຍ ທີ່ທ່ານ Andy Soloman ໄດ້ຖ່າຍໃນຊ່ວງປີ 2022-2024, ເມື່ອເພິ່ນໄດ້ກັບຄືນ ຫວຽດນາມ ເພື່ອຕາມຫາຕົວລະຄອນ ຈາກສາມທົດສະວັດກ່ອນ. ນອກຈາກນັ້ນ, ຍັງມີ 30 ພາບຖ່າຍເອກະສານ ທີ່ຖືກບັນທຶກໄວ້ ລະຫວ່າງປີ 1992-1993, ເຊິ່ງເປັນຊ່ວງເວລາທີ່ ຫວຽດນາມ ຫາເລີ່ມເຂົ້າສູ່ໄລຍະປ່ຽນແປງໃໝ່. ການຈັດວາງພາບເກົ່າ ແລະ ພາບໃໝ່ ຄຽງຄູ່ກັນໄດ້ສ້າງເປັນ ການສົນທະນາທາງສາຍຕາ ທີ່ເຂັ້ມແຂງ, ຊ່ວຍໃຫ້ຜູ້ຊົມສຳຜັດໄດ້ຢ່າງຊັດເຈນເຖິງການປ່ຽນແປງ ຂອງ ປະເທດ ພ້ອມທັງເສັ້ນທາງການເຕີບໃຫຍ່ ຂອງ ແຕ່ລະບຸກຄົນ.
ຫຼາຍໃບໜ້າໃນພາບຖ່າຍ ແມ່ນຊາວເຜົ່າສ່ວນໜ້ອຍ, ເດັກນ້ອຍທ່ີ ອອກແຮງງານ ໃນເຂດຖ່ານຫີນ ກວ່າງນິງ ຫຼື ປະຊາຊົນຢູ່ ກາວ ບັ່ງ. ຢູ່ ຮ່າຢາງ (ໃນເມື່ອກ່ອນ), ເຊິ່ງເປັນບ່ອນທີ່ສ້າງຄວາມສະ ເທືອນອາລົມ ໃຫ້ທ່ານຫຼາຍທີ່ສຸດ, ທ່ານ Andy Soloman ໄດ້ບັນ ທຶກພາບ ຕະຫຼາດນັດເຂດພູສູງ, ຄອບຄົວຊາວເຜົ່າມົ້ງ ຢູ່ຂ້າງກຳ ແພງຫີນ ທີ່ເປັນເອກະລັກ. ທ່ານ Andy ໄດ້ເລົ່າຄືນວ່າ: “ນີ້ວມືຂອງ ຂ້ອຍເກືອບຈະຢູ່ເທິງປຸ່ມຊັດເຕີ ຢູ່ສະເໝີ, ເມື່ອຕາ, ຫູ ແລະ ແມ້ກະທັ້ງກິ່ນ ທີ່ຫຼົງໄຫຼໄປກັບທິວທັດ ແລະ ຜູ້ຄົນ ໃນທີ່ນັ້ນ”.
ສາມສິບປີຕໍ່ມາ, ເມື່ອເພິ່ນກັບຄືນມາ, ເພິ່ນໄດ້ເຫັນການປ່ຽນແປງທີ່ເລິກເຊິ່ງ: ເນີນພູທີ່ປົກຄຸມດ້ວຍຕົ້ນກາເຟ ແລະ ຢາງພາລາ, ໂຮງ ຮຽນ ແລະ ສຸກສາລາໄດ້ຖືກສ້າງຂຶ້ນ, ຊີວິດການເປັນຢູ່ໄດ້ຮັບການປັບປຸງຢ່າງເຫັນໄດ້ຊັດ. ການພົບປະກັນຄືນໃໝ່ ກັບຕົວລະຄອນເກົ່າໄດ້ກາຍເປັນປະສົບການທີ່ສະເທືອນໃຈຢ່າງຍິ່ງ. ທ່ານ Andy Soloman ໄດ້ແບ່ງປັນວ່າ: “ງານວາງສະແດງນີ້ ແມ່ນການສະແດງຄວາມຂອບໃຈຂອງຂ້າພະເຈົ້າຕໍ່ປະຊາຊົນ ຫວຽດນາມ, ຜູ້ທີ່ໄດ້ເປີດໃຈຕ້ອນຮັບຂ້າພະເຈົ້າ ຕະຫຼອດຫຼາຍທົດສະວັດ. ຂ້າພະເຈົ້າຕ້ອງການໃຫ້ໂລກເຫັນການປ່ຽນແປງ ທີ່ມະຫັດສະຈັນ ນັ້ນ”.
ໃນພິທີເປີດງານ, ທ່ານ James Shipton, ຜູ້ອຳນວຍການສະພາອັງ ກິດ ປະຈຳ ຫວຽດນາມ ໄດ້ກ່າວວ່າ: “ແຕ່ລະຂອບພາບ ໄດ້ເລົ່າເລື່ອງລາວ ທີ່ສືບຕໍ່ເປີດເຜີຍຜ່ານການເວລາ, ເຊິ່ງສະທ້ອນໃຫ້ເຫັນຄວາມປາຖະໜາ ຂອງ ພວກເຮົາໃນການເສີມສ້າງສາຍພົວພັນ ທີ່ໝັ້ນຄົງກັບ ຫວຽດນາມ”.
ທ່ານ Matt Jackson, ຜູ້ຕາງໜ້າ UNFPA ໄດ້ຕີລາຄາວ່າ ງານວາງສະແດງນີ້ ເປັນສິ່ງຢໍ້າເຕືອນເຖິງພະລັງ ຂອງ ການສືບຕໍ່ຈາກ ຮຸ່ນ ສູ່ຮຸ່ນ: ການຖ່າຍທອດຄວາມຮູ້, ທັກສະ ແລະ ຈິດໃຈທີ່ອົດທົນ ໄດ້ສ້າງໃຫ້ເກີດຊຸມຊົນ ທີ່ເຂັ້ມແຂງ.
ສຳລັບ ທ່ານ Andy Soloman, ຫວຽດນາມ ບໍ່ພຽງແຕ່ເປັນສະ ຖານທີ່ ທີ່ຊ່ວຍໃຫ້ເພ່ິນເຕີບໂຕ ໃນດ້ານວິຊາຊີບເທົ່ານັ້ນ, ແຕ່ຍັງເປັນບ້ານເກີດທີສອງ ອີກດ້ວຍ. ທີ່ນະຄອນຫຼວງ ຮ່າໂນ້ຍ, ເພິ່ນໄດ້ພົບກັບພັນລະຍາຊາວ ຫວຽດນາມ, ຜູ້ທີ່ໄດ້ຮ່ວມເດີນທາງ ແລະ ສະໜັບສະໜູນເພິ່ນຢ່າງບໍ່ລົດລະໃນອາຊີບ ຊ່າງພາບ. ລູກຊາຍຄົນທີສອງ ຂອງພວກເຂົາ ກໍໄດ້ເດີນຕາມເສັ້ນທາງພໍ່, ກາຍເປັນ ຊ່າງພາບໄວໜຸ່ມ.
ດັ່ງນັ້ນ, “ການສືບຕໍ່: ຫວຽດນາມ” ຈຶ່ງບໍ່ພຽງແຕ່ເປັນໂຄງການສິລະປະ ທີ່ກຳລັງດຳເນີນຢູ່, ແຕ່ຍັງເປັນການສະແດງ ຄວາມຂອບໃຈຂອງ ເພື່ອນຄົນໜຶ່ງ ຕໍ່ດິນແດນ ທີ່ຕິດພັນກັບເພິ່ນເປັນເວລາຫຼາຍກວ່າສາມທົດສະວັດ-ປະເທດ ຫວຽດນາມ ທີ່ເຂັ້ມແຂງ, ປ່ຽນແປງ ໃໝ່ ແລະ ເຕັມໄປດ້ວຍມະນຸດສະທຳ.
ບົດ: ບິກເວິນ/VNP - ພາບ: ແທງຢາງ - ແປໂດຍ: ຢືຟຽນ












