ໂຮງລະຄອນ ຢວຽດທິເດື່ອງ

ໂຮງລະຄອນ ຢວຽດທິເດື່ອງ


ມາຍັງໂຮງ​ລະ​ຄອນ ຢວຽດທິເດື່ອງ ​ຕັ້ງ​ຢູ່​ ດ້າຍໂນ້ຍ ເຫວ້ (ພະລາຊະວັງ ເຫວ້). ນັກ​ທ່ອງ​ທ່ຽວ​ຈະ​ໄດ້ເຈືອຈານ ເຂົ້າກັບ ຫວ່າງເວຫາ ທີ່ເຕັມໄປດ້ວຍວັດ​ທະ​ນະ​ທຳ​ ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ, ໄດ້ຊອກ​ຮູ້​ກ່ຽວ​ກັບ​ປະ​ຫວັດ​ສາດ ແລະ ສະ​ຖາ​ປັດ​ຕະ​ຍະ​ກຳ​ຂອງ​ລາ​ຊະ​ວົງ​ຫງວຽນ, ພ້ອມນັ້ນ ຍັງໄດ້ຮັບຊົມ​ ລາຍການສະແດງດົນຕີ​ໃນພະລາຊະວັງ ​ທີ່​ບໍ່​ອາດ​ລືມ​ໄດ້.

ເມື່ອກ້າວເຂົ້າສູ່ ໂຮງລະຄອນ ຢວຽດທິເດື່ອງ, ນັກທ່ອງທ່ຽວເບິ່ງຄືວ່າ ຈະຫຼົງເຂົ້າໄປໃນຫວ່າງເວຫາທີ່ໜ້າດຶງດູດໃຈ ແລະ ເຕັມໄປດ້ວຍ ຄວາມລຶກລັບ. ສ້າງຂຶ້ນໃນປະມານປີ 1826 ພາຍໃຕ້ການປົກຄອງ ຂອງກະສັດມິງມ້າງ, ໂຮງລະຄອນ ແຫ່ງນີ້ ຖືກໃຊ້ເປັນສະຖານທີ່ ສະຫງວນໄວ້ໃຫ້ກະສັດ, ຍາດຕິພີ່ນ້ອງຂອງລາຊະວົງ, ອາດຍາ ເຈົ້ານາຍ ແລະ ແຂກຄົນມາຈາກຕ່າງປະເທດ ໄດ້ຊົມບັນດາລາຍການ ສະແດງຕ່ວງ ໃນພະລາຊະວັງ. ຜ່ານ​ການ​ຜັນ​ແປ​ທາງ​ປະຫວັດສາດ​ຫຼາຍ​ຢ່າງ, ຢວຽນທິເດື່ອງ ຍັງ​ຄົງ​ຮັກສາ​ໄດ້ ສະຖາປັດຕະຍະກຳ​ທີ່​ເປັນ​ເອກະລັກ​ສະ​ເພາະ, ກາຍ​ເປັນ​ຫຼັກຖານພະຍານ​ໃຫ້​ແກ່​ຄວາມສັນທັດ ແລະ ຊ່າງຝີມື ໃນສະໄໝ​ລາຊະວົງ ຫງວຽນ.

ນັກທ່ອງທ່ຽວຖ່າຍຮູບທີ່ລະນຶກ ພາຍໃນໂຮງລະຄອນ. ພາບ: ແທງຢາງ/VNP

ເຄື່ອງ​ດົນຕີ​​ແມ່ນ​ໄດ້​ນໍາ​ມາສະ​ເໜີຢູ່​ໃນ​ຮ້ານ​ວາງ​ສະ​ແດງ​ຂອງ​ໂຮງ​ລະ​ຄອນ​. ພາບ: ແທງຢາງ/VNP 

ໂຮງລະຄອນ ຢວຽນທິເດື່ອງ ຖືກສ້າງຂຶ້ນໃນພື້ນທີ່ກວ້າງ11.740 2 (ລວມທັງເດີ່ນສວນ ແລະ ໂຮງລະຄອນມີເນື້ອທີ່ 1.182 2) ດ້ວຍການອອກແບບ ຕາມແບບ ເຮືອນຮ້ານມູນເຊື້ອ, ປະກອບມີ 2 ຊັ້ນຄື: ຊັ້ນທີ 1 ແມ່ນສະຫງວນໄວ້ໃຫ້ກະສັດ, ຍາດຕິພີ່ນ້ອງ ຂອງ ລາຊະວົງ ແລະ ອາດຍາ ເຈົ້ານາຍ ມາຮັບຊົມການສະແດງ ຕ່ວງ. ເຂດ​ນີ້​ໄດ້​ຮັບ​ການ​ຕົກ​ແຕ່ງ​ຢ່າງ​ຟຸ່ມ​ເຟືອຍ​ຄືຕັ່ງ​ທຸກໜ່ວຍໄດ້ເຮັດດ້ວຍ ໄມ້ກະຈະ, ຖືກ​ແກະ​ສະ​ຫຼັກ​ດ້ວຍ​ຮູບ​ແບບ​ທີ່​ສະ​ຫຼັບ​ສັບ​ຊ້ອນ. ດ້ານ​ເທິງ​ເພດານ​ໄດ້​ປະດັບ​ປະດາ​ດ້ວຍ​ຮູບ​ແຕ້ມ​ ຕື໋ບິ່ງ (ດອກໄມ້ 4 ຊະນິດ, ເປັນສັນຍະລັກຂອງ 4 ລະດູ ຄື: ລະດູບານໃໝ່, ລະດູຮ້ອນ, ລະດູໃບໄມ້ຫຼົ່າ ແລະ ລະດູໜາວ), ຕື໋ລິງ (ສັດສີ່ໂຕ ທີ່ສັກສິດຄື: ມັງກອນ, ກິເລນ, ເຕົ່າ ແລະ ຫົງ), ສະ​ແດງ​ໃຫ້​ເຫັນ​ສິດ​ອຳນາດ ​ແລະ ຊົນຊັ້ນ​ວັນນະ​ຂອງ​ລາຊະວົງ ຫງວຽນ. ຊັ້ນ​ທີ​ສອງ​ແມ່ນ​ບ່ອນ​ໃຫ້ນາງກຳນັນ​ ແລະ​ ຂັນທີ ຢືນ​ເບິ່ງ. ພື້ນທີ່ນີ້ມີຫວ່າງເວຫາທີ່ກວ້າງ ຂວາງ, ປອດໂປ່ງ ແລະ ເຢັນດີ, ເຮັດໃຫ້ນັກທ່ອງທ່ຽວສາມາດເຫັນໄດ້ ທັງໝົດເວທີ. 

ຈຸດ​ພິ​ເສດ​ຂອງ ຢວຽນທິເດື່ອງ ​ແມ່ນ​ລະບົບ​ສຽງ​. ຍ້ອນໄດ້ມີການ ອອກແບບທີ່ສະຫຼາດ, ສຽງຈາກເວທີໄດ້ຂະຫຍາຍອອກຢ່າງສົມບູນ, ຊ່ວຍເຮັດໃຫ້ນັກທ່ອງທ່ຽວສາມາດ ຮັບຊົມບັນດາສຽງເພງ, ຈັງຫວະຟ້້ອນ ໃນບັນດາບົດ ຕ່ວງ ໄດ້ຢ່າງຄົບຖ້ວນ. 

ຜ່ານການຜັນແປຂອງການເວລາ ແລະ ສົງຄາມມາເປັນເວລາເກືອບ 200 ປີ, ໂຮງ​ລະ​ຄອນ ຢວຽນທິເດື່ອງ ໄດ້​ປະ​ເຊີນ​ໜ້າ​ກັບ​ສິ່ງທ້າ​ທາຍ​ຫຼາຍຢ່າງ. ສະຖານທີ່ແຫ່ງນີ້ໄດ້ຮັບການຊຸດໂຊມຢ່າງໜັກໜ່ວງ, ເຮັດໃຫ້ມັນຕ້ອງໄດ້ຮັບການບູລະນະປະຕິສັງຂອນ ແລະ ສ້ອມແປງ ຫຼາຍຄັ້ງ ເພື່ອຮັກສາຄຸນຄ່າທາງປະຫວັດສາດ ແລະ ວັດທະນະທຳ ອັນລໍ້າຄ່າ. ໄລຍະ​ແຕ່​ປີ 1995-2002 ​ແມ່ນ​ຈຸດ​ຫັນ​ປ່ຽນ​ທີ່​ສຳຄັນ​ໃນ​ການ​ບູລະນະ​ປະຕິສັງຂອນ​ໂຮງ​ລະຄອນ ຢວຽນທິເດື່ອງ. ດ້ວຍຄວາມ​ພະ​ຍາ​ຍາມ​ ຂອງ​ນັກ​ໂບ​ຮານ​ຄະດີ​, ນັກສະ​ຖາ​ປະ​ນິກ ​ແລະ​ນັກ​ສິ​ລະ​ປິນ​, ໂຮງ​ລະ​ຄອນແຫ່ງນີ້ ໄດ້​ຮັບ​ການ​ຟື້ນ​ຟູ​ຢ່າງ​ສົມບູນ​, ​ຮັກ​ສາ​ໄດ້ສະ​ຖາ​ປັດ​ຕະ​ຍະ​ກໍາ​ທີ່​ເປັນ​ເອ​ກະ​ລັກ​ຂອງ​ຕົນ​ ແລະ​ ນໍາມາ​ຮູບ​ລັກສະນະ ທີ່​ສວຍ​ງາມ​ແບບ​ດັ້ງ​ເດີມ​.

ປະຈຸ​ບັນ, ໂຮງ​ລະຄອນ ຢວຽດທິເດື່ອງ ຍັງ​ຈັດ​ຕັ້ງ​ລາຍການ​ສະ​ແດງ​ດົນຕີ​ລາດ​ຊະ​ວົງ​ເພື່ອ​ຮັບ​ໃຊ້​ນັກ​ທ່ອງ​ທ່ຽວ. ພາບ: ແທງຢາງ/VNP 

ເຖິງເດືອນ ​ມີນາ 2003, ໂຮງ​ລະຄອນ ຢວຽດທິເດື່ອງ ​ໄດ້​ເປີດ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ ​ພາຍ​ໃຕ້​ການ​ຄຸ້ມ​ຄອງ​ຂອງ​ໂຮງ​ລະຄອນ​ພື້ນ​ເມືອງ​ ສັງກັດ ສູນ​ອະນຸລັກ​ຮັກສາ​ມໍລະດົກກຸງເກົ່າ ເຫວ້. ການຟື້ນຟູ ໂຮງລະຄອນ ບໍ່ພຽງແຕ່ປະກອບສ່ວນ ຮັກສາມໍລະດົກວັດທະນະທຳ ອັນລໍ້າຄ່າເທົ່ານັ້ນ, ແຕ່ຍັງສ້າງສະຖານທີ່ວັດທະນະທຳ, ສິລະປະ ທີ່ເປັນເອກະລັກສະເພາະ, ດຶງດູດນັກທ່ອງທ່ຽວ ໃຫ້ເຂົ້າມາຢ້ຽມຊົມ ເປັນຈຳນວນຫຼວງຫຼາຍ.

ທຸກໆ​ມື້, ໂຮງ​ລະຄອນ ຢວຽດທິເດື່ອງ ຈະ​ເປີດການ​ສະ​ແດງ​ດົນຕີ​, ຟ້ອນ​ ​ແລະ ຕ່ວງ ໃນພະລາຊະວັງ 2 ຄັ້ງ:

ຄັ້ງທີໜຶ່ງ: ແຕ່ 10 ໂມງ-10 ໂມງ 35 ນາທີ

ຄັ້ງທີສອງ: ແຕ່ 15 ໂມງ-15 ໂມງ 35 ນາທີ

ລາຄາປີ້: 200.000 ດົ່ງ/ປີ້/ຄົນ 

 

ບົດ ແລະ ພາບ: VNP/ແທງຢາງ - ແປໂດຍ: ຢືຟຽນ


top