ສີ່ລະດູ ຢູ່ທົ່ງນາ ຫວຽດນາມ

ສີ່ລະດູ ຢູ່ທົ່ງນາ ຫວຽດນາມ

ໂດຍຢຽດຍາວ ແຕ່ເຂດທົ່ງພຽງ ຈົນເຖິງແຄມທະເລ, ຈາກທົ່ງນາເຂົ້າ ສີເຫຼືອງ ໄປຈົນເຖິງນາເກືອສີຂາວ ຫຼື ບັນດາໜານດອກໄມ້ ທີ່ມີສີສັນ ຫຼາກຫຼາຍຮູບແບບ, ທົ່ງນາ ຫວຽດນາມ ແມ່ນພາບແຕ້ມທ່ີມີຊີວິດຊີວາ ແຫ່ງການອອກແຮງງານ ແລະ ພະລັງແຮງຊີວິດ. ຜ່ານສີ່ລະດູ ຄື: ລະດູບານໃໝ່, ລະດູຮ້ອນ, ລະດູໃບໄມ້ຫຼົ່ນ ແລະ ລະດູໜາວ, ທົ່ງນາ ແຕ່ລະແຫ່ງ ລ້ວນແຕ່ມີຄວາມງາມທ່ີເປັນເອກະລັກສະເພາະ, ສະແດງ ໃຫ້ເຫັນເຖິງ ຄວາມດຸໝັ່ນຂະຫຍັນພຽນ ແລະ ຄວາມປະດິດສ້າງ ຂອງ ຊາວກະສິກອນ ຫວຽດນາມ.

ທົ່ງດອກໄມ້ ຊາແດັກ (ແຂວງ ດົ່ງທາບ) ແມ່ນສູນກາງແຫ່ງດອກໄມ້ ຂອງເຂດພາກຕາເວັນຕົກ. ໂດຍສະເພາະ, ຢູ່ແຫ່ງນີ້ ມີເຂດທ່ອງທ່ຽວ ທົ່ງດອກໄມ້ ທີ່ມີເນື້ອທີ່ກວ້າງກວ່າ 2,5 ເຮັກຕາ ຈະດຶງດູດໃຈທ່ານ ດ້ວຍຄວາມງາມອັນສະຫວ່າງສະໄຫວ ຂອງດອກກຸຫຼາບຫຼາຍສິບ ສາຍພັນ ທີ່ແຕກຕ່າງກັນ ພ້ອມກັບກິ່ນຫອມອັນມີສະເໜ່ ອົບອວນ ໄປທົ່ວທຸກຫົນທຸກແຫ່ງ. ພາບ: VNP  

ເທິງຜືນແຜ່ນດິນຮູບໂຕ S, ທົ່ງນາ ແມ່ນພື້ນທີ່ ທີ່ຜູກພັນ ຢ່າງສະໜິດ     ແໜ້ນ ກັບຊີວິດການເປັນຢູ່ ແລະ ວັດທະນະທຳ ຂອງຄົນ ຫວຽດນາມ. ບໍ່ພຽງແຕ່ແມ່ນສະຖານທີ່ ຜະລິດກະສິກຳເທົ່ານັ້ນ, ນັ້ນຍັງແມ່ນສັນຍະ ລັກ ແຫ່ງຄວາມອຸດົມສົມບູນ, ແຫ່ງຈັງຫວະຊີວິດ ການອອກແຮງງານ ທ່ີຂະຫຍັນໝັ່ນພຽນ ທີ່ໄດ້ຮັບການບົ່ມເພາະຜ່ານຫຼາຍເຊ່ັນຄົນ.  

ໃນແຕ່ລະລະດູຂອງປີ, ທົ່ງນາ ໄດ້ຜັດປ່ຽນໂສມໜ້າໃໝ່ ທີ່ແຕກຕ່າງກັນ. ໃນລະດູບານໃໝ່, ບັນດາທົ່ງດອກໄມ້ ບານສະພັ່ງ ດ້ວຍສີເຫຼືອງ ຂອງ ດອກເບັນຈະມາດ, ດອກເໝີຍ ທີ່ສະຫວ່າງສະໄຫວ, ນຳມາຊຶ່ງບັນຍາກາດ ອັນສົດຊື່ນໃໝ່ອ່ຽມ. ນີ້ກໍແມ່ນຊ່ວງເວລາທີ່ປະຊາຊົນທຸ້ມເທ ກັບວຽກງານບົວລະບັດ ດອກໄມ້, ຫົດນ້ຳ, ຕັດແຕ່ງກິ່ງ ເພື່ອຕອບສະໜອງ ຄວາມຕ້ອງການ ຂອງຕະຫຼາດ, ເປັນຕົ້ນແມ່ນໃນໂອກາດບຸນເຕັດປະເພນີ. ບັນດາ ທົ່ງດອກໄມ້ ໄດ້ກາຍເປັນຈຸດໝາຍປາຍທາງທີ່ດຶງດູດໃຈ, ປະກອບສ່ວນ ສ້າງແຫຼ່ງລາຍຮັບເພີ່ມເຕີມໃຫ້ແກ່ປະຊາຊົນ.

ການຫັນເປັນກົນຈັກ ຢູ່ທົ່ງນາ ຕາແສງ ຮ່ອນເດິດ (ແຂວງ ອານຢາງ). ພາບ: VNP
ຊາວນາເກັບຜັກ ຢູ່ທົ່ງນາ ນອກເມືອງ ນະຄອນຫຼວງ ຮ່າໂນ້ຍ. ພາບ: ຫວູຊິງ/VNA  
 

ໃນລະດູຮ້ອນ, ຢູ່ຕາມເຂດຊົນນະບົດ, ທົ່ງສາລີ ແລະ ພືດຜົນອື່ນໆ ຂຽວອຸ່ມທຸ່ມ ທ່ີຢຽດຍາວ ພາຍໃຕ້ແສງແດດ. ບັນດາໜານສາລີ ສູງສະຫງ່າ, ສະຫຼັບກັບໜານຖົ່ວ, ມັນດ້າງ, ຖົ່ວດິນ ສ້າງເປັນໂທນສີ ອັນມີຊີວິດຊີວາ ຂອງລະດູເກັບກ່ຽວ. ນີ້ແມ່ນຊ່ວງເວລາ ທີ່ຊາວ ກະສິກອນ ບົວລະບັດຮັກສາ, ພວນດິນ, ກຽມພ້ອມໃຫ້ແກ່ລະດູ ເກັບກ່ຽວ.  

ເມື່ອລະດູໃບໄມ້ຫຼົ່ນມາເຖິງ, ທົ່ງນາເຂົ້າ ໄດ້ກ້າວເຂົ້າສູ່ລະດູທີ່ງາມ ທີ່ສຸດ. ບັນດາທົ່ງນາເຂົ້າສຸກເຫຼືອງຍາວຢຽດ ເໝືອນດັ່ງທະເລເຂົ້າ ທີ່ບໍ່ມີ ບ່ອນສິ້ນສຸດ. ແຕ່ເຊົ້າຕູ່, ຊາວນາ ໄດ້ອອກສູ່ທົ່ງນາ ເພື່ອກ່ຽວເຂົ້າ. ສຽງກ່ຽວເຂົ້າ ປະສານກັບ ສຽງຈັກ ກ່ຽວເຂົ້າ ດັງທົ່ວທົ່ງນາ, ສ້າງເປັນ ຈັງຫວະແຫ່ງການອອກແຮງງານ ທ່ີຟົດຟື້ນ. ບັນດາຮວງເຂົ້າ ທ່ີດົກໜາ ແມ່ນຜົນ ຂອງຄວາມອົດທົນ ບົວລະບັດຮັກສາ ມາເປັນເວລາ ຫຼາຍເດືອນ.

 

ຊາວນາ ນະຄອນ ເກິ່ນເທີ ເກັບໝາກໂມ. ພາບ: ຮົ່ງທ໋າຍ/VNP  
ເກັບກ່ຽວເກືອ ຢູ່ທົ່ງເກືອ ຊາຮວິ່ງ (ແຂວງ ກວ໋າງຫງາຍ). ພາບ: VNP  

 

ຢູ່ບັນດາເຂດແຄມທະເລ ເຊັ່ນ: ກວາງນິງ, ກວາງຫງ໊າຍ ຫຼື ກ່າເມົາ, ລະ ດູແລ້ງພັດແມ່ນລະດູຂອງບັນດາທົ່ງນາເກືອ. ພາຍໃຕ້ແສງແດດ ທີ່ແຜດເຜົາ, ນ້ຳທະເລລະເຫີຍອາຍ, ປະໄວ້ພຽງຊັ້ນເກືອສີຂາວ ລະຍິບລະຍັບ ປົກຄຸມທົ່ວໜ້າດິນ. ພາບຂອງຊາວນາເກືອ ທີ່ຂະຫຍັນ ຂຸ້ນຂ້ຽວຂູດເກືອ ໃນຍາມເຊົ້າຕູ່ ສ້າງເປັນຄວາມງາມ ແຫ່ງການ ອອກແຮງງານ ທ່ີເປັນເອກະລັກສະເພາະ ຂອງ ເຂດທະເລ ຫວຽດນາມ. 
ບັນດາທົ່ງດອກເບັນຈະມາດສີເຫຼືອງເຫຼື້ອມ, ເບັ່ງບານຢ່າງຈົບງາມ ຢູ່ບ້ານ ເຫງ໊ຍຈ້າຍ, ແຂວງ ຮຶງອຽນ. ພາບ: VNP
 

ບໍ່ພຽງແຕ່ມີຄຸນຄ່າທາງດ້ານເສດຖະກິດເທົ່ານັ້ນ, ບັນດາທົ່ງນາ ຍັງແມ່ນ ສ່ວນໜຶ່ງຂອງທັດສະນີຍະພາບ ວັດທະນະທຳ ອັນດີເລີດ. ນັບແຕ່ສີ ເຫຼືອງຂອງເຂົ້າສຸກ, ສີຂຽວຂອງສາລີ ແລະ ພືດພັນທັນຍາຫານ, ສີຂາວຂອງນາເກືອ ຈົນເຖິງສີສັນຫຼາກຫຼາຍ ຂອງທົ່ງດອກໄມ້, ທັງໝົດ ລ້ວນແຕ່ປະສານເຂົ້າກັນ ກາຍເປັນພາບແຕ້ມສີ່ລະດູ ທ່ີມີຊີວິດຊີວາ. ນັ້ນແມ່ນບົດເພງປະສານສຽງຂອງຟ້າດິນ ແລະ ຜູ້ຄົນ, ສະແດງໃຫ້ເຫັນ ຢ່າງຈະແຈ້ງເຖິງສີສັນຊີວິດ ອັນທົນທານ ຂອງເຂດຊົນນະບົດ ຫວຽດ ນາມ.

ບົດ: ບິກເວິນ - ພາບ: VNP, VNA


top