ຮ່ວມແຮງຮ່ວມໃຈ ສ້າງອະນາຄົດ ໃຫ້ແກ່ເດັກນ້ອຍ ຫວຽດນາມ

ຮ່ວມແຮງຮ່ວມໃຈ ສ້າງອະນາຄົດ ໃຫ້ແກ່ເດັກນ້ອຍ ຫວຽດນາມ

ພາຍຫຼັງປະຕິບັດໜ້າທີ່ ຢູ່ ຫວຽດນາມ ເປັນເວລາ 2 ປີ ກວ່າ, ທ່ານນາງ Silvia Danailov, ຫົວໜ້າຜູ້ຕາງໜ້າ UNICEF ປະຈຳ ຫວຽດນາມ ໄດ້ສະແດງຄວາມປະທັບໃຈຢ່າງເລິກເຊິ່ງ ຕໍ່ຄວາມຫວັງໃນແງ່ດີ, ຄວາມມຸ່ງຫວັງ ໃນການພັດທະນາ ແລະ ຄຳໝັ້ນສັນຍາ ຢ່າງແຮງກ້າ ຂອງ ຫວຽດນາມ ທີ່ມີຕໍ່ເດັກນ້ອຍ. ທ່ານນາງ ກ່າວວ່າ ເມື່ອສັງຄົມໜຶ່ງເລືອກລົງທຶນ ໃຫ້ແກ່ເດັກນ້ອຍ, ນັ້ນຄືພື້ນຖານ ໃຫ້ແກ່ຄວາມກ້າວໜ້າທີ່ຍືນຍົງ ແລະ ອະນາຄົດ ທີ່ຮຸ່ງເຮືອງສີວິໄລຂອງຊາດ...

ທ່ານນາງ Silvia Danailov, ຫົວໜ້າຜູ້ຕາງໜ້າ UNICEF ປະຈຳ ຫວຽດນາມ ມີປະສົບການເຮັດວຽກ 25 ປີ ຢູ່ທົ່ວໂລກ ແລະ ປັດຈຸບັນປະຕິບັດໜ້າທີ່ຢູ່ ຫວຽດນາມ. ພາບ: ແທງຢາງ/VNP

ຕະຫຼອດ 25 ປີ ທີ່ເຮັດວຽກຮ່ວມກັບ UNICEF ຢູ່ຫຼາຍປະເທດ, ທ່ານນາງ Silvia Danailov ໃຫ້ຮູ້ວ່າ ຫວຽດນາມ ໄດ້ສ້າງຄວາມປະທັບໃຈເປັນພິເສດ ໃຫ້ແກ່ທ່ານນາງ. ນັບຕັ້ງແຕ່ມື້ທຳອິດ ທີ່ເຂົ້າຮັບຕຳແໜ່ງ, ທ່ານນາງ ສຳຜັດໄດ້ເຖິງພະລັງທີ່ດີ ແລະ ຈິດໃຈມອງໂລກໃນແງ່ດີ ທີ່ແຜ່ຂະຫຍາຍ ຢູ່ໃນການພົບປະຕ່າງໆ, ຢູ່ບັນດາອົງການຈັດຕັ້ງ ກໍຄືໃນການດຳລົງຊີວິດ ປະຈຳວັນ.  

ຕາມທ່ານນາງ ແລ້ວ, ຫວຽດນາມ ພວມກ້າວເຂົ້າສູ່ໄລຍະແຫ່ງການພັດທະນາ ຢ່າງແຂງແຮງ ດ້ວຍວິໄສທັດທີ່ຈະແຈ້ງ ແລະ ຄວາມມຸ່ງຫວັງໃນການປະຕິຮູບ. ນອກນັ້ນ, ຄົນ ຫວຽດນາມ, ໂດຍສະເພາະແມ່ນຄົນຮຸ່ນໜຸ່ມ ໄດ້ສະແດງໃຫ້ເຫັນເຖິງຄວາມຫ້າວຫັນ, ຄວາມດຸໝັ່ນຂະຫຍັນພຽນ ແລະ ຄວາມເປັນກັນເອງ, ສ້າງຄວາມມີຊີວິດຊີວາໃຫ້ແກ່ສັງຄົມທີ່ພວມມີຄວາມໝັ້ນໃຈ ໃນການເຊື່ອມໂຍງເຂົ້າກັບສາກົນ.

ທ່ານນາງ Silvia Danailov, ຫົວໜ້າຜູ້ຕາງໜ້າ UNICEF ປະຈຳ ຫວຽດນາມ ເຂົ້າຮ່ວມພິທີລົງນາມ ເອກະສານການຮ່ວມມື ກັບ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ສະຖານທູດ ຍີ່ປຸ່ນ. ພາບ: ແທງຢາງ/VNP
ທ່ານນາງ Silvia Danailov, ຫົວໜ້າຜູ້ຕາງໜ້າ UNICEF ປະຈຳ ຫວຽດນາມ ເຮັດວຽກກັບບັນດາຄູ່ຮ່ວມມື ຢູ່ສະຖານທູດ ຍີ່ປຸ່ນ ແລະ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ກ່ຽວກັບການ ປົກປ້ອງ ເດັກນ້ອຍ ເພື່ອຮັບມືກັບໄພທຳມະຊາດ. ພາບ: ແທງຢາງ/VNP

ພຽງບໍ່ເທົ່າໃດເດືອນ ຫຼັງຈາກທ່ານນາງ ເລີ່ມຕົ້ນການປະຕິບັດງານ, ພະຍຸ ຢາກິ (Yagi), ເຊິ່ງເປັນໜຶ່ງໃນພະຍຸ ທີ່ຮຸນແຮງທີ່ສຸດ ໃນຮອບຫຼາຍທົດສະວັດ, ໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງ ຢູ່ຫຼາຍທ້ອງຖິ່ນ. ໃນການເດີນທາງໄປຢ້ຽມຢາມ ເຂດທີ່ໄດ້ຮັບຜົນກະທົບ, ທ່ານນາງ ໄດ້ພົບກັບຄອບຄົວທີ່ສູນເສຍບ້ານເຮືອນ, ໂຮງຮຽນ ແລະ ພາຫະນະ ຄອງຊີບ. ເຖິງຢ່າໃດກໍຕາມ, ສິ່ງທີ່ເຮັດໃຫ້ທ່ານນາງ ຕື້ນຕັນໃຈທີ່ສຸດ ກໍຄື ຈິດໃຈທີ່ເຂັ້ມແຂງ ຂອງ ປະຊາຊົນ.  

ທ່ານນາງ Silvia Danailov ໄດ້ແບ່ງປັນວ່າ: “ເຖິງຢູ່ໃນສະພາບ ທີ່ຫຍຸ້ງຍາກທີ່ສຸດ, ເດັກນ້ອຍຍັງຄົງຮັກສາ ຮອຍຍິ້ມ ແລະ ບຳລຸງລ້ຽງຄວາມຝັນ, ສ່ວນບັນດາຄອບຄົວ ໄດ້ພະຍາຍາມລຸກຂຶ້ນ ເພື່ອສ້າງຊີວິດການເປັນຢູ່ ຄືນໃໝ່”.

ປະສົບການເຫຼົ່ານັ້ນ ໄດ້ຊ່ວຍໃຫ້ທ່ານນາງ ເຫັນແຈ້ງຍິ່ງຂຶ້ນກ່ຽວກັບ ຫວຽດນາມ ໃນປັດຈຸບັນ, ເປັນປະເທດທີ່ພວມມີຄວາມໝັ້ນໃຈໃນການຫັນເປັນທັນສະໄໝ, ສະເໝີຕົ້ນສະເໝີປາຍໃນການປະຕິບັດຕາມຄວາມກ້າວໜ້າທາງສັງຄົມ, ພ້ອມທັງຍັງຄົງຮັກສາເອກະລັກທາງວັດທະນະທຳ ແລະ ເປີດກວ້າງສູ່ໂລກ.

ທ່ານນາງ Silvia Danailov, ຫົວໜ້າຜູ້ຕາງໜ້າ UNICEF ແລະ ທ່ານ ອິໂຕ ນາໂອກິ (ITO Naoki), ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ ລົງນາມໃນໂຄງການ “ເສີມສ້າງຄວາມອາດສາມາດ ໃນການຮັບມື ກັບຄວາມສ່ຽງ ຈາກໄພທຳມະຊາດ ແລະ ການປ່ຽນແປງຂອງດິນຟ້າອາກາດ ໃຫ້ແກ່ເດັກນ້ອຍ ໂດຍຜ່ານການສຶກສາ ແບບມີສ່ວນຮ່ວມ ເພື່ອຫຼຸດຜ່ອນຄວາມສ່ຽງຈາກໄພທຳມະຊາດ ຢູ່ ຫວຽດນາມ”. ພາບ: ແທງຢາງ/VNP
ການຮ່ວມມື ລະຫວ່າງ UNICEF, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ສະຖານທູດ ຍີ່ປຸ່ນ ໃນໂຄງການ “ເສີມສ້າງຄວາມອາດສາມາດ ໃນການຮັບມືກັບຄວາມສ່ຽງຈາກໄພທຳມະຊາດ ແລະ ການປ່ຽນແປງຂອງດິນຟ້າອາກາດ ໃຫ້ແກ່ເດັກນ້ອຍ ໂດຍຜ່ານການສຶກສາ ແບບມີສ່ວນຮ່ວມ ເພື່ອຫຼຸດຜ່ອນຄວາມສ່ຽງຈາກໄພທຳມະຊາດ ຢູ່ ຫວຽດນາມ”. ພາບ: ແທງຢາງ/VNP
 

ທ່ານນາງ Silvia Danailov ກ່າວວ່າ ບັນດາການປະຕິຮູບ ຂອງຫວຽດນາມ ໃນຂົງເຂດການສຶກສາ ແລະ ການຄຸ້ມຄອງສັງຄົມ ເມື່ອບໍ່ດົນມານີ້ ໄດ້ສະແດງໃຫ້ເຫັນເຖິງທິດທາງທີ່ແຂງແຮງ ເພື່ອມຸ່ງໄປສູ່ລະບົບການພັດທະນາ ທີ່ກວມລວມ ແລະ ຍືນຍົງ. ການຍົກເວັ້ນຄ່າຮຽນສາຍສາມັນ ແລະ ການປະກາດໃຊ້ ກົດໝາຍວ່າດ້ວຍ ຄູອາຈານ ສະບັບທຳອິດ ແມ່ນບາດກ້າວທີ່ສຳຄັນ ເພື່ອແນໃສ່ປັບປຸງຖານະບົດ ບາດຂອງການສຶກສາ ແລະ ຍ້ອງຍໍຊົມເຊີຍ ຖັນແຖວຄູອາຈານ.  

ບັນດາມະຕິ ຂອງ ຫວຽດນາມ ເຊັ່ນ: ມະຕິເລກທີ 71 ກ່ຽວກັບການສ້າງບາດກ້າວບຸກທະລຸ ໃນການພັດທະນາການສຶກສາ ແລະ ກໍ່ສ້າງ, ມະຕິເລກທີ 57 ກ່ຽວກັບການສ້າງບາດກ້າວບຸກທະລຸ ໃນການພັດທະ ນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນ ດີຈີຕອນແຫ່ງຊາດ ໄດ້ເປີດໂອກາດໃຫ້ເດັກນ້ອຍ ເຂົ້າເຖິງຄວາມຮູ້ທົ່ວໂລກ, ພ້ອມທັງປະກອບທັກສະທີ່ຈຳເປັນ ໃນຍຸກດີຈີຕອນ ແລະ ປັນຍາປະດິດ (AI).

ທ່ານນາງ Silvia Danailov ຮ່ວມກັບ ທ່ານ ເລແທ່ງລອງ, ຮອງນາຍົກລັດຖະມົນຕີ ໃນພິທີສະເຫຼີມສະຫຼອງ 50 ປີ ແຫ່ງການຮ່ວມມື ຫວຽດນາມ - UNICEF. ພາບ: ເອກະສານ UNICEF
ທ່ານນາງ Silvia Danailov ໃນພິທີໃຫ້ຄຳໝັ້ນສັນຍາ ສະໜັບສະໜູນທຶນ ເພື່ອຊ່ວຍເຫຼືອສຸກເສີນ ແລະ ຟື້ນຟູລະບົບນ້ຳສະອາດ ແລະ ສຸຂະອະນາໄມ ໃຫ້ແກ່ບັນດາແຂວງ, ນະຄອນ ທີ່ໄດ້ຮັບຜົນກະທົບຈາກ ພະຍຸ ຢາກິ (Yagi) ຂອງ UNICEF. ພາບ: ເອກະສານ
ຖ່າຍຮູບຮ່ວມກັບບັນດາຄູ່ຮ່ວມງານ ຂອງ UNICEF ເພື່ອເປັນທີ່ລະລຶກ. ພາບ: ເອກະສານ

ຄຽງຂ້າງນັ້ນ, ຫວຽດນາມ ໄດ້ໃຫ້ຄວາມສຳຄັນເປັນພິເສດ ໃນການລົງທຶນ ໃຫ້ແກ່ເດັກນ້ອຍ ນັບຕັ້ງແຕ່ຊຸມປີທຳອິດຂອງຊີວິດ. ບັນດານະໂຍບາຍເຜີຍແຜ່ການສຶກສາຊັ້ນອະນຸບານ ທົ່ວໄປ ແລະ ການຊ່ວຍເຫຼືອເດັກນ້ອຍຢູ່ບັນດາເຂດອຸດສາຫະກຳ, ເຂດຕົວເມືອງ ໄດ້ປະກອບສ່ວນຮັບປະກັນວ່າ ເດັກນ້ອຍທີ່ມີເງື່ອນໄຂຫຍຸ້ງຍາກ ຈະບໍ່ຖືກປະໄວ້ຢູ່ເບື້ອງຫຼັງ. ເມື່ອການສຶກສາ ທີ່ມີຄຸນນະພາບ ໄດ້ປະສົມປະສານກັບໂພຊະນາການ ແລະ ການເບິ່ງແຍງທີ່ຮອບດ້ານ, ເດັກ ນ້ອຍຈະມີເງື່ອນໄຂພັດທະນາ ໄດ້ດີທີ່ສຸດ ທັງທາງດ້ານຮ່າງກາຍ ແລະ ສະຕິປັນຍາ.  

UNICEF ໄດ້ຮ່ວມເດີນທາງກັບ ຫວຽດນາມ ໃນຂົງເຂດການສຶກສາຕະຫຼອດໄລຍະເວລາ 50 ປີ ຜ່ານມາ, ປະກອບສ່ວນຊຸກຍູ້ຄວາມກ້າວໜ້າທີ່ສຳຄັນຫຼາຍຢ່າງ. ອັດຕາເດັກນ້ອຍທີ່ໄປໂຮງຮຽນ ນັບມື້ນັບເພີ່ມຂຶ້ນ, ຄວາມສະເໝີພາບ ລະຫວ່າງຍິງ-ຊາຍ ໄດ້ຮັບການຮັກສາຢ່າງໝັ້ນຄົງ ໃນລະດັບປະຖົມສຶກສາ ແລະ ມັດທະຍົມຕອນຕົ້ນ, ໃນຂະນະທີ່ນັກຮຽນ ຫວຽດນາມ ບັນລຸໄດ້ຜົນງານສູງ ໃນການຕີລາຄາການຮຽນຮູ້ ໃນລະດັບພາກພື້ນ ແລະ ສາກົນ.

 

- ທ່ານນາງ Silvia Danailov ຖືສອງສັນຊາດ ຄື ແຊັກບີ ແລະ ສະວິດ.

- ຈົບປະລິນຍາຕີ ສາຂາວິທະຍາສາດ ການເມືອງ ແລະ ປະລິນຍາໂທ ສາຂາ ກົດໝາຍ ລະຫວ່າງປະເທດ ສາທາລະນະ.

- ເຂົ້າຮັບຕໍາແໜ່ງຫົວໜ້າຜູ້ຕາງໜ້າ UNICEF ປະຈຳ ຫວຽດນາມ ແຕ່ເດືອນ ສິງຫາ ປີ 2024.

- ມີປະສົບການຫຼາຍກວ່າ 25 ປີ ໃນຂົງເຂດການພັດທະນາ ແລະ ການເຄື່ອນໄຫວມະນຸດສະທຳ ຢູ່ຫຼາຍປະເທດ. ທ່ານນາງ ໃຫ້ຄຳໝັ້ນສັນຍາ ຈະຊຸກຍູ້ການປົກປ້ອງ, ເບິ່ງແຍງດູແລ ແລະ ຍົກສູງສິດຜົນ ປະໂຫຍດ ໃຫ້ແກ່ເດັກນ້ອຍ ແລະ ແມ່ຍິງ

 

 

ທ່ານນາງ Silvia Danailov ສົນທະນາກັບເດັກນ້ອຍ ຫວຽດນາມ. ພາບ: ເອກະສານ UNICEF
 

ໃນຊຸມປີມໍ່ໆ ມານີ້, UNICEF ໄດ້ສົມທົບກັບກະຊວງສຶກສາ ແລະ ບຳລຸງສ້າງ ໄດ້ສ້າງລາຍການ ການສຶກສາກ່ອນໄວຮຽນແບບໃໝ່, ໂດຍຖືເອົາເດັກເປັນໃຈກາງ ແລະ ສົ່ງເສີມວິທີການຮຽນ ຜ່ານການຫຼິ້ນ, ພ້ອມທັງຊຸກຍູ້ ການສຶກສາ ຄວາມສະເໝີພາບ ລະຫວ່າງ ຍິງ - ຊາຍ ແລະ ການສຶກສາແບບມີສ່ວນຮ່ວມ ໃຫ້ແກ່ກຸ່ມເດັກນ້ອຍທີ່ດ້ອຍໂອກາດ.  

ໃນຕໍ່ໜ້າ, UNICEF ຈະສືບຕໍ່ຮ່ວມມືຢ່າງໃກ້ຊິດກັບ ຫວຽດນາມ ເພື່ອຊຸກຍູ້ການຫັນເປັນ ດີຈິີຕອນ ໃນການສຶກສາ, ຍົກສູງຄວາມສາມາດໃນການເຂົ້າເຖິງ ເຕັກໂນໂລຊີ ແລະ ສະໜັບສະໜູນ ບັນດາມາດຕະການ ປັບຕົວເຂົ້າກັບ ການປ່ຽນແປງ ຂອງດິນຟ້າອາກາດ ໂດຍຖືເອົາເດັກນ້ອຍເປັນໃຈກາງ.  

ທ່ານນາງ Silvia Danailov ກ່າວວ່າ ເມື່ອເດັກນ້ອຍທຸກຄົນ ໄດ້ຮັບ ການສຶກສາ, ພັດທະນາ ແລະ ເສີມຂະຫຍາຍທ່າແຮງຂອງຕົນເອງ, ຫວຽດນາມ ຈະມີພື້ນຖານທີ່ໝັ້ນຄົງ ເພື່ອສ້າງອະນາຄົດທີ່ກວມລວມ, ຍືນຍົງ ແລະ ຈະເລີນຮຸ່ງເຮືອງ.

ບົດ: ບິກເວິນ/VNP - ພາບ: ແທງຢາງ, ເອກະສານໂດຍຜູ້ກ່ຽວສະໜອງໃຫ້ - ແປໂດຍ: ບິກລຽນ


top