ເຜີຍແຜ່ “ສີສັນສິລະປະການສະແດງຂັບ ໂບ້ຍ” ຜ່ານຮູບຖ່າຍ ຂອງ ນັກຖ່າຍຮູບ ຫງວຽນຮົ່ງງາ
ງານວາງສະແດງຮູບຖ່າຍ ຈໍານວນ 65 ແຜ່ນ ພາຍໃຕ້ຫົວຂໍ້ “ສີ ສັນ ສິລະປະການສະແດງຂັບ ໂບ້ຍ” ໂດຍນັກຖ່າຍຮູບ ຫງວຽນ ຮົ່ງງາ ໄດ້ຈັດຂຶ້ນ ທີ່ນະຄອນ ໂຮ່ຈີມິນ ເມື່ອບໍ່ດົນມານີ້, ດ້ວຍ ຄວາມຫວັງ ຢາກນຳເອົາ ສິລະປະ ການສະແດງນີ້ ເຂົ້າໃກ້ຊຸມ ຊົນ ຍິ່ງຂຶ້ນ, ໂດຍສະເພາະແມ່ນຄົນຮຸ່ນໜຸ່ມ ກໍຄື ເພື່ອເປັນການ ສະເຫຼີມສະຫຼອງ 50 ປີ ແຫ່ງວັນ ທ້ອນໂຮມປະເທດຊາດ ເປັນ ເອກະພາບ (1975-2025). ນີ້ແມ່ນງານວາງສະແດງ ສ່ວນຕົວ ຄັ້ງທີ 7 ຂອງ ນັກສິລະປິນຍິງ, ເຊິ່ງເປັນການບັນທຶກ ເສັ້ນທາງ ອັນຍາວນານ ແຕ່ເຕັມໄປດ້ວຍ ຄວາມປະທັບໃຈ ໃນເສັ້ນທາງ ແຫ່ງການສ້າງສັນ ຮູບຖ່າຍ ສິລະປະ ຂອງຕົນ.
ຂັບ ໂບ້ຍ (ຫຼື ອີກຊື່ໜຶ່ງວ່າ ຂັບໂບ້, ຕ່ວງ) ແມ່ນຮູບແບບສິລະປະ ການສະແດງພື້ນເມືອງ ທີ່ເປັນເອກະລັກ ເຊິ່ງມີມາເປັນເວລາ ຫຼາຍຮ້ອຍປີ ຢູ່ ຫວຽດນາມ. ຂັບ ໂບ້ຍ ມັກຈັດຂຶ້ນ ໃນງານບຸນ ຕ່າງໆ ຢູ່ຕາມ ຫໍຜີ, ສາລາ ຫຼື ງານບຸນຂໍໃຫ້ຜົນເກັບກ່ຽວ ໄດ້ຮັບ ຜົນດີ ຂອງ ໝູ່ບ້ານແຄມທະເລ. ວິທີການສະແດງຂອງ ຂັບ ໂບ້ຍ ເນັ້ນລັກສະນະສັນຍາລັກ ແລະ ການສະແດງອອກເກີນຈິງ, ເນັ້ນ ໃສ່ຮູບນອກ, ສຳຜັດໂດຍກົງ, ສຸມໃສ່ການສ້າງຕົວລະຄອນ ແລະ ອະລິຍະບົດໃນເວລາສະແດງ, ພ້ອມກັບຫົວຂໍ້ ກ່ຽວກັບຄວາມຮັກ ຕໍ່ບ້ານເກີດເມືອງນອນ, ແວ່ນແຍງ ຄົນສະໄໝກ່ອນ, ບຸກຄົນສໍາ ຄັນ ໃນປະຫວັດສາດ... ນັ້ນແມ່ນລັກສະນະສະເພາະ ຂອງ ການ ສະແດງ ຂັບໂບ້ຍ. ນັກຂ່າວຍິງ-ນັກສິລະປິນ ຖ່າຍຮູບ ຮົ່ງງາ ໄດ້ ໃຊ້ເວລາຫຼາຍປີ ເຮັດວຽກໃນຂະແໜງ ສິລະປະ-ວັດທະນະທຳ, ເຂົ້າຮ່ວມການສະແດງ ຫຼາຍຄັ້ງ ຂອງ ນັກສິລະປິນ ຂັບ ໂບ້ຍ ຢູ່ທີ່ນະຄອນ ໂຮ່ຈີມິນ ໄດ້ຊ່ວຍໃຫ້ເພິ່ນມີໂອກາດ ບັນທຶກໄວ້ ບັນດາຮູບຖ່າຍ ທີ່ປະທັບໃຈທີ່ສຸດ ຂອງ ສິລະປະ ການສະແດງ ເທິງເວທີນີ້.
ງານວາງສະແດງ “ສີສັນ ໃນສິລະປະ ການສະແດງຂັບ ໂບ້ຍ” ມີ ຮູບຖ່າຍ 65 ແຜ່ນທີ່ນຳສະເໜີ ບັນດາບົດລະຄອນທີ່ມີຊື່ສຽງ, ນັກສິລະປິນຂັບ ໂບ້ຍ, ຮູບພາບ ກ່ຽວກັບວິທີການສະແດງ ທີ່ເຕັມໄປດ້ວຍ ອາລົມ, ລັກສະນະສະເພາະ ເທິງເວທີ ຂອງ ສິລະປະການ ສະແດງ ຂັບ ໂບ້ຍ. ນອກຈາກນັ້ນ ແມ່ນຮູບພາບ ຕ່າງໆ ຢູ່ເບື້ອງຫຼັງ ເວທີສະແດງຄື ການແຕ່ງໜ້າທີ່ພິຖີພິຖັນ, ການສ້າງຮູບຮ່າງ, ເຄື່ອງແຕ່ງກາຍ ຂອງແຕ່ລະຕົວລະຄອນ ກ່ອນຂຶ້ນເວທີສະແດງ; ຮູບພາບກ່ຽວກັບນັກສິລະປິນ ພົບປະແລກປ່ຽນກັບຜູ້ຊົມ ຫຼື ສະແດງຂັບ ໂບ້ຍຢູ່ຕາມຖະໜົນ, ສະຖານທີ່ປະຫວັດສາດ, ວັດທະນະທຳ, ສະຖານທີ່ທ່ອງທ່ຽວ ທີ່ມີຊື່ສຽງຂອງນະຄອນ. ດ້ວຍວິທີການສຳຜັດ ແລະ ມຸມມອງ ທີ່ຫຼາກຫຼາຍ, ນັກສິລະປິນ ຖ່າຍຮູບ ຫງວຽນຮົ່ງງາ ຫວັງວ່າ ຈະປະກອບສ່ວນຖ່າຍທອດ ຈຸດພິເສດສະເພາະ ຂອງ ສິລະປະ ປະເພດນີ້ຢ່າງຊື່ຕົງ ແລະ ມີຊີວິດຊີວາ. ເປັນທີ່ຮູ້ກັນວ່າ ຮູບຖ່າຍ 65 ແຜ່ນທີ່ວາງສະແດງໃນຄັ້ງນີ້ ລວມມີຮູບພາບ ທ່ີນັກສິລະປິນ ຖ່າຍດ້ວຍກ້ອງຟິມ ຕັ້ງແຕ່ມື້ທຳອິດ ທີ່ ເພິ່ນຈັບກ້ອງຖ່າຍ ແລະ ມີທັງຮູບພາບ ທີ່ຖ່າຍດ້ວຍ ກ້ອງຖ່າຍ ດີຈີຕອນ ທີ່ທັນສະໄໝ, ໄດ້ຄັດເລືອກມາຈາກ ຮູບຖ່າຍ ຫຼາຍພັນຮູບ ໃນຫົວຂໍ້ດຽວກັນ ໂດຍທ່ານນາງ ປະຕິບັດ ທີ່ນະຄອນ ໂຮ່ຈີມິນ ໃນຕະຫຼອດໄລຍະ 30 ປີຜ່ານມາ. ທ່ານນາງ ຍັງໄດ້ຂໍໃຫ້ ນັກສະແດງຂັບ ໂບ້ຍ ອາວຸໂສ ໃຫ້ຄຳປຶກສາ, ທົບທວນແຕ່ລະຜົນງານ ເພື່ອບັນທຶກ ຄຳອະທິບາຍຢ່າງຊັດເຈນ ແລະ ລາຍລະອຽດທີ່ສຸດ, ເພື່ອ ຊ່ວຍໃຫ້ຜູ້ຊົມ ສາມາດເຂົ້າໃຈໄດ້ດີຂຶ້ນ ກ່ຽວກັບ ຊື່ ນັກສະແດງ, ຊື່ບົດລະຄອນ, ສະຖານທີ່ສະແດງ... ຜ່ານນັ້ນໄດ້ ສະແດງ ໃຫ້ເຫັນເຖິງ ຄວາມລະມັດລະວັງ, ຄວາມພະຍາຍາມ ແລະ ສຸດໃຈ ຂອງ ນັກສິລະປິນຍິງ ໃນງານວາງສະແດງ ຄັ້ງນີ້.
ທ່ານນາງ ຫງວຽນຮົ່ງງາ ໃຫ້ຮູ້ວ່າ ໃນອະນາຄົດອັນໃກ້ໆ ນີ້, ເພິ່ນ ໄດ້ວາງແຜນ ຈະນຳເອົາຊຸດຮູບຖ່າຍ ໄປວາງສະແດງ ຢູ່ສະຖານ ທີ່ ສາທາລະນະຕ່າງໆ ໃນຕົວເມືອງເຊັ່ນ: ຖະໜົນຂາຍປຶ້ມ, ຖະໜົນ ຄົນຍ່າງ, ໂຮງຮຽນ, ສູນວັດທະນະທໍາ... ດ້ວຍ ຄວາມປາດຖະໜາ ຢາກນຳ ເອົາສິລະປະການສະແດງຂັບ ໂບ້ຍ ເຂົ້າໃກ້ຊຸມຊົນ ຍິ່ງຂຶ້ນ, ໂດຍສະເພາະແມ່ນຄົນຮຸ່ນໜຸ່ມ, ນັກຮຽນ, ນັກສຶກສາ ແລະ ຜູ້ຮັກມັກ ການສຶກສາ, ຄົ້ນຄວ້າ ກ່ຽວກັບ ສິລະປະການສະແດງຂັບ ໂບ້ຍ ຂອງ ຫວຽດນາມ ກໍຄືສິລະປະການຖ່າຍຮູບອີກດ້ວຍ.
- ບົດ: ເຊີນເຫງ້ຍ - ພາບ: ຮົ່ງງາ, ຫງວຽນວັນຝຸ້ງ - ແປໂດຍ: ບິກລຽນ