ຮ່າໂນ້ຍ ເຊື່ອມຕໍ່ຕ່ອງໂສ້ການສະໜອງ, ຍົກລະດັບຄຸນນະພາບ ຜະລິດຕະພັນກະສິກຳ
ຮ່າໂນ້ຍ ຍູ້ແຮງການເຊື່ອມຕໍ່ ກັບບັນດາແຂວງ, ນະຄອນ ໃນການ ພັດທະນາ ຕ່ອງໂສ້ການສະໜອງ ຜະລິດຕະພັນກະສິກຳ, ປ່າໄມ້, ສິນໃນນ້ຳ ທ່ີປອດໄພ, ເພີ່ມທະວີ ການກວດກາຄຸນນະພາບ ແລະ ແຫຼ່ງກຳເນີດຜະລິດຕະພັນ ທ່ີຈະແຈ້ງ. ນີ້ແມ່ນວິທີແກ້ໄຂ ທ່ີສໍາຄັນ ເພື່ອຮັບປະກັນ ແຫຼ່ງສະໜອງອາຫານ ທີ່ໝັ້ນຄົງ, ຍົກສູງຄຸນຄ່າ ຜະ ລິດຕະພັນກະສິກຳ ຫວຽດນາມ ແລະ ເປີດກວ້າງໂອກາດ ເຂົ້າເຖິງ ຕະຫຼາດ.
ໃນຖານະເປັນສູນກາງ ການຊື້-ຂາຍ ແລະ ການປະສານງານ ດ້ານ ສະໜອງ-ຄວາມຕ້ອງການ ຜະລິດຕະພັນກະສິກຳ ທ່ີສໍາຄັນຂອງ ເຂດພາກເໜືອ, ຮ່າໂນ້ຍ ເພີ່ມທະວີການເຊື່ອມໂຍງ ກັບບັນດາທ້ອງ ຖິ່ນ ຕັ້ງແຕ່ການຜະລິດ, ການປຸງແຕ່ງ ໄປຈົນເຖິງ ການແຈກຢາຍ ແລະ ການຈຳໜ່າຍ. ໄລຍະ 2026 - 2030, ນະຄອນ ຕັ້ງເປົ້າ ທ່ີຈະ ເພີ່ມ ຕ່ອງໂສ້ການສະໜອງ ຜະລິດຕະພັນກະສິກໍາ, ປ່າໄມ້, ສິນໃນ ນໍ້າ ທ່ີປອດໄພຢ່າງໜ້ອຍ 10% ຕໍ່ປີ; ຢ່າງໜ້ອຍ 70% ຈຳນວນ ຕ່ອງໂສ້ ທ່ີເຂົ້າຮ່ວມ ໂຄງການຕອບສະໜອງ ບັນດາຂໍ້ກຳນົດ ກ່ຽວ ກັບ ການຕິດຕາມ ແຫຼ່ງກຳເນີດ, ຄຸນນະພາບ ແລະ ຄວາມປອດໄພ ຂອງ ອາຫານ ຢ່າງພຽງພໍ.
ທ່ານ ຕ້າວັນເຕື່ອງ, ຮອງຜູ້ອຳນວຍການພະແນກກະສິກຳ ແລະ ສິ່ງ ແວດລ້ອມ ຮ່າໂນ້ຍໃຫ້ຮູ້ວ່າ ເພື່ອບັນລຸເປົ້າໝາຍນີ້, ຮ່າໂນ້ຍ ຊຸກຍູ້ ການເຊື່ອມຕໍ່ ເຂດວັດຖຸດິບ ກັບບັນດາສະຫະກອນ, ຟາມ, ວິສາ ຫະກິດ ປຸງແຕ່ງ ແລະ ລະບົບການແຈກຢາຍ. ບັນດາຮາກຖານການ ຜະລິດ ໄດ້ຮັບການຊຸກຍູ້ ໃຫ້ນຳໃຊ້ມາດຕະຖານ VietGAP, GlobalGAP, ການຜະລິດອິນຊີ ແລະ ບັນດາຂະບວນການຄຸ້ມຄອງ ຄວາມປອດໄພຂອງອາຫານ, ປະກອບສ່ວນຍົກສູງຄຸນນະພາບຜະ ລິດຕະພັນ ແລະ ຕອບສະໜອງຄວາມ ຕ້ອງການ ຂອງ ຕະຫຼາດ.
ນະຄອນ ຍັງຍູ້ແຮງການນຳໃຊ້ ເຕັກໂນໂລຊີ ດີຈີຕອນ, ສ້າງພື້ນ ຖານຂໍ້ມູນ ນຳໃຊ້ຮ່ວມກັນ ແລະ ເຊື່ອມຕໍ່ ລະບົບຕິດຕາມ ແຫຼ່ງກຳ ເນີດຜະລິດຕະພັນກະສິກຳ. ການປະສານງານ ກວດກາ, ຄຸ້ມຄອງ ຄຸນນະພາບ, ແບ່ງປັນຂໍ້ມູນ ແລະ ເຕືອນໄພຄວາມສ່ຽງ ບັນຫາ ຄວາມປອດໄພດ້ານອາຫານ ລະຫວ່າງ ບັນດາທ້ອງຖິ່ນ ຈະໄດ້ຮັບ ການເພີ່ມທະວີ. ຄວບຄູ່ໄປກັບ ບັນດາກິດຈະກຳ ສົ່ງເສີມການຄ້າ, ເຊື່ອມຕໍ່ການສະໜອງ-ຄວາມຕ້ອງການ ແລະ ເປີດກວ້າງຊ່ອງທາງ ການແຈກຢາຍ ໄດ້ຖືສຳຄັນ, ສ້າງເງື່ອນໄຂໃຫ້ ຜະລິດຕະພັນ ກະສິ ກຳ ໃນພື້ນທີ່ຕ່າງໆ ໄດ້ເຂົ້າເຖິງຕະຫຼາດ ຢ່າງມີປະສິດທິພາບກວ່າ.
ຜ່ານການເຊື່ອມໂຍງລະດັບພາກພື້ນ ແລະ ການຄຸ້ມຄອງຄຸນນະ ພາບທ່ີສອດຄ່ອງກັນ, ຮ່າໂນ້ຍ ມຸ່ງໄປເຖິງ ການສ້າງຕ່ອງໂສ້ການ ສະໜອງ ຜະລິດຕະພັນກະສິກຳ ປອດໄພ, ໂປ່ງໃສ, ຍືນຍົງ, ປະກອບສ່ວນ ຍົກສູງ ກຳລັງແຂ່ງຂັນ ຂອງ ຜະລິດຕະພັນ ກະສິກຳ ຫວຽດນາມ.
ບົດ: ບິກເວິນ - ພາບ: VNP



