ຮ່າໂນ້ຍ ຂຸດຄົ້ນທ່່າແຮງ ຂອງ ຕົ້ນຢາສະໝຸນໄພ

ຮ່າໂນ້ຍ ຂຸດຄົ້ນທ່່າແຮງ ຂອງ ຕົ້ນຢາສະໝຸນໄພ

ດ້ວຍແຫຼ່ງ ຕົ້ນຢາສະໝຸນໄພ ທີ່ອຸດົມສົມບູນ ແລະ ຫຼາກຫຼາຍ, ຮ່າໂນ້ຍ ໄດ້ກຳນົດທິດພັດທະນາ ບັນດາເຂດປູກສະເພາະ ຕົ້ນຢາສະໝຸນໄພ ແລະ ສ້າງລະບົບຕ່ອງໂສ້ ເຊື່ອມຕໍ່ ການຜະລິດ, ເກັບຮັກສາ, ປຸງແຕ່ງ ແລະ ໄດ້ນຳພືດເປັນຢາ ກາຍເປັນໜຶ່ງ ໃນບັນດາພືດ ທີ່ມີທ່າແຮງ.

ຮ່າ​ໂນ້ຍ ພວມ​ຄ່ອຍໆ ​ນຳຕົ້ນຢາສະໝຸນໄພ ກາຍ​ເປັນ​ພືດ​ທີ່​ມີທ່າແຮງ. ພາບ: ຮວ່າງຮ່າ/VNP

ຫວ່າງມໍ່ໆ ມານີ້, ຢູ່ໃຕ້ຮົ່ມປ່າໄມ້ ທໍາມະຊາດ ຢູ່ຕາແສງ ນາມເຊີນ, ເມືອງ ຊອັກເຊີນ (ຮ່າໂນ້ຍ), ປະຊາຊົນ ທ້ອງຖິ່ນ ໄດ້ນຳແນວພັນ ຕົ້ນຢາສະໝຸນໄພ ມາປູກ. ນີ້ແມ່ນທິດທາງໃໝ່ ບໍ່ພຽງແຕ່ ບໍ່ສົ່ງຜົນສະ ທ້ອນ ຕໍ່ລະບົບນິເວດປ່າໄມ້ ເທົ່ານັ້ນ, ແຕ່ຍັງສ້າງການດຳລົງຊີວິດ ທີ່ໝັ້ນຄົງອີກດ້ວຍ. ຜູ້ລິເລີ່ມ ຮູບແບບການປູກ ແລະ ອະນຸລັກຮັກສາ ພືດສະໝຸນໄພ ໃຕ້ຮົ່ມປ່າໄມ້ ທໍາມະຊາດ ຢູ່ຕາແສງ ນາມເຊີນ ແມ່ນທ່ານນາງ ຟ້າມທິລີ໋, ຜູ້ອຳນວຍການ ສະຫະພັນ ສະຫະກອນ ກະສິກຳອິນຊີ ແລະ ການຢາ ຫວຽດນາມ. ເນື່ອງຈາກຄວາມຕ້ອງການ ອະນຸລັກຮັກສາ ບັນດາພືດສະໝຸນໄພພື້ນເມືອງ ຂອງ ຫວຽດນາມ, ທ່ານນາງ ຟ້າມທິລີ໋ ພ້ອມກັບປະຊາຊົນທ້ອງຖິ່ນ ໄດ້ສ້າງຮູບແບບນີ້ຂຶ້ນມາ.


ຕາແສງ ນາມເຊີນ ຕັ້ງຢູ່ທິດຕາເວັນອອກສ່ຽງໃຕ້ ຂອງ ເຂດພູດອຍ ຕາມດ໋າວ, ແມ່ນສະຖານທີ່ ທີ່ມີເງື່ອນໄຂ ດີເລີດ ໃນການພັດທະນາຕົວແບບການປູກ, ອະນຸລັກຮັກສາ ແລະ ພັດທະນາ ຕົ້ນຢາສະໝຸນໄພ ຢູ່ໃຕ້ຮົ່ມປ່າໄມ້ ທໍາມະຊາດ, ພ້ອມດຽວກັນນັ້ນ ແມ່ນເຫດຜົນ ທີ່ສະຫະພັນ ສະຫະກອນ ກະສິກຳອິນຊີ ແລະ ການຢາ ຫວຽດນາມ ເລືອກເຟັ້ນກໍ່ສ້າງ ແລະ ພັດທະນາຕົວແບບ ໝູ່ບ້ານອະນຸລັກຮັກສາ ຕົ້ນຢາສະໝຸນໄພ ແລະ ຊາດອກເຫຼືອງ ຢູ່ຕີນພູ ຕາມດ໋າວ. ​​ແຕ່​ປີ 2020 ຮອດ​ປັດຈຸ​ບັນ, ສະຫະພັນ ສະຫະກອນ ກະສິກຳອິນຊີ ແລະ ການຢາ ຫວຽດນາມ ​ໄດ້​ນຳ​ແນວພັນ ພືດສະໝຸນໄພ ປະມານ 40 ຊະນິດ ມາຕາແສງ ນາມເຊີນ ​ເພື່ອ​ການຄົ້ນຄວ້າ ​ແລະ ຂະຫຍາຍແນວພັນ ​ແລະ ​ມີແຜນການ​ສືບ​ຕໍ່​ຄົ້ນ​ຄວ້າ ແນວພັນສະໝຸນໄພຈຳ ນວນໜຶ່ງ ທີ່ ສະຫະພັນ ສະຫະກອນ ກະສິກຳອິນຊີ ແລະ ການຢາ ຫວຽດນາມ ເຫັນວ່າ ເໝາະສົມກັບຄຸນລັກສະນະດິນປູກຝັງ ຢູ່ທ່ີນີ້. ລະອຽດຄື: ເຄືອເຂົາຮໍ, ເຄືອປະສົງ, ຊາດອກ​ເຫຼືອງ...

ທ່ານນາງ ຟ້າມທິລີ໋, ຜູ້ອຳນວຍການ ສະຫະພັນ ສະຫະກອນ ກະສິ ກຳອິນຊີ ແລະ ການຢາ ຫວຽດນາມ ໃຫ້ຮູ້ວ່າ: “ດ້ວຍການສະໜັບສະໜູນ ຂອງ ລັດຖະບານ ແລະ ປະຊາຊົນ ຕາແສງ ນາມເຊີນ, ມາຮອດປັດຈຸບັນ, ພວກຂ້າພະເຈົ້າ ໄດ້ລະດົມຫຼາຍຄອບຄົວ ເຂົ້າຮ່ວມ ຕົວແບບນີ້, ໃນເບື້ອງຕົ້ນປະກົດເປັນຮູບເປັນຮ່າງ “ໝູ່ບ້ານ ອະນຸລັກຮັກ ສາ ຕົ້ນຢາສະໝຸນໄພ ແລະ ຊາດອກເຫຼືອງ ຢູ່ຕີນພູ ຕາມດ໋າວ” ດ້ວຍເນື້ອທີ່່ປ່າ ແລະ ສວນເທິງພູ ກວ່າ 50 ເຮັກຕາ, ໃນນັ້ນມີ ຕົ້ນຊາດອກເຫຼືອງ ກວ່າ 10.000 ຕົ້ນ ໄດ້ປູກຢູ່ໃນເນື້ອທີ່ເກືອບ 10 ເຮັກຕາ”.

 

ທ່ານນາງ ຟ້າມທິລີ໋ (ເສື້ອສີເຂັ້ມ, ກາງຮູບ), ຜູ້ອຳນວຍການ ສະຫະພັນ ສະຫະກອນ ກະສິກຳອິນຊີ ແລະ ການຢາ ຫວຽດນາມ ແນະນຳ ໃຫ້ແກ່ພະນັກງານກະສິກຳແຂວງ ຖ໋າຍງວຽນ ກ່ຽວກັບຕົວແບບການປູກພືດສະໝຸນໄພ ຕາມທິດຍືນຍົງ. ພາບ: ຮວ່າງຮ່າ/VNP

 ເປົ້າໝາຍແມ່ນ ນັບແຕ່ການປູກ, ອະນຸລັກຮັກສາ, ພັດທະນາ ເຖິງລະ ບົບ ການປຸງແຕ່ງ ຕົ້ນຢາສະໝຸນໄພ ເປັນຜະລິດຕະພັນ ອາຫານເສີມ ແລະ ຫຼາຍກວ່ານັ້ນແມ່ນ ຢາປົວພະຍາດ ໃຫ້ແກ່ຊາວ ຫວຽດນາມ, ຢືນຢັນ ເຄື່ອງໝາຍການຄ້າ ພືດຢາສະໝຸນໄພ ຫວຽດນາມ. ໃນເບື້ອງຕົ້ນ, ຕົວແບບ ຂອງສະຫະພັນ ສະຫະກອນ ກະສິກຳອິນຊີ ແລະ ການ ຢາ ຫວຽດນາມ ໄດ້ມີບັນດາຜະລິດຕະພັນພືດຢາ ອັນລ້ຳຄ່າ, ຫາຍາກໄດ້ຮັບການຕອບຮັບ ຈາກຕະຫຼາດ ເປັນຢ່າງດີຄື: ຊາດອກເຫຼືອງ, ຖັງເຊົ່າ, ເຍິດແບກຫງອກ ຕື໊ວ..., ໃນນັ້ນມີ ຊາດອກເຫຼືອງ ທີ່ມີຄຸນນະ ພາບທີ່ດີເລີດ ຊຶ່ງບໍລິສັດ ນາມຟາດ ໄດ້ຮັບການຊື້ທັງໝົດ ແລະ ຮ່ວມເດີນທາງ.


ໂດຍເຫັນໄດ້ຄຸນຄ່າ ຂອງ ຊັບພະຍາກອນ ຕົ້ນຢາສະໝຸນໄພ, ນັບຕັ້ງ ແຕ່ນັ້ນ ວຽກງານປົກປັກຮັກສາ ແລະ ພັດທະນາ ແນວພັນແບບຍືນຍົງໄດ້ປະຕິບັດເປັນຢ່າງດີ, ຮ່າໂນ້ຍ ຫາກໍ່ປະກາດ ແຜນພັດທະນາ ພືດຢາສະໝຸນໄພ ໄລຍະ 2024-2025. ຕາມນັ້ນແລ້ວ, ຮ່າໂນ້ຍ ໃຫ້ບຸລິ ມະສິດພັດທະນາຕົ້ນຢາສະໝຸນໄພ 16 ປະເພດຄື: ຊາດອກເຫຼືອງ, ສາຍນນໍ້າເຜີ້ງ, ດິງລັງ, ໝາກແຄ້ງຂົມ, ຫຍ້າໜວດແມວ, ຜັກສະເພົາ, ຫຍ້າຫວານ, ໂຫລະພາ, ເບນຈາມາດ, ຂີ້ໝີ້ນເຫຼືອງ, ຂີງ, ຖັງເຊົ່າ... 

 

ໂດຍເຫັນໄດ້ຄຸນຄ່າ ຂອງ ຊັບພະຍາກອນ ຕົ້ນຢາສະໝຸນໄພ, ນັບຕັ້ງ ແຕ່ນັ້ນ ວຽກງານປົກປັກຮັກສາ ແລະ ພັດທະນາ ແນວພັນແບບຍືນຍົງໄດ້ປະຕິບັດເປັນຢ່າງດີ, ຮ່າໂນ້ຍ ຫາກໍ່ປະກາດ ແຜນພັດທະນາ ພືດຢາສະໝຸນໄພ ໄລຍະ 2024-2025. ຕາມນັ້ນແລ້ວ, ຮ່າໂນ້ຍ ໃຫ້ບຸລິ ມະສິດພັດທະນາຕົ້ນຢາສະໝຸນໄພ 16 ປະເພດຄື: ຊາດອກເຫຼືອງ, ສາຍນນໍ້າເຜີ້ງ, ດິງລັງ, ໝາກແຄ້ງຂົມ, ຫຍ້າໜວດແມວ, ຜັກສະເພົາ, ຫຍ້າຫວານ, ໂຫລະພາ, ເບນຈາມາດ, ຂີ້ໝີ້ນເຫຼືອງ, ຂີງ, ຖັງເຊົ່າ... 

ປັດຈຸ​ບັນ, ຮ່າ​ໂນ້ຍ ມີ​ເນື້ອ​ທີ່ ປູກພືດສະໝຸນໄພ ​ປະມານ 250 ​ເຮັກ ຕາ, ​ຕົ້ນຕໍ ​ແມ່ນຢູ່​ບັນດາ​ເມືອງ, ເທດສະບານ​ຄື: ​ຊອັກເຊີນ, ຝູຊວຽນ, ດົງ​ແອັງ, ເຊີນ​ໄຕ, ກວັກ​ອວາຍ, ​ເຈືອງ​ໝີ໊ ​ແລະ ບາ​ວີ່. ບັນດາພືດສະໝຸນໄພ ມີຫຼາກຫຼາຍຄື: ໝາກແຄ້ງຂົມ, ສາຍນນໍ້າເຜິ້ງ, ດິງລັງ, ຊາດອກເຫຼືອງ, ດອກຊ້ອນ... ພິເສດແມ່ນແຫຼ່ງແນວພັນພືດຢາສະໝຸນໄພ ທີ່ປູກຢູ່ພື້ນທີ່ ຮ່າໂນ້ຍ ແມ່ນມີຄວາມຫຼາກຫຼາຍ ດ້ວຍແຫຼ່ງພັນທຸກຳກວ່າ 170 ຊະນິດ, ໄດ້ຮັບການປູກ ລວມສູນຢູ່ສອງເມືອງ ຊອັກເຊີນ ແລະ ບາວີ່. ນີ້ແມ່ນສອງເມືອງພູດອຍ ມີປ່າ, ມີສະພາບອາກາດ ທີ່ເໝາະ​ສົມ ​ສໍາ​ລັບ​ການ​ຂະ​ຫຍາຍ​ຕົວ​ ຂອງ​ ຕົ້ນ​ຢາສະໝຸນໄພ​.

 

ທ່ານນາງ ຫງວຽນທິທູຮັ່ງ, ຫົວໜ້າສາຂາ ຄຸ້ມຄອງ ຄຸນນະພາບ, ການປຸງແຕ່ງ ແລະ ພັດທະນາຕະຫຼາດ ຮ່າໂນ້ຍ ໃຫ້ຮູ້ວ່າ: “ນັບແຕ່ປີ 2020, ຮ່າໂນ້ຍ ໄດ້ທົດລອງ ບັນດາຕົວແບບ ປູກພືດສະໝຸນໄພ ຕາມທິດຍືນຍົງ, ໝັ້ນຄົງ. ບັນດາຕົວແບບນີ້ ມີປະສິດທິຜົນໃນເບື້ອງຕົ້ນ, ສ້າງ ການເຊື່ອມຕໍ່, ຕິດພັນ ການຜະລິດ ກັບການບໍລິໂພກ ແລະ ປຸງແຕ່ງຕົ້ນຢາສະໝຸນໄພ, ປະກອບສ່ວນ ເພີ່ມລາຍຮັບ ໃຫ້ປະຊາຊົນ”.


ທ່ານ ຕ້າວັນເຕື່ອງ, ຮອງຜູ້ອຳນວຍການ ພະແນກກະສິກຳ ແລະ ພັດ ທະນາຊົນນະບົດ ຮ່າໂນ້ຍ ໃຫ້ຮູ້ວ່າ: ນະຄອນ ໄດ້ກຳນົດທິດ ພັດທະ ນາ ເຂດປູກຕົ້ນຢາສະໝຸນໄພ ແລະ ສ້າງລະບົບຕ່ອງໂສ້ການຜະລິດ, ເກັບຮັກສາ ແລະ ປຸງແຕ່ງ ແມ່ນວຽກງານຍຸດທະສາດ ແລະ ເປັນໃຈກາງ ເພື່ອນຳ ຕົ້ນຢາສະໝຸນໄພ ກາຍເປັນໜຶ່ງ ໃນບັນດາປະເພດພືດ ທີ່ເປັນທ່າແຮງ ເທື່ອລະກ້າວ. 

ບົດ ແລະ ພາບ: ຮວ່າງຮ່າ - ແປໂດຍ: ບິກລຽນ


top