ອະນາຄົດຂອງຫວຽດນາມ ຕິດກັບອະນາຄົດຂອງອາຊຽນ
ຕອນເຊົ້າວັນທີ 9 ມິຖຸນາ, ເວທີປາໄສອະນາຄົດອາຊຽນ (AFF) ຄັ້ງທີ 3 ພາຍໃຕ້ຫົວຂໍ້ "ສ້າງອະນາຄົດຮ່ວມກັນ: ສັນຕິພາບ, ຄວາມວັດທະນາຖາວອນ ແລະຖືປະຊາຊົນເປັນໃຈກາງ" ໄດ້ໄຂຢ່າງເປັນທາງການ ທີ່ຮ່າໂນ້ຍ.
ອາຊຽນ ຕ້ອງມຸ່ງໄປເຖິງ 3 ເປົ້າໝາຍຍຸດທະສາດ
ກ່າວຄຳເຫັນທີ່ວາລະໄຂ, ທ່ານນາຍົກລັດຖະມົນຕີ ເລມິງຮືງ ໄດ້ເນັ້ນໜັກເຖິງຫົວຂໍ້ຂອງເວທີປາໄສທີ່ສ່ອງແສງຄຸນຄ່າຫຼັກແຫຼ່ງທີ່ອາຊຽນ ໄດ້ມຸ່ງໝັ້ນປະຕິບັດ ແລະກໍານົດທິດໃຫ້ອະນາຄົດຂອງສະມາຄົມໃນໄລຍະຕໍ່ໄປ. ພາຍຫຼັງເກືອບ 60 ປີແຫ່ງການສ້າງຕັ້ງ ແລະການພັດທະນາ, ຂີດໝາຍທີ່ຍິ່ງໃຫຍ່ທີ່ສຸດຂອງອາຊຽນ ບໍ່ພຽງແຕ່ຢູ່ໃນຂະໜາດປະຊາກອນເກືອບ 700 ລ້ານຄົນ ຫຼື ໃນຖານະບົດບາດແມ່ນໜຶ່ງໃນບັນດາສູນການເຕີບໂຕທີ່ຂະຫຍັນຂັນເຄື່ອນທີ່ສຸດໃນໂລກເທົ່ານັ້ນ, ຫາກຍັງຢູ່ໃນຄວາມມານະພະຍາຍາມ ເພື່ອຜ່ານຜ່າຄວາມແຕກຕ່າງ, ເພີ່ມພູນຄູນສ້າງຄວາມໄວ້ເນື້ອເຊື່ອໃຈ ແລະເປີດກວ້າງການຮ່ວມມື ເພື່ອກາຍເປັນປະຊາຄົມທີ່ມີຄວາມສາມັກຄີ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະເປັນເອກະພາບໃນຄວາມຫຼາກຫຼາຍ.
ຕາມທ່ານນາຍົກລັດຖະມົນຕີ ເລມິງຮືງ ແລ້ວ, ອາຊຽນ ຕ້ອງສືບຕໍ່ເສີມຂະຫຍາຍຈິດໃຈແຫ່ງຄວາມສາມັກຄີ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະເປັນເອກະພາບໃນຄວາມຫຼາກຫຼາຍ - ຄຸນຄ່າທີ່ໄດ້ສ້າງຜົນສຳເລັດຂອງຕົນ - ແຕ່ດ້ວຍວິທີການເຂົ້າເຖິງທີ່ມີຫົວຄິດປະດິດສ້າງກວ່າເກົ່າ: ຄວາມເຫັນດີເປັນເອກະພາບກ່ຽວກັບຄຸນຄ່າແຕ່ມີຄວາມຂະຫຍັນຂັນເຄື່ອນໃນການກະທຳ; ຢຶດໝັ້ນຫຼັກການແຕ່ປ່ຽນແປງໃໝ່ກ່ຽວກັບວິທີການ; ຮັກສາສີສັນແຕ່ເປັນເຈົ້າການສ້າງກາລະໂອກາດຕໍ່ໜ້າການປ່ຽນແປງຂອງຍຸກໃໝ່. ໃນວິວັດການທີ່ປະຕິບັດວິໄສທັດປະຊາຄົມອາຊຽນ 2045, ທ່ານນາຍົກລັດຖະມົນຕີ ເລມິງຮືງ ຖືວ່າ ອາຊຽນ ຕ້ອງມຸ່ງໄປເຖິງ 3 ເປົ້າໝາຍຍຸດທະສາດ.
ທີໜຶ່ງ, ອາຊຽນ ບໍ່ພຽງແຕ່ເຂົ້າຮ່ວມໃນທ່າອ່ຽງທົ່ວໂລກເທົ່ານັ້ນ ຫາກຍັງປະກອບສ່ວນໃນການກຳນົດທ່າອຽງດັ່ງກ່າວອີກດ້ວຍ. ອາຊຽນ ຕ້ອງກາຍເປັນແຫ່ງດຳເນີນການເຈລະຈາ, ຈຸດໃຈກາງຂອງການຮ່ວມມື, ເປັນບ່ອນອີງຂອງຄວາມໄວ້ເນື້ອເຊື່ອໃຈ. ນັ້ນແມ່ນການປະກອບສ່ວນຂອງອາຊຽນ ຕໍ່ສັນຕິພາບ, ສະຖຽນລະພາບ, ແລະການພັດທະນາຂອງພາກພື້ນ ແລະໃນໂລກ.
ທີສອງ, ອາຊຽນ ບໍ່ພຽງແຕ່ເປັນສູນຜະລິດເທົ່ານັ້ນ ຫາກຍັງເປັນສູນນະວັດຕະກໍາ. ອາຊຽນ ບໍ່ພຽງແຕ່ເປັນສະຖານທີ່ທີ່ເຕັກໂນໂລຊີໄດ້ຮັບການບໍລິໂພກ, ຫາກຍັງເປັນສະຖານທີ່ທີ່ເຕັກໂນໂລຊີໄດ້ຮັບການສ້າງຂຶ້ນ; ບໍ່ພຽງແຕ່ເປັນສະຖານທີ່ທີ່ລະບົບຕ່ອງໂສ້ການສະໜອງຜ່ານເທົ່ານັ້ນ, ຫາກຍັງເປັນສະຖານທີ່ທີ່ລະບົບຕອບສະໜອງໄດ້ຮັບການສ້າງຂຶ້ນອີກດ້ວຍ.
ທີສາມ, ອາຊຽນ ບໍ່ພຽງແຕ່ແມ່ນປະຊາຄົມຂອງບັນດາປະເທດເທົ່ານັ້ນ ຫາກຍັງເປັນປະຊາຄົມຂອງປະຊາຊົນຢ່າງແທ້ຈິງ. ເປົ້າໝາຍສຸດທ້າຍຂອງທຸກຍຸດທະສາດພັດທະນາບໍ່ແມ່ນຕົວເລກການເຕີບໂຕ, ແຕ່ແມ່ນຄຸນນະພາບຊີວິດຂອງປະຊາຊົນ. ສະນັ້ນ, ອາຊຽນ ທີ່ປະສົບຜົນສຳເລັດບໍ່ພຽງແຕ່ວັດແທກດ້ວຍຜະລິດຕະພັນລວມພາຍໃນປະເທດ (GDP) ເທົ່ານັ້ນ, ຫາກຍັງວັດແທກດ້ວຍກາລະໂອກາດທີ່ສ້າງຂຶ້ນໃຫ້ແກ່ຄົນລຸ້ນໜຸ່ມ, ບົດບາດຂອງແມ່ຍິງ, ການປົກປ້ອງຊຸມຊົນທີ່ມີຄວາມບອບບາງ, ເພື່ອໃຫ້ປະຊາຊົນທຸກຄົນຮັບຮູ້ວ່ານີ້ແມ່ນປະຊາຄົມຂອງຕົນຢ່າງແທ້ຈິງ.
* ຕອນບ່າຍວັນທີ 9 ມິຖຸນາ, ທີ່ຫໍສະພາແຫ່ງຊາດ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ໄດ້ຕ້ອນຮັບຄະນະການນໍາບັນດານະຄອນອາຊຽນ ທີ່ເຂົ້າຮ່ວມກອງປະຊຸມການນຳນະຄອນອາຊຽນ ໃນຂອບເຂດຂອງ AFF ຄັ້ງທີ 3.
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຢືນຢັນວ່າ ອາຊຽນ ຍາມໃດກໍ່ແມ່ນບູລິມະສິດແຖວໜ້າໃນນະໂຍບາຍການພົວພັນຕ່າງປະເທດຂອງຫວຽດນາມ. ສະພາແຫ່ງຊາດຫວຽດນາມ ຍາມໃດກໍ່ຮ່ວມເດີນທາງກັບລັດຖະບານໃນການປັບປຸງນິຕິກໍາ, ອຳນວຍຄວາມສະດວກໃຫ້ແກ່ການເຊື່ອມໂຍງສາກົນ ແລະການຜັນຂະຫຍາຍຄຳໝັ້ນສັນຍາຮ່ວມມືໃນພາກພື້ນ.
ຫວຽດນາມ ແລະ ຕີມໍ ແລັດສະເຕ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການເປີດກວ້າງການຮ່ວມມື ຕອນບ່າຍວັນທີ 9 ມິຖຸນາ, ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານນາຍົກລັດຖະມົນຕີ ເລມິງຮືງ ໄດ້ເປັນປະທານພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຕີມໍ ແລັດສະເຕ ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແລະເຂົ້າຮ່ວມ AFF ຄັ້ງທີ 3. ພາຍຫຼັງພິທີຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ເລມິງຮືງ ໄດ້ດໍາເນີນການພົບປະສອງຝ່າຍກັບທ່ານ Kay Rala Xanana Gusmao ນາຍົກລັດຖະມົນຕີ ຕີມໍ ແລັດສະເຕ.
ນາຍົກລັດຖະມົນຕີສອງທ່ານ ໄດ້ເຫັນດີເປັນເອກະພາບວ່າ ຫວຽດນາມ ແລະ ຕີມໍ ແລັດສະເຕ ມີຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຫຼາຍຢ່າງ ເພື່ອເປີດກວ້າງການຮ່ວມມືກວ່າອີກ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ ກໍ່ຄືການປະກອບສ່ວນເຂົ້າໃນການພັດທະນາໝັ້ນຄົງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະຍືນຍົງໃນພາກພື້ນ. ນາຍົກລັດຖະມົນຕີສອງທ່ານ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງຕັ້ງໜ້າໃນການພົວພັນ ຫວຽດນາມ - ຕີມໍ ແລັດສະເຕ ໃນໄລຍະຜ່ານມາ; ເຫັນດີເປັນເອກະພາບສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນ ແລະການພົບປະຂັ້ນສູງຜ່ານທຸກຊ່ອງທາງ: ພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ ແລະການພົບປະແລກປ່ຽນປະຊາຊົນ; ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ ແລະເອກະສານທີ່ໄດ້ລົງນາມຢ່າງມີປະສິດທິຜົນ; ມຸ່ງໄປເຖິງເປົ້າໝາຍທີ່ນໍາການພົວພັນສອງປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່ໃນໂອກາດສະເຫຼີມສະຫຼອງ 25 ປີ ແຫ່ງການສ້າງຕັ້ງການພົວພັນທາງການທູດ ໃນປີ 2027.
ສິ້ນສຸດການພົບປະສອງຝ່າຍ, ສອງຝ່າຍໄດ້ເຫັນດີເປັນເອກະພາບຈະຊີ້ນຳບັນດາກະຊວງ, ຂະແໜງທີ່ກ່ຽວຂ້ອງເຖິງການຜັນຂະຫຍາຍຂໍ້ຕົກລົງ ແລະຄວາມຮັບຮູ້ລວມທີ່ບັນລຸໄດ້, ປະກອບສ່ວນເຂົ້າໃນການນໍາການພົວພັນ ຫວຽດນາມ - ຕີມໍ ແລັດສະເຕ ພັດທະນານັບມື້ນັບເລິກເຊິ່ງກວ້າງຂວາງ, ແທດຈິງ ແລະມີປະສິດທິຜົນ. ເນື່ອງໃນໂອກາດນີ້, ສອງຝ່າຍໄດ້ໃຫ້ເຫັນປະຈັກຕາການແລກປ່ຽນເອກະສານຮ່ວມມືລະຫວ່າງສອງປະເທດ.
* ຕອນບ່າຍວັນດຽວກັນ, ທີ່ຫໍສະພາແຫ່ງຊາດ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ໄດ້ພົບປະກັບທ່ານ Kay Rala Xanana Gusmao ນາຍົກລັດຖະມົນຕີ ຕີມໍ ແລັດສະເຕ.
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ໄດ້ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ ການພົວພັນ ຫວຽດນາມ - ຕີມໍ ແລັດສະເຕ ສືບຕໍ່ພັດທະນາຢ່າງຕັ້ງໜ້າໃນໄລຍະສອງທົດສະວັດທີ່ຜ່ານມາ ນັບຕັ້ງແຕ່ສ້າງຕັ້ງການພົວພັນທາງການທູດ ໃນປີ 2002. ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ໄດ້ສະເໜີໃຫ້ລັດຖະບານສອງປະເທດ ສືບຕໍ່ຊຸກຍູ້ການເຈລະຈາ, ການລົງນາມໃນເອກະສານຮ່ວມມືສະບັບໃໝ່; ຢືນຢັນວ່າ ສະພາແຫ່ງຊາດຫວຽດນາມ ຈະອຳນວຍຄວາມສະດວກໃນການລົງນາມ ແລະຜັນຂະຫຍາຍບັນດາຂໍ້ຕົກລົງການຮ່ວມມືສອງຝ່າຍ; ສະເໝີໃຫ້ສອງຝ່າຍສືບຕໍ່ກວດກາຄືນ, ຜັນຂະຫຍາຍເອກະສານທີ່ໄດ້ລົງນາມຢ່າງມີປະສິດທິຜົນ; ສົ່ງເສີມການເປີດກວ້າງການຮ່ວມມືໃນຂົງເຂດການສຶກສາ-ບໍາລຸງສ້າງ, ກະສິກຳ, ການຫັນປ່ຽນດີຈີຕອນ ແລະການພັດທະນາແຫຼ່ງຊັບພະຍາກອນມະນຸດ.



