ໂຮ້ຍອານ - ບົດເພງປະສານສຽງ ທີ່ຫຼາກຫຼາຍສີສັນ ໃນໃຈກາງ ມໍລະດົກ

ໂຮ້ຍອານ - ບົດເພງປະສານສຽງ ທີ່ຫຼາກຫຼາຍສີສັນ ໃນໃຈກາງ ມໍລະດົກ

ເມື່ອເວົ້າເຖິງ ໂຮ້ຍອານ, ແນ່ນອນ ຈະຕ້ອງກ່າວເຖິງ ມໍລະດົກໂລກ ທີ່ມີຊື່ສຽງ ດ້ວຍຖະໜົນບູຮານ ທີ່ປະກອບ ເຮືອນຊານ ອັນເກົ່າແກ່, ຫຼັງຄາປົກດ້ວຍໄຄຂຽວ, ຝາເຮືອນສີເຫຼືອງ ທີ່ສະທ້ອນເງົາ ລົງໃສ່ ສາຍນ້ຳ ຮວ່າຍ ທີ່ແສນໂລແມນຕິກ. ແຕ່ສິ່ງທີ່ໜ້າສົນໃຈ ແລະ ເປັນພະລັງແຫ່ງ ຊີວິດອັນແຮງກ້າ ຂອງມໍລະດົກ ແຫ່ງນີ້ ທີ່ບໍ່ແມ່ນ ທຸກຄົນຈະຮູ້, ນັ້ນກໍ່ຄື ຄວາມກົມກຽວ ແລະ ການປະສານ ຢ່າງລະອຽດອ່ອນ ຂອງ ວັດທະນະທຳ ຫຼາຍຊັ້ນຄົນ, ໂດຍສະເພາະ ແມ່ນ ວັດທະນະທຳ ຫວຽດ, ຍີ່ປຸ່ນ ແລະ ຈີນ, ເຊິ່ງໄດ້ສ້າງເປັນພາບ ທີ່ຫຼາກຫຼາຍສີສັນ ກ່ຽວກັບການດຳລົງຊີວິດ, ຮີດຄອງປະເພນີ, ຄວາມເຊື່ອຖື ແລະ ສະຖາປັດຕະຍະກຳ... ຢູ່ພາຍໃນໃຈກາງ ມໍລະດົກແຫ່ງນີ້.

ບັນດາສາຍທາງ ແລະ ເຮືອນບູຮານ ທີ່ສະແດງໃຫ້ເຫັນ ເຖິງ ຮ່ອງຮອຍ ການສະຫຼັບກັນດ້ານວັດທະນະທຳ ຫວຽດນາມ - ຈີນ ຢູ່ຕົວເມືອງເກົ່າ ໂຮ້ຍອານ. ພາບ: ແທັງຮ່ວາ/VNP

ໃນເມື່ອກ່ອນ, ໂຮ້ຍອານ ເຄີຍເປັນທ່າເຮືອການຄ້າທີ່ຄຶກຄື້ນ, ເປັນຈຸດໝາຍປາຍທາງ ໃນຝັນ ຂອງ ກອງເຮືອສິນຄ້າຈາກ ຍີ່ປຸ່ນ, ຈີນ ແລະ ບັນດາປະເທດຕາເວັນຕົກ. ຍ້ອນທີ່ຕັ້ງທາງຍຸດທະສາດ ຢູ່ປາກແມ່ນ້ຳ ອອກສູ່ທະເລ, ສະຖານທີ່ແຫ່ງນີ້ ຈຶ່ງໄດ້ກາຍເປັນ “ເສັ້ນທາງສາຍໄໝ ແລະ ເຄື່ອງປັ້ນດິນເຜົາ” ທາງທະເລ ໃນໄລຍະ ເລີ່ມຕົ້ນ. ຄວາມຮັ່ງມີຂອງເມືອງ ໂຮ້ຍອານ ໃນຄາວນັ້ນ ບໍ່ພຽງແຕ່ຖືກ ວັດແທກ ດ້ວຍເງິນ ຄຳ ແລະ ສິນຄ້າເທົ່ານັ້ນ, ແຕ່ຍັງລວມເຖິງ ການກໍ່ຕົວ ຂອງ ຊຸມຊົນ ທີ່ມີຫຼາຍສັນຊາດ ແລະ ຫຼາຍວັດທະນະທຳ.

ວັດຂົວ, ບູຮານສະຖານ ທີ່ເປັນສັນຍະລັກ ຈະແຈ້ງທີ່ສຸດ ໃຫ້ແກ່ ການສະໜິດແໜ້ນ ທາງດ້ານຈິດວິນຍານ ແລະ ວັດທະນະທຳ ລະ ຫວ່າງ ສອງຊາດ ຫວຽດນາມ - ຍີ່ປຸ່ນ ຜ່ານຫຼາຍສະຕະວັດ. ພາບ: ແທັງຮ່ວາ/VNP
 
ໂຮ້ຍອານ ແມ່ນມໍລະດົກ ທີ່ມີຊີວິດ ແລະ ພ້ອມທີ່ຈະເປີດໃຈ ຮັບ ທຸກສິ່ງທຸກຢ່າງ, ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງ ໃນວິທີ ການທີ່ຊາວ ໂຮ້ຍອານ ປະພຶດຢ່າງເປີດເຜີຍ ຕໍ່ກັບມໍລະດົກ ແລະ ນັກທ່ອງທ່ຽວ. ພາບ: ແທັງຮ່ວາ/VNP

 

ສະຖາປັດຕະຍະກຳຂອງ ໂຮ້ຍອານ ແມ່ນປຶ້ມບັນທຶກ ທາງ ປະຫວັດສາດ ທີ່ມີຊີວິດຊີວາທີ່ສຸດ ເຊິ່ງໄດ້ຈົດບັນທຶກຍຸກສະໄໝ  ອັນຮຸ່ງເຮືອງນີ້ໄວ້. ເມື່ອຍ່າງເຂົ້າສູ່ ເຂດເມືອງເກົ່າ, ພວກເຮົາ ຄືໄດ້ ຫຼົງເຂົ້າໄປ ໃນຫໍພິພິທະພັນ ກາງແຈ້ງ, ບ່ອນທີ່ມີ ເຮືອນຮູບທໍ່ ທີ່ເປັນເອກະລັກ ເຊິ່ງ ໄດ້ປະສານສົມທົບກັນ ຢ່າງກົມກຽວ ລະຫວ່າງໂຄງສ້າງໄມ້ແບບດັ້ງເດີມ ຂອງ ຫວຽດນາມ ກັບລວດລາຍ ການຕົກແຕ່ງທີ່ປານີດຂອງ ຈີນ ແລະ ຄວາມງາມແບບສຸຂຸມ ລຽບງ່າຍ ຂອງ ຍີ່ປຸ່ນ. ວັດຂົວ - ສັນຍະລັກ ອັນເປັນອະມະຕະ ຂອງ ມໍລະດົກແຫ່ງນີ້ - ແມ່ນຫຼັກຖານ ອັນຈະແຈ້ງທີ່ສຸດ ໃຫ້ແກ່ ຄວາມຜູກພັນທາງດ້ານຈິດວິນຍານ ແລະ ວັດທະນະທຳ ລະຫວ່າງ ສອງຊາດ ຫວຽດນາມ - ຍີ່ປຸ່ນ ຕະຫຼອດຫຼາຍສະຕະວັດທີ່ຜ່ານມາ.  

ພະລັງຊີວິດ ຂອງ ໂຮ້ຍອານ ບໍ່ໄດ້ຢູ່ທີ່ຝາເຮືອນສີເຫຼືອງ ອັນງຽບສະຫງົບ, ແຕ່ມັນໄຫຼວຽນ ຢູ່ໃນທຸກຈັງຫວະ ແຫ່ງການ ດຳລົງຊີວິດ, ໃນຮີດຄອງປະເພນີ ແລະ ຄວາມເຊື່ອຖື ຂອງ ປະຊາຊົນ. ການສະຫຼັບສັບກັນ ດ້ານວັດທະນະທຳ ຢູ່ທີ່ນີ້ ບໍ່ແມ່ນ ພຽງແຕ່ ການບວກເຂົ້າກັນ ແບບທຳມະດາ, ແຕ່ແມ່ນ ການປະສານກັນ ຢ່າງເລິກເຊິ່ງ, ສ້າງເປັນເອກະລັກ “ໂຮ້ຍອານ” ເປັນເມືອງໜຶ່ງບໍ່ມີສອງ ຢ່າງແທ້ຈິງ.  

ການປະສານກັນທາງວັດທະນະທຳ ໄດ້ສະແດງອອກ ຢ່າງເດັ່ນຊັດ ໃນການທີ່ຊາວ ໂຮ້ຍອານ ນັບຖືບູຊາ ສິ່ງສັກສິດ ທີ່ຫຼາກຫຼາຍ, ນັບແຕ່ເທບພະເຈົ້າ ທ້ອງຖິ່ນ ໄປຈົນເຖິງ ບັນດາວິລະບຸລຸດ ໃນ ວັດທະນະທຳ ຂອງຊາວ ຈີນ ອົບພະຍົບ. ບັນດາ ຫໍໂຮງຊຸມຊົນ ເຊັ່ນ: ຟຸກກຽນ, ກວາງຕຸ໊ງ ບໍ່ພຽງແຕ່ ແມ່ນບ່ອນ ພົບປະຂອງຊຸມຊົນ ຊາວ ຈີນເທົ່ານັ້ນ, ແຕ່ຍັງແມ່ນ ພື້ນທີ່ວັດທະນະທຳທາງໃຈລວມ ຂອງທັງຊຸມຊົນ. ຄືນເດືອນເພັງເຕັມດວງ ຢູ່ເມືອງເກົ່າ ດ້ວຍ ເທສະການ ລອຍກະທົງ ໄດ້ກາຍເປັນ “ອາຫານ ທາງຈິດວິນຍານ” ທີ່ພິເສດ, ບ່ອນທີ່ແສງສະຫວ່າງ ຈາກໂຄມໄຟໄດ້ບົດບັງ ແສງໄຟຟ້າ, ນຳຄົນເຮົາ ກັບຄືນສູ່ ຄວາມຫຼັງ ແລະ ຄວາມສະຫງົບສຸກ.

 


ພະລັງຊີວິດ ຂອງ ໂຮ້ຍອານ ບໍ່ໄດ້ຢູ່ທີ່ຝາເຮືອນສີເຫຼືອງ ອັນງຽບສະຫງົບ, ແຕ່ມັນໄຫຼວຽນ ຢູ່ໃນທຸກຈັງຫວະ ແຫ່ງການ ດຳລົງຊີວິດ, ໃນຮີດຄອງປະເພນີ ແລະ ຄວາມເຊື່ອຖື ຂອງ ປະຊາຊົນ. ການສະຫຼັບສັບກັນ ດ້ານວັດທະນະທຳ ຢູ່ທີ່ນີ້ ບໍ່ແມ່ນ ພຽງແຕ່ ການບວກເຂົ້າກັນ ແບບທຳມະດາ, ແຕ່ແມ່ນ ການປະສານກັນ ຢ່າງເລິກເຊິ່ງ, ສ້າງເປັນເອກະລັກ “ໂຮ້ຍອານ” ເປັນເມືອງໜຶ່ງບໍ່ມີສອງ ຢ່າງແທ້ຈິງ.

 

 

ລາຍການສິລະປະ ແລກປ່ຽນວັດທະນະທໍາ ຫວຽດນາມ - ຍີ່ປຸ່ນ ຢູ່ເມືອງເກົ່າ ໂຮ້ຍອານ. ພາບ: ແທັງຮ່ວາ/VNP 
 

ສ່ວນທາງດ້ານອາຫານ, ເຂົ້າປຽກ ກາວເລົ່າ ທີ່ມີເສັ້ນຄ້າຍ ຄືກັບ ອູດົງ ຂອງ ຍີ່ປຸ່ນ, ຊີ້ນໝູຈືນສີແດງ ທີ່ອ່ອນນຸ່ມ ແບບ ຈີນ ແຕ່ກິນ ແກ້ມ ກັບຜັກສົດຈາກ ບ້ານ ຈ່າເກ໋ວ ທີ່ມີລົດຊາດແບບ ຫວຽດ ແທ້ໆ, ນັ້ນຄື ພາບຈຳລອງ ຂອງການປະສານກັນ ທາງວັດທະນະທຳ ຢູ່ເທິງປາຍລີ້ນ.  

ສິ່ງທີ່ສ້າງເປັນຄຸນຄ່າ ພິເສດ ເຮັດໃຫ້ UNESCO ເຊີດຊູ ໂຮ້ຍອານ ກໍຍ້ອນ ລັກສະນະ “ມໍລະດົກ ທີ່ມີຊີວິດ” ນັ້ນເອງ. ຢູ່ຫຼາຍບ່ອນ ໃນໂລກ, ເຂດເມືອງເກົ່າ ມັກຈະກາຍເປັນ ຫໍພິພິທະພັນ ສະຖາປັດຕະຍະກຳ ທີ່ແຂງກະດ້າງ ເພື່ອຮັບໃຊ້ ການທ່ອງທ່ຽວ, ແຕ່ ໂຮ້ຍອານ ພັດຕ່າງອອກໄປ. ປະຊາຊົນ ຍັງຄົງອາໄສ ຢູ່ໃນ ເຮືອນເກົ່າ, ຍັງຮັກສາໄວ້ ຮີດຄອງການໄປວັດ, ຍັງຄົງສືບທອດ ຂັບ ທໍານອງ ບ່າຍຈ່ອຍ ພື້ນເມືອງ ໃນທຸກໆ ຄືນ.  

ຜ່ານການເວລາ ກວ່າ 4 ສະຕະວັດ ແຫ່ງການຄົງຕົວ ແລະ ພັດທະນາ, ໂຮ້ຍອານ ບໍ່ເລືອກວິທີການປິດປະຕູ ເພື່ອອະນຸລັກ, ແຕ່ເລືອກວິທີ ເປີດໃຈ ສູ່ໂລກ ຄືດັ່ງ ມັນເຄີຍເປີດຕົວ ເປັນທ່າເຮືອ ສາກົນ ເພື່ອ ຮັບເອົາ ແລະ ປັບປຸງຄວາມງາມ ທາງວັດທະນະທຳ ຈາກ ຍີ່ປຸ່ນ, ຈີນ ແລະ ຫຼາຍປະເທດ ໃນໂລກ ເພື່ອສ້າງເປັນ ພື້ນທີ່ ວັດທະນະທຳ ທີ່ເປັນເອກະພາບ ໃນຄວາມຫຼາກຫຼາຍ.

 

ບຸນວັນເພັງ 15 ຄໍ່າ ເດືອນຈຽງ, ວັນບຸນທີ່ມີ ສີສັນວັດທະນະທຳ ລວມ ຂອງຊຸມຊົນຊາວ ຫວຽດນາມ ແລະ ຊາວ ຈີນ ຢູ່ເມືອງເກົ່າ ໂຮ້ຍອານ. ພາບ: ແທັງຮ່ວາ/VNP
ລາຍການສິລະປະ ແລກປ່ຽນວັດທະນະທໍາ ຫວຽດນາມ - ຍີ່ປຸ່ນ ຢູ່ເມືອງເກົ່າ ໂຮ້ຍອານ. ພາບ: ແທັງຮ່ວາ/VNP 
 

ມາຍັງ ໂຮ້ຍອານ ໃນວັນນີ້, ນັກທ່ອງທ່ຽວ ບໍ່ພຽງແຕ່ມາຮອດ ສະ ຖານທີ່ແຫ່ງໜຶ່ງ ໃນແຜນທີ່ການທ່ອງທ່ຽວເທົ່ານັ້ນ, ແຕ່ແມ່ນ ມາສູ່ ຕົວຕົນ ທາງວັດທະນະທຳ ທີ່ມີຊີວິດ ເພື່ອຮຽນຮູ້ ວິທີການ ຖະໜອມ ຄຸນຄ່າທີ່ຍືນຍົງ, ຮຽນຮູ້ ການທີ່ຈະເຫັນ ຄວາມກົມກຽວ ລະຫວ່າງ ບັນດາປະຊາຊາດ ໃນຄວາມແຕກຕ່າງ. ໂຮ້ຍອານ ແມ່ນຂົວຕໍ່ ທີ່ເຊື່ອມໂຍງ  ອະດີດ ກັບ ປັດຈຸບັນ, ເຊື່ອມໂຍງ ຫວຽດນາມ ກັບ ໂລກ.

ບົດ ແລະ ພາບ: ແທັງຮ່ວາ/VNP


top