ຮັກສາອາຊີບເຮັດ ເຂົ້າຂຽບ ອານຫງ໊າຍ

ຮັກສາອາຊີບເຮັດ ເຂົ້າຂຽບ ອານຫງ໊າຍ

ທ່າມກາງພື້ນທີ່ ລອງດ່ຽນ, ເປັນບ່ອນອະນຸລັກຮັກສາ ມໍລະດົກທາງດ້ານວັດທະນະທຳ ຫຼາຍຢ່າງ ຂອງແຂວງ ບ່າເຣ້ຍ-ຫວຸ໊ງເຕົ່າ (ໃນເມື່ອ ກ່ອນ), ປັດຈຸບັນແມ່ນຂຶ້ນກັບນະຄອນ ໂຮ່ຈີມິນ, ອາຊີບເຮັດເຂົ້າຂຽບ ອານຫງ໊າຍ ຍັງຄົງດໍາເນີນຕໍ່ໄປ ໃນທຸກມື້ນີ້. ຕັ້ງແຕ່ເຕົາ ເຮັດດ້ວຍມື ຈົນເຖິງເຕົາໄຟຟ້າ ທີ່ທັນສະໄໝ, ປະຊາຊົນ ໄດ້ພະຍາຍາມ ຮັກສາ ແລະ ຍົກລະດັບອາຊີບ, ເຮັດໃຫ້ເຂົ້າຂຽບ ອານຫງ໊າຍ ກາຍເປັນມໍລະ ດົກ ວັດທະນະທຳ ທີ່ເປັນນາມມະທໍາ ຂອງຊາດ.

ໃນວັນທີ 24 ມິຖຸນາ 2025, ໝູ່ບ້ານອາຊີບເຮັດເຂົ້າຂຽບ ອານຫງ໊າຍ ຢູ່ເມືອງ ລອງດ່ຽນ, ນະຄອນ ໂຮ່ຈີມິນ (ແຕ່ກ່ອນແມ່ນຕາແສງ ຕາມ ອານ, ເມືອງ ລອງດັດ, ແຂວງ ບາເຣຍ - ວຸງເຕົ່າ) ໄດ້ຮັບການຮັບຮອງເປັນມໍລະດົກທາງວັດທະນະທຳທີ່ບໍ່ເປັນວັດຖຸລະດັບຊາດ.

ທ້າຍເດືອນ ມິຖຸນາ 2025, ຊຸມຊົນທ້ອງຖິ່ນ ໄດ້ປະກາດຢ່າງເປັນທາງການ ຕໍ່ການຕັດສິນໃຈ ນຳເອົາອາຊີບເຮັດເຂົ້າຂຽບ ອານຫງ໊າຍ ເຂົ້າໃນບັນຊີລາຍຊື່ມໍລະດົກ ວັດທະນະທຳ ທີ່ເປັນນາມມະທໍາ ຂອງຊາດ. ນີ້ບໍ່ພຽງແຕ່ເປັນ ການຍອມຮັບສຳລັບການຄົງຢູ່ເປັນເວລາເກືອບ 100 ປີ ຂອງ ບ້ານ ອາຊີບ ທີ່ສືບທອດຈາກພໍ່ສູ່ລູກເທົ່ານັ້ນ, ແຕ່ຍັງເປັນ ຄວາມພູມໃຈ ຂອງ ຜູ້ທີ່ໄດ້ອຸທິດ ທັງຊີວິດ ຂອງ ຕົນໃຫ້ກັບເຂົ້າຂຽບ ແບບດັ້ງເດີມ ແຕ່ລະແຜ່ນ.

ເພື່ອເຮັດໃຫ້ເຂົ້າຂຽບມີຄວາມໜຽວ, ນຸ່ມ, ເວລາກິນໃຫ້ຄວາມຮູ້ສຶກເຖິງລົດຊາດທີ່ຫວານ, ມັນ ແລະ ກົມກ່ອມນັ້ນ, ສິ່ງທີ່ສຳຄັນທີ່ສຸດແມ່ນການຄັດເລືອກເຂົ້າ. ເຂົ້າທີ່ນຳມາເຮັດເຂົ້າຂຽບຕ້ອງແມ່ນເຂົ້າຈ້າວ. ພາຍຫຼັງແຊ່ນ້ຳໃຫ້ລະອຽດແລ້ວ, ເຂົ້າຈະຖືກນຳໄປບົດໃຫ້ເປັນແປ້ງ ແລະ ປະສົມໃຫ້ໄດ້ລະດັບຄວາມຂົ້້ນໜຽວ ທີ່ພໍດີ.

ຕະຫຼອດໄລຍະເວລາກວ່າ 40 ປີ, ຜົວເມຍ ທ່ານ ຟານ ວັນເຮນ ແລະ ທ່ານນາງ ຟານທິຍຸງ, ປັດຈຸບັນ ອາຍຸ ກວ່າ 70 ປີ ຍັງຄົງຂາງ ເຂົ້າຂຽບ ຫຼາຍກວ່າ 2.000 ແຜ່ນຕໍ່ມື້ ເປັນປະຈໍາ ຢູ່ບ້ານ ອານລົກ, ຕາແສງ ລອງດ່ຽນ. ເຖິງວ່າ ວຽກງານຈະໜັກ, ແຕ່ສຳລັບພວກເຂົາແລ້ວ, ເຂົ້າ ຂຽບ ບໍ່ພຽງແຕ່ເປັນ ເຄື່ອງມືຫາລ້ຽງຊີບເທົ່ານັ້ນ, ແຕ່ຍັງເປັນຄວາມຊົງຈຳ ແລະ ຄວາມພູມໃຈຕະຫຼອດຊີວິດ ຂອງ ພວກເຂົາ.

ທ່ານ ເຮນ ໄດ້ກ່າວຄວາມພູມໃຈວ່າ: “ເຂົ້າຂຽບ ອານຫງ໊າຍ ໄດ້ຮັບການຮັບຮອງ ເປັນບ້ານ ອາຊີບ ແລະ ປັດຈຸບັນໄດ້ຖືກຈົດເຂົ້າໃນບັນຊີ ລາຍຊື່ ມໍລະດົກ ວັດທະນະທຳ ທີ່ ເປັນນາມມະທໍາ ຂອງຊາດ, ນີ້ເປັນກຽດອັນໃຫຍ່ຫຼວງ. ພວກຂ້າພະເຈົ້າຫວັງວ່າຈະສືບ ຕໍ່ໄດ້ຮັບການສະໜັບສະໜູນ ເພື່ອໃຫ້ຜູ້ຄົນ ເຂົ້າຮ່ວມສະຫະກອນ, ຍົກລະດັບຄຸນນະ ພາບ, ຜະລິດສິນຄ້າ ທີ່ມີໃບຢັ້ງຢືນ OCOP, ສ້າງຍີ່ຫໍ້ ທີ່ໝັ້ນຄົງ, ຊ່ວຍ ຍົກລະດັບຊີວິດການເປັນຢູ່ ຂອງ ປະຊາຊົນ ໃຫ້ດີຂຶ້ນເທ່ືອລະກ້າວ”.

ຢູ່ ລອງດ່ຽນ, ເຕົາໄຟ ໃນເຮືອນ ຂອງ ທ່ານນາງ ເຢືອງທິອົມ ກໍບໍ່ເຄີຍມອດຕະຫຼອດກວ່າ 50 ປີ ທີ່ຜ່ານມາ. ທຸກໆ ເຊົ້າ, ປະມານ 4 ໂມງ, ນາງ ກໍໄດ້ເລີ່ມຂາງເຂົ້າຂຽບ. ຍ້ອນໄດ້ຮັບການສະໜັບສະໜູນ ເຕົາ ໄຟຟ້າ, ຫຼັງຄາ ແລະ ເດີ່ນຕາກແຫ້ງ, ວຽກງານກໍເບົາບາງ ແລະ ສະ ອາດຂຶ້ນ, ຜະລິດຕະພັນກໍມີຄວາມ ສະໝໍ່າສະເໝີ ແລະ ຕອບສະ   ໜອງຄວາມຕ້ອງການ ຂອງ ຕະຫຼາດໄດ້. ທ່ານນາງ ອົມ ກ່າວວ່າ: “ຕັ້ງແຕ່ມີເຕົາໄຟຟ້າ, ຜົນຜະລິດ ກໍເພີ່ມຂຶ້ນ, ເຂົ້າຂຽບ ກໍງາມຂຶ້ນ”.

ໃນເວລາມ້າງເຂົ້າຂຽບ, ຊ່າງເຮັດເຂົ້າກຽບຕ້ອງມີຄວາມຄ່ອງແຄ່ວໃນການຈັບດ້າມໄມ້, ໝູນກະໂປກທີ່ກ້ຽງເງົາໃຫ້ທົ່ວ ເພື່ອເຮັດໃຫ້ແປ້ງເປັນແຜ່ນບາງໆ ແລະ ກົມມົນຕາມຂອບໝໍ້ໜຶ້ງຂະໜາດໃຫຍ່, ຈາກນັ້ນຈຶ່ງອັດຝາໝໍ້ໄວ້.

ໃນປີ 2013, ອາຊີບ ເຮັດເຂົ້າຂຽບ ອານຫງ໊າຍ ໄດ້ຮັບການຮັບຮອງເປັນບ້ານອາຊີບ ແບບດັ້ງເດີມ. ການທີ່ບ້ານອາຊີບ ໄດ້ຖືກບັນຈຸເຂົ້າໃນບັນຊີລາຍຊື່ ມໍລະດົກ ທີ່ເປັນນາມມະທໍາ ຊອງຊາດ ໄດ້ສືບຕໍ່ຢືນ ຢັນຄຸນຄ່າ ທາງດ້ານວັດທະນະທຳ ທີ່ເປັນເອກະລັກ ຂອງ ອາຊີບດັ່ງ ກ່າວ. ປັດຈຸບັນ, ບ້ານອາຊີບ ມີກວ່າ 130 ຄົວເຮືອນເຂົ້າຮ່ວມ, ຜະ ລິດເຂົ້າຂຽບ ຫຼາຍຊະນິດ: ເຂົ້າຂຽບ ແນມໃຫຍ່-ນ້ອຍ, ເຂົ້າຂຽບໝາກເຜັດ, ເຂົ້າຂຽບ ແປ້ງຈືນ, ເຂົ້າຂຽບໝາກກ້ວຍ ແລະ ອື່ນໆ.

ໃນຊຸມປີມໍ່ໆ ມານີ້, ບ້ານອາຊີບ ໄດ້ກາຍເປັນຈຸດທ່ອງທ່ຽວ ແບບປະ ສົບການ, ດຶງດູດນັກທ່ອງທ່ຽວ ໃຫ້ມາຢ້ຽມຊົມໃນເວລາເຮັດເຂົ້າຂຽບ, ລອງເຮັດ ແລະ ຊື້ ຜະລິດຕະພັນ ຢູ່ສະຖານທີ່. ພະແນກທ່ອງທ່ຽວນະ ຄອນ ໂຮ່ຈີມິນ ກຳລັງດຳເນີນການສຳເລັດ ຂັ້ນຕອນ ເພື່ອນຳເອົາບ້ານ ອາຊີບ ເຮັດເຂົ້າຂຽບ ເຂົ້າໃນລະບົບຈຸດໝາຍປາຍທາງ ຢ່າງເປັນທາງການ ເພື່ອເຊື່ອມຕໍ່ເສັ້ນທາງການທ່ອງທ່ຽວ ແລະ ສ້າງລາຍຮັບເພີ່ມເຕີມ ໃຫ້ແກ່ປະຊາຊົນ.

ເຂົ້າຂຽບ ອານຫງ໊າຍ ບໍ່ພຽງແຕ່ມີວາງຈຳໜ່າຍຢູ່ຕາມຕະຫຼາດຊົນນະບົດ ແລະ ຕະຫຼາດໃນຕົວເມືອງເທົ່ານັ້ນ, ແຕ່ຍັງມີໜ້າຢູ່ທົ່ວທຸກແຂວງໃນທົ່ວປະເທດອີກດ້ວຍ.

ການນຳເອົາເຕັກໂນໂລຊີ ເຂົ້າໃນການຜະລິດ ບໍ່ໄດ້ເຮັດໃຫ້ ເອກະລັກຂອງອາຊີບ ສູນເສຍໄປ, ແຕ່ກົງກັນຂ້າມ ກັບຊ່ວຍຫຼຸດຜ່ອນແຮງງານ, ຍົກສູງຄຸນນະພາບ ໃນຂະນະທີ່ຍັງ ຮັກສາລົດຊາດ ແບບດັ້ງເດີມເອົາໄວ້. ການປະສົມປະສານ ທີ່ກົມກຽວກັນລະຫວ່າງເຕັກໂນໂລຊີ ແລະ ມໍລະດົກ ກຳລັງເປີດທິດທາງທີ່ຍືນຍົງ ໃຫ້ແກ່ເຂົ້າຂຽບ ອານຫງ໊າຍ.

ເປັນກວ່າຜະລິດຕະພັນອາຫານ, ເຂົ້າຂຽບ ອານຫງ໊າຍ ແມ່ນສັນຍາລັກ ຂອງ ຄວາມອົດທົນ, ຂອງຈິດໃຈ “ຮັກສາໄຟ” ຜ່ານຫຼາຍ ຮຸ່ນຄົນ. ຈາກເຕົາໄຟແບບດັ້ງເດີມຢູ່ ລອງດ່ຽນ, ເລື່ອງລາວກ່ຽວ ກັບອາຊີບນີ້ກໍຍັງສືບຕໍ່ ເຜີຍແຜ່ ຄືກັບວິທີ ທີ່ປະຊາຊົນ ຢູ່ທີ່ນີ້ໄດ້ພາກັນຮັກສາຈິດວິນຍານ ທາງດ້ານວັດທະນະທຳ ຂອງ ພື້ນທີ່ ທີ່ພວກເຂົາອາໄສຢູ່.

  • ປະຕິບັດໂດຍ: ທົງຫາຍ/VNP- ແປໂດຍ: ຢືຟຽນ

 


top