ໝູ່ບ້ານອາຊີບ ພາກເໜືອ ຫວຽດນາມ - ຈາກພື້ນເມືອງສູ່ທັນສະໄໝ
ຄຸນລັກສະນະ ສະເພາະດ້ານ ວັດທະນະທຳ ແລະ ຊີວິດການເປັນຢູ່ ຂອງໝູ່ບ້ານອາຊີບ ເຂດທົ່ງພຽງພາກເໜືອ ໄດ້ຮັບການກຳເນີດ ແລະ ພັດທະນາ ຕະຫຼອດໄລຍະປະຫວັດສາດ ຂອງຊາດ. ໃນປຶ້ມ “ໝູ່ບ້ານອາຊີບມູນເຊື້ອ ຫວຽດນາມ”, ທ່ານ ປອ ຟ້າມໂກນເຊີນ ໄດ້ຂຽນໄວ້ວ່າ: “ໝູ່ບ້ານອາຊີບ ແມ່ນຫົວໜ່ວຍບໍລິຫານ ທີ່ເກົ່າແກ່, ເປັນບ່ອນຢູ່ອາໄສ ຂອງປະຊາຊົນ ຈຳນວນຫຼວງຫຼາຍ, ດຳເນີນຊີວິດ ມີການຈັດຕັ້ງ, ມີລະບຽບວິໄນ ແລະ ຮີດຄອງປະເພນີສະເພາະ. ພື້ນຖານທີ່ໝັ້ນຄົງ ຂອງໝູ່ບ້ານອາຊີບ ແມ່ນການເຮັດວຽກ ເປັນໝູ່ ຄະນະ, ພັດທະນາເສດຖະກິດ, ທັງຮັກສາສີສັນ ທີ່ເປັນເອກະລັກ ຂອງຊາດ ແລະ ລັກສະນະສະເພາະ ຂອງ ທ້ອງຖິ່ນໄປພ້ອມໆ ກັນ.”.
ບັນດາໝູ່ບ້ານອາຊີບ ມູນເຊື້ອ ຢູ່ພາກເໜືອ ລ້ວນແຕ່ມີຕົ້ນກຳເນີດ ມາແຕ່ບູຮານນະການ, ມີໝູ່ບ້ານຫຼາຍແຫ່ງໄດ້ກຳເນີດ ແລະ ພັດ ທະນາ ຜ່ານຫຼາຍສະຕະວັດ. ແຕ່ລະໝູ່ບ້ານອາຊີບ ຈະຕິດພັນ ກັບ ໜຶ່ງ ຫຼື ຫຼາຍອາຊີບຫັດຖະກຳພື້ນເມືອງເຊັ່ນ: ເຮັດເຄື່ອງປັ້ນດິນເຜົາ, ປັກແສ່ວ, ຈັກສານໄມ້ໄຜ່ ແລະ ຫວາຍ, ເຮັດກຸບ, ເຈ້ຍ, ພ້ອມກັບສິລະປະ ຮູບແບບອື່ນໆ. ແຕ່ລະອາຊີບລ້ວນແຕ່ ມີປະຫວັດ ແລະ ເຄັດລັບສະເພາະ, ໄດ້ຮັບການສືບທອດ ຈາກຮຸ່ນສູ່ຮຸ່ນ.
ຜ່ານກະແສປະຫວັດສາດ, ນອກຈາກໝູ່ບ້ານອາຊີບ ທີ່ໄດ້ ສູນຫາຍໄປແລ້ວ, ເຂດພາກເໜືອ ຍັງຄົງຮັກສາໄດ້ໝູ່ບ້ານອາຊີບ ຫຼາຍແຫ່ງ ທີ່ເຕັມໄປດ້ວຍຈຸດວັດທະນະທຳ ທີ່ເກົ່າແກ່. ໃນນັ້ນ, ສາມາດ ກ່າວເຖິງ 4 ໝູ່ບ້ານອາຊີບ ມີຊື່ສຽງ ທີ່ໄດ້ຮັບຂະໜານນາມວ່າ ເປັນ “4 ເສົາຄໍ້າ” ເທິງດິນແດນ ທັງລອງ ບູຮານ ທີ່ຜູ້ຄົນ ມັກຈະກ່າວເຖິງ, ນັ້ນກໍ່ຄື: “ຜ້າໄໝ ອຽນຖ໋າຍ, ເຄື່ອງປັ້ນດິນເຜົາ ບາດຈ່າງ, ຊ່າງ ຕີເງິນ ຄຳ ດິ້ງກົງ, ຫຼໍ່ທອງ ຫງູ໊ຊ໊າ”.
ຊື່ສຽງຂອງໝູບ້ານ ອາຊີບຕ່າງໆ ເຊັ່ນ: ໝູ່ບ້ານຫຼໍ່ທອງ ຫງູ໊ຊ໊າ, ໝູ່ບ້ານຕີເງິນ ຕີຄຳ ດິ້ງກົງ, ໝູ່ບ້ານຈັກສານໄມ້ໄຜ່ ແລະ ຫວາຍ ຝູ໋ວິງ, ໝູ່ບ້ານ ເຮັດແມງປໍໄມ້ໄຜ່ ແຖກຊ໋າ, ໝູ່ບ້ານເຮັດກຸບ ຈວງ, ໝູ່ບ້ານ ເຮັດເຄື່ອງ ສີຂັດມັນ ຮ້າຖ໋າຍ, ໝູ່ບ້ານເຮັດວີ ຈ່າງເຊີນ, ໝູ່ບ້ານເຮັດ ຫຸ່ນກະບອກນໍ້າ ດ່າວຖູກ, ໝູ່ບ້ານປູກດອກໄມ້ ໄຕຕື້ວ, ໝູ່ບ້ານ ປັກແສ່ວ ກວັດດົ່ງ... ໄດ້ມີຊື່ສຽງໂດ່ງດັງທົ່ວປະເທດ ມາແຕ່ດົນນານແລ້ວ. ໂດຍສະເພາະ, ຜະລິດຕະພັນຂອງໝູ່ບ້ານຫຼາຍແຫ່ງ ເຊັ່ນ: ຜ້າໄໝ ຫວ້ານຟຸກ, ເຄື່ອງປັ້ນດິນເຜົາ ບາດຈ່າງ ຫຼື ເຂົ້າເມົ້າ ເມ໋ຈີ່... ໄດ້ຮັບການຍອມຮັບວ່າ ເປັນຍີ່ຫໍ້ ລະດັບຊາດ.
ນອກຈາກເຂດດິນ ທັງລອງ-ຮ່າໂນ້ຍ, ນາມດິ້ງ ຍັງມີຊື່ສຽງມາແຕ່ບູຮານວ່າ ເປັນ “ດິນແດນຮ້ອຍອາຊີບ”. ນາມດິ້ງ ມີໝູ່ບ້ານອາຊີບ ມູນເຊື້ອຫຼາຍຮ້ອຍແຫ່ງ ທີ່ມີປະຫວັດຄວາມເປັນມາ ແລະ ຂະຫຍາຍຕົວ ມາເປັນເວລາຫຼາຍຮ້ອຍປີແລ້ວ, ສ່ວນຫຼາຍແມ່ນຢູ່ ຕາມເຂດດິນແດນທີ່ເກົ່າແກ່, ຕົວຢ່າງບັນດາໝູ່ບ້ານອາຊີບເຊັ່ນ: ຫຼໍ່ທອງ ຕົ໋ງຊ໋າ, ແກະ ສະຫຼັກໄມ້ ລາຊວຽນ, ສີຂັດມັນ ກາດດັ່ງ (ເມືອງ ອີ໋ອຽງ); ຈັກສານໄມ້ໄຜ່ ແລະ ຫວາຍ ຫວີ໊ງຮ່າວ (ເມືອງ ຫວູ້ບ໊ານ); ໄມ້ປະດັບເອ້ ວິເຄ, ລະຄອນຫຸ່ນກະບອກນໍ້າ ແຖກບ່ານ, ເຮັດໝວກວົງແຫວນ ຢ໋າບເຍິດ (ເມືອງ ນາມຈຶກ); ຜະລິດເສັ້ນໄໝ ໂກ່ເຈິດ, ຕໍ່າແຜ່ນແພ ກື້ຈື໊ (ເມືອງ ຈຶກນິງ)…
ຢູ່ຕາມບັນດາໝູ່ບ້ານອາຊີບ, ນາຍຊ່າງສີມືດີ, ຊ່າງຫັດຖະກຳຜູ້ມີຄວາມຊຳນານງານ ຈຳນວນຫຼາຍ ຮຸ່ນສູ່ຮຸ່ນ ກຳລັງເຮັດວຽກ ແລະ ສ້າງສັນ ຢ່າງບໍ່ຮູ້ອິດຮູ້ເມື່ອຍ. ພວກເຂົາແມ່ນຜູ້ທີ່ສືບທອດ ການ ອະນຸລັກຮັກສາ ແລະ ພັດທະນາສິ່ງຍອດຍິ່ງ ດ້ານອາຊີບ ຂອງ ບັນພະບຸລຸດ ທີ່ປະໄວ້ໃຫ້, ເພື່ອສືບຕໍ່ ປູກໄຟແຫ່ງຄວາມຫຼົງໄຫຼ ກັບອາຊີບ ໃຫ້ຮຸ່ນຕໍ່ໆ ໄປ.
ປັດຈຸບັນ, ບັນດາໝູ່ບ້ານອາຊີບ ເຂດພາກເໜືອ ກຳລັງຫັນປ່ຽນ ເຂົ້າສູ່ກົນໄກການຕະຫຼາດ ດ້ວຍສອງບາດກ້າວບຸກທະລຸຄື: ການນຳໃຊ້ ວິທະຍາສາດ ເຕັກໂນໂລຊີ ເຂົ້າໃນການຜະລິດ ແລະ ພັດທະນາການທ່ອງທ່ຽວ.
ຕົວຢ່າງ: ໝູ່ບ້ານເຄື່ອງປັ້ນດິນເຜົາ ບາດຈ່າງ ຢູ່ເມືອງ ຢາເລີມ, ນະຄອນ ຮ່າໂນ້ຍ ມີຄວາມກະຕຸ້ນໄວ ໃນການນຳໃຊ້ ວິທະຍາສາດ ເຕັກນິກ, ດັດແປງຂັ້ນຕອນການຜະລິດ, ຕົວແບບ, ຍົກສູງຄຸນນະພາບຜະລິດຕະພັນ ເພື່ອໃຫ້ສອດຄ່ອງກັບທ່າອ່ຽງການຕະຫຼາດ.
ທ່ານ ເຈິ່ນເຢືອງກຸ໋ຍ, ຜູ້ປະກອບການຄ້າຂາຍ ຜະລິດຕະພັນ ເຄື່ອງປັ້ນດິນເຜົາ ຜ່ານຊ່ອງທາງການຄ້າ ເອເລັກໂຕຣນິກ ໃຫ້ຮູ້ວ່າ ຫຼັງຈາກດຳເນີນທຸລະກິດ ທາງອອນລາຍ ມາເປັນເວລາ 4 ປີ, ສະເພາະ ຊ່ອງທາງ ເຟສບຸກ, ຜະລິດຕະພັນເຄື່ອງປັ້ນດິນເຜົາ ບາດຈ່າງ ໄດ້ເຂົ້າເຖິງຜູ້ບໍລິໂພກ 8 ລ້ານຄົນ.
ການຄ້າ ເອເລັກໂຕຣນິກ ໄດ້ເຮັດໃຫ້ຍີ່ຫໍ້ຂອງ ບາດຈ່າງ ເປັນທີ່ຮູ້ຈັກ ຫຼາຍຂຶ້ນ. ຫຼາຍໜ່ວຍງານຂາຍສົ່ງ ຢູ່ຕ່າງແຂວງ ໄດ້ຮູ້ຈັກ ຜະລິດຕະພັນໃໝ່ໆ ຂອງ ບາດຈ່າງ ຜ່ານທາງເວັບໄຊ ແລະ ເຄືອຂ່າຍສັງຄົມ ເຟສບຸກ.
ທ່ານນາງ ຮ່າທິວິງ, ຜູ້ອຳນວຍການບໍລິສັດເຄື່ອງປັ້ນດິນເຜົາ ກວາງວິງ ຈຳກັດ, ໜຶ່ງໃນ “ຫົວຈັກ” ພັດທະນາອາຊີບ ເຄື່ອງປັ້ນດິນເຜົາ ຢູ່ ບາດຈ່າງ ໃຫ້ຮູ້ວ່າ: “ບໍລິສັດ ມີໂຮງງານ ຜະລິດ 2 ແຫ່ງຢູ່ ບາດຈ່າງ ແລະ ດົງຈ່ຽວ (ແຂວງ ກວ່າງນິງ). ປັດຈຸບັນ, ກວ່າ 90% ຜະລິດຕະພັນເຄື່ອງປັ້ນດິນເຜົາ ຂອງ ບໍລິສັດ ໄດ້ຖືກສົ່ງອອກໄປກວ່າ 20 ປະເທດ, ບໍ່ພຽງແຕ່ ປະກອບສ່ວນ ເພີ່ມລາຍຮັບ ຂອງ ບໍລິສັດເທົ່ານັ້ນ, ແຕ່ຍັງເຜີຍແຜ່ ຄວາມເປັນເອກະລັກ ວັດທະນະທຳຂອງ ຫວຽດນາມ ສູ່ເພື່ອນມິດສາກົນ ອີກດ້ວຍ”.
ບໍ່ຢືນຢູ່ນອກ “ສົງຄາມ” ປັບປຸງການຜະລິດ, ພັດທະນາຕະຫຼາດ, ໝູ່ບ້ານອາຊີບ ຂັດສີ ຮ້າຖ໋າຍ (ເມືອງ ເທື່ອງຕີ໋ນ, ຮ່າໂນ້ຍ) ກໍ່ກຳລັງ ປ່ຽນແປງຮູບແບບ, ວິທີການຂາຍຢ່າງຕັ້ງໜ້າ, ໂດຍສະເພາະ ແມ່ນ ການນຳໃຊ້ເຕັກໂນໂລຊີ ດີຈີຕອນ, ການຫັນປ່ຽນດີຈີຕອນ ຈາກການ ຄຸ້ມຄອງບໍລິຫານ ເຖິງການຜະລິດ ແລະ ການຂາຍ. ຄຽງຄູ່ ກັບການ ລົງທຶນ ເຄື່ອງຈັກທີ່ທັນສະໄໝ ເຂົ້າໃນການຜະລິດ, ຫຼາຍຄອບຄົວ ໃນໝູ່ບ້ານອາຊີບໄດ້ມີຄວາມຍືດຫຍຸ່ນ ໃນການຊອກຫາຕະຫຼາດ ຜ່ານເຄືອຂ່າຍສັງຄົມ ແລະ ຕະຫຼາດການຄ້າ ເອເລັກໂຕຣນິກ.
ເມື່ອມາເຖິງດິນແດນຮ້ອຍອາຊີບ ນາມດິ້້ງ, ໝູ່ບ້ານອາຊີບມູນເຊື້ອ ເຄື່ອງໄມ້ ຝັງເປືອກຫອຍ ບິ່ງມິງ ຢູ່ຕາແສງ ຫາຍມິງ, ເມືອງ ຫາຍເຮົ້າ ໄດ້ກ້າລົງທຶນ ກັບເຄື່ອງຈັກທີ່ທັນສະໄໝ, ເຕັກໂນໂລຊີ ອັດຕະ ໂນມັດເຊັ່ນ: ເຄື່ອງເຈາະ CNC, ເຄື່ອງ ແກະສະຫຼັກສິລະປະ CNC… ບັນດາເຄື່ອງຈັກ ທີ່ທັນສະໄໝເຫຼົ່ານີ້ ໄດ້ຊ່ວຍຫຼາຍຢ່າງ ໃຫ້ແກ່ສີມື ທີ່ຊຳນິຊຳນານ, ຄວາມຄິດສ້າງສັນ ຂອງ ນາຍຊ່າງສີມືໝູ່ບ້ານອາຊີບ ເພື່ອປະດິດສ້າງອອກ ບັນດາຜະລິດຕະພັນ ທີ່ມີຄວາມສວຍງາມທາງດ້ານຮູບຊົງ ແລະ ຫຼາກຫຼາຍທາງດ້ານຕົວແບບ.
ການປະສົມປະສານ ລະຫວ່າງທັກສະ, ຄວາມສາມາດ ຂອງ ນາຍຊ່າງ ກັບເຄື່ອງຈັກ ທີ່ທັນສະໄໝ ໄດ້ຊ່ວຍໃຫ້ ໝູ່ບ້ານອາຊີບ ຊ່າງໄມ້ ບິ່ງມິງ ຜະລິດອອກ ສິນຄ້າໄມ້ຫຼາຍປະເພດ ທີ່ມີຄຸນຄ່າ ທາງດ້ານສິລະປະກຳ ແລະ ມີຄວາມທົນທານສູງເຊັ່ນ: ຕູ້, ໂຕະ, ຕັ່ງ, ຮູບແຕ້ມ, ຮູບປັ້ນ, ຕູ້ໂຊ, ຕຽງໄມ້ແຜ່ນໃຫ່ຍ, ຕັ່ງຍາວ, ເຄື່ອງບູຊາ…
ການກ້ານຳໃຊ້ວິທະຍາສາດ ເຕັກໂນໂລຊີ ເຂົ້າໃນການຜະລິດ ໄດ້ຊ່ວຍໃຫ້ຍີ່ຫໍ້ ໝູ່ບ້ານອາຊີບຊ່າງໄມ້ ບິ່ງມິງ ມີບ່ອນຢືນ ທີ່ໝັ້ນຄົງ ໃນຕະຫຼາດ, ປະກອບສ່ວນພັດທະນາເສດຖະກິດ, ຍົກສູງລາຍຮັບ ໃຫ້ຫຼາຍຄອບຄົວ.
ຫຼື ໝູ່ບ້ານຫັດຖະກຳພື້ນເມືອງ ຫຼໍ່ໂລຫະ ຕົ໋ງຊ໋າ, ເທດສະບານ ເມືອງ ເລີມ (ເມືອງ ອີ໋ອຽນ) ໃນອະດີດ ມີແຕ່ຫຼໍ່ສະເພາະ ຜະລິດຕະພັນ ຂອງໃຊ້ໃນເຮືອນ, ເຄື່ອງບູຊາ ທີ່ມີຂະໜາດນ້ອຍ ເຊັ່ນ: ຊາມ, ໝໍ້, ໝໍ້ກະທະ, ໂຖປັກທູບ…, ປັດຈຸບັນ ຍ້ອນການ ນຳໃຊ້ເຕັກໂນໂລຊີ, ເຄື່ອງຈັກທີ່ທັນສະໄໝ, ໂດຍສະເພາະ ແມ່ນ ເຕັກໂນໂລຊີ 3D, 4D ເຂົ້າໃນການຜະລິດ ໄດ້ຊ່ວຍໃຫ້ນາຍຊ່າງ ສາມາດປະດິດສ້າງອອກ ຜະລິດຕະພັນທີ່ມີຄວາມແນບນຽນ ແລະ ຊັບຊ້ອນສູງກວ່າເກົ່າຫຼາຍເຊັ່ນ: ຮູບປັ້ນພະພຸດທະເຈົ້າ, ຮູບປັ້ນ ບັນພະບຸລຸດ ຜູ້ມີຊື່ສຽງ, ຮູບປັ້ນຜູ້ນຳ ຂອງ ຊາດ, ກະດິ່ງ, ເຄື່ອງ ຫວາງຈຸ້ຍ...
ນອກຈາກ ຜະລິດຕະພັນຫັດຖະກຳພື້ນເມືອງ ຂະໜາດນ້ອຍ ທີ່ກຳ ລັງເປັນທີ່ນິຍົມ ທັງພາຍໃນ ແລະ ຕ່າງປະເທດ, ຍ້ອນການນຳໃຊ້ ວິທະຍາສາດ ເຕັກໂນໂລຊີ, ບັນດານາຍຊ່າງສີມື ໝູ່ບ້ານ ອາຊີບ ຕົ໋ງຊ໋າ ຍັງໄດ້ຫຼໍ່ສຳເລັດ ຮູບປັ້ນດ້ວຍທອງ ຂະໜາດໃຫຍ່ຫຼາຍກິດ ຈະກຳ ທີ່ເປັນຜົນງານລະດັບຊາດເຊັ່ນ: ຮູບປັ້ນໄຊຊະນະ ດ້ຽນບຽນຝູ ສູງ 16,2 ມ, ໜັກ 220 ໂຕນ; ຮູບປັ້ນກະສັດ ເຈິ່ນ 14 ອົງ ທີ່ປະ ດິດສະຖານໄວ້ ໃນເຂດປູຊະນີຍະສະຖານ ປະຫວັດສາດ-ວັດທະນະທຳ ທຽນເຈື່ອງ (ແຂວງ ນາມດິ້ງ); ຮູບປັ້ນພະພຸດ ທະເຈົ້າ ໜັກ 35 ໂຕນ ທີ່ປະດິສະຖານໄວ້ ຢູ່ພູ ນອນເນືອກ, ເມືອງ ຊ໋ອກເຊີນ (ຮ່າໂນ້ຍ); ຮູບປັ້ນພະສາດສະດາ ສາມອົງ ໜັກ 50 ໂຕນ ທີ່ປະດິດສະຖານຢູ່ວັດ ບ໋າຍດິ໋ງ (ແຂວງ ນິງບິ່ງ)…
ພິເສດ, ໝູ່ບ້ານອາຊີບ ແຕ່ລະແຫ່ງ ຢູ່ເຂດທົ່ງພຽງ ພາກເໜືອ ໃນປັດຈຸບັນ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວ ທີ່ດຶງດູດ ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ. ຢູ່ ຮ່າໂນ້ຍ, ນາມດິ້ງ, ຖ໋າຍບິ່ງ, ບັກຢາງ… ມີໝູ່ບ້ານອາຊີບຫຼາຍແຫ່ງ ໄດ້ຖືກນໍາເຂົ້າສູ່ ການທ່ອງທ່ຽວ ເນື່ອງຈາກມີຄວາມເປັນເອກະລັກ ແລະ ເຂັ້ມຂຸ້ນ ໄປດ້ວຍຄຸນຄ່າມູນເຊື້ອ, ວັດທະທະທຳ ທ້ອງຖິ່ນ, ເຮັດໃຫ້ນັກທ່ອງທ່ຽວ ຮູ້ສຶກເຖິງ ຄວາມແຕກຕ່າງ ເມື່ອໄດ້ມາທ່ຽວຊົມ, ຜ່ານປະສົບການຕົວຈິງ. ຜ່ານການທ່ອງທ່ຽວ, ບັນດາໝູ່ບ້ານອາຊີບ ຢູ່ເຂດທົ່ງພຽງພາກເໜືອໄດ້ປະກອບສ່ວນຮັກສາ ແລະ ເຜີຍແຜ່ສີສັນ ວັດທະນະທຳ ຫວຽດນາມ ສູ່ເພື່ອນມິດໃນທົ່ວໂລກ.
ບົດ: ທົງທ້ຽນ - ພາບ: ແທງຢາງ, ກົງດາດ, ທົງທ້ຽນ, ແຄ໋ງລອງ, ຫວຽດເກື່ີອງ/VNP ແລະ ເຈິ່ນເຖ໋ຟອງ - ແປໂດຍ: ບິກລຽນ