ຫຼາມກົບ ໃສ່ບັ້ງໄມ້ໄຜ່ - ລົດຊາດ ຂອງ ເຂດຕາເວັນຕົກສ່ຽງເໜືອ

ຫຼາມກົບ ໃສ່ບັ້ງໄມ້ໄຜ່ - ລົດຊາດ ຂອງ ເຂດຕາເວັນຕົກສ່ຽງເໜືອ

ຫຼາມກົບ ໃສ່ບັ້ງໄມ້ໄຜ່ ແມ່ນ​ລາຍການອາ​ຫານພິເສດ ທ່ີບັນຈຸ ເລື່ອງລາວ ​ຕ່າງໆ ກ່ຽວ​ກັບ​ຊີ​ວິດ, ວັດ​ທະ​ນະ​ທຳ ແລະ ຜູ້ຄົນ ເຂດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ.

ຊີ້ນ​ກົບ ​ແມ່ນ​ອຸດົມ​ໄປ​ດ້ວຍ​ທາດ​ ໂປຼ​ຕີນ ​ແລະ​ ດີ​ຕໍ່​ສຸຂະພາບ ​ຂອງ​ມະນຸດ, ​ເມື່ອ​ຖືກ​ປຸງ​ແຕ່ງ​ ຕາມ​ວິທີ​ພື້ນ​ເມືອງ ​ຂອງ ຊາວເຜົ່າ ​ເຂດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ ​ໄດ້​ກາຍ​ເປັນ​ເຍື່ອງອາຫານ​ພິ​ເສດ. ຊີ້ນກົບ ມີລົດຫວານ ແລະ ໜຽວ, ເມື່ອຖືກປະສົມກັບເຄື່ອງເທດຕ່າງໆ ຂອງເຂດພູເຂົາເຊັ່ນ: ໝາກແຄນ, ໝາກເຜັດ, ໜໍ່ໄມ້ ແລະ ຜັກຊະນິດຕ່າງໆ ຈະມີລົດຊາດ ທີ່ເຂັ້ມຂຸ້ນ ຍາກຈະລືມ. 


ຊີ້ນກົບ ມີລົດຫວານ ແລະ ໜຽວ, ເມື່ອຖືກປະສົມກັບເຄື່ອງເທດຕ່າງໆ ຂອງເຂດພູເຂົາເຊັ່ນ: ໝາກແຄນ, ໝາກເຜັດ, ໜໍ່ໄມ້ ແລະ ຜັກຊະນິດຕ່າງໆ ຈະມີລົດຊາດ ທີ່ເຂັ້ມຂຸ້ນ ຍາກຈະລືມ. 

ຊີ້ນກົບສົດ ນໍາມາລ້າງໃຫ້ສະອາດ, ລອກໜັງອອກ ແລະ ຕັດເປັນ ຕ່ອນໆ ພໍດີຄໍາ. ເອືອບຊີ້ນກົບ ກັບ ໝາກແຄນ, ເກືອ, ໜໍ່ໄມ້ ແລະ ຜັກຊອຍນ້ອຍໆ. ເມ່ືອສ່ວນປະສົມຊືມເຂົ້າກັນແລ້ວ, ຈະນໍາ ຊີິ້ນກົບຍັດໃສ່ບັ້ງໄມ້ໄຜ່ ແລະ ອັດດ້ວຍໃບກ້ວຍ ໃຫ້ແໜ້ນ. ວາງບັ້ງໄຜ່ ເທິງເຕົາຖ່ານ ຈົນກາຍເປັນສີເຫຼືອງ ເພື່ອໃຫ້ຊີ້ນກົບ ພາຍໃນສຸກ ກໍຖືວ່າ ພໍດີ. 


 

ຫຼາມກົບ ໃສ່ບັ້ງໄມ້ໄຜ່ ແມ່ນ​ເຍື່ອງ​ອາ​ຫານ​ພື້ນ​ເມືອງ ​ຂອງ​ ບັນດາ ເຜົ່າ​ ຢູ່ເຂດຕາ​ເວັນ​ຕົກ​ສ່ຽງ​ເໜືອ, ໄດ້ຮັບການສືບທອດກັນມາຜ່ານຫຼາຍຮຸ່ນຄົນ. ລາຍການອາຫານນີ້ ມີຄວາມຕິດພັນ ກັບຊີວິດປະຈໍາວັນ, ໂດຍສະເພາະແມ່ນໃນໂອກາດ ບຸນປີໃໝ່ປະຈຳຊາດ ຫຼື ວັນບຸນຕ່າງໆ. ຖ້າມີໂອກາດມາຍັງ ເຂດຕາເວັນຕົກສ່ຽງເໜືອ, ທ່ານຢ່າລືມຊີມລົດຊາດ ຂອງ ລາຍການອາຫານພິເສດນີ້ ເພື່ອສຳຜັດກັບຄວາມງາມ ຂອງດິນແດນ ແລະ ຜູ້ຄົນຢູ່ແຫ່ງນີ້ໄດ້ຢ່າງເຕັມທີ່.

 

 

                ບົດ: ຖາວວີ - ພາບ: ເຈິ່ນແທງຢາງ - ແປໂດຍ: ບິກລຽນ


top