ເຫງ້ຍໂດ ຫັນປ່ຽນໃໝ່ ຈາກບັນດາມະຕິ ຂອງ ພັກ

ເຫງ້ຍໂດ ຫັນປ່ຽນໃໝ່ ຈາກບັນດາມະຕິ ຂອງ ພັກ

ລຽບຕາມສາຍ ເນີ້ມລວງ ທີ່ສະຫງົບສຸກ ແມ່ນບັນດາໝູ່ບ້ານຂອງ ຊາວເຜົ່າ ໄຕ່ ທີ່ອຸດົມສົມບູນ ດ້ວຍສີເຫຼືອງ ແຫ່ງຄວາມອີ່ມໜຳສຳ ລານ. ຕາແສງ ເຫງ໊ຍໂດ ພວມບືນຕົວ ກາຍເປັນຈຸດເດັ່ນດ້ານການ ພັດທະນາເສດຖະກິດ-ວັດທະນະທຳ-ທ່ອງທ່ຽວ ຂອງແຂວງ ລາວ ກາຍ. ພາບ: ແມ້ງເກື່ອງ

ຕັ້ງຢູ່ທ່າມກາງເຂດ ພູຜາປ່າໄມ້ ໄຕບັກ (ພາກຕາເວັນຕົກສ່ຽງເໜືອ ຫວຽດນາມ), ຕາແສງ ເຫງ໊ຍໂດ (ແຂວງ ລາວກາຍ) ໄດ້ປ່ຽນ ໂສມໜ້າໃໝ່ ບໍ່ແມ່ນດ້ວຍຄຳຂວັນ ທີ່ໃຫຍ່ໂຕ, ແຕ່ແມ່ນດ້ວຍການ ປ່ຽນແປງ ທີ່ ງຽບໆ ແລະ ໝັ້ນຄົງ: ນັບແຕ່ທົ່ງນາ ໝາກແຕງເມລອນ ທີ່ຂຽວອຸ່ມທຸ່ມ, ພູເຂົາ ທ່ີປົກຄຸມໄປດ້ວຍຕົ້ນແຄ່ ທີ່ຍາວຢຽດ, ຈົນເຖິງ ຈັງ ຫວະຊີວິດໃໝ່ ທີ່ກຳລັງກໍ່ຕົວຂຶ້ນ, ເຊິ່ງບັນດາມະຕິ ຂອງ ພັກ ໄດ້ຊຶມ ເລິກເຂົ້າສູ່ຊີວິດການເປັນຢູ່ ຂອງ ຊຸມຊົນ ຢ່າງແທ້ຈິງ...

ໃນທ້າຍປີ 2025, ທ່າມກາງບັນຍາກາດ ທີ່ທົ່ວປະເທດພວມມຸ່ງໜ້າ ສູ່ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ, ພວກຂ້າພະເຈົ້າໄດ້ອອກ ຈາກ ຮ່າໂນ້ຍ, ຕາມທາງດ່ວນ ຮ່າໂນ້ຍ-ລາວກາຍ, ມຸ່ງໜ້າສູ່ ເຫງ໊ຍ ໂດ. ຈຸດຢຸດພັກຂອງພວກຂ້າພະເຈົ້າແມ່ນ ໂຮມສະເຕ ຢູ່ບ້ານ ບານ ລ່ຽນ. ເຈົ້າຂອງໂຮມສະເຕ ແມ່ນຄົນເຜົ່າໄຕ່-ທ່ານ ຮວ່າງວັນເວື້ອງ, ຕ້ອນຮັບແຂກດ້ວຍຄວາມຍີ້ມແຍ້ມແຈ່ມໄສ ແລະ ບໍ່ລືມບອກໃຫ້ ພັນລະຍາ ກະກຽມອາຫານພື້ນເມືອງ: “ຂຶ້ນພູເກັບດອກ ບໍປິບ (ປະ ເພດດອກໄມ້ປ່າທີ່ມີສະເພາະຢູ່ເຂດ ໄຕບັກ), ລົງຫ້ວຍ ເນີ້ມລວງ ຈັບປາຄິ້ງ ມາຕ້ອນຮັບແຂກ ຈາກ ຮ່າໂນ້ຍ ເດີ!”. ໃນຄືນນັ້ນ, ທ່າມ ກາງອາກາດ ທີ່ໜາວເຢັນຂອງເຂດພູຜາປ່າໄມ້ ໄຕບັກ, ພວກຂ້າພະ ເຈົ້າຮູ້ສຶກໄດ້ເຖິງຄວາມອົບອຸ່ນຂອງ ນ້ຳໃຈ ໄມຕີຈິດ ແລະ ວັດທະ ນະທຳ ອາຫານຂອງເຜົ່າ ໄຕ່, ເຊິ່ງຫາກໍ່ໄດ້ຮັບການຮັບຮອງ ຈາກ ລັດຖະບານ ໃຫ້ເປັນມໍລະດົກ ວັດທະນະທຳ ທີ່ເປັນນາມມະທຳ ລະດັບຊາດ ໃນເດືອນ ຕຸລາ 2025.

ໃນຕອນເຊົ້າມືດ, ບານລ່ຽນ ຖືກປົກຄຸມດ້ວຍໝອກສີເງິນ ຈາກຕີນພູ ເຄົາເຣ້ຍ. ທ່າມກາງສາຍໝອກ, ພາບເຮືອນຮ້ານໄມ້ 2 ຊັ້ນ ຂອງ ເຜົ່າ ໄຕ່ ທີ່ໝັ້ນຄົງທົນທານ ປາກົດໃຫ້ເຫັນເລື່ອນລາງ ຢູ່ໄກໆ, ສວຍ ງາມ ຄືກັບຮູບແຕ້ມ. ທ່າມກາງຄວາມໜາວ ທີ່ຍັງຄົງຄ້າງ ຢູ່ຕາມ ທົ່ງນາ, ທ່ານ ໂດ໊ວັນລືວ- ຮອງເລຂາຄະນະພັກ, ປະທານ ຄະນະກຳມະການ ປະຊາຊົນຕາແສງ ເຫງ໊ຍໂດ ໄດ້ມາຮອດ ແຕ່ເຊົ້າ. ທ່ານໄດ້ ກວດກາຄວາມຄືບໜ້າ ຂອງ ການປູກ ໝາກແຕງເມລອນ ລະດູ ໜາວ ໂດຍກົງ, ເຊິ່ງແມ່ນຕົວແບບ ເສດຖະກິດ ທີ່ກຳລັງສ້າງອາ ຊີບໃໝ່ໃຫ້ແກ່ ປະຊາຊົນ ທ້ອງຖິ່ນ.

ໜ່ວຍພັກຢູ່ເຂດ 4 ຕາແສງ ເຫງ໊ຍໂດ ຍາມໃດກໍ່ແມ່ນ ປັດໄຈ ສຳຄັນ ໃນການຈັດຕັ້ງປະຕິບັດ ໜ້າທີ່ການເມືອງ ຂອງ ທ້ອງຖິ່ນ, ເປັນແບບຢ່າງນຳໜ້າ ໃນການຜັນຂະຫຍາຍ ບັນດາມະຕິຂອງພັກ.  ພາບ: ຫວຽດເກື່ອງ/VNP

ຢູ່ຕາມເທິງທົ່ງນາ ທີ່ເຕັມໄປດ້ວຍສຽງຫົວເລາະ ແລະ ສຽງລົມກັນ, ທ່ານ ມາວັນຮວ່າງ-ເລຂາໜ່ວຍພັກບ້ານ ບານລ່ຽນ ໄດ້ອ້າງວ່າ ເພື່ອໃຫ້ ມີເນື້ອທີ່ປູກໝາກແຕງເມລອນ ກວ່າ 30 ເຮັກຕາ ໃນມື້ນີ້ ແມ່ນຜົນ ຂອງ ຈິດໃຈກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ ຂອງ ຖັນ ແຖວ ສະມາຊິກພັກ, ໂດຍສະເພາະແມ່ນບົດບາດນຳໜ້າຂອງທ່ານ ໂດ໊ວັນລືວ. ເມື່ອ 5 ປີກ່ອນ, ໃນເວລາຍັງເປັນເລຂາຕາແສງ ເຫງ໊ຍ ໂດ ເກົ່າ, ທ່ານ ລືວ ໄດ້ກ້ານຳເອົາຕົວແບບການປູກ ໝາກແຕງເມລອນ ຈາກແຂວງ ຕວຽນກວາງ ມາທົດລອງປູກ ຢູ່ເຂດດິນແຫ່ງນີ້.

ເລຂາໜ່ວຍພັກເຂດ 4 ຕາແສງ ເຫງ໊ຍໂດ ມາວັນຮວ່າງ ຜັນຂະ ຫຍາຍແຜນການປູກພືດລະດູໜາວ ໃຫ້ແກ່ປະຊາຊົນບ້ານ ບານລ່ຽນ. ພາບ: ຫວຽດເກື່ອງ/VNP
 

ເມື່ອຫວນຄືນເສັ້ນທາງທ່ີຜ່ານມາ, ທ່ານ ໂດ໊ວັນລືວ ໄດ້ກ່າວວ່າ: “ເມື່ອໄດ້ຮັບໜ້າທີ່ ໃນປີ 2020, ຄະນະພັກຕາແສງ ໄດ້ກຳນົດຢ່າງ ຈະແຈ້ງ ຕາມຈິດໃຈມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງ ພັກ ກ່ຽວກັບການພັດທະນາກະສິກຳ ຕາມທິດສີຂຽວ, ທັນສະໄໝ ແລະ ຍືນຍົງ, ຕິດພັນກັບການສ້າງຊົນນະບົດໃໝ່. ໃນຕົວຈິງ, ການຜະ ລິດເຂົ້າ ພຽງຢ່າງດຽວ ແມ່ນບໍ່ເໝາະອີກຕໍ່ໄປ, ເຮັດໃຫ້ທ້ອງຖິ່ນ ຕ້ອງຊອກຫາທາງອອກໃໝ່. ຜ່ານການໄປຢ້ຽມຢາມ ແລະ ຮຽນຮູ້, ຕົວແບບໝາກແຕງເມລອນ ໄດ້ຖືກຄັດເລືອກ ແລະ ຈັດຕັ້ງປະຕິ ບັດຢ່າງລະມັດລະວັງ, ເລີ່ມຈາກການປະເມີນສະພາບດິນ ໂດຍ ການຊ່ວຍເຫຼືອ ຈາກບັນດາຜູ້ຊ່ຽວຊານ ດ້ານກະສິກຳ”.

ເມື່ອຜົນໄດ້ຮັບອອກມາ ເປັນໜ້າພໍໃຈ, ຄະນະພັກຕາແສງໄດ້ອອກ ມະຕິ, ຜັນຂະຫຍາຍ ໄປຍັງແຕ່ລະໜ່ວຍພັກບ້ານ. ເຖິງຢ່າງໃດກໍ ຕາມ, ໃນຊ່ວງທຳອິດ ກໍບໍ່ສາມາດຫຼີກລ່ຽງ ຄວາມກັງວົນໄດ້. ສະມາ ຊິກພັກ ທ່ານນາງ ຮວ່າງທິດວານ ຢູ່ບ້ານ ນ່າດິ່ງ ໄດ້ຫວນຄືນວ່າ: “ພໍ່ແມ່ປະຊາຊົນ ບໍ່ເຄີຍເຫັນຕົ້ນໝາກແຕງເມລອນ ມາກ່ອນ, ບໍ່ຮູ້ ວ່າ ປູກແລ້ວຈະໃຫ້ໝາກບໍ່, ຈະຂາຍໄດ້ຫຼືບໍ່? ແມ່ນແຕ່ສະມາຊິກ ພັກເອງ ກໍຍັງບໍ່ສາມາດຕອບໄດ້ຢ່າງຄົບຖ້ວນ. ຕໍ່ໜ້າສະພາບການ ດັ່ງກ່າວ, ໜ່ວຍພັກ ໄດ້ເຫັນດີເປັນເອກະພາບ ຕາມຄຳຂວັນທີ່ວ່າ: “ສະມາຊິກພັກ ຕ້ອງໄປກ່ອນ, ຊາວບ້ານຕາມຫຼັງ”. ຈາກໜານໝາກ ແຕງເມລອນທຳອິດ ຂອງ ສະມາຊິກພັກ, ຕົວແບບດັ່ງກ່າວ ໄດ້ຄ່ອຍໆ ພິສູດ ໃຫ້ເຫັນເຖິງປະສິດທິຜົນ. ປັດຈຸບັນ, ເກືອບທຸກ ຄອບຄົວຢູ່ ເຫງ໊ຍໂດ ຕ່າງກໍມີເນື້ອທີ່ປູກໝາກແຕງເມລອນ ຈຳນວນໜຶ່ງ, ເຊິ່ງສ້າງລາຍຮັບທີ່ໝັ້ນຄົງ, ສະເລ່ຍປະມານ 200 ລ້ານດົ່ງຕໍ່ປີ”.

ຈິດໃຈ “ສະມາຊິກພັກ ຕ້ອງໄປກ່ອນ, ຊາວບ້ານຕາມຫຼັງ” ຍັງໄດ້ສະ ແດງອອກຢ່າງຈະແຈ້ງ ໃນການດຳເນີນຊີວິດໜ່ວຍພັກ. ພວກຂ້າ ພະເຈົ້າ ໄດ້ຮັບຄຳເຊີນ ໃຫ້ເຂົ້າຮ່ວມ ກອງປະຊຸມດຳເນີນຊີວິດຂອງ ໜ່ວຍພັກບ້ານ ບານລ່ຽນ ຢູ່ສູນອະນຸລັກ ແລະ ແລກປ່ຽນ ວັດທະ ນະທຳ ເຜົ່າ ໄຕ່ ຕາແສງ ເຫງ໊ຍໂດ, ເຊິ່ງແມ່ນສະຖາບັນ ວັດທະນະ ທຳ ທີ່ເກີດ ຂຶ້ນຈາກການຜັນຂະຫຍາຍ ມະຕິເລກທີ 33-NQ/TW ຂອງ ຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກ່ຽວກັບ “ການ ສ້າງ ແລະ ພັດທະນາ ວັດທະນະທຳ, ຜູ້ຄົນ ຫວຽດນາມ ຕອບສະ ໜອງ ຄວາມຮຽກຮ້ອງຕ້ອງການ ຂອງ ການພັດທະນາ ປະເທດຊາດ ຢ່າງຍືນຍົງ".

ທົ່ງນາປູກໝາກແຕງເມລອນ ຢູ່ເຫງ໊ຍໂດ ພວມປ່ຽນແປງ ໂຄງປະກອບ ການຜະລິດກະສິກຳ ແລະ ໃຫ້ຜົນຜະລິດທີ່ດີ. ພາບ: ຫວຽດເກື່ອງ/VNP

ສູນແຫ່ງນີ້ປຽບເໝືອນຫໍພິພິທະພັນ ຂະໜາດນ້ອຍ, ເກັບຮັກສາ ເຄື່ອງນຸ່ງ ປະຈຳເຜົ່າ, ອາຊີບຫັດຖະກຳ ແລະ ວັດຖຸພັນ ທີ່ຕິດພັນ ກັບເສັ້ນທາງກວ່າ 1.500 ປີ ທີ່ຄົນເຜົ່າ ໄຕ່ ໄດ້ມາຕັ້ງຖິ່ນຖານ ສ້າງ ບ້ານແປງເມືອງ ຢູ່ ເຫງ໊ຍໂດ. ທ່ີນີ້ຍັງແມ່ນສະຖານທີ່ ຖ່າຍທອດ ຄວາມຮູ້ ພື້ນເມືອງ ກ່ຽວກັບການຕ່ຳແຜ່ນ, ຈັກສານ ແລະ ອາຫານ ການກິນ, ໂດຍສະເພາະແມ່ນ “ຄວາມຮູ້ໃນການປຸງແຕ່ງ ປາປິ້ງ, ເປັດ ແລະ ເຫຼົ້າສະໝຸນໄພ ຂອງ ຄົນເຜົ່າ ໄຕ່ ຢູ່ຕາແສງ ເຫງ໊ຍໂດ” ຫາກໍ່ໄດ້ຮັບການຈົດທະບຽນເປັນມໍລະດົກ ວັດທະນະທຳ ທີ່ເປັນ ນາມມະທຳ ລະດັບຊາດ, ເຊິ່ງເປັນຂີດໝາຍທີ່ສຳຄັນ ສຳລັບ ວັດທະ ນະທຳ ຂອງ ແຂວງ ລາວກາຍ.

ປະຕິບັດມະຕິເລກທີ 18-NQ/TW ກ່ຽວກັບການຈັດຕັ້ງກົງຈັກ ໃຫ້ ກະທັດຮັດ, ມີປະສິດທິພາບ ແລະ ປະສິດທິຜົນ, ຕາແສງ ເຫງ໊ຍໂດ ໄດ້ຮັບການສ້າງຕັ້ງຂຶ້ນບົນພື້ນຖານ ການຮວມຕົວ ຂອງ ສາມຕາ ແສງເກົ່າຄື: ເຫງ໊ຍໂດ, ເຕິນຕ໋ຽນ ແລະ ຫວີ໊ງອຽນ. ກອງປະຊຸມໃຫຍ່ ຄະນະພັກຕາແສງ ສະໄໝທີ I (ວາລະ 2025-2030) ໄດ້ສືບທອດ ໝາກຜົນກ່ອນໜ້ານັ້ນ, ສຸມໃສ່ປັບປຸງກົງຈັກໃຫ້ສົມບູນ, ຮັບປະກັນ ໃຫ້ລະບົບການເມືອງ ເຄື່ອນໄຫວ ຢ່າງລຽນໄຫຼ ນັບແຕ່ມື້ວັນທີ 1 ກໍລະກົດ 2025, ດ້ວຍຈິດໃຈ “ທັງແລ່ນ, ທັງເຮັດ, ທັງປັບປຸງໃຫ້ ສອດຄ່ອງ ກັບຕົວຈິງ”.

ວຽກງານຈຸດສຸມອີກຢ່າງໜຶ່ງ ແມ່ນການຜັນຂະຫຍາຍມະຕິເລກທີ 68-NQ/TW ກ່ຽວກັບການພັດທະນາເສດຖະກິດ ເອກະຊົນ. ທ່ານ ໂດ໊ວັນລືວ, ຮອງເລຂາ, ປະທານຄະນະກຳມະການປະຊາ ຊົນຕາ ແສງ ໃຫ້ຮູ້ວ່າ: “ເມື່ອຕົ້ນໝາກແຕງເມລອນ ແລະ ຕົ້ນແຄ່ ໄດ້ຢືນ ຢັນບົດບາດເປັນຫຼັກແລ້ວ, ເຫງ໊ຍໂດ ກໍກ້າວເຂົ້າສູ່ໄລຍະວາງຜັງ ເມືອງ, ປັບປຸງກົນໄກ ໃຫ້ສົມບູນ ເພື່ອໃຫ້ເສດຖະກິດເອກະຊົນ ພັດ ທະນາຢ່າງຍືນຍົງ”. 

ຕາແສງ ເຫງ໊ຍໂດ ພັດທະນາ ເນື້ອທີ່ປູກຕົ້ນແຄ່ ໄດ້ 7.000 ເຮັກ ຕາ, ສ້າງລາຍຮັບທີ່ໝັ້ນຄົງໃຫ້ແກ່ກວ່າ 200 ຄົວເຮືອນ. ພາບ: ຫວຽດເກື່ອງ/VNP

ພວກຂ້າພະເຈົ້າ ໄດ້ໄປຢ້ຽມຢາມສະຫະກອນປູກຕົ້ນແຄ່ ເຫງ໊ຍໂດ, ເຊິ່ງຕັ້ງຢູ່ເທິງເນີນພູສູງ. ທ່ານ ຮວ່າງວັນເຟືອງ-ຫົວໜ້າສະຫະກອນ ພວມຊີ້ນຳການສ້າງໂຮງງານຜະລິດນ້ຳມັນຫອມລະເຫີຍ ຈາກຕົ້ນ ແຄ່ ທີ່ມີມູນຄ່າກວ່າ 15 ຕື້ດົ່ງ. ທ່ານ ເຟືອງ ກ່າວວ່າ: “ຕົ້ນແຄ່ຜູກ ພັນ ກັບດິນ ເຫງ໊ຍໂດ ມາເປັນເວລາຫຼາຍຮ້ອຍປີແລ້ວ ແຕ່ມັນຫາ ກໍ່ ສ້າງມູນຄ່າສູງຢ່າງແທ້ຈິງ ເມື່ອມີການຈັດຕັ້ງການຜະລິດ ແລະ ການ ປຸງແຕ່ງຢ່າງເປັນລະບົບ. ການລົງທຶນສ້າງໂຮງງານ ຈະຊ່ວຍ ໃຫ້ຜູ້ ປູກຕົ້ນແຄ່ ເປັນເຈົ້າການໃນການປຸງແຕ່ງ, ເພີ່ມກຳໄລ ແລະ ຫຼຸດຜ່ອນການເພິ່ງພາພໍ່ຄ້າ ແມ່ຄ້າ”.

ນອກຈາກການປູກແຄ່ ແລ້ວ, ຊາວເຜົ່າໄຕ່ ຢູ່ ເຫງ໊ຍໂດ ຍັງໄດ້ ພັດທະນາການປູກຕົ້ນກະຖິນນາລົງ ເພື່ອປົກຫຸ້ມເນື້ອທີ່ດິນວ່າງ ແລະ ພູຫົວໂລ້ນ. ຜະລິດຕະພັນໄມ້ອັດ ຈາກຕົ້ນກະຖິນນາລົງ ມີພໍ່ ຄ້າ ມາຮັບຊື້ ຮອດໂຮງງານ. ພາບ: ຫວຽດເກື່ອງ/VNP

ເມື່ອຕົ້ນແຄ່ ແລະ ຕົ້ນໝາກແຕງເມລອນ ເລີ່ມຄົງຕົວ, ສ້າງຊີວິດ ການເປັນຢູ່ທີ່ອີ່ມໜຳສຳລານໃຫ້ແກ່ປະຊາຊົນ, ຄວາມທ້າທາຍຕໍ່ໄປ ຂອງ ເຫງ໊ຍໂດ ແມ່ນການພັດທະນາ ການທ່ອງທ່ຽວ. ດ້ວຍທັດສະ ນະ “ຫັນວັດທະນະທຳ ແລະ ການທ່ອງທ່ຽວ ໃຫ້ເປັນຊັບສິນ”, ໃນ ຫຼາຍ ປີຜ່ານມາ, ທ້ອງຖິ່ນໄດ້ສ້າງຕັ້ງບ້ານທ່ອງທ່ຽວ ຊຸມຊົນ ທີ່ມີ ໂຮມສະເຕກວ່າ 30 ແຫ່ງ ເຊິ່ງແມ່ນເຮືອນຮ້ານເກົ່າແກ່ ທີ່ໄດ້ຮັບ ການ ຟື້ນຟູຄືນ ຕາມສະຖາປັດຕະຍະກຳ ດັ້ງເດີມ ຂອງ ເຜົ່າ ໄຕ່.

ຄະນະພັກຕາແສງ ເຫງ໊ຍໂດ ພວມສ້າງແຜນພັດທະນາ ການ ທ່ອງທ່ຽວ, ເພື່ອເປັນຈຸດໝາຍປາຍທາງການທ່ອງທ່ຽວ ແບບຊຸມຊົນ ທີ່ເປັນເອກະລັກ ຂອງ ຫວຽດນາມ ແລະ ASEAN. ພາບ: ຫວຽດເກື່ອງ/VNP
ກອງສິລະປະ ການສະແດງ ຂັບແທນ-ພິນຕີ໋ງ ບ້ານ ບານລ່ຽນ ໄດ້ຝຶກຊ້ອມເປັນປະຈຳ ເພື່ອຮັບໃຊ້ນັກທ່ອງທ່ຽວ. ພາບ: ຫວຽດເກື່ອງ/VNP
ຊີວິດການເປັນຢູ່ດ້ານສາທາລະນະສຸກ ແລະ ການສຶກສາ ຂອງປະຊາຊົນ ໄດ້ຮັບການເອົາໃຈໃສ່ເບິ່ງແຍງເປັນຢ່າງດີ ຈາກອຳນາດການປົກຄອງ. ພາບ: ຫວຽດເກື່ອງ/VNP

ທ່ານ ໂດ໊ວັນລືວ ໃຫ້ຮູ້ອີກວ່າ: “ດ້ວຍທ່າແຮງ ກ່ຽວກັບສີສັນວັດທະ ນະທຳ ແລະ ທີ່ຕັ້ງພູມສາດ ທີ່ໃກ້ກັບສູນກາງ ການທ່ອງທ່ຽວໃຫຍ່ຄື ຊາປາ, ບັກຮ່າ, ເຫງ໊ຍໂດ ມີຄວາມມຸ່ງຫວັງທີ່ຈະກາຍເປັນ ຈຸດເດັ່ນ ໃນ ‘ສາມຫຼ່ຽມການທ່ອງທ່ຽວ’ ທາງພາກເໜືອຂອງແຂວງ ລາວກາຍ ໃນອະນາຄົດ”. 

ກ່ອນຈະອອກຈາກ ເຫງ໊ຍໂດ, ພວກຂ້າພະເຈົ້າໄດ້ແວ່ຢ້ຽມ ຄອບຄົວ ສິລະປິນ ມາແທງເຊີ້ຍ, ເກີດປີ 1944, ຜູ້ທີ່ທຸ້ມເທທັງ ຊີວິດ ເພື່ອຮັກ ສາ ແລະ ຖ່າຍທອດ ທຳນອງເພງ ແທນ, ຊລີ, ເລື້ອນ ຂອງ ຊາວ ເຜົ່າ ໄຕ່. ໃນຖານະເປັນສະມາຊິກພັກ ທີ່ມີອາຍຸພັກສູງສຸດ ຂອງ ຄະ ນະ ພັກຕາແສງ, ທັງເຄີຍດຳລົງຕຳແໜ່ງປະທານຄະນະກຳມະການ ປະຊາຊົນ ຕາແສງ, ຖືໄດ້ວ່າ ເພິ່ນເປັນ “ຜູ້ຮັກສາໄຟ” ທາງ ວັດທະ ນະທຳ ຢູ່ທີ່ນີ້. ເມື່ອແນມເບິ່ງສາຍ ເນີ້ມລວງ ທີ່ໄຫຼຜ່ານບ້ານ ຢ່າງ ງຽບໆ, ເພິ່ນໄດ້ກ່າວດ້ວຍຄວາມຕື້ນຕັນໃຈວ່າ: “ນັບແຕ່ມື້ ທີ່ເດີນ ຕາມພັກ, ຊີວິດ ຂອງ ຊາວເຜົ່າ ໄຕ່ ໄດ້ປ່ຽນແປງໄປຢ່າງສິ້ນເຊີງ, ບໍ່ເຄີຍມີຍາມໃດທີ່ ເຫງ໊ຍໂດ ຈະມີທ່າແຮງ ແລະ ກຳລັງແຮງ ໃນ ການພັດທະນາ ຮອບດ້ານຄືໃນທຸກມື້ນີ້”.

ບຸນຫາປາ ແບບມູນເຊື້ອ ຂອງ ຊາວເຜົ່າ ໄຕ່ ຢູ່ຕາແສງ ເຫງ໊ຍໂດ ຢູ່ຫ້ວຍ ເນີ້ມລວງ. ພາບ: ເອກະສານ

ຄຳເວົ້າສັ້ນໆ ນັ້ນໄດ້ອັດທ້າຍການເດີນທາງ, ແຕ່ໄດ້ເປີດໃຫ້ເຫັນ ພາບພົດທີ່ຊັດເຈນ ກ່ຽວກັບເສັ້ນທາງ ທີ່ອົດທົນພະຍາຍາມ ຂອງ ເຂດບ້ານນາພູດອຍ, ເຊິ່ງບັນດາມະຕິ ຂອງ ພັກ ບໍ່ໄດ້ຢູ່ພຽງແຕ່ ໃນ ແຜ່ນເຈ້ຍເທົ່ານັ້ນ, ແຕ່ໄດ້ກາຍເປັນກຳລັງຊຸກດັນ ໃນຕົວຈິງ, ຊຶມ ເລິກເຂົ້າສູ່ທຸກວິຖີຊີວິດ, ທຸກທົ່ງນາ ແລະ ທຸກກະແສວັດທະນະທຳ ຂອງ ເຫງ໊ຍໂດ ໃນວັນນີ້.

  • ບົດ: ທົງທ້ຽນ - ພາບ: ຫວຽດເກື່ອງ, ທົງທ້ຽນ - ແປໂດຍ: ບິກລຽນ

top