ຮ້ານເສັ້ນລ້ອນອ່ຽນ ເຈິນເກີ່ມ ໄດ້ຮັບກຽດຈາກ Michelin Guide

ຮ້ານເສັ້ນລ້ອນອ່ຽນ ເຈິນເກີ່ມ ໄດ້ຮັບກຽດຈາກ Michelin Guide


ຈາກເປັນຜູ້ຫາບຂາຍ ອາຫານເຄື່ອນທີ່ ຢູ່ໃຈກາງເມືອງເກົ່າ ຈົນມາຂາຍ ຢູ່ໃນເຮືອນຫັຼງນ້ອຍໆ ຢູ່ຖະໜົນ ເຈິນເກີ່ມ (ຮ່າໂນ້ຍ), ຮ້ານ ເສັ້ນລ້ອນອ່ຽນ ຂອງ ນາງ ຫງວຽນທິລານ ບໍ່ມີປ້າຍຮ້ານທີ່ສວຍງາມ, ບໍ່ມີການໂຄສະນາ ຢ່າງກວ້າງຂວາງ, ແຕ່ຕະຫຼອດ ເກືອບ 40 ປີ ຜ່ານມາ ແມ່ນຍັງມີລູກຄ້າເຕັມຕະຫຼອດ ຕັ້ງແຕ່ຄົນ ຮ່າໂນ້ຍເດີມ ຈົນເຖິງນັກທ່ອງທ່ຽວສາກົນ. ເມື່ອບໍ່ດົນມານີ້, ຮ້ານເສັ້ນລ້ອນອ່ຽນ ເຈິນເກີ່ມ ໄດ້ຮັບກຽດເຊີດຊູ ໃນບັນຊີລາຍຊື່ Bib Gourmand 2024 ຂອງ Michelin Guide (ປື້ມຄູ່ມື ອາຫານການກິນ) ຢ່າງເປັນທາງການ.

ເລື່ອງລາວ ກ່ຽວກັບ ເສັ້ນລອນອ່ຽນ ເຈິນເກີ່ມ ບໍ່ໄດ້ເລີ່ມຕົ້ນຈາກ ເຮືອນຄົວ ທີ່ເປັນລະບົບ, ແຕ່ເລີ່ມຈາກຄວາມຮັກ ໃນອາຫານ ເສັ້ນ ລ້ອນອ່ຽນ ຂອງ ແມ່ຍິງຊາວ ຮ່າໂນ້ຍ. ຈາກຄວາມມັກ ແລະ ຄວາມຕ້ອງການ ໃນການເບິ່ງແຍງ ຄອບຄົວ, ນາງ ລານ ໄດ້ເລີ່ມຂາຍເສັ້ນ ລ້ອນອ່ຽນ ຢູູ່ຄຸ້ມຖະໜົນ ຮ່າງຈົ໋ງ ດ້ວຍການຫາບຂາຍເຄື່ອນທ່ີ. ເມື່ອ ຜູ້ຫາບຂາຍ ອາຫານ ເຄື່ອນທີ່ ບໍ່ສາມາດຂາຍຢູ່ແຄມທາງໄດ້ອີກ, ນາງ ໄດ້ຍ້າຍມາຢູ່ເຮືອນ ຢູ່ຖະໜົນ ເຈິນເກີ່ມ ເຊິ່ງມີພື້ນທີ່ ບໍ່ເຖິງ 20 ມ2 ເພື່ອ ເປີດຮ້ານຂາຍ.

ຮ້ານ ເສັ້ນລ້ອນອ່ຽນ ຢູ່ຄຸ້ມຖະໜົນ ເຈິນເກີ່ມ ທີ່ຫາກໍໄດ້ ຮັບກຽດ ຈາກ Michelin Guide.

ໃນເບື້ອງຕົ້ນ, ມີພຽງແຕ່ລາຍການອາຫານ ເສັ້ນລ້ອນອ່ຽນ ນ້ຳ ແລະເສັ້ນລ້ອນອ່ຽນ ແຫ້ງ, ແຕ່ຄ່ອຍໆ ໄດ້ຂາຍຕື່ມ ເສັ້ນລ້ອນອ່ຽນ ຂົ້ວ, ແລ້ວເປີດກວ້າງ ເມນູ ດ້ວຍ ບັນດາ ລາຍການອາຫານຄື ເຂົ້າປຽນອ່ຽນ, ແກງອ່ຽນ, ແໜມອ່ຽນ, ອ່ຽນຕຸ໋ນກັບ ໝາກກ້ວຍດິບ ເຕົ້າຮູ້... ເພື່ອຕອບສະໜອງ ຄວາມຕ້ອງການທີ່ຫຼາກຫຼາຍ ຂອງ ລູກຄ້າ.ຈາກ ຮ້ານນ້ອຍໆ, ຮ້ານໄດ້ເປີດ ສາຂາເພີ່ມ ອີກໜຶ່ງແຫ່ງ ຢູ່ກົງກັນຂ້າມ ມີພື້ນທີ່ ກວ້າງຂວາງ, ມີເຄື່ອງປັບອາກາດ, ສາມາດຮອງຮັບ ລູກຄ້າ ໄດ້ປະມານ 40 ຄົນ/ເທື່ອ.

ຈາກວັດຖຸດິບ ຈົນເຖິງເຕັກນິກການປຸງແຕ່ງ, ທຸກຢ່າງລ້ວນແຕ່ ຖືກນາງ ລານ ເຮັດຢ່າງລະມັດລະວັງ, ພິຖີພິຖັນ. ນາງ ລານ ໃຫ້ຮູ້ວ່າ ເສັ້ນລ້ອນອ່ຽນ ຂອງ ຮ້ານ, ອ່ຽນ ແມ່ນສ່ວນປະກອບຫຼັກ ຂອງ ອາ ຫານ. ວັດຖຸດິບອ່ຽນ ນາງ ຊື້ 100% ເປັນອ່ຽນ ທົ່ງນາຈາກ ແຂວງ ບັກນິງ ທີ່ມີເນື້ອແໜ້ນ, ຫອມ ແລະ ຫວານກວ່າຫຼາຍ.

ເສັ້ນລ້ອນ ມັນສະຄູ ແມ່ນເອົາມາຈາກໝູ່ບ້ານຫັດຖະກຳ ກື້ດ່າ, ມີສີເຫຼືອງເຫຼື້ອມ, ໜຽວທໍາມະຊາດ ແລະ ມີກິ່ນຫອມອ່ອນໆ. ນ້ຳແກງແມ່ນຕົ້ມຈາກກະດູກ ແລະ ເລືອດອ່ຽນບົດລະອຽດ, ບໍ່ມີການປົນເປື້ອນ, ບໍ່ໃຊ້ແປ້ງນົວ, ເຮັດໃຫ້ມີລົດຊາດຫວານ ສົດຊື່ນ, ມີກິ່ນຫອມ ຂອງ ອ່ຽນ ແລະ ເມື່ອຮັບປະທານຮູ້ສຶກເຖິງໃຈ. 

ນາງ ຫງວຽນທິລານ ໄດ້ເປີດຂາຍ ເສັ້ນລ້ອນອ່ຽນ ເປັນເວລາເກືອບ 40 ປີແລ້ວ.

ແຕ່ລະຖ້ວຍ ເສັ້ນລ້ອນ ບໍ່ວ່າຈະເປັນນ້ຳ, ແຫ້ງ ຫຼື ຂົ້ວ ລ້ວນແຕ່ຖືກ ປຸງແຕ່ງຢ່າງລະອຽດ ດ້ວຍສ່ວນປະກອບເພີ່ມເຕີມຫຼາຍຢ່າງ ທີ່ປະ ກອບເຂົ້າກັນ ສ້າງເປັນລົດຊາດ ແລະ ສີສັນ ທີ່ເປັນເອກະລັກ ຂອງຮ້ານ ເສັ້ນລ້ອນອ່ຽນ ເຈິນເກີ່ມ ຂອງ ນາງ ລານ.

ເວົ້າເຖິງການໄດ້ຮັບບັດເຊີນໃຫ້ກຽດຈາກ Michelin, ນາງ ລານ ກ່າວວ່າ: “ຂ້າພະເຈົ້າ ບໍ່ຮູ້ວ່າ ພວກເຂົາມາກິນ ຢູ່ຮ້ານ ຂ້າພະເຈົ້າຕອນໃດ, ສະນັ້ນເມື່ອໄດ້ຮັບບັດເຊີນ ກໍຄິດວ່າ ພວກເຂົາຫຼົງ, ເພາະຮ້ານນ້ອຍໆ ແບບນີ້ ແລະ ຂ້າພະເຈົ້າບໍ່ໄດ້ ໂຄສະນາຫຍັງເລີຍ. ການເປັນທ່ີຍອມຮັບ ຈາກພວກເຂົາ ແມ່ນຄວາມພາກພູມໃຈ, ແຕ່ກໍເປັນຄໍາເຕືອນ. ເຮົາຕ້ອງຮັກສາ ຄຸນນະພາບ, ເພື່ອວ່າ ເຖິງແມ່ນວ່າຄົນໜຶ່ງ ຈະກັບມາອີກ ພາຍຫຼັງ 10 ປີ, ກໍຍັງຮູ້ສຶກວ່າລົດຊາດນັ້ນ ບໍ່ປ່ຽນແປງ”.

ວັດຖຸດິບ ທີ່ໃຊ້ໃນການປຸງແຕ່ງບັນດາລາຍການອາຫານ ຂອງ ຮ້ານ ໄດ້ຖືກຄັດເລືອກຢ່າງພິຖີພິຖັນ.


ສາມາດເວົ້າໄດ້ວ່າ ຈາກຮ້ານອາຫານ ເຄື່ອນທີ່ ຢູ່ໃຈກາງ ຄຸ້ມເມືອງ ເກົ່າ, ເສັ້ນລ້ອນອ່ຽນ ເຈິນເກ່ີມ ມື້ນີ້ໄດ້ກ້າວເຂົ້າສູ່ ແຜນທີ່ ອາຫານໂລກ ເໝືອນດັ່ງເປັນການພິສູດ ເຖິງຄວາມຫຼາກຫຼາຍ ແລະ ຄວາມອຸດົມສົມບູນ ຂອງ ອາຫານ ຫວຽດນາມ.

*Bib Gourmand ຖືກສ້າງຕັ້ງໃນປີ 1997, ເປັນໃບຢັ້ງຢືນ ທີ່ມີຊື່ສຽງລະດັບສາກົນ ໃນປະເພດພິເສດ ຂອງ ລະບົບ Michelin Guide ເພື່ອໃຫ້ກຽດແກ່ຮ້ານອາຫານ ທີ່ບໍລິການອາຫານແຊບ ໃນລາຄາທີ່ພໍດີ, ຮ້ານອາຫານບໍ່ຕ້ອງ ຫຼູຫຼາເກີນໄປ ແຕ່ຍັງມີຄຸນນະພາບ, ແຊບ, ຄຸ້ມຄ່າເງິນ.

*ຮ້ານ ເສັ້ນລ້ອນອ່ຽນ ເຈິນເກີ່ມ ເປີດບໍລິການຕັ້ງແຕ່ 6 ໂມງເຊົ້າ ຫາ 10 ໂມງຄ່ຳ ທຸກວັນ.

*ດ້ວຍລາຄາ 40.000 ດົ່ງ/ຊຸດ ແມ່ນທາງເລືອກທີ່ເໝາະສົມ ສຳລັບລູກຄ້າ.

 

  •                                                   ບົດ: ເງິນຮ່າ - ພາບ: ແຄ໋ງລອງ - ແປໂດຍ: ບິກລຽນ


top