ສືບຕໍ່ປະຫວັດສາດອັນສະຫງ່າລາສີ, ສຳນັກຂ່າວສານ ຫວຽດນາມ ແລະ ປະເທດຊາດກ້າວເຂົ້າສູ່ຍຸກໃໝ່

ສືບຕໍ່ປະຫວັດສາດອັນສະຫງ່າລາສີ, ສຳນັກຂ່າວສານ ຫວຽດນາມ ແລະ ປະເທດຊາດກ້າວເຂົ້າສູ່ຍຸກໃໝ່

ເນື່ອງໃນໂອກາດສະເຫຼີມສະຫຼອງວັນມູນເຊື້ອ ສຳນັກຂ່າວສານ ຫວຽດນາມ (VNA) ຄົບຮອບ 80 ປີ (ວັນທີ 15 ກັນຍາ 1945 - ວັນທີ 15 ກັນຍາ 2025), ສະຫາຍນາງ ຫວູ໊ຫວຽດຈາງ, ເລຂາຄະນະພັກ, ຜູ້ອຳນວຍການໃຫຍ່ ສຳນັກຂ່າວສານ ຫວຽດນາມ  ໄດ້ໃຊ້ເວລາແລກປ່ຽນ ກ່ຽວກັບການປະກອບສ່ວນອັນສຳຄັນ ຂອງ VNA ໃນພາລະກິດປົກປັກຮັກສາ ແລະ ສ້າງສາ ປະເທດຊາດ, ກໍຄືທິດທາງໃຫຍ່ຂອງຂະແໜງການ ເພື່ອປັບຕົວເຂົ້າກັບ ການປ່ຽນແປງຂອງເຕັກໂນໂລຊີ ແລະ ທ່າອ່ຽງການສື່ສານ, ສືບຕໍ່ຢັ້ງຢືນຖານະເປັນສຳນັກຂ່າວສານຫຼັກແຫຼ່ງ, ອົງການສື່ສານແຫ່ງຊາດໃນໄລຍະໃໝ່.

ຂີດໝາຍ 80 ປີ ທີ່ຮ່ວມເດີນທາງກັບຊາດ

* ນັກຂ່າວ: ຮຽນສະຫາຍຜູ້ອຳນວຍໃຫຍ່, ຕະຫຼອດ 80 ປີທີ່ຜ່ານມາ, ສຳນັກຂ່າວສານ ຫວຽດນາມ ໄດ້ມີການປະກອບສ່ວນສຳຄັນ ໃນພາລະກິດ ການປະຕິວັດ, ການປົກປັກຮັກສາ ແລະ ສ້າງສາປະເທດຊາດຄືແນວໃດ?

* ສະຫາຍນາງ ຜູ້ອຳນວຍການໃຫຍ່ ຫວູ໊ຫວຽດຈາງ:ໃນລະດູໃບໄມ້ຫຼົ່ນແຫ່ງປະຫວັດສາດຂອງຊາດ, ວັນທີ 15 ກັນຍາ 1945, ຈາກສະຖານີ ວິທະຍຸກະຈາຍສຽງ  ແບກມາຍ, ຫວຽດນາມ ສຳນັກຂ່າວສານ (ປັດຈຸບັນແມ່ນ ສຳນັກຂ່າວສານ ຫວຽດນາມ) - ອົງການສື່ມວນຊົນທີ່ຕັ້ງຊື່ໂດຍປະທານໂຮ່ຈີມິນ - ໄດ້ອອກຂ່າວທົ່ວໂລກ ກ່ຽວກັບຖະແຫຼງການເອກະລາດ ພ້ອມດ້ວຍບັນຊີລາຍຊື່ ບັນດາສະມາຊິກລັດຖະບານຊົ່ວຄາວ ເປັນສາມພາສາຄື: ຫວຽດນາມ, ອັງກິດ, ຝຣັ່ງ, ເພື່ອແຈ້ງຂ່າວ ກ່ຽວກັບການປະກາດສ້າງຕັ້ງປະເທດ ຫວຽດນາມ ສາທາລະນະລັດ ປະຊາທິປະໄຕ. ວັນປະຫວັດສາດດັ່ງກ່າວ ເປັນຂີດໝາຍສຳຄັນ ໃນຂະບວນການສ້າງຕັ້ງ, ກໍ່ສ້າງ ແລະ ພັດທະນາຂອງ ສຳນັກຂ່າວສານ ຫວຽດນາມ ແລະ ກາຍເປັນວັນມູນເຊື້ອ ຂອງຂະແໜງຂ່າວສານແຫ່ງຊາດ.

ວັນທີ 15 ກັນຍາ1945, ຫວຽດນາມ ສຳນັກຂ່າວສານ - ຊື່ທີ່ລຸງໂຮ່ຕັ້ງໃຫ້ - ໄດ້ອອກຂ່າວທັງໝົດ ບົດຖະແຫຼງການເອກະລາດ ພ້ອມກັບລາຍຊື່ລັດຖະບານຊົ່ວຄາວຂອງ ປະເທດ ຫວຽດນາມສາທາລະນະລັດ ປະຊາທິປະໄຕ  ຜ່ານບັນດາບົດຂ່າວ ດ້ວຍ 3 ພາສາຄື: ຫວຽດນາມ, ອັງກິດ, ຝຣັ່ງ. ຊ່ວງເວລາອັນສັກສິດນັ້ນໄດ້ກາຍເປັນວັນມູນເຊື້ອຂອງ ຫວຽດນາມ ສຳນັກຂ່າວສານ, ປັດຈຸບັນແມ່ນ ສຳນັກຂ່າວສານ ຫວຽດນາມ. ພາບ: VNA

ໃນສອງສົງຄາມຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ຝຣັ່ງ ແລະ ຈັກກະພັດ ອາເມລິກາ (1945-1975), ກໍຄືໃນການສູ້ຮົບ ປົກປັກຮັກສາຊາຍແດນພາກ ຕາເວັນຕົກສ່ຽງໃຕ້, ຊາຍແດນພາກເໜືອ ແລະ ປະຕິບັດໜ້າທີ່ສາກົນຢູ່ ລາວ, ກຳປູເຈຍ, ຖັນແຖວພະນັກງານ, ນັກຂ່າວ, ພະນັກງານເຕັກນິກ ຂອງ ຫວຽດນາມ ສຳນັກຂ່າວສານ ບໍ່ພຽງແຕ່ເປັນນັກຂ່າວເທົ່ານັ້ນ, ຫາກຍັງເປັນນັກຮົບຕົວຈິງອີກດ້ວຍ. ຕໍ່ໄຟຈາກຄຳສອນຂອງປະທານ ໂຮ່ຈີມິນທີ່ມີຕໍ່ ສຳນັກຂ່າວສານ ຫວຽດນາມວ່າ:  “ຂ່າວສານຍິ່ງໄວ, ການຕໍ່ຕ້ານຍິ່ງໄດ້ຮັບໄຊຊະນະໄວ”, ພວກເຂົາເຈົ້າໄດ້ມີໜ້າຢູ່ທຸກເສັ້ນທາງ, ທຸກສະໜາມຮົບ, ທັງຮ່ວມສູ້ຮົບ ທັງປະຕິບັດໜ້າທີ່ບັນທຶກຂ່າວສານ, ຮູບພາບປະຫວັດສາດ ເພື່ອສະໜອງໃຫ້ສູນກາງພັກ, ລັດຖະບານ ແລະ ບັນດາອົງການສື່ມວນຊົນ.

ໃນໄລຍະມີຊີວິດ, ປະທານ ໂຮ່ຈີມິນ ໄດ້ໃຊ້ເວລາອ່ານ, ປະກອບຄຳເຫັນ ແລະ ເຫັນດີໂດຍກົງ ກ່ຽວກັບຂ່າວ ແລະ ບົດຂຽນຂອງ ສຳນັກຂ່າວສານ ຫວຽດນາມ. ພາບ: VNA

ຂ່າວສານຫຼາຍສະບັບ, ພາບຖ່າຍຫຼາຍແຜ່ນຈາກບັ້ນຮົບ ດ້ຽນບຽນຝູ 1954, ກອງປະຊຸມ ເຊີແນວ, ການບຸກໂຈມຕີຄັ້ງໃຫຍ່ ແລະ ລຸກຮືຂຶ້ນ ປີວອກ 1968, ບັ້ນຮົບ ໂຮ່ຈີມິນ ປີ 1975... ໄດ້ສ້າງຂີດໝາຍ ກ່ຽວກັບ ຈິດໃຈກ້າຫານເດັດດ່ຽວ ຂອງບັນດານັກຂ່າວ-ນັກຮົບ ສຳນັກຂ່າວສານ ຫວຽດນາມ. ວັນທີ 30 ເມສາ 1975, ຫວຽດນາມ ສຳນັກຂ່າວສານ ເປັນກຽດໄດ້ອອກຂ່າວໄຊຊະນະ, ສ້າງຂີດໝາຍແຫ່ງການປົດປ່ອຍພາກໃຕ້, ສິ້ນສຸດສົງຄາມ ຕ້ານ ອາເມລິກາກູ້ຊາດຢ່າງມີໄຊ, ເປີດໄລຍະສະໄໝແຫ່ງການທ້ອນໂຮມປະເທດຊາດເປັນເອກະພາບ, ທົ່ວປະເທດກ້າວຂຶ້ນສູ່ສັງຄົມນິຍົມ.

ໃນການເດີນທາງນັ້ນ, ນັກຂ່າວ, ນັກເຕັກນິກ, ພະນັກງານຂອງ ສຳນັກຂ່າວສານ ຫວຽດນາມ ເກືອບ 260 ຄົນໄດ້ເສຍສະຫຼະຊີວິດຢ່າງພິລະອາດຫານ. ນັກຂ່າວ ເຈີ່ນກິມຊວ໋ຽນ, ຜູ້ຮັບຜິດຊອບຄົນທຳອິດຂອງ ຫວຽດນາມ ສຳນັກຂ່າວສານ ໄດ້ເສຍສະຫຼະຊີວິດໃນປີ 1947 ຢູ່ເຂດ ເດີ່ມແຊນ, ຕາແສງ ຫງອກເຊີນ, ເມືອງ ເຈືອງໝີ໊, ແຂວງ ຮ່າໄຕ (ປັດຈຸບັນແມ່ນຕາແສງ ເຈືອງໝີ໊, ຮ່າໂນ້ຍ), ກາຍເປັນນັກຮົບຜູ້ທຳອິດຂອງວົງການສື່ມວນຊົນ ປະຕິວັດ ຫວຽດນາມ.

ປະກອບສ່ວນເຂົ້າໃນເດືອນປີປະຫວັດສາດອັນຍິ່ງໃຫຍ່ຂອງ ສຳນັກຂ່າວສານ ຫວຽດນາ ໃນໄລຍະສົງຄາມຕ້ານອາເມລິກາກູ້ຊາດ, ບໍ່ສາມາດບໍ່ກ່າວເຖິງທີ່ຕັ້ງ, ບົດບາດຂອງສຳນັກຂ່າວສານ ປົດປ່ອຍ - ທີ່ເປັນ “ແຂນຕໍ່ຍາວ” ຂອງ ຫວຽດນາມ ສຳນັກຂ່າວສານ ຢູ່ພາກໃຕ້. ໃນ 15 ປີແຫ່ງການເຄື່ອນໄຫວ (1960-1975), ສຳນັກຂ່າວສານ ປົດປ່ອຍ  ພ້ອມກັບ ຫວຽດນາມ ສຳນັກຂ່າວສານ ໄດ້ຄຽງບ່າຄຽງບ່າກັບກຳລັງທະຫານ, ປະຊາຊົນໃນແຕ່ລະບັ້ນຮົບ ເພື່ອໃຫ້ມີບັນດາບົດຂ່າວ, ບັນດາແຜ່ນຮູບຖ່າຍ ສະທ້ອນໃຫ້ເຫັນເຖິງຄວາມຮຸນແຮງຂອງສົງຄາມ ພ້ອມທັງຈິດໃຈຮັກຊາດ ຂອງບັນດານັກຮົບປົດປ່ອຍ ແລະ ປະຊາຊົນພາກໃຕ້.

ບົດຂ່າວທຳອິດຂອງ ສຳນັກຂ່າວສານ ປົດປ່ອຍ ໄດ້ເປີດໂຕ ໃນວັນທີ 12 ຕຸລາ1960, ເປັນຂີດໝາຍແຫ່ງການກຳເນີດ ແລະ ການປະຕິບັດ “ພາລະກິດ” ຂໍ້ມູນຂ່າວສານອັນສະຫງ່າລາສີ ແລະ ພິລະອາດຫານ, ທັນທີໃຫ້ກຳລັງໃຈ ໃຫ້ແກ່ການຕໍ່ສູ້ອັນຊອບທຳຂອງກອງທັບ ແລະ ປະຊາຊົນພາກໃຕ້ ເພື່ອສັນຕິພາບ ທ້ອນໂຮມປະເທດຊາດ. ພາບ: ເອກະສານສຳນັກຂ່າວສານ ປົດປ່ອຍ

ຫຼັງຈາກວັນທ້ອນໂຮມປະເທດຊາດເປັນເອກະພາບ,  ຫວຽດນາມ ສຳນັກຂ່າວສານ ແລະ ສຳນັກຂ່າວສານ ປົດປ່ອຍ ໄດ້ຮວມເຂົ້າກັນດ້ວຍຊື່ເອີ້ນວ່າ ຫວຽດນາມ ສຳນັກຂ່າວສານ (ຕໍ່ມາໄດ້ປ່ຽນເປັນ ສຳນັກຂ່າວສານ ຫວຽດນາມ). ນັບແຕ່ນັ້ນມາ, ສຳນັກຂ່າວສານ ຫວຽດນາມ ໄດ້ກ້າວສູ່ໄລຍະການກໍ່ສ້າງ, ພັດທະນາໃໝ່ ດ້ວຍຖານະເປັນສຳນັກຂ່າວສານແຫ່ງຊາດ ທີ່ມີເຄືອຂ່າຍນັກຂ່າວປະຈຳການ ຢູ່ທົ່ວທຸກແຂວງ, ນະຄອນໃນທົ່ວປະເທດ ແລະ ຫຼາຍອົງການປະຈຳການ ຢູ່ຕ່າງປະເທດ. ກົງຈັກການຈັດຕັ້ງ, ທີມງານພະນັກງານ, ນັກຂ່າວ, ນັກບັນນາທິການ, ພະນັກງານໄດ້ຮັບການເພີ່ມທະວີ, ພື້ນຖານວັດຖຸດ້ານເຕັກນິກ ໄດ້ຮັບການ ທັນສະ ໄໝຂຶ້ນເທື່ອລະກ້າວ.  

ໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດສັງຄົມນິຍົມ, ກໍຄືໄລຍະປ່ຽນແປງໃໝ່, ສຳນັກຂ່າວສານ ຫວຽດນາມ ສືບຕໍ່ພັດທະນາຢ່າງແຂງແຮງໃນທຸກດ້ານ, ປະຕິບັດໜ້າທີ່ເປັນເປັນສຳນັກຂ່າວຍຸດທະສາດ, ໄວເນື້ອເຊື່ອໃຈ ຂອງພັກ ແລະ ລັດ ຢູ່ສະເໝີ; ເປັນແຫຼ່ງຂ່າວເປັນທາງການ ຮັບໃຊ້ບັນດາອົງການສື່ມວນຊົນທັງພາຍໃນ ແລະ ຕ່າງປະເທດ; ຕໍ່ສູ້ຕ້ານຖ້ອຍທຳນອງທີ່ບໍ່ຖືກຕ້ອງ... ປະກອບສ່ວນເຂົ້າໃນໄຊຊະນະອັນສະຫງ່າລາສີ, ມີຄວາມໝາຍທາງປະຫວັດສາດ, ສ້າງພື້ນຖານອັນໜັກແໜ້ນ ໃຫ້ແກ່ຂະບວນການປ່ຽນແປງໃໝ່ຂອງປະເທດຊາດ.  

ຈາກການທີ່ພຽງແຕ່ອອກຂ່າວ, ຮູບຖ່າຍໃຫ້ບັນດາອົງການສື່ມວນຊົນ, ສຳນັກຂ່າວສານ ຫວຽດນາມ ໄດ້ສະໜອງຂໍ້ມູນໂດຍກົງ ໃຫ້ປະຊາຊົນ ດ້ວຍຫຼາຍສິ່ງພິມທີ່ ສ້າງຊື່ສຽງໃນລະບົບສື່ສານມວນຊົນໃນເວລານັ້ນ. ປີ 1982, ໜັງສືພິມ ກິລາ ແລະ ວັດທະນະທຳ ໄດ້ຖຶກສ້າງຕັ້ງຂຶ້ນ. ຕໍ່ມາປີ 1983, ໜັງສືພິມຂ່າວລາຍອາທິດ ແລະ ຂ່າວວິທະຍາສາດ ເຕັກນິກ ແລະ ເສດຖະກິດໂລກລາຍອາທິດ ໄດ້ຖຶກສ້າງຕັ້ງຂຶ້ນ. ຕົ້ນຊຸມປີ 1990, ໜັງສືພິມ Vietnam news, Le Courrier du Vietnam, Vietnam Law ແລະ Legal Forum ໄດ້ຖືກພິມຈຳໜ່າຍ, ພ້ອມກັບໜັງສືພິມຂ່າວຕອນແລງ ແລະ ຂ່າວພາບເຂດ ພູດອຍ ແລະ ຊົນເຜົ່າ.

  ວັນທີ 19 ສິງຫາ 1998, ສຳນັກຂ່າວສານ ຫວຽດນາມ ໄດ້ເປີດເຄືອຂ່າຍ www.vnanet.net, ກາຍເປັນໜຶ່ງໃນບັນດາອົງການສື່ມວນຊົນທຳອິດຂອງ ຫວຽດນາມທີ່ເຄື່ອນໄຫວເທິງເຄືອຂ່າຍອິນເຕີເນັດ, ສິ້ນສຸດ 53 ປີຂອງການອອກຂ່າວຕ່າງປະເທດດ້ວຍຄື້ນສັ້ນ ນັບຕັ້ງແຕ່ ຂ່າວທຳອິດຄືຖະແຫຼງການເອກະລາດ.   ກ້າວເຂົ້າສູ່ສະຕະວັດທີ XXI, ສຳນັກຂ່າວສານ ຫວຽດນາມ ກາຍເປັນກຸ່ມສື່ສານມວນຊົນຫຼາກຫຼາຍຮູບແບບ ໂດຍມີສື່ທຸກປະເພດຄື: ໜັງສືພິມພິມ, ໜັງສືພິມເອເລັກໂຕຣນິກ, ໂທລະພາບ, ຮູບຖ່າຍໜັງສືພິມ, podcast ແລະ ພາບ ກຣາບຟິກ, ມີໜ້າຢູ່ທຸກ ພື້ນຖານ. ມາຮອດປັດຈຸບັນ ເຄືອຂ່າຍນັກຂ່າວ ສຳນັກຂ່າວສານ ຫວຽດນາມ ບໍ່ພຽງແຕ່ມີຢູ່ທົ່ວທຸກແຂວງ, ນະຄອນໃນປະເທດ, ແຕ່ຍັງມີຢູ່ 30 ພື້ນທີ່ສຳຄັນ, ຍຸດທະສາດໃນທົ່ວໂລກ, ນຳເອົາຄວາມປາດຖະໜາຂອງຫວຽດນາມອອກສູ່ໂລກ, ພ້ອມທັງນຳໂລກເຂົ້າໃກ້ກັບຫວຽດນາມຍິ່ງຂຶ້ນ.  

ຢູ່ຈຸດເລີ່ມຕົ້ນຂອງຂ່າວສານ, ເຖິງແມ່ນວ່າຈະປະເຊີນໜ້າກັບອັນຕະລາຍ ຈາກໄພທຳມະຊາດ, ນ້ຳຖ້ວມ, ພະຍາດລະບາດ ຫຼື ໃນເຂດສົງຄາມ ອັນຮ້ອນແຮງ, ຢູ່ບັນດາເກາະ, ຊາຍແດນທີ່ຫ່າງໄກ, ຜູ້ທີ່ເຮັດວຽກດ້ານຂ່າວສານ ໂດຍບໍ່ທ້ໍຖອຍ ເຖິງອັນຕະລາຍ, ໄດ້ສົ່ງຕໍ່ບັນດາຂ່າວສານ, ຮູບພາບທີ່ທັນການ. ການເສຍສະຫຼະຂອງບັນດາຜູ້ທີ່ເຮັດວຽກດ້ານຂ່າວສານ, ຄວາມຜູກພັນອັນສະໜິດສະໜົມກັບປະຊາຊົນ ແລະ ທ້ອງຖິ່ນ, ຄວາມກ້າຫານໃນການໝູນໃຊ້ ເຕັກໂນໂລຊີ ເຂົ້າໃນຂະບວນການເຮັດວຽກ, ຢຶດໝັ້ນກັບຄຸນຄ່າຫຼັກຂອງການສື່ສານ ໄດ້ຊ່ວຍໃຫ້ ສຳນັກຂ່າວສານ ຫວຽດນາມ ສ້າງອອກຜະລິດຕະພັນການສື່ສານທີ່ມີຄຸນນະພາບ, ໄດ້ຮັບກຽດໃນຂັ້ນສູງສຸດ ໃນບັນດາລາງວັນສື່ມວນຊົນແຫ່ງຊາດ ແລະ ສາກົນ.  

ການຈັດຕັ້ງກົງຈັກຄືນໃໝ່ ແລະ ການຫັນເປັນ ດີຈີຕອນ ແມ່ນສອງຄື້ນໃຫຍ່ ທີ່ກຳລັງກຳນົດ “ການໄຫຼວຽນ” ຂອງສື່ມວນຊົນຍຸກໃໝ່. ໃນການເດີນທາງນັ້ນ, ສຳນັກຂ່າວສານ ຫວຽດນາມ ບໍ່ໄດ້ຢືນຢູ່ນອກ, ແຕ່ໄດ້ເລືອກທີ່ຈະປະເຊີນໜ້າ, ປັບຕົວ ແລະ ເປັນເຈົ້າການລຸກຂຶ້ນສູ້. ການປະຕິບັດມະຕິ 18 ໃນໄລຍະຕົ້ນ ແມ່ນບໍ່ສາມາດຫຼີກລ່ຽງຄວາມຫຍຸ້ງຍາກທາງດ້ານຈິດໃຈໄດ້. ການຮວມຕົວ, ຈັດຕັ້ງໂຄງສ້າງຄືນໃໝ່, ຫຼຸດຫົວເງື່ອນອົງການແມ່ນຄືກັບ “ການຜ່າຕັດຄັ້ງໃຫຍ່” ທີ່ເຕັມໄປດ້ວຍຄວາມທ້າທາຍ, ແຕ່ມັນຈຳເປັນ.  

ດ້ວຍຄວາມແບ່ງປັນ ແລະ ຄຸນນະທາດ, ດ້ວຍຄວາມມານະພະຍາຍາມທີ່ຈະຮ່ວມເດີນທາງກັບພະນັກງານ ແລະ ຜູ້ອອກແຮງງານ, ຄະນະການນຳ ສຳນັກຂ່າວສານ ຫວຽດນາມ ໄດ້ຫັນສິ່ງທ້າທາຍ ເປັນພະລັງແຮງ, ນຳສະເໜີແນວທາງທີ່ສົມເຫດສົມຜົນ, ຈັດຕັ້ງໂຄງສ້າງຄືນໃໝ່, ຮວມເຂົ້າກັນເປັນບັນດາໜ່ວຍງານໃໝ່ເຊັ່ນ: ໜັງສືພິມຂ່າວ ແລະ ຊົນເຜົ່າ, ໜັງສືພິມ Vietnam news ແລະ Law, ສູນເນື້ອຫາ ດີຈີຕອນ ແລະ ການສື່ສານ... ບັນດາໜ່ວຍງານ ໄດ້ເລີ່ມຕົ້ນຈັດຕັ້ງອົງການພາຍໃນຢ່າງມີປະສິດທິຜົນ, ຕອບສະໜອງຄວາມຕ້ອງການທີ່ຈະບໍ່ຢຸດຊະງັກໜ້າທີ່ທາງການເມືອງ.

ທ່ານປະທານສະພາແຫ່ງຊາດ ຫງວຽນຝູ໋ຈ້ອງ ມອບຫຼຽນໄຊໂຮ່ຈີມິນ (ຄັ້ງທີສອງ) ຂອງປະທານປະເທດ ມອບໃຫ້ ສຳນັກຂ່າວສານ ຫວຽດນາມ ໃນພິທີສະເຫຼີມສະຫຼອງ ວັນສ້າງຕັ້ງຄົບຮອບ 65 ປີ (ວັນທີ 15 ກັນຍາ 1945 - ວັນທີ 15 ກັນຍາ 2010). ພາບ: ຈີ໋ຢຸງ/VNA

ຕະຫຼອດ 80 ປີທີ່ຮ່ວມເດີນທາງກັບປະເທດຊາດ, ສຳນັກຂ່າວສານ ຫວຽດນາມ ໄດ້ຮັບການຍອມຮັບ ແລະ ມອບສາມນາມມະຍົດ ວິລະຊົນ ຈາກພັກ, ລັດ ແລະ ປະຊາຊົນເຊັ່ນ: ວິລະຊົນແຮງງານ ໃນໄລຍະປ່ຽນແປງໃໝ່ (ປີ 2001) ແລະ ສອງນາມມະຍົດ ວິລະຊົນ ກຳລັງປະກອບອາວຸດ ປະຊາຊົນ (ປີ 2005 ໃຫ້ ສຳນັກຂ່າວສານ ຫວຽດນາມ ແລະ ປີ 2020 ໃຫ້ ສຳນັກຂ່າວສານ ປົດປ່ອຍ), ພ້ອມດ້ວຍຫຼາຍລາງວັນອັນປະເສີດເຊັ່ນ: ຫຼຽນໄຊ ດາວຄຳ, ສາມຫຼຽນໄຊ ໂຮ່ຈີມິນ, ສອງຫຼຽນໄຊ ເອກະລາດຊັ້ນໜຶ່ງ...  

ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນມູນເຊື້ອ ຄົບຮອບ 80 ປີ, ພັກ ແລະ ລັດໄດ້ຕັດສິນໃຈ ມອບຫຼຽນໄຊ ໂຮ່ຈີມິນ ຄັ້ງທີ 3 ໃຫ້ແກ່ ສຳນັກຂ່າວສານ ຫວຽດນາມ. ນີ້ແມ່ນລາງວັນອັນຊົງກຽດຂອງພັກ, ລັດທີ່ໄດ້ຮັບຮູ້ ການປະກອບສ່ວນ ຂອງ ສຳນັກຂ່າວສານ ຫວຽດນາມ ຕໍ່ພາລະກິດການປະຕິວັດ ຂອງພັກ ແລະ ຂອງຊາດ; ພ້ອມທັງເປັນຄຳເຕືອນ ໃຫ້ພະນັກງານ, ນັກຂ່າວ, ນັກບັນນາທິການທຸກຄົນ ຂອງຂະແໜງການ ສືບຕໍ່ພະຍາຍາມ ປະຕິບັດໜ້າທີ່ທາງການເມືອງໃຫ້ດີ, ຮັບໃຊ້ທີ່ໄດ້ວຽກ ແກ່ພາລະກິດການປະຕິວັດ ຂອງພັກ ແລະ ຄວາມຕ້ອງການ ເຂົ້າເຖິງຂໍ້ມູນ ທີ່ຖືກຕ້ອງ, ທັນການຂອງປະຊາຊົນ.

ສຳນັກຂ່າວສານ ຫວຽດນາມ ນຳໜ້າໃນການຫັນເປັນ ດີຈີຕອນ, ສ້າງຂະບວນການຜະລິດຂໍ້ມູນຂ່າວສານທີ່ດີທີ່ສຸດ

* ນັກຂ່າວ: ຮຽນສະຫາຍນາງ ຜູ້ອຳນວຍການໃຫຍ່, ສຳນັກຂ່າວສານ ຫວຽດນາມ  ຈະປັບຕົວເຂົ້າກັບການປ່ຽນແປງ ຂອງ ເຕັກໂນໂລຊີ ແລະ ທ່າອ່ຽງການສື່ສານ ໃນປັດຈຸບັນແນວໃດ ເພື່ອສືບຕໍ່ຢັ້ງຢືນຖານະ ໃນສະພາບການໃໝ່?

* ສະຫາຍນາງ ຜູ້ອຳນວຍການໃຫຍ່ ຫວູ໊ຫວຽດຈາງ: ເສີມຂະຫຍາຍບັນດາຜົນໄດ້ຮັບໃນໄລຍະທີ່ຜ່ານມາ, ໃນໄລຍະໃໝ່, ຄະນະຜູ້ບໍລິຫານ ສຳນັກຂ່າວສານ ຫວຽດນາມ ໄດ້ກຳນົດວ່າຈະເປັນຜູ້ຊີ້ນຳ, ນຳພາ ການຈັດຕັ້ງປະຕິບັດ ບັນດາໂຄງການວຽກງານຢ່າງມີປະສິດທິຜົນ, ສໍາເລັດໜ້າທີ່ທາງການເມືອງໄດ້ດີ, ຢັ້ງຢືນ ແລະ ຍົກສູງບົດບາດ, ຖານະຂອງ ສຳນັກຂ່າວສານ ຫວຽດນາມ ໃນລະບົບສື່ມວນຊົນປະຕິວັດ ຫວຽດນາມໃນໄລຍະໃໝ່.

ປະຕິບັດຕາມການຊີ້ນຳ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ທີ່ກອງປະຊຸມໃຫຍ່ ຜູ້ແທນ ອົງຄະນະພັກ ສຳນັກຂ່າວສານ ຫວຽດນາມ ຄັ້ງທີ 27 ອາຍຸການ 2025-2030, ສຳນັກຂ່າວສານ ຫວຽດນາມ ສືບຕໍ່ພະຍາຍາມ ເສີມຂະຫຍາຍມູນເຊື້ອທີ່ສະຫງ່າອົງອາດ ຂອງອົງການຂ່າວສານແຫ່ງຊາດ, ຮັກສາຄວາມສາມັກຄີ; ເສີມຂະຫຍາຍປະຊາທິປະໄຕ, ປ່ຽນໃໝ່ແນວຄິດ, ປະດິດສ້າງ ໃນການຜັນຂະຫຍາຍໂຄງການ, ການເຄື່ອນໄຫວ, ສົມກັບຄວາມເຊື່ອໝັ້ນຂອງພັກ, ຂອງປະຊາຊົນ ແລະ ມູນເຊື້ອອັນສະຫງ່າລາສີ ຂອງຂະແໜງຂ່າວສານແຫ່ງຊາດ.  

ນອກຈາກນັ້ນ, ສຳນັກຂ່າວສານ ຫວຽດນາມ ສືບຕໍ່ເປັນຜູ້ບຸກເບີກ, ເປັນແບບຢ່າງ, ເປັນອັນດັບໜຶ່ງ ໃນຂົງເຂດແນວຄິດ, ປົກປັກຮັກສາພັກ; ປົກປັກຮັກສາລະບົບການເມືອງ, ຮັບໃຊ້ຜົນປະໂຫຍດຂອງປະເທດ, ຂອງປະຊາຊົນ; ປະກອບສ່ວນປະຕິບັດສອງໜ້າທີ່ຍຸດທະສາດ: ການປົກປັກຮັກສາ ແລະ ສ້າງສາປະເທດຊາດ; ເປັນຜູ້ບຸກເບີກໃນການໝູນໃຊ້ວິທະຍາສາດ, ເຕັກໂນໂລຊີ, ປ່ຽນໃໝ່ປະດິດສ້າງ, ຫັນເປັນ ດີຈີຕອນ ແລະ ເຊື່ອມໂຍງສາກົນ, ຮ່ວມກັບພາລະກິດການປະຕິວັດຂອງພັກ ແລະ ປະຊາຊົນ.  

ສຳນັກຂ່າວສານ ຫວຽດນາມ ກຳນົດຈະສືບຕໍ່ພັດທະນາເປັນອົງການຂ່າວສານແຫ່ງຊາດ ທີ່ມີຊື່ສຽງສູງ ໃນພາກພື້ນ ແລະ ທົ່ວໂລກ; ເປັນແຫຼ່ງສະໜອງຂໍ້ມູນຂ່າວສານ ທີ່ເປັນທາງການ, ຖືກຕ້ອງ, ໜ້າເຊື່ອຖື ແລະ ອຸດົມສົມບູນ ໃຫ້ແກ່ລະບົບການສື່ສານ ແລະ ປະຊາຊົນທັງພາຍໃນ ແລະ ຕ່າງປະເທດ, ບັນລຸປະສິດທິພາບສູງ ໃນການໂຄສະນາພາຍໃນ, ຕ່າງປະເທດ ແລະ ຮັບໃຊ້ການນຳພາຂອງພັກ, ການຄຸ້ມຄອງຂອງລັດ; ມີພື້ນຖານເຕັກໂນໂລຊີທັນສະໄໝ ແລະ ທີມງານນັກຂ່າວ, ນັກບັນນາທິການ ທີ່ນັບມື້ນັບເປັນມືອາຊີບ; ສ້າງແຫຼ່ງລາຍຮັບທີ່ໝັ້ນຄົງ.  

ສຳນັກຂ່າວສານ ຫວຽດນາມ ໄດ້ຈັດຕັ້ງປະຕິບັດ ສູນຂໍ້ມູນ, ລະບົບ ເຊີເວີ, ເຄືອຂ່າຍພາຍໃນ ຄວາມໄວສູງ, ເຄືອຂ່າຍການສົ່ງຂໍ້ມູນ ແລະ ດາວທຽມ, ຕອບສະໜອງ ການຜະລິດ - ການແຈກຈ່າຍຂໍ້ມູນຕະຫຼອດ 24 ຊົ່ວໂມງ/7 ວັນ ທັງພາຍໃນ ແລະ ສາກົນ. ພ້ອມກັນນັ້ນ, ຍົກລະດັບພື້ນຖານ, ຄວາມສາມາດໃນການຈັກແກ້, ການເກັບຮັກສາເພີ່ມຂຶ້ນສອງເທົ່າ, ແບນວິດອິນເຕີເນັດ (bandwidth) . ເຄືອຂ່າຍການສົ່ງຂໍ້ມູນແບບສະເພາະ ແລະ ບໍລິການແຈກຈ່າຍເນື້ອຫາ (CDN) ໄດ້ຖືກປັບປຸງໃຫ້ດີທີ່ສຸດ, ຄລາວຄອມພິວຕິ້ງ (cloud computing)  ແລະ ເຕັກໂນໂລຊີ ຄວາມປອດໄພຫຼາຍຊັ້ນ ໄດ້ຖືກຜັນຂະຫຍາຍ, ສ້າງພື້ນຖານທີ່ຍືດຫຍຸ່ນ, ໝັ້ນຄົງ, ມີຄວາມພ້ອມສູງ.  

ໂດຍສະເພາະ, ສຳນັກຂ່າວສານ ຫວຽດນາມ ຈະຍູ້ແຮງ, ສ້າງການຫັນປ່ຽນຢ່າງແຂງແຮງ ໃນການປະຕິບັດໜ້າທີ່ ຂໍ້ມູນຂ່າວສານ ຍຸດທະສາດ ຂອງອົງການຂ່າວສານແຫ່ງຊາດ; ມີຄວາມສາມາດ ໃນການຜະລິດ ແລະ ສະໜອງຜະລິດຕະພັນສື່ມວນຊົນທີ່ມີຄຸນນະພາບ, ໃຫ້ຂໍ້ມູນຄົບຖ້ວນທຸກດ້ານຂອງຊີວິດການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ, ວິທະຍາສາດ ແລະ ເຕັກໂນໂລຊີ...; ເປັນ "ທະນາຄານ" ສະໜອງຂໍ້ມູນເພື່ອຮັບໃຊ້ວຽກງານການນຳພາ, ການຊີ້ນຳຂອງພັກ, ລັດ, ບັນດາອົງການຄົ້ນຄວ້າ, ລະບົບການສື່ມວນຊົນພາຍໃນ ແລະ ຕ່າງປະເທດ; ມີຄວາມສາມາດ ໃນການຜະລິດຜະລິດຕະພັນການສື່ສານ ທີ່ມີການແຜ່ກະຈາຍຢ່າງກວ້າງຂວາງ.

ສຳນັກຂ່າວສານ ຫວຽດນາມ ຜ່ານຜ່າສິ່ງທ້າທາຍ, ປັບຕົວໃນທຸກສະພາບການ

* ນັກຂ່າວ: ຮຽນສະຫາຍນາງ ຜູ້ອຳນວຍການໃຫຍ່, ໃນສະພາບການໃໝ່, ສຳນັກຂ່າວສານ ຫວຽດນາມ  ຕ້ອງປະເຊີນກັບສິ່ງທ້າທາຍໃດ ແລະ ມີແນວທາງໃດເພື່ອເອົາຊະນະສິ່ງທ້າທາຍເຫຼົ່ານັ້ນ?

* ສະຫາຍນາງ ຜູ້ອຳນວຍການໃຫຍ່ ຫວູ໊ຫວຽດຈາງ: ໃນຂະບວນການປະຕິບັດ ບັນດາເປົ້າໝາຍສຳຄັນ, ສຳນັກຂ່າວສານ ຫວຽດນາມ ກໍ່ຕ້ອງປະເຊີນກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ. ໃນນັ້ນ, ສິ່ງທ້າທາຍ ກ່ຽວກັບແຫຼ່ງຊັບພະຍາກອນແມ່ນໃຫຍ່ທີ່ສຸດ. ແຫຼ່ງງົບປະມານຂອງ ສຳນັກຂ່າວສານ ຫວຽດນາມ ໃນໄລຍະທີ່ຜ່ານມາ ມີການຫຼຸດລົງຢ່າງເຫັນໄດ້ຊັດ, ໃນຂະນະທີ່ຍັງຕ້ອງໃຊ້ງົບປະມານ ການລົງທຶນຂອງລັດທີ່ຈຳກັດ ເພື່ອພັດທະນາລະບົບພື້ນຖານໂຄງລ່າງດ້ານເຕັກນິກ ແລະ ເຕັກໂນໂລຊີ. ການຮັບບັນຈຸ ພະນັກງານໄວໜຸ່ມເພື່ອຕອບສະໜອງ ຄວາມຕ້ອງການ ຂອງການສື່ສານຍຸກໃໝ່ ກໍ່ພົບຄວາມຫຍຸ້ງຍາກ ຍ້ອນງົບປະມານຈຳກັດ.

ພ້ອມກັນນັ້ນ, ສຳນັກຂ່າວສານ ຫວຽດນາມ ກໍ່ຄືຫຼາຍອົງການສື່ມວນຊົນທັງພາຍໃນ ແລະ ສາກົນຕ້ອງປະເຊີນກັບສິ່ງທ້າທາຍຈາກຂໍ້ມູນຂ່າວສານທ່ີຜິດເຂວ, ຂ່າວປອມ, ຂໍ້ມູນທີ່ນຳໃຊ້ປັນຍາປະດິດ (AI). ຍ້ອນການພັດທະນາຢ່າງແຂງແຮງຂອງເຕັກໂນໂລຊີ ດີຈີຕອນ ແລະ AI, ຂ່າວປອມ, ຂ່າວທີ່ຜິດເຂວ ນັບມື້ນັບຄວບຄຸມໄດ້ຍາກ, ສ້າງສະພາບຖືກຜິດທີ່ສັບປົນ, ເຮັດໃຫ້ຂ່າວຄາວຖືກສັບສົນປົນເປກັນໄປ ກັບປະຊາຊົນ...  

ຄວາມຫຍຸ້ງຍາກມີຢູ່ແລ້ວ ແຕ່ທີມງານຜູ້ເຮັດວຽກດ້ານຂ່າວສານຂອງ ສຳນັກຂ່າວສານ ຫວຽດນາມ ຈະບໍ່ຖອຍຫຼັງຕໍ່ຄວາມຫຍຸ້ງຍາກ. ຄວາມເປັນຈິງສະແດງໃຫ້ເຫັນວ່າ, ຜູ້ເຮັດວຽກດ້ານຂ່າວສານໄດ້ມີຄວາມສາມັກຄີ, ມີຄວາມຮັບຜິດຊອບ, ມີຄວາມຄິດສ້າງສັນ, ມີຄວາມສາມາດໃນການປັບຕົວສູງ ກັບທຸກສະພາບການ.  

ກ່ຽວກັບຊັບພະຍາກອນມະນຸດ, ນັກຂ່າວ, ນັກບັນນາທິການ ແລະ ພະນັກງານຫຼາຍຮ້ອຍຄົນຂອງ ສຳນັກຂ່າວສານ ຫວຽດນາມ ໄດ້ເຂົ້າຮ່ວມ ບັນດາຫຼັກສູດຍົກລະດັບຄວາມສາມາດ ດ້ານວິຊາຊີບ, ວິຊາສະເພາະທັງພາຍໃນ ແລະ ຕ່າງປະເທດ, ບັນດາຫ້ອງຮຽນຍົກລະດັບຄວາມຮູ້ ທາງດ້ານທິດສະດີການເມືອງ. ການແບ່ງປັນທັກສະການສື່ສານຍຸກໃໝ່ ໄດ້ຖືກປະຕິບັດຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງໃນຂະແໜງການ. ຍ້ອນແນວນັ້ນ, ສຳນັກຂ່າວສານ ຫວຽດນາມ ຈຶ່ງມີຜົນງານການສື່ສານທີ່ມີຄຸນນະພາບສູງ ແລະ ແຜ່ກະຈາຍຂໍ້ມູນຂ່າວສານທີ່ເປັນທາງການ, ຖືກຕ້ອງຢ່າງທັນການ ໃນຫຼາຍ ແພລັດຟອມ (platform), ໄດ້ຮັບຄວາມໄວ້ວາງໃຈ ຈາກການນຳຂອງພັກ, ລັດ, ບັນດາກະຊວງ, ອົງການ, ທ້ອງຖິ່ນ ແລະ ໂດຍສະເພາະແມ່ນຈາກປະຊາຊົນສ່ວນຫຼາຍ.  

ບັນດາກິດຈະກຳການຮ່ວມມືສາກົນ ກໍ່ໄດ້ຮັບການຍູ້ແຮງຕາມທິດທາງທີ່ແທດຈິງ, ມີປະສິດທິຜົນ, ຊ່ວຍໃຫ້ ສຳນັກຂ່າວສານ ຫວຽດນາມ ມີແຫຼ່ງຂ່າວທີ່ຫຼາກຫຼາຍ, ແຜ່ກະຈາຍຂໍ້ມູນຂ່າວສານຕ່າງປະເທດຂອງ ສຳນັກຂ່າວສານ ຫວຽດນາມ ໃນຫຼາຍ ແພລັດຟອມ. ທຸກໜ່ວຍງານຂອງ ສຳນັກຂ່າວສານ ຫວຽດນາມ ກໍາລັງພະຍາຍາມສໍາເລັດ ແລະ ສໍາເລັດໜ້າທີ່ສຳຄັນຢ່າງດີເລີດ ໃນໄລຍະປັດຈຸບັນ ແລະ ປີຕໍ່ໆໄປ ເພື່ອຮັບໃຊ້ຢ່າງເປັນຢ່າງດີ ແກ່ພາລະກິດການປະຕິວັດຂອງພັກ, ຜົນປະໂຫຍດຂອງຊາດ, ປະຊາຊົນ.  

ຕໍ່ຄວາມຕ້ອງການ ຂອງການພັດທະນາວິທະຍາສາດ, ເຕັກໂນໂລຊີ, ຄະນະຜູ້ບໍລິຫານ ສຳນັກຂ່າວສານ ຫວຽດນາມ ໄດ້ສັ່ງການໃຫ້ບັນດາໜ່ວຍງານຂໍ້ມູນຂ່າວສານ ຄົ້ນຄິດ, ທົດລອງໝູນໃຊ້ເຕັກໂນໂລຊີທັນສະໄໝ, ຍົກສູງຄວາມສາມາດ ໃນການເຂົ້າເຖິງຜູ້ອ່ານ. ບັນດາໜ່ວຍງານໄດ້ສ້າງບັນດາຜະລິດຕະພັນທີ່ນຳໃຊ້ເຕັກໂນໂລຊີ, ການສື່ສານຂໍ້ມູນ, ມີຜະລິດຕະພັນທີ່ຕິດພັນກັບເຕັກໂນໂລຊີ ຕົວຈິງລວງຕາ (AR) , 3D ແບບໂຕ້ຕອບ (Interactive 3D)... ບັນດາຜະລິດຕະພັນການສື່ສານ 3D ທີ່ມີການໂຕ້ຕອບໂດຍກົງເທິງ ໜ້າຈໍ ຄອມພິວເຕີ ຫຼື ການສຳຜັດເທິງໂທລະສັບສະຫຼາດໄດ້ນຳເອົາປະສົບການຕົວຈິງທີ່ໜ້າຈັບໃຈ ມາໃຫ້ແກ່ປະຊາຊົນ, ໂດຍສະເພາະແມ່ນຄົນໜຸ່ມສາວ.  

ສຳນັກຂ່າວສານ ຫວຽດນາມ ກໍາລັງເຮັດໃຫ້ແຫຼ່ງຂໍ້ມູນມີຄວາມຫຼາກຫຼາຍຍິ່ງຂຶ້ນ; ຍົກລະດັບເຄື່ອງມືຈັດແກ້ຂໍ້ມູນ ແລະ ມຸ່ງສູ່ການມີລະບົບນິເວດຂໍ້ມູນຮ່ວມ... ຂໍ້ມູນຈະເປັນພື້ນຖານເພື່ອໃຫ້ຂະບວນການຫັນເປັນ ດີຈີຕອນ ນຳມາເຊິ່ງຜົນສຳເລັດທີ່ແທດຈິງ, ສ້າງຜະລິດຕະພັນທີ່ມີຄຸນນະພາບ, ດຶງດູດ. ປະຈຸບັນປະຊາຊົນບໍ່ພຽງແຕ່ຕ້ອງການຊອກຫາ, ອ່ານຂໍ້ມູນເທົ່ານັ້ນ, ຫາກຍັງຕ້ອງການໄດ້ຜ່ານປະສົບການຕົວຈ້ງ ກັບຄຸນລັກສະນະໃໝ່ ຂອງສື່ສານຍຸກໃໝ່, ນີ້ກໍແມ່ນຄວາມຮຽກຮ້ອງຕ້ອງການທີ່ກໍານົດໃຫ້ ສຳນັກຂ່າວສານ ຫວຽດນາມ ໃນປັດຈຸບັນ ເຊັ່ນດຽວກັນກັບໄລຍະຕໍ່ໄປ. 

ສືບຕໍ່ປະຫວັດສາດອັນສະຫງ່າລາສີ ຂອງອົງການສື່ມວນຊົນ 3 ຄັ້ງວິລະຊົນ

* ນັກຂ່າວ: ການສະເຫຼີມສະຫຼອງມູນເຊື້ອຄົບຮອບ 80 ປີແມ່ນຂີດໝາຍສຳຄັນ, ໂດຍສະເພາະກ່ອນທີ່ ທົ່ວປະເທດຈະກ້າວເຂົ້າສູ່ຍຸກໃໝ່ - ຍຸກແຫ່ງການພັດທະນາ, ສະຫາຍນາງຜູ້ອຳນວຍການໃຫຍ່ ມີຂໍ້ຄວາມຫຍັງຢາກແບ່ງປັນໃນໂອກາດນີ້?

* ສະຫາຍນາງ ຜູ້ອຳນວຍການໃຫຍ່ ຫວູ໊ຫວຽດຈາງ: ເນື່ອງໃນໂອກາດສະເຫຼີມສະຫຼອງວັນມູນເຊື້ອ ສຳນັກຂ່າວສານ  ຫວຽດນາມ ຄົບຮອບ 80 ປີ (ວັນທີ 15 ກັນຍາ 1945 - ວັນທີ 15 ກັນຍາ 2025), ໃນນາມຄະນະພັກ, ຄະນະຜູ້ບໍລິຫານອົງການ, ຂ້າພະເຈົ້າຂໍສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ ການນຳພາຂອງຂະແໜງການໃນແຕ່ລະໄລຍະ, ບັນດານັກຮົບເສຍອົງຄະ, ຄອບຄົວຂອງນັກຮົບຜູ້ເສຍສະຫຼະຊີວິດເພື່ອຊາດ, ບັນດາຮຸ່ນພະນັກງານ, ນັກຂ່າວ, ນັກບັນນາທິການ, ນັກເຕັກນິກ, ພະນັກງານຂ່າວສານ ທີ່ໄດ້ເສຍສະຫຼະຕະຫຼອດຊີວິດ, ອຸທິດຕົນໃນຊ່ວງເວລາທີ່ດີທີ່ສຸດ, ປະກອບສ່ວນຫຼາຍຢ່າງ ໃນການສ້າງສາ ສຳນັກຂ່າວສານ ຫວຽດນາມ ໃຫ້ມີຄວາມເຂັ້ມແຂງຢ່າງບໍ່ຢຸດຢັ້ງ.

ດ້ວຍຄວາມຊົມເຊີຍ ແລະ ຄວາມນັບຖື, ຂ້າພະເຈົ້າຂໍສະແດງຄວາມຍົກຍ້ອງ ຕໍ່ຄວາມພະຍາຍາມ, ທຸ່ມເທ, ຈິດໃຈອຸທິດຕົນ, ທ່າທີເຮັດວຽກທີ່ເຕັມໄປດ້ວຍຄວາມຮັບຜິດຊອບ ຂອງບັນດາຜູ້ທີ່ເຮັດວຽກດ້ານຂ່າວສານ. ການປະກອບສ່ວນທຸກຢ່າງ ລ້ວນແຕ່ມີຄ່າຫຼາຍ, ຊ່ວຍໃຫ້ສ້າງຜະລິດຕະພັນການສື່ສານທີ່ມີຄຸນນະພາບ, ປະທັບໃຈ ເພື່ອໃຫ້ຂະແໜງການ ປະຕິບັດໜ້າທີ່ທາງການເມືອງໄດ້ດີ, ຮັບໃຊ້ພາລະກິດການປະຕິວັດຂອງພັກ ແລະ ຄວາມຕ້ອງການເຂົ້າເຖິງຂໍ້ມູນທີ່ຖືກຕ້ອງ, ທັນການຂອງປະຊາຊົນ.

ສະຫາຍເລຂາທິການໃຫຍ່ ໂຕເລີມ, ສະຫາຍ ອະດີດເລຂາທິການໃຫຍ່ ນົງດຶກແມ້ງ ແລະ ທ່ານ ປະທານສະພາແຫ່ງຊາດ ເຈີ່ນແທງເໝີ໊ນ ພ້ອມດ້ວຍຜູ້ແທນ ເຂົ້າຊົມພື້ນທີ່ວາງສະແດງຂອງ ສຳນັກຂ່າວສານ ຫວຽດນາມ ໃນພິທີສະເຫຼີມສະຫຼອງວັນສື່ມວນຊົນປະຕິວັດ ຫວຽດນາມ ຄົບຮອບ 100 ປີ (ວັນທີ 21ມິຖຸນາ 2025). ພາບ: ຖົ໋ງເຍິດ/VNA

ຮຸ່ນຄົນໃໝ່ທີ່ເຮັດວຽກດ້ານຂ່າວສານໃນປັດຈຸບັນ ພາກພູມໃຈໃນອະດີດອັນສະຫງ່າລາສີ ຂອງຄົນຮຸ່ນກ່ອນ, ສືບຕໍ່ສ້າງຂີດໝາຍໃນການຕໍ່ສູ້ ປົກປັກຮັກສາເອກະລາດ, ອຳນາດອະທິປະໄຕ, ປົກປັກຮັກສາພື້ນຖານແນວຄິດຂອງພັກ, ໃນການສ້າງສາ, ພັດທະນາປະເທດຊາດ. ດ້ວຍມູນເຊື້ອທີ່ອົງອາດກ້າແກ່ນ, ຈິດໃຈປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງ ແລະ ຄວາມປາດຖະໜາທີ່ຈະກ້າວໄປໄກຍິ່ງຂຶ້ນ, ສຳນັກຂ່າວສານ ຫວຽດນາມ ຈະສືບຕໍ່ພະຍາຍາມ, ຢັ້ງຢືນຖານະເປັນສຳນັກຂ່າວສານຫຼັກແຫຼ່ງ, ອົງການສື່ສານແຫ່ງຊາດ, ສູນຂໍ້ມູນຍຸດທະສາດຂອງພັກ, ລັດ.  

ຈິດໃຈ “ສຳນັກຂ່າວສານ ຫວຽດນາມ  ພ້ອມດ້ວຍປະເທດຊາດກ້າວສູ່ຍຸກໃໝ່”, ຂ້າພະເຈົ້າເຊື່ອໝັ້ນວ່າ ພະນັກງານ, ແຮງງານທັງໝົດຂອງ ສຳນັກຂ່າວສານ ຫວຽດນາມ ຈະສືບຕໍ່ສາມັກຄີ, ຕັດສິນໃຈ ປ່ຽນແປງໃໝ່, ຍົກສູງປະສິດທິຜົນຂອງວຽກງານ, ສໍາເລັດໜ້າທີ່ຂໍ້ມູນຂ່າວສານເປັນຢ່າງດີ, ປະຕິບັດບົດບາດຂອງນັກຮົບໃນຂົງເຂດຂໍ້ມູນຂ່າວສານໄດ້ດີ, ຮ່ວມກັນຂຽນໜ້າປະຫວັດສາດອັນສະຫງ່າລາສີຂອງອົງການຂ່າວສານວິລະຊົນໃນຍຸກໃໝ່.

* ນັກຂ່າວ: ຂໍສະແດງຄວາມຂອບໃຈຢ່າງສູງຕໍ່ສະຫາຍນາງ ຜູ້ອຳນວຍການໃຫຍ່.


top