ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ແລະ ຄວາມສາມັກຄີແບບພິເສດລະຫວ່າງ ຫວຽດນາມ ແລະ ລາວ

ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ປະກອບສ່ວນເພີ່ມທະວີຄວາມສາມັກຄີ, ຄວາມໄວ້ເນື້ອເຊື່ອໃຈ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ລາວ.
ໂດຍຕອບສະໜອງຕາມຄຳເຊີນຂອງທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄປຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ແຕ່ວັນທີ 15 – 17 ພຶດສະພາ 2022.
ນີ້ແມ່ນເຫດການສຳຄັນໃນປີສາມັກຄີມິດຕະພາບຫວຽດນາມ - ລາວ 2022, ແມ່ນການຢ້ຽມຢາມ ລາວ ຢ່າງເປັນທາງການຄັ້ງທຳອິດຂອງທ່ານ ເວືອງດິ່ງເຫວ້ ໃນຖານະເປັນປະທານສະພາແຫ່ງຊາດ, ພ້ອມທັງເປັນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຕ່າງປະເທດຄັ້ງທຳອິດ ພາຍຫຼັງທີ່ ລາວ ໄດ້ຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດ ລາວ ແລະ ກອງປະຊຸມສະໄໝສາມັນເທື່ອທີ 1 ຂອງສະພາແຫ່ງຊາດຊຸດທີ IX ຢ່າງສຳເລັດຜົນ.
ການຢ້ຽມຢາມ ລາວ ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໄດ້ປະຕິບັດໃນສະພາບການສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ສືບຕໍ່ຮັດແໜ້ນ ແລະ ພັດທະນາທີ່ສຳຄັນໃນທຸກຂົງເຂດ. ດ້ວຍຄວາມໃກ້ຊິດ ແລະ ຄວາມໄວ້ເນື້ອເຊື່ອໃຈທີ່ນັບມື້ນັບເພີ່ມຂຶ້ນ, 2 ປະເທດຮັກສາການຢ້ຽມຢາມ ແລະ ການພົວພັນດ້ວຍຫຼາຍຮູບຫຼາຍແບບທີ່ຜັນແປໄປໃນສະພາບໂລກລະບາດ. 2 ຝ່າຍຍັງຮັກສາບັນດາກົນໄກຮ່ວມມື, ໃນນັ້ນມີກອງປະຊຸມຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວ. ການຮ່ວມມືດ້ານຄວາມປອດໄພ-ປ້ອງກັນປະເທດແມ່ນເສົາຄ້ຳທີ່ສຳຄັນ. ຮ່ວມມືດ້ານເສດຖະກິດ, ວັດທະນະທຳ, ວິທະຍາສາດ-ເຕັກນິກ, ການສຶກສາ-ຝຶກອົບຮົມ, ການຮ່ວມມືໃນການປ້ອງກັນ ແລະ ຄວບຄຸມໂລກລະບາດໂຄວິດ-19, ເປັນຕົ້ນແມ່ນການຮ່ວມມືລະຫວ່າງບັນດາທ້ອງຖິ່ນ ລ້ວນແຕ່ໄດ້ຮັບການພັດທະນາຢ່າງຕັ້ງໜ້າ.
ການຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດສືບຕໍ່ໄດ້ຮັບການປັບປຸງ ແລະ ເພິ່ນທະວີ, ນັບມື້ເລິກເຊິ່ງກວ່າອີກ, ແທດຈິງ ແລະ ມີປະສິດທິຜົນ. ພ້ອມກັນນັ້ນ, ສອງຝ່າຍໄດ້ແລກປ່ຽນຫຼາຍປະສົບການທີ່ສຳຄັນໃນການສ້າງກົດໝາຍ ແລະ ຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືຫຼາຍດ້ານ, ເຊັ່ນ: ການແລກປ່ຽນຄະນະຜູ້ແທນຂັ້ນສູງທຸກຂັ້ນຂອງສະພາແຫ່ງຊາດສອງປະເທດ, ຈັດຕັ້ງກອງປະຊຸມສຳມະນາ, ຊີ້ນຳປະຕິບັດບັນດາຂໍ້ຕົກລົງທີ່ໄດ້ລົງນາມລະຫວ່າງສອງປະເທດ. ສະພາແຫ່ງຊາດສອງປະເທດມີການສົມທົບກັນເປັນຢ່າງດີຢູ່ບັນດາເວທີປາໄສລັດຖະສະພາ ພາກພື້ນ ແລະ ສາກົນ. ພິເສດ, ສອງຝ່າຍໄດ້ສົມທົບກັນຢ່າງແໜ້ນແຟ້ນໃນການຜັນຂະຫຍາຍໂຄງການກໍ່ສ້າງຫໍສະພາແຫ່ງຊາດ ລາວ ຊຸດໃໝ່, ເຊິ່ງແມ່ນຂອງຂວັນຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ທີ່ມອບໃຫ້ແກ່ພັກ, ລັດ ແລະ ປະຊາຊົນ ລາວ ແລະ ໄດ້ຮັບການເປີດນຳໃຊ້ໃນເດືອນ ສິງຫາ 2021.
ການຢ້ຽມຢາມ ລາວ ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ສືບຕໍ່ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດ ທີ່ຍາມໃດກໍ່ໃຫ້ບຸລິມະສິດສູງສຸດ ແລະ ຖືເປັນສຳຄັນການພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ; ຢືນຢັນການສະໜັບສະໜູນຢ່າງແຂງແຮງ ແລະ ຮອບດ້ານຂອງ ຫວຽດນາມ ໃນພາລະກິດປ່ຽນໃໝ່, ກໍ່ສ້າງ ແລະ ພັດທະນາປະເທດ ລາວ, ປະກອບສ່ວນໜູນຊ່ວຍປະເທດ ລາວ ປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນປະຊາຊົນປະຕິວັດ ລາວ ຄັ້ງທີ XI ໃຫ້ສຳເລັດຜົນ ແລະ ແຜນການພັດທະນາເສດຖະກິດ - ສັງຄົມໃນໄລຍະ 2021-2025.
ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ທີ່ມາຢ້ຽມຢາມຢ່າງເປັນທາງການ, ປະເທດເພື່ອນ ລາວ ເນັ້ນໜັກເຖິງຄວາມເຄົາລົບນັບຖື ແລະ ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງເປັນພິເສດຂອງພັກ ແລະ ລັດລາວໃຫ້ແກ່ສາຍພົວພັນພິເສດ ລາວ-ຫວຽດນາມ; ປາດຖະໜາຢາກຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງ ລາວ ແລະ ຫວຽດນາມ ເພື່ອປະກອບສ່ວນປະຕິບັດແຜນພັດທະນາເສດຖະກິດ - ສັງຄົມຂອງ ລາວໃຫ້ສຳເລັດຜົນ.
ການຢ້ຽມຢາມແມ່ນໂອກາດເພື່ອໃຫ້ການນຳສອງປະເທດຕີລາຄາໝາກຜົນການຮ່ວມມືລະຫວ່າງ ຫວຽດນາມ - ລາວ, ພິເສດແມ່ນລະຫວ່າງສະພາແຫ່ງຊາດສອງປະເທດ, ພ້ອມກັນປຶກສາຫາລືກ່ຽວກັບບັນດາທິດທາງຍົກສູງປະສິດທິຜົນການຮ່ວມມື, ຜັນຂະຫຍາຍບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງຂອງສອງພັກ ແລະ ສອງລັດ, ພ້ອມທັງສັນຍາຮ່ວມມືລະຫວ່າງສອງສະພາແຫ່ງຊາດ. ສອງຝ່າຍໄດ້ແລກປ່ຽນທັດສະນະກ່ຽວກັບຫຼາຍບັນຫາຍຸດທະສາດພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ສອງປະເທດໄດ້ແລກປ່ຽນປະສົບການ ແລະ ປຶກສາຫາລືກ່ຽວກັບການເພີ່ມທະວີການຮ່ວມມື ແລະ ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນການຕອບໂຕ້ພະຍາດໂຄວິດ-19, ການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມພາຍຫຼັງໂລກລະບາດ.
ປີ 2022 ແມ່ນປີສາມັກຄີ ມິດຕະພາບ ຫວຽດນາມ - ລາວ 2022 ໄດ້ຈັດຂຶ້ນໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຫວຽດນາມ - ລາວ, ເປັນຂີດໝາຍສຳຄັນທີ່ສຸດ, ສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບພິເສດ ແລະ ຄວາມສາມັກຄີລະຫວ່າງສອງປະເທດ.
- ບົດ: VNP ສັງລວມ - ພາບ: VNA - ແປໂດຍ: ຢຶືຟຽນ