ຮ່າໂນ້ຍ ເລີ່ມຕົ້ນວັນໃໝ່ ດ້ວຍວິຖີຊີວິດ ສີຂຽວ

ຮ່າໂນ້ຍ ເລີ່ມຕົ້ນວັນໃໝ່ ດ້ວຍວິຖີຊີວິດ ສີຂຽວ

ເມື່ອແສງອາລຸນ ວັນໃໝ່ ຫາກໍ່ສາດສ່ອງລົງມາ, ຊາວ ຮ່າໂນ້ຍ ຫຼາຍຄົນ ໄດ້ມີໜ້າຢູ່ແຄມໜອງ, ໃນສວນສາທາລະນະ ຫຼື ຕາມບັນດາເສັ້ນທາງ ທີ່ຮົ່ມເຢັນ ດ້ວຍຕົ້ນໄມ້ ເພື່ອອອກກຳລັງກາຍ, ຂີ່ລົດຖີບ ແລະ ສຳຜັດກັບອາກາດ ທີ່ສົດຊື່ນ. ຄວາມຊິນເຄີຍທີ່ລຽບງ່າຍເຫຼົ່ານັ້ນ ພວມປະກອບສ່ວນສ້າງເປັນຈັງຫວະຊີວິດສີຂຽວ ຂອງ ນະຄອນຫຼວງ.

ບໍລິເວນພື້ນທີ່ສີຂຽວ ແຄມໜອງ ໄຕ ກາຍເປັນຈຸດນັດພົບ ທີ່ຄຸ້ນເຄີຍ ຂອງຊາວນະຄອນຫຼວງ ໃນທຸກໆ ເຊົ້າ. ພາບ: ກົງດາດ/VNP

ເມື່ອແສງຕາເວັນທຳອິດ ຫາກໍ່ສາດສ່ອງລົງໜ້ານ້ຳ, ຮ່າໂນ້ຍ ກໍ່ໄດ້ຕື່ນຂຶ້ນມາໃນຈັງຫວະຊີວິດ ທ່ີສະຫງົບສຸກ. ຢູ່ແຄມໜອງນ້ຳ, ສວນ ສາທາລະນະ ແລະ ແຖວຕົ້ນໄມ້ສີຂຽວ, ປະຊາຊົນ ເລີ່ມຕົ້ນວັນ   ໃໝ່ດ້ວຍບາດກ້າວ, ຖີບລົດຖີບ ແລະ ອອກກໍາລັງກາຍເບົາໆ, ເຊິ່ງວິຖີຊີວິດ ທີ່ແຂງແຮງ, ໃກ້ຊິດກັບທຳມະຊາດ ໄດ້ກາຍເປັນ ຄວາມງາມ ຂອງ ນະຄອນຫຼວງ.

ແສງແດດທຳອິດ ຂອງວັນໃໝ່ ສາດສ່ອງຜ່ານແຖວຕົ້ນໄມ້ໃຫຍ່ ຢູ່ເທິງຖະໜົນ ຟານດິ່ງຟຸ່ງ. ປະຊາຊົນ ຄ່ອຍໆ ຖີບລົດຖີບ ພາຍໃຕ້ແຖວຕົ້ນໄມ້ທີ່ຮົ່ມເຢັນ, ສຳຜັດກັບອາກາດອັນສົດຊື່ນ. ພາບ: ກົງດາດ/VNP
ບໍລິເວນພື້ນທີ່ຍ່າງ ໄດ້ກາຍເປັນສະຖານທີ່ ທີ່ປະຊາຊົນ ສຳຜັດກັບຈັງຫວະຊີວິດສີຂຽວ ຢູ່ໃຈກາງນະຄອນຫຼວງ. ພາບ: ກົງດາດ/VNP
ບັນດາເດັກນ້ອຍ ມີຄວາມຕື່ນເຕັ້ນ ເຂົ້າຮ່ວມການຫຼິ້ນຜ່ານປະສົບການຕົວຈິງຕ່າງໆ ຢູ່ຕາມຖະໜົນຄົນຍ່າງ ຮວ່ານກ໋ຽມ. ພາບ: ກົງດາດ/VNP

ວັນໃໝ່ ຢູ່ ຮ່າໂນ້ຍ ມັກຈະເລີ່ມຕົ້ນແຕ່ເຊົ້າໆ. ເມື່ອຖະໜົນຫົນ ທາງ ຍັງບໍ່ທັນແອອັດ, ບັນດາພື້ນທີ່ສີຂຽວ ຂອງນະຄອນ ກໍ່ເຕັມໄປດ້ວຍພະລັງຊີວິດ. ອ້ອມຮອບໜອງ ຮວ່ານກ໋ຽມ, ບາດກ້າວຢ່າງສະໝ່ຳສະເໝີ ຂອງ ຜູ້ຍ່າງ ແລະ ຜູ້ແລ່ນ ໄດ້ສືບຕໍ່ກັນ ຕາມທາງຍ່າງແຄມໜອງ. ພາຍໃຕ້ຮົ່ມເງົາ ຂອງ ຕົ້ນໄມ້ໃຫຍ່, ກຸ່ມຜູ້ສູງອາຍຸ ໄດ້ຄ່ອຍໆ ອອກກຳລັງກາຍ ຮັກສາສຸຂະພາບ, ຝຶກມວຍ, ໃນຂະ ນະທີ່ຊາວໜຸ່ມຫຼາຍຄົນ ເລືອກຝຶກ ໂຍຄະ ຫຼື ບົດຝຶກ ທີ່ມີຄວາມເຂັ້ມສູງ ເພື່ອເລີ່ມຕົ້ນວັນໃໝ່.

ການຖີບລົດຖີບ ແຄມໜອງ ໄຕ ແມ່ນທາງເລືອກທີ່ມັກ ຂອງຫຼາຍຄົນ ເພື່ອເລີ່ມຕົ້ນວັນໃໝ່. ພາບ: ກົງດາດ/VNP
ບັນດາຊາວໜຸ່ມ ບັນທຶກພາບຄວາມປະທັບໃຈ ພາຍຫຼັງເສັ້ນທາງການຖີບລົດຖີບ ອ້ອມຮອບໜອງ ໄຕ. ພາບ: ກົງດາດ/VNP
ບັນດານັກກິລາ ພາກພຽນຝຶກຝົນ ຢູ່ເທິງໜ້ານ້ຳໜອງ ໄຕ ໃນອາລຸນວັນໃໝ່. ພາບ: ກົງດາດ/VNP

ໜອງ ໄບ້ເໝົາ ແລະ ບັນດາພື້ນທີ່ສີຂຽວ ໄດ້ກາຍເປັນ “ຫ້ອງຝຶກອອກກຳລັງກາຍ ກາງແຈ້ງ” ຂອງຊາວ ຮ່າໂນ້ຍ. ພາບ: ກົງດາດ/VNP

ເມື່ອຕາເວັນຄ່ອຍໆ ສູງຂຶ້ນ, ໜອງໄຕ ກໍ່ໄດ້ຟົດຟື້ນຄືກັນ. ລົດຖີບຫຼາຍຄັນ ໄດ້ແລ່ນຜ່ານ ໄປຢ່າງງຽບໆ ຕາມເສັ້ນທາງແຄມໜອງ, ເຊິ່ງເປັນສະຖານທີ່ ທີ່ສາຍລົມຍາມເຊົ້າ ພັດເອົາອາຍນ້ຳ ອັນເຢັນສະບາຍມາພ້ອມ. ຢູ່ເທິງໜ້ານ້ຳ, ບັນດານັກກິລາພາຍເຮືອ ກາຍັກ ຫຼື ພາຍເຮືອດ່ຽວ ໄດ້ມີຄວາມອົດທົນ ໃນການພາຍເຮືອແຕ່ລະ ບາດ ພາຍໃຕ້ແສງອາລຸນ. ນັ້ນບໍ່ພຽງແຕ່ ແມ່ນການເຄື່ອນໄຫວ ເພື່ອຝຶກຝົນສຸຂະພາບເທົ່ານັ້ນ, ແຕ່ຍັງແມ່ນວິທີ ທີ່ຫຼາຍຄົນສໍາຜັດກັບຄວາມງາມ ຂອງ ນະຄອນ ຕາມຈັງຫວະທີ່ ຊ້າໆ.  

ຢູ່ຕາມສວນສາທາລະນະ ແລະ ເຂດຊຸມຊົນ, ຍາມເຊົ້າກໍ່ແມ່ນຊ່ວງເວລາ ແຫ່ງການເຊື່ອມໂຍງປະຊາຄົມ. ຜູ້ສູງອາຍຸ ໂອ້ລົມກັນ ພາຍຫຼັງການອອກກຳລັງກາຍ, ເດັກນ້ອຍ ຫຼິ້ນບານ ຮ່ວມກັບໝູ່ເພື່ອນ, ສ່ວນບັນດາຄອບຄົວ ກໍ່ສະຫຼະເວລາໃຫ້ກັນ ແລະ ກັນ ເພື່ອພັກຜ່ອນຢ່ອນອາລົມ ກ່ອນທີ່ຈະເລີ່ມຕົ້ນວຽກງານ ແລະ ການຮ່ຳຮຽນ. ສະນັ້ນ, ບັນດາພື້ນທີ່ສາທາລະນະ ຈຶ່ງເຕັມໄປດ້ວຍສຽງຫົວ ແລະ ພະລັງງານທາງບວກສະເໝີ.

ບໍລິເວນພື້ນທີ່ສີຂຽວ ຢູ່ກ້ອງຂະບວນລົດໄຟຟ້າ ທີ່ທັນສະໄໝ ໄດ້ສ້າງເປັນຈັງຫວະຊີວິດທີ່ຄຶກຄື້ນ ຂອງ ຮ່າໂນ້ຍ. ພາບ: ກົງດາດ/VNP
ບັນດາອຸປະກອນການອອກກຳລັງກາຍ ກາງແຈ້ງ ຍາມໃດກໍ່ດຶງດູດ ຄົນມາໃຊ້ ເປັນຈຳນວນຫຼາຍ. ພາບ: ກົງດາດ/VNP

ຈັງຫວະຊີວິດນັ້ນ ໄດ້ສະທ້ອນໃຫ້ເຫັນເຖິງທ່າອ່ຽງ ທີ່ນັບມື້ນັບຈະ ແຈ້ງ ຢູ່ ຮ່າໂນ້ຍ: ບຸລິມະສິດ ສຸຂະພາບ, ກັບຄືນສູ່ທຳມະຊາດ ແລະ ສຳຜັດກັບບັນດາພື້ນທີ່ສີຂຽວ ຢູ່ໃຈກາງນະຄອນ. ຫຼາຍຄົນ ເລືອກການຍ່າງ ຫຼື ຖີບລົດຖີບ ສຳລັບໄລຍະທາງສັ້ນໆ, ສ້າງເປັນ ນິດໄສ ທີ່ເປັນມິດກັບສິ່ງແວດລ້ອມ ແຕ່ຍັງຄົງສອດຄ່ອງກັບ ຈັງຫວະຊີວິດທີ່ທັນສະໄໝ.

ບັນດາສະມາຊິກ ສະໂມສອນ ຮ່ວມກັນພິຊິດ ເສັ້ນທາງການແລ່ນ ຢູ່ສວນສາທາລະນະ ແບັກຖາວ. ພາບ: ກົງດາດ/VNP
ມວນຊົນ ຮ້ອຍກວ່າຄົນ ຮ່ວມກັນຫຼິ້ນ ໂຍຄະຫົວ ຢູ່ແຄມໜອງ ຮວ່ານກ໋ຽມ. ພາບ: ກົງດາດ/VNP
 
 

ສຳລັບນັກທ່ອງທ່ຽວສາກົນ, ຍາມເຊົ້າ ກໍ່ແມ່ນຊ່ວງເວລາທີ່ເໝາະສົມ ເພື່ອຄົ້ນພົບ ຮ່າໂນ້ຍ ທີ່ແຕກຕ່າງໄປຈາກເດີມ. ບໍ່ຟ້າວຟັ່ງ ຂອງ ຊົ່ວໂມງ ເຂົ້າ - ເລີກການອີກແລ້ວ, ນະຄອນ ໄດ້ປະກົດຂຶ້ນຢ່າງອ່ອນໂຍນ ດ້ວຍໜ້າໜອງນໍ້າ ປະກາຍເປັນສີເຫຼື້ອມລະຍິບລະຍັບ, ແຖວຕົ້ນໄມ້ ທີ່ຮົ່ມເຢັນ ແລະ ຈັງຫວະຊີວິດ ທີ່ສະບາຍໆ ຂອງ ປະຊາຊົນ. ພຽງແຕ່ຍ່າງຫຼິ້ນອ້ອມຮອບໜອງ ຮວ່ານກ໋ຽມ, ຖີບລົດຖີບ ແຄມໜອງ ໄຕ ຫຼື ນັ່ງຢູ່ຕັ່ງໃນສວນສາທາລະນະ, ນັກທ່ອງທ່ຽວ ກໍ່ສາມາດຮັບຮູ້ໄດ້ວ່າ ເປັນຫຍັງ ຊາວ ຮ່າໂນ້ຍ ຍາມໃດກໍ່ສະຫງວນ ເປັນພິເສດ ໃຫ້ແກ່ບັນດາພື້ນທີ່ສີຂຽວ.  

ອາດຈະແມ່ນມາຈາກສິ່ງທີ່ລຽບງ່າຍເຫຼົ່ານີ້ເອງ, ພາບພົດ ຮ່າໂນ້ຍ ທີ່ທັນສະໄໝ ພວມໄດ້ຮັບການເສີມສ້າງໃນແຕ່ລະມື້. ບໍ່ພຽງແຕ່ແມ່ນນະຄອນແຫ່ງມໍລະດົກ ແລະ ວັດທະນະທຳ ເທົ່ານັ້ນ, ນະ ຄອນຫຼວງ ຍັງໄດ້ສ້າງຄວາມປະທັບໃຈ ໃນດວງໃຈຂອງເພື່ອນມິດ ສາກົນ ດ້ວຍວິຖີຊີວິດ ທີ່ຍົກສູງສຸຂະພາບ, ຄວາມດຸ່ນດ່ຽງ ແລະ ຄວາມຜູກພັນອັນກົມກຽວ ລະຫວ່າງຜູ້ຄົນ ກັບທຳມະຊາດ. ໃນທຸກໆ ເຊົ້າ, ເມື່ອນະຄອນ ຕື່ນຂຶ້ນມາ ດ້ວຍບາດກ້າວເທິງເສັ້ນ ທາງແລ່ນ, ລໍ້ລົດໝູນ ຫຼື ຈັງຫວະພາຍເຮືອເທິງໜ້ານ້ຳ, ຮ່າໂນ້ຍ ກໍ່ພວມແຜ່ກະຈາຍ ສານອັນລຽບງ່າຍໜຶ່ງ: ການດຳລົງຊີວິດສີຂຽວ ເລີ່ມຕົ້ນຈາກບັນດາຄວາມຊິນເຄີຍນ້ອຍໆ ໃນການດຳລົງຊີວິດປະຈຳວັນ.

ບົດ ແລະ ພາບ: ກົງດາດ/VNP


top