ແບ໋ງກວນ ແທັງຈີ່ - ເອກະລັກ ສິລະປະການປຸງແຕ່ງອາຫານ ຮ່າໂນ້ຍ

ແບ໋ງກວນ ແທັງຈີ່ - ເອກະລັກ ສິລະປະການປຸງແຕ່ງອາຫານ ຮ່າໂນ້ຍ

ມີຄວາມບາງເບົາ, ປານີດ ແລະ ເຂັ້ມຂຸ້ນ ໄປດ້ວຍຮ່ອງຮອຍ ຂອງ ດິນແດນ ກິງກີ່ (ນະຄອນຫຼວງ ຮ່າໂນ້ຍ ໃນສະໄໝກ່ອນ), ແຕ່ດົນມາແລ້ວ ແບ໋ງກວນ ແທັງຈີ່ ແມ່ນໜຶ່ງໃນບັນດາລົດຊາດ ທີ່ເປັນຕົວແທນ ໃຫ້ແກ່ສິລະປະການປຸງແຕ່ງອາຫານຂອງ ຮ່າໂນ້ຍ. ການທີ່ອາຊີບເຮັດ ແບ໋ງກວນ ແທັງຈີ່ ໄດ້ຮັບການຈົດທະບຽນ ເປັນ ມໍລະດົກ ວັດທະນະທຳ ທີ່ເປັນນາມມະທຳຂອງຊາດ ໃນເດືອນ ມີນາ ປີ 2026 ຜ່ານມາ ບໍ່ພຽງແຕ່ ເປັນການເຊີດຊູ ອາຫານພື້ນເມືອງປະເພດໜຶ່ງເທົ່ານັ້ນ, ແຕ່ຍັງເປັນການຢັ້ງຢືນເຖິງ ສີສັນຊີວິດອັນທົນທານ ຂອງ ອາຫານນະຄອນຫຼວງ ທ່າມກາງ ຈັງຫວະຊີວິດທີ່ທັນສະໄໝ.

ແບ໋ງກວນ ແທັງຈີ່ ໂດຍປະຊາຊົນ ຢູ່ໝູ່ບ້ານອາຊີບ ແທັງຈີ່ ປຸງແຕ່ງໂດຍກົງ ໄດ້ກາຍເປັນອາຫານເຊົ້າ ທີ່ເປັນເອກະລັກສະເພາະ ຂອງ ຊາວ ຮ່າໂນ້ຍ. ພາບ: ແຄ໋ງລອງ/VNP

ໃນແຜນທີ່ອາຫານ ຂອງ ຮ່າໂນ້ຍ, ແບ໋ງກວນ ແທັງຈີ່ ມີເອກະລັກ ສະເພາະຕົວ ຍ້ອນຄວາມລຽບງ່າຍ ແຕ່ມີຄວາມປານີດແນບນຽນ. ໂດຍມີຕົ້ນກຳເນີດມາຈາກໝູ່ບ້ານ ແທັງຈີ່, ປັດຈຸບັນຂຶ້ນກັບເຂດ ຫວິ໊ງຮຶງ, ອາຫານປະເພດນີ້ ໄດ້ຜູກພັນກັບຊີວິດການເປັນຢູ່ ຂອງ ປະຊາຊົນ ກິງກີ່ ມາເປັນເວລາຫຼາຍຮ້ອຍປີແລ້ວ.

ຊ່າງສີມືຢູ່ໝູ່ບ້ານອາຊີບ ມີຄວາມຄ່ອງແຄ່ວວ່ອງໄວ ໃນການເຮັດ ແບ໋ງກວນ ແຕ່ລະແຜ່ນ, ເຊິ່ງຕ້ອງໃຊ້ເຕັກນິກ ແລະ ປະສົບການ ມາເປັນເວລາຫຼາຍປີ. ພາບ: ແຄ໋ງລອງ/VNP

ໂດຍແຕກຕ່າງກັບແບ໋ງກວນ ຫຼາຍປະເພດທີ່ມີໄສ້, ແບ໋ງກວນ ແທັງຈີ່ ຍັງຄົງຮັກສາຄວາມລຽບງ່າຍ ແບບດັ້ງເດີມ ດ້ວຍແຜ່ນ ແບ໋ງກວນ ທີ່ບາງເບົາ, ນຸ້ມໜຽວ, ເຊິ່ງເຮັດຈາກເຂົ້າຈ້າວ ບົດໃຫ້ແລກ ແລະ ໄດ້ຮັບການໜຶ້ງ (ຢອດແຜ່ນ) ຢ່າງຄ່ອງແຄ່ວຢູ່ ເທິງຜ້າຂາວ ທີ່ຂຶ້ນຮູບໄວ້ ເທິງໝໍ້ນ້ຳຮ້ອນ. ເພື່ອສ້າງເປັນແຜ່ນ ແບ໋ງກວນ ທີ່ສົມບູນແບບ, ຊ່າງເຮັດ ແບ໋ງກວນ ຕ້ອງຄວບຄຸມໄຟ ໃຫ້ສະໝ່ຳສະເໝີ, ປະຕິບັດຢ່າງວ່ອງໄວ ແລະ ຊັດເຈນ. ແບ໋ງກວນ ສ່ວນຫຼາຍແມ່ນຮັບປະທານໃນຕອນທີ່ເຢັນ, ກິນຄູ່ກັບ ຈ໊າ “ເກ໋ວ”, ຫອມບົ່ວຈຽວ ແລະ ນ້ຳປາທີ່ປຸງລົດຊາດສົ້ມຫວານ, ສ້າງເປັນ ລົດຊາດ ທີ່ເບົາບາງ ແຕ່ມີຄວາມເຂັ້ມຂຸ້ນແຊບນົວ.

 

ທ່ານນາງ ຫງວຽນລີ໋ ກັບພື້ນທີ່ການປຸງແຕ່ງທ່ີລຽບງ່າຍ ຂ້າງເຕົາໄຟ ທ່ີຍັງລຸກ ຢູ່ສະເໝີ ມາເປັນເວລາເກືອບ 40 ປີ ຢູ່ໝູ່ບ້ານ ແທັງຈີ່. ພາບ: ແຄ໋ງລອງ/VNP

 

ເຄີຍຜູກພັນ ກັບບັນດາຜູ້ຫາບຂາຍອາຫານເຄື່ອນທີ່ ຕາມທຸກ ທ້ອງຖະໜົນ, ແບ໋ງກວນ ແທັງຈີ່ ໃນປັດຈຸບັນ ຍັງຄົງແມ່ນທາງເລືອກ ທີ່ຄຸ້ນເຄີຍຂອງຊາວ ຮ່າໂນ້ຍ, ທັງກາຍເປັນປະສົບການ ດ້ານອາຫານ ອັນດຶງດູດໃຈ ສຳລັບນັກທ່ອງທ່ຽວສາກົນ.

 

ບັນດາຊ່າງສີມື ເຂົ້າຮ່ວມການແຂ່ງຂັນເຮັດ ແບ໋ງກວນ ໃນພິທີປະ ກາດຮັບຮອງມໍລະດົກວັດທະນະທຳ ທີ່ເປັນນາມມະທຳລະດັບຊາດ. ພາບ: ແຄ໋ງລອງ/VNP
ພື້ນທີ່ການສະແດງອາຊີບມູນເຊື້ອ ຢູ່ໃນງານເທດສະການ ປະກາດ ມໍລະດົກ, ຢັ້ງຢືນເຖິງຄຸນຄ່າວັດທະນະທຳ ຂອງ ແບ໋ງກວນ ແທັງຈີ່ ໃນຊີວິດການເປັນຢູ່ປັດຈຸບັນ. ພາບ: ແຄ໋ງລອງ/VNP
ຊ່າງສີມື ສະແດງເຕັກນິກການຖອກ ແບ໋ງກວນ ຢູ່ໃນເຫດການ, ດຶງດູດຄວາມສົນໃຈ ຂອງມວນຊົນ ແລະ ນັກທ່ອງທ່ຽວ. ພາບ: ແຄ໋ງລອງ/VNP

ເດືອນ ມີນາ ປີ 2026, ອາຊີບເຮັດ ແບ໋ງກວນ ແທັງຈີ່ ໄດ້ຮັບການ ຈົດທະບຽນ ເຂົ້າໃນບັນຊີ ມໍລະດົກວັດທະນະທຳ ທີ່ເປັນນາມມະທຳ ລະດັບຊາດ ຢ່າງເປັນທາງການ. ບາດກ້າວປະຫວັດສາດນີ້ ໄດ້ເປີດ ໂອກາດໃໝ່ ໃຫ້ແກ່ວຽກງານອະນຸລັກຮັກສາ ແລະ ເສີມຂະຫຍາຍ ຄຸນຄ່າ ຂອງ ອາຫານພື້ນເມືອງ, ຕິດພັນກັບການພັດທະນາ ການ ທ່ອງທ່ຽວ ແລະ ການໂຄສະນາ ວັດທະນະທຳ ນະຄອນຫຼວງ.

ພາຖາດ ແບ໋ງກວນ ແທັງຈີ່ ໄດ້ຮັບການຈັດວາງຢ່າງຈົບງາມ, ສະ ແດງໃຫ້ເຫັນເຖິງຄວາມກົມກຽວ ລະຫວ່າງ ສິລະປະການປຸງແຕ່ງອາ ຫານ ແລະ ວັດທະນະທຳມູນເຊື້ອ. ພາບ: ແຄ໋ງລອງ/VNP

ບໍ່ພຽງແຕ່ແມ່ນອາຫານປະເພດໜຶ່ງເທົ່ານັ້ນ, ແບ໋ງກວນ ແທັງຈີ່ ແມ່ນ ຜົນແຫ່ງການຕົກຜຶກ ຂອງ ເຕັກນິກພື້ນບ້ານ, ຄວາມຊົງຈຳ ຂອງ ຕົວເມືອງ ແລະ ຄວາມສຸພາບຮຽບຮ້ອຍ ທີ່ເປັນເອກະລັກສະເພາະ ຂອງ ຮ່າໂນ້ຍ, ເຊິ່ງແມ່ນລົດຊາດ ທີ່ພວມສືບຕໍ່ ໄດ້ຮັບການຮັກສາ ເພື່ອ ແຜ່ຂະຫຍາຍ ໄປພ້ອມກັບ ຈັງຫວະຊີວິດໃນປັດຈຸບັນ.

ບົດ ແລະ ພາບ: ແຄ໋ງລອງ/VNP


top