ຮ່ອງຮອຍປະຫວັດສາດ ແລະ ອະທິປະໄຕ ໃນງານວາງສະແດງ “ຮວ່າງຊາ, ເຈື່ອງຊາ – ປະເທດຊາດໃນຫົວຄື້ນ”

ຮ່ອງຮອຍປະຫວັດສາດ ແລະ ອະທິປະໄຕ ໃນງານວາງສະແດງ “ຮວ່າງຊາ, ເຈື່ອງຊາ – ປະເທດຊາດໃນຫົວຄື້ນ”

ເມື່ອບໍ່ດົນມານີ້, ທີ່ທ່າເຮືອທະຫານ ກາມຣານ, ກອງບັນຊາການເຂດ 4 ກອງທັບເຮືອ ໄດ້ສົມທົບກັບກົມການເມືອງກອງທັບເຮືອ, ສະໂມສອນນັກຂ່າວພາບ ຮ່າໂນ້ຍ, ສູນເກັບຮັກສາເອກະສານແຫ່ງຊາດ IV ຈັດພິທີເປີດງານວາງສະແດງ “ຮວ່າງຊາ, ເຈື່ອງຊາ – ປະເທດຊາດໃນຫົວຄື້ນ” ແລະ “ກອງທັບເຮືອປະຊາຊົນ ຫວຽດນາມ ຜູ້ມີໄຊ – 70 ປີແຫ່ງການປົກປ້ອງທະເລ”. ນີ້ແມ່ນກິດຈະກຳເນື່ອງໃນໂອກາດ 50 ປີແຫ່ງການປົດປ່ອຍໝູ່ເກາະ ເຈື່ອງຊາ (29/4/1975) ແລະ 70 ປີແຫ່ງການສ້າງຕັ້ງກອງທັບເຮືອປະຊາຊົນ ຫວຽດນາມ (7/5/1955).

ບັນດາຜູ້ແທນຕັດແຖບຜ້າເປີດງານວາງສະແດງ.

ພັນເອກ ຫງວຽນຮືວມິນ, ຮອງຫົວໜ້າກົມການເມືອງເຂດ 4 ກອງທັບເຮືອ ກ່າວຄຳເຫັນເປີດງານວາງສະແດງ.

ງານວາງສະແດງໄດ້ນຳສະເໜີເອກະສານ, ຮູບພາບ, ແຜນທີ່ 200 ສະບັບ ຈາກສູນເກັບຮັກສາເອກະສານແຫ່ງຊາດ ຫວຽດນາມ, ພິພິທະພັນປະຫວັດສາດການທະຫານຫວຽດນາມ, ພິພິທະພັນທະຫານເຮືອ ພ້ອມທັງເອກະສານທີ່ເກັບກຳມາຈາກບັນດາອົງການເກັບຮັກສາເອກະສານ, ຫໍສະໝຸດແຫ່ງຊາດ ສ ອາເມລິກາ, ຝຣັ່ງ… ນອກຈາກນັ້ນ, ຍັງໄດ້ມີການເປີດເຜີຍເອກະສານຫຼາຍສະບັບກ່ຽວກັບ ຮວ່າງຊາ ໃນຫ້ອງເກັບຮັກສາເອກະສານແຫ່ງຊາດຫວຽດນາມ ຕັ້ງແຕ່ສະຕະວັດທີ XIX ຈົນເຖິງປະຈຸບັນ ເປັນຄັ້ງທຳອິດ. ໃນນັ້ນ ມີເອກະສານ ແຜ່ນພິມດ້ວຍໄມ້ ຂອງລາຊະວົງ ຫງວຽນ, ຮູບພາບ ຮວ່າງຊາ ຕັ້ງແຕ່ຊຸມປີ 1930…

ຜູ້ຕາງໜ້າສະໂມສອນນັກຂ່າວພາບ ຮ່າໂນ້ຍ ແນະນຳກ່ຽວກັບຜົນງານຂອງສະມາຊິກສະໂມສອນໃຫ້ແກ່ພະນັກງານ, ນັກຮົບເຂດ 4ກອງທັບເຮືອ.


ໂດຍສະເພາະ, ງານວາງສະແດງຍັງໄດ້ນຳສະເໜີຮູບພາບຂ່າວ 50 ຮູບ, ເຊິ່ງຖ່າຍທອດໂດຍສະມາຊິກສະໂມສອນນັກຂ່າວພາບ ຮ່າໂນ້ຍ ຕັ້ງແຕ່ປີ 2009 ຈົນເຖິງປະຈຸບັນ. ຮູບພາບ 50 ຮູບນັ້ນ ໄດ້ສ່ອງແສງໃຫ້ເຫັນຢ່າງຈະແຈ້ງ ແລະ ມີຊີວິດຊີວາ ກ່ຽວກັບໝູ່ເກາະ ເຈື່ອງຊາ ຕັ້ງແຕ່ການຝຶກຊ້ອມຮົບ, ການເຄື່ອນໄຫວ, ຊີວິດປະຈຳວັນ… ຂອງບັນດານັກຮົບ ແລະ ປະຊາຊົນ ຈົນເຖິງຄວາມຫຍຸ້ງຍາກລຳບາກໃນເສັ້ນທາງປົກປັກຮັກສາອະທິປະໄຕອັນສັກສິດຂອງທະເລ ແລະ ເກາະແກ່ງຂອງປະເທດຊາດ.

ຮູບຖ່າຍ “ນັກຮົບໜຸ່ມ” ຂອງນັກຂ່າວ ເຈິ່ນຮວນ-ໜັງສືພິມວັດທະນະທຳ.

ຮູບຖ່າຍ “ພະນັກງານ, ນັກຮົບ ແລະ ປະຊາຊົນຢູ່ເກາະເຈື່ອງຊາເລີນ ອຳລາຄະນະຜູ້ແທນ” ຂອງນັກຂ່າວ ດິງດຶກຕຸ່ງ-ໜັງສືພິມກະສິກຳ ຫວຽດນາມ.


ສະໂມສອນນັກຂ່າວພາບ ຮ່າໂນ້ຍ ເປັນອົງການວິຊາຊີບສັງກັດ ສະມາຄົມນັກຂ່າວ ຮ່າໂນ້ຍ, ເຊິ່ງລວບລວມເອົາບັນດາຜູ້ທີ່ເຮັດວຽກດ້ານການຖ່າຍຮູບຂ່າວຢູ່ນະຄອນຫຼວງ, ສ້າງຕັ້ງຂຶ້ນດ້ວຍເປົ້າໝາຍເຊື່ອມຕໍ່ ແລະ ພັດທະນາ ວິຊາຊີບ ໃຫ້ແກ່ສະມາຊິກ. ສ້າງຕັ້ງຂຶ້ນໃນຊຸມປີຕົ້ນຂອງສະຕະວັດທີ XXI, ສະໂມສອນໄດ້ກາຍເປັນພື້ນທີ່ສຳຄັນໃຫ້ບັນດານັກຂ່າວພາບ ໄດ້ແລກປ່ຽນປະສົບການ, ຍົກສູງທັກສະວິຊາຊີບ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນການເຮັດວຽກ. ສະໂມສອນໄດ້ມີກິດຈະກຳທີ່ໂດດເດັ່ນຫຼາຍຢ່າງ ເຊັ່ນ: ການຈັດງານວາງສະແດງຮູບພາບທີ່ມີຊື່ວ່າ “ຮ່ອງຮອຍ” - ໂດຍມີງານວາງສະແດງຈັດຂຶ້ນໃນປີ 2017, 2019 ແລະ 2022. ຜ່ານບັນດາກິດຈະກຳ ເຊັ່ນ: ກອງປະຊຸມຝຶກອົບຮົມ, ງານວາງສະແດງ ແລະ ຊຸດຝຶກອົບຮົມ, ສະໂມສອນໄດ້ມີບົດບາດສຳຄັນໃນການຮັກສາ ແລະ ພັດທະນາສິລະປະການຖ່າຍຮູບຂ່າວຢູ່ ຮ່າໂນ້ຍ ແລະ ທົ່ວປະເທດ. ສະມາຊິກບໍ່ພຽງແຕ່ເປັນນັກຂ່າວພາບ ມືອາຊີບຈາກບັນດາສຳນັກຂ່າວເທົ່ານັ້ນ, ຫາກຍັງລວມເຖິງນັກສຶກສາ, ນັກຮຽນ ແລະ ຜູ້ທີ່ມີຄວາມມັກຮັກໃນການຖ່າຍຮູບ, ສ້າງເປັນຊຸມຊົນທີ່ມີຄວາມຫຼາກຫຼາຍ ແລະ ມີຊີວິດຊີວາ. ດ້ວຍການບັນທຶກ ແລະ ເກັບຮັກສາບັນດາຊ່ວງເວລາສຳຄັນຂອງຊີວິດສັງຄົມ, ສະໂມສອນນັກຂ່າວພາບ ຮ່າໂນ້ຍ ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການສະທ້ອນ ແລະ ໂຄສະນາເຜີຍແຜ່ບັນດາເຫດການໃຫຍ່ຂອງປະເທດຊາດ, ບັນຫາຮ່ວມສະໄໝ ຜ່ານພາສາຮູບພາບທີ່ເຂັ້ມແຂງ ແລະ ສ້າງສັນ.

ຮູບຖ່າຍ “ພິທີເຄົາລົບທຸງຊາດຢູ່ ເຈື່ອງຊາເລີນ” ຂອງນັກຂ່າວ ຫວຽດຈຸງ - ໜັງສືພິມກອງທັບປະຊາຊົນ.

ຮູບຖ່າຍ “ຕ້ອນຮັບຄະນະຜູ້ແທນຢ້ຽມຢາມເກາະ” ຂອງນັກຂ່າວ ຫງວຽນຕຽ໋ນແອັງຕວ໋ນ ໜັງສືພິມເອເລັກໂຕຣນິກເຢິນຈີ.


ກ່າວຄຳເຫັນໃນພິທີເປີດ, ພັນເອກ ຫງວຽນຮືວມິນ, ຮອງຫົວໜ້າກົມການເມືອງເຂດ 4 ກອງທັບເຮືອ ໃຫ້ຮູ້ວ່າ: “ນີ້ແມ່ນງານວາງສະແດງທີ່ມີຄວາມໝາຍສຳຄັນເປັນພິເສດ, ພະນັກງານ ແລະ ນັກຮົບເຂດ 4 ກອງທັບເຮືອ ມີຄວາມຄາດຫວັງ ແລະ ຕ້ອນຮັບເຫດການນີ້ ເປັນຢ່າງຍິ່ງ”.

ຮູບຖ່າຍ “ຕາເວັນຕົກຢູ່ເກາະ ນາມອຽດ” ຂອງນັກຂ່າວ ດິງຈ້ອງຫາຍ-ໜັງສືພິມກອງທັບປະຊາຊົນ.


ງານວາງສະແດງຊ່ວຍໃຫ້ພະນັກງານ ແລະ ນັກຮົບທົ່ວເຂດເຂົ້າໃຈຢ່າງເລິກເຊິ່ງ ແລະ ຄົບຖ້ວນກວ່າເກົ່າ ກ່ຽວກັບຄວາມໝາຍ, ຂະໜາດອັນຍິ່ງໃຫຍ່, ຄຸນຄ່າປະຫວັດສາດອັນໃຫຍ່ຫຼວງຂອງໄຊຊະນະ ລະດູບານໃໝ່ ປີ 1975 ໂດຍລວມ ແລະ ການປົດປ່ອຍ ເຈື່ອງຊາ ໂດຍສະເພາະ ກໍຄືເສັ້ນທາງ 70 ປີ ແຫ່ງການປົກປ້ອງທະເລຂອງກອງທັບເຮືອປະຊາຊົນ ຫວຽດນາມ”.

ຜ່ານງານວາງສະແດງ, ບັນດາພະນັກງານ, ນັກຮົບ, ປະຊາຊົນ, ນັກຮຽນ, ນັກສຶກສາ… ພ້ອມກັນສືບຕໍ່ຮັກສາຄວາມເຊື່ອໝັ້ນ, ຄວາມພາກພູມໃຈຕໍ່ປະເພນີອັນສະຫງ່າລາສີຂອງຊາດ, ກອງທັບ, ກອງທັບເຮືອ ເພື່ອປະຕິບັດສຳເລັດໜ້າທີ່ປົກປ້ອງອະທິປະໄຕຂອງທະເລ, ເກາະແກ່ງ, ໄຫຼ່ທະວີບອັນສັກສິດຂອງປະເທດຊາດ./.

ບົດ ແລະ ພາບໂດຍ: ກົງດາດ/VNP- ແປໂດຍ: ຢືຟຽນ


top