ເວທີສະແດງ ແຈ່ວ ໝູ່ບ້ານ ຄວັກ
ຕາມການແນະນຳ ຂອງ ພະແນກ ວັດທະນະທຳ, ກິລາ ແລະ ທ່ອງ ທ່ຽວ ແຂວງ ຖ໋າຍບິ່ງ, ພວກຂ້າພະເຈົ້າໄດ້ໄປຍັງໝູ່ບ້ານ ຄວັກ (ຕາແສງ ຟອງເຈົາ, ເມືອງ ດົ່ງຮຶງ, ແຂວງ ຖ໋າຍບິ່ງ) ເພື່ອຊອກຮູ້ ກ່ຽວ ກັບ ການຂັບແຈ່ວ ເຊິ່ງແມ່ນສິລະປະພື້ນເມືອງ ປະເພດໜຶ່ງ. ນັບ ຕັ້ງແຕ່ຫົວບ້ານ ຈະໄດ້ຍິນສຽງຂັບ ແຈ່ວ ດັງກ້ອງກັງວານ, ຂ້າພະເຈົ້າແປກໃຈເມື່ອຖາມທ່ານນາງ ກາວຮົ່ງເບິກ, ສະມາຊິກຄະນະຮັບຜິດຊອບສະໂມສອນໝູ່ບ້ານ ຄວັກ ໄດ້ຍິ້ມ ແລະ ເວົ້າວ່າ: “ຂັບ ແຈ່ວ ແມ່ນຜະລິດຕະພັນພິເສດ ຂອງ ໝູ່ບ້ານ ຄວັກ, ເມື່ອມີເວລາ ວ່າງ, ນັບແຕ່ເດັກນ້ອຍ ໄປເຖິງຜູ້ໃຫຍ່ ຕ່າງກໍຟັງ ແລະ ຂັບ ແຈ່ວ. ຖ້າມາຍັງໝູ່ບ້ານ ໃນຍາມມີງານບຸນ, ພວກເຈົ້າຈະໄດ້ເຫັນ ກັບຕາ ບັນຍາກາດ ຄຶກຄື້ນ ມ່ວນຊື່ນດ້ວຍ ສຽງກອງ, ສຽງດົນຕີ, ບັນດາກກອງສິລະປະ ແຈ່ວ ແຂ່ງຂັນກັນ ສະແດງ ຂັບແຈ່ວ ມ່ວນ ຫຼາຍ”.
ທ່ານນາງ ເບິກ ໃຫ້ຮູ້ວ່າ ໝູ່ບ້ານ ຄວັກ ແມ່ນໜຶ່ງໃນ 7 ບໍ່ເກີດ ຂອງ ສິລະປະ ຂັບແຈ່ວ ທີ່ມີຊື່ສຽງ ຢູ່ພາກເໜືອ ຕັ້ງແຕ່ສະຕະວັດທີ XIX, ບັນດານັກສິລະປິນ ໄດ້ນຳກອງສິລະປະແຈ່ວ ຂອງ ໝູ່ບ້ານ ໄປຍັງ ຫຼາຍເຂດ ພາກໃນທົ່ວປະເທດ ເພື່ອທຳການສະແດງ ໃນງານບຸນ ຕ່າງໆ. ປັດຈຸບັນ, ສະໂມສອນ ແຈ່ວ ໝູ່ບ້ານ ຄວັກ ມີສະມາຊິກ 64 ຄົນ, ທຸກມື້ຈະທຳການຝຶກຊ້ອມ ເພື່ອຮັກສາ ອາຊີບ ຂັບ ແຈ່ວ ຂອງ ປູ່ຍ່າຕາຍາຍ ປະໄວ້ໃຫ້.
ມື້ທີ່ພວກຂ້າພະເຈົ້າມາ, ບັນດານັກຂັບແຈ່ວສະໝັກຫຼິ້ນ ຂອງໝູ່ບ້ານ ຄວັກ ກໍາລັງທໍາການຝຶກຊ້ອມ ຢູ່ພື້ນທີ່ເຮືອນບູຊາ ບັນພະບຸ ລຸດ ອາຊີບ ແຈ່ວ ຂອງ ໝູ່ບ້ານ. ສະຖານທີ່ຝຶກຊ້ອມແມ່ນຄືກັນ ກັບສິ່ງທີ່ຜູ້ຄົນມັກເວົ້າ ກ່ຽວກັບໝູ່ບ້ານ ຄວັກ ແມ່ນບ່ອນຮັກສາ ຮູບແບບການສະແດງຂັບແຈ່ວ ຢູ່ເດີ່ນສາລາ. ບັນດານັກສະແດງຢູ່ທີ່ນີ້ແຕ່ງກາຍເປັນຕົວລະຄອນ ທິເມົ່າ, ທິກິ໋ງ ດ້ວຍຕົນເອງ, ນຸ່ງເສື້ອ ສີ່ ປ່ຽງ, ປູສາດຢູ່ເດີ່ນ ແລ້ວ ພ້ອມກັບ ບັນດານັກດົນຕີ ສະແດງຂັບ ແຈ່ວ. ຟັງ ແລະ ເບິ່ງວິທີການສະແດງ ຂອງ ບັນດາສະມາຊິກ ຂອງ ສະໂມສອນ, ພວກຂ້າພະເຈົ້າສາມາດເຫັນໄດ້ວ່າ ແຈ່ວ ແມ່ນ ຮູບ ແບບ ສິລະປະສັງລວມ ຂອງສິລະປະການສະແດງ, ຂັບ, ຟ້ອນ.
ທ່ານ ບຸ່ຍວັນຣໍ, ປະທານສະໂມສອນ ແຈ່ວ ພື້ນເມືອງຂອງໝູ່ ບ້ານ ຄວັກ ໃຫ້ຮູ້ວ່າ: “ແຈ່ວໝູ່ບ້ານ ຄວັກ ມີ 12 ທໍານອງ ທີ່ເປັນເອກະ ລັກສະເພາະ ຊຶ່ງບໍ່ສາມາດຊອກຫາຢູ່ບ່ອນອື່ນເຊັ່ນ: ວ໋ານເກີ່ຕຽນ, ເດື່ອງເຈື່ອງທູຄົງ, ຕິ່ງທືຮ່າວິ້, ເຮ່ເດີມດໍ໋... ຖ້າໃຜຂັບ 12 ທໍານອງ ນີ້ ໄດ້ ແມ່ນສາມາດ ຂັບ ແຈ່ວ ທຸກທຳນອງຢູ່ບ່ອນອື່ນໄດ້. ບັນດາ ທຳ ນອງ ລີລາ ຂັບແຈ່ວ ຢູ່ໝູ່ບ້ານ ຄວັກ ບໍ່ພົບເຫັນຢູ່ບ່ອນໃດ ຍ້ອນ ແຈ່ວ ໝູ່ບ້ານ ຄວັກ ມີເນື້ອຂັບ ແລະ ທໍານອງ ທີ່ເປັນເອກະລັກສະເພາະ. ມີເນື້ອຂັບ ເຖິງວ່າຄືກັນ, ແຕ່ຈັງຫວະ, ການຕີກອງມະໂຫ ລະທຶກ ຂອງ ສິລະປິນ ແຈ່ວ ໝູ່ບ້ານ ຄວັກ ແມ່ນມີຄວາມແຕກ ຕ່າງຢ່າງເຫັນໄດ້ຊັດ, ການຮຽນຂັບ ຖືວ່າຍາກ, ແຕ່ການຕີກອງມະ ໂຫລະທຶກ ແມ່ນຍາກຍິ່ງກວ່າ”.
ລາຍການ ແຈ່ວ ໜຶ່ງໃຊ້ເວລາການສະແດງ ປະມານ 2 ຊົ່ວໂມງ. ເນື້ອໃນຂອງບົດລະຄອນ ແຈ່ວ ມັກພັນລະນາ ເຖິງຊີວິດທີ່ລຽບງ່າຍ ຂອງຊາວກະສິກອນ, ສັນລະເສີນຄຸນນະພາບອັນສູງສົ່ງ ຂອງ ມະ ນຸດ, ຕຳນິວິຈານ ນິໄສສັນດານທີ່ບໍ່ດີ, ຕໍ່ສູ້ກັບຄວາມບໍ່ຍຸຕິທຳ, ສະ ແດງຄວາມຮັກແພງ ແລະ ຄວາມໂອບອ້ອມອາລີ, ການໃຫ້ອະ ໄພ. ນອກຈາກການສະແດງບົດລະຄອນ ແຈ່ວ ພື້ນເມືອງແລ້ວ ຍັງມີບົດລະຄອນ ແຈ່ວ ນຳມາເຊິ່ງລົມຫາຍໃຈ ຂອງຊີວິດ, ຍຸກສະ ໄໝ, ມີເນື້ອໃນ ສ່ອງແສງ ສະພາບແວດລ້ອມຂອງປະເທດ ກໍຄືການພົວພັນທາງສັງຄົມ.
ມາຮອດປັດຈຸບັນ, ໝູ່ບ້ານ ຄວັກ ຍັງຄົງຮັກສາບັນດາຕົ້ນສະບັບ ການຂັບແຈ່ວ ເພື່ອການສະແດງເຊັ່ນ: “ຕື່ທຶກ ພົບ ເທວະດາ”, “ເຈືອງວຽນ”, “ລືວບິ່ງ-ເຢືອງເລ້”, “ກວານເອິມທິກິ໋ງ”, “ຊຸ໋ຍເວິນ”, “ຕົ໋ງເຈິນກຸກຮວາ”, ຍັງມີຄົບຊຸດ ບັນດາຕົວລະຄອນ ເຊັ່ນ: ຊິງ, ດ່າວ, ເຮ່, ລ໊າວ, ມູ້. ໃນລະຄອນ ແຈ່ວ ສາກໜຶ່ງ, ນັກສະແດງ ຈະ ສວມບົດບາດ ທີ່ສະແດງເນື້ອໃນ ຂອງສານ ທີ່ຢາກສົ່ງເຖິງຜູ້ຊົມ. ໃນເວລາ ທຳການສະແດງ ແຈ່ວ ຮຽກຮ້ອງ ນັກສະແດງ ຕ້ອງສະ ແດງ ຄວາມສາມາດ ໃນການຂັບລຳ, ສະແດງໃນຈັງຫວະສຽງ ດົນຕີ ໂດຍນັກດົນຕີ ປະສານສຽງ ດ້ວຍເຄື່ອງດົນຕີ ຕ່າງໆ ເຊັ່ນ: ກອງ, ກະລໍ, ຂຸ່ຍ, ຊໍອີ້, ຂິມ, ແສ່ງ... ຊຶ່ງສ້າງຜົນກະທົບ ແຜ່ຂະ ຫຍາຍ ຂອງ ເນື້ອຂັບ.
ປັດຈຸບັນ, ໝູ່ບ້ານ ຄວັກ ປະກອບມີ: ຄວັກບັກ, ຄວັກ ໄຕ, ຄວັກ ດົງ, ຄວັກ ນາມ ລ້ວນແຕ່ມີສະໂມສອນຂັບ ແຈ່ວ ທີ່ເຕົ້າໂຮມຫຼາຍລຸ້ນຄົນເຂົ້າຮ່ວມ. ໃນທ້າຍອາທິດ ຫຼື ໃນລະດູຮ້ອນ ມີເວລາວ່າງ, ບັນດາ ນັກສິລະປິນ ທີ່ມີຊື່ສຽງຂອງໝູ່ບ້ານ ຄວັກຢູ່ ແຂວງ ຖ໋າຍບິ່ງ ຍັງຖ່າຍທອດ ທັກສະພື້ນຖານ ຂອງ ສິລະປະຂັບ ແຈ່ວ ພື້ນເມືອງ ໃຫ້ພວກຫຼານນ້ອຍ ອາຍຸຕັ້ງແຕ່ 6 -15 ປີ. ຫຼານ ຟ້າມທິຮັ່ງ (ອາຍຸ 14 ປີ) ເລົ່າສູ່ຟັງວ່າ: “ຕັ້ງແຕ່ອາຍຸ 5 ປີ ຫຼານໄດ້ຍິນ ພໍ່ຕູ້ ແລະ ພໍ່ ຂັບແຈ່ວ, ສະນັ້ນຫຼານຮັກ ແຈ່ວ ເພາະທຳນອງ ສຽງຂັບ ແຈ່ວ ໄດ້ ສ້າງແຮງບັນດານໃຈ. ດຽວນີ້ ຫຼານກຳລັງຮຽນຂັບ ແຈ່ວ ບູຮານ ຫຼາຍທຳນອງ, ຫຼານຫວັງວ່າ ລຸ້ນພວກຫຼານ ຈະສາມາດ ນໍາ ແຈ່ວ ໝູ່ບ້ານ ຄວັກ ອອກສູ່ໂລກ ພາຍນອກ”.
ບົດ: ເງິນຮ່າ - ພາບ: ແຄ໋ງລອງ - ແປໂດຍ: ບິກລຽນ