80 ປີ ແຫ່ງການເດີນທາງສູ່ເອກະລາດ-ເສລີພາບ-ຄວາມຜາສຸກ
ງານວາງສະແດງ ຜົນສຳເລັດ ຂອງຊາດ “ 80 ປີ ແຫ່ງການເດີນ ທາງສູ່ເອກະລາດ-ເສລີພາບ-ຄວາມຜາສຸກ” ໄດ້ຈັດຂຶ້ນຢູ່ ຮ່າໂນ້ຍ ນັບແຕ່ ວັນທີ 28 ສິງຫາ ຫາ ວັນທີ 15 ກັນຍາ ເນື່ອງໃນໂອກາດ ສະເຫຼີມສະຫຼອງ ວັນຄົບຮອບ 80 ປີ ແຫ່ງໄຊຊະນະ ການປະຕິວັດ ເດືອນ ສິງຫາ ແລະ ວັນຊາດ ທີ 2 ກັນຍາ. ນີ້ບໍ່ພຽງແຕ່ເປັນເຫດ ການລະດັບຊາດເທົ່ານັ້ນ, ແຕ່ຍັງເປັນໂອກາດ ເພື່ອຍົກຍ້ອງ ໄລ ຍະທາງ ອັນສະຫງ່າລາສີຂອງຊາດ ແລະ ເຜີຍແຜ່ຄວາມເອກອ້າງ ທະນົງໃຈ, ຄວາມມຸ່ງຫວັງທີ່ຈະກ້າວຂຶ້ນ ຂອງ ຫວຽດນາມ ໃນຍຸກສະໄໝໃໝ່.
ກ່າວຄຳປາໄສ ທ່ີພິທີເປີດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ເນັ້ນໜັກວ່າ ຜົນສຳເລັດໃນທຸກວັນນີ້ ແມ່ນຜົນ ຂອງ ການນຳພາ ຂອງພັກ, ການຄຸ້ມຄອງຂອງລັດ ພ້ອມດ້ວຍ ນໍ້າໃຈສາມັກຄີ, ການ ປະດິດສ້າງ ຂອງ ປະຊາຊົນ. ງານວາງສະແດງ ຖືວ່າ ເປັນ “ໂຮງ ຮຽນ ທີ່ມີຊີວິດຊີວາ”, ຊ່ວຍໃຫ້ຄົນລຸ້ນໃໝ່ ໃນປັດຈຸບັນ ເຂົ້າໃຈ ເຖິງ ຕົ້ນກໍາເນີດ, ການເສຍສະຫຼະ ແລະ ຜົນສຳເລັດ ຂອງ ປະເທດຊາດ ຕະຫຼອດໄລຍະ 80 ປີຜ່ານມາ.
ດ້ວຍພື້ນທີ່ເກືອບ 260.000 ມ2, ງານວາງສະແດງ ປະກອບມີສາມ ສ່ວນຫຼັກຄື: “ການເດີນທາງສູ່ ຍຸກສະໄໝໃໝ່”, “ການເຊື່ອມໂຍງ ແລະ ການພັດທະນາ”, “ການ ເຊື່ອມໂຍງ ແລະ ການປະດິດສ້າງ”. ງານວາງສະແດງໄດ້ ລວບລວມ 34 ແຂວງ, ນະຄອນ, 28 ກະຊວງ, ຂະແໜງການ ແລະ ມີຮ້ານວາງສະແດງ ກວ່າ 230 ຮ້ານ ຈາກບັນດາວິສາຫະກິດ, ເຊິ່ງສະທ້ອນໃຫ້ ເຫັນຢ່າງຮອບດ້ານໃນ ທຸກຂົງ ເຂດ: ອຸດສາຫະກຳ-ເຕັກໂນໂລຊີ, ການລົງທຶນ-ການຄ້າ, ກະສິກຳ-ຊົນນະບົດ, ປ້ອງກັນຊາດ- ປ້ອງກັນຄວາມສະຫງົບ, ສາທາລະນະ ສຸກ-ການສຶກສາ, ວັດທະນະທຳ-ກິລາ- ການທ່ອງທ່ຽວ ແລະ ການຫັນປ່ຽນທາງດ້ານ ດີຈີຕອນ.
ຈຸດທ່ີພົ້ນເດັ່ນ ພາຍໃນງານ ແມ່ນການນຳໃຊ້ເຕັກໂນໂລຊີ ສະໄໝ ໃໝ່ຢ່າງແຂງແຮງເຊັ່ນ: ເຕັກໂນໂລຊີ ຕົວຈິງລວງຕາ(VR), ເຕັກໂນໂລຊີ ຕົວຈິງ ເສີມ (AR) ແລະ ຈໍສຳຜັດແບບຕອບໂຕ້. ດ້ວຍເຫດນີ້, ຜູ້ເຂົ້າຢ້ຽມຊົມ ບໍ່ພຽງແຕ່ສາມາດ ສັງເກດເທົ່ານັ້ນ, ແຕ່ຍັງສາມາດ ສຳຜັດປະສົບການໂດຍກົງ, ເຮັດໃຫ້ເນື້ອໃນ ມີຊີວິດຊີວາ ແລະ ໃກ້ຊິດຍິ່ງຂຶ້ນ.
ໃນຂອບເຂດ ຂອງ ງານວາງສະແດງ, ມີຫຼາຍເວທີສົນທະນາ ແລະ ກອງປະຊຸມສຳມະນາ ສະເພາະດ້ານໄດ້ຈັດຂຶ້ນເຊັ່ນ: “ການໝູນ ໃຊ້ ປັນຍາປະດິດ ໃນຍຸກດີຈີຕອນ”. ລາຍການສະແດງ ສິລະປະ, ແຟຊັ່ນໂຊ ໄດ້ປະກອບສ່ວນ ສ້າງພື້ນທີ່ ວັດທະນະທຳ ແລະ ການ ບັນເທີງ ທີ່ອຸດົມສົມບູນ ແລະ ໜ້າສົນໃຈ.
ດ້ວຍການເຊື່ອມຕໍ່ລະຫວ່າງ ອະດີດ-ປັດຈຸບັນ-ອະນາຄົດ, ງານ ວາງສະແດງ ບໍ່ພຽງແຕ່ຢືນຢັນເຖິງ ຄວາມຍິ່ງໃຫຍ່ ຂອງຊາດ ຕະ ຫຼອດເສັ້ນທາງ 80 ປີ ແຫ່ງການປົກປັກຮັກສາ ແລະ ເສີມຂະຫຍາຍ ຄຸນຄ່າແຫ່ງເອກະລາດ-ເສລີພາບ-ຄວາມຜາສຸກເທົ່ານັ້ນ, ແຕ່ຍັງ ຢືນຢັນ ເຖິງ ຄວາມມຸ່ງຫວັງຂອງ ຫວຽດນາມ ໃນການສ້າງ ອະນາຄົດ ທີ່ຮັ່ງມີ, ສີວິໄລ, ວັດທະນາຖາວອນ ແລະ ຄຽງບ່າຄຽງໄຫຼ່ ກັບບັນດາ ປະ ເທດ ທີ່ພັດທະນາອີກດ້ວຍ.
ປະຕິບັດໂດຍ: ເງິນຮ່າ, ແຄ໋ງລອງ - ແປໂດຍ: ບິກລຽນ