ສານທີ່ແຂງແຮງ ກ່ຽວກັບ ຫວຽດນາມ ທີ່ໄວ້ເນື້ອເຊື່ອໃຈ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ
ການເດີນທາງປະຕິບັດງານ ຂອງ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ຢູ່ ສ ອາເມລິກາ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດ ພິເສດ ສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງສາຍພົວພັນ ອາຊຽນ - ສ ອາເມລິກາ, ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສ ອາເມລິກາ ແລະ ສະຫະປະຊາຊາດ (ສປຊ) ໄດ້ສົ່ງສານ ທີ່ແຂງແຮງ ກ່ຽວກັບປະເທດ ຫວຽດນາມ ທີ່ມີຄວາມ ໄວ້ເນື້ອເຊື່ອໃຈ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ມາຢ້ຽມຢາມຕະຫຼາດຫຼັກຊັບ ນິວຢອກ (NYSE) ແລະ ເຂົ້າຮ່ວມການໂອ້ລົມສົນທະນາໂຕະມົນກັບ ຜູ້ອຳນວຍການດ້ານບໍລິຫານາບໍລິຫານ (CEO) ຂອງກຸ່ມບໍລິສັດ, ກອງທຶນລົງທຶນແຖວໜ້າ ຈຳນວນໜຶ່ງ ທີ່ກຳລັງລົງຊື່ຢູ່ NYSE. ໃນພາບ: ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ກົດປຸ່ມກະດິງ ແລະ ເຄາະຄ້ອນ ເພື່ອສິ້ນສຸດການພົວພັນຊື້ຂາຍວາລະສຸດທ້າຍ. ພາບ: ເຢືອງຢາງ/VNA
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ມີການພົບປະກັບຕົວແທນພໍ່ແມ່ຊາວ ຫວຽດນາມອາໄສຢູ່ຕ່າງປະເທດ ຜູ້ມີການປະກອບສ່ວນໃຫ້ປະເທດ, ພິເສດແມ່ນໃນໄລຍະ ໂຄວິດ-19, ພ້ອມກັບນັກສຶກສາ ຫວຽດນາມ ຈຳນວນໜຶ່ງ ທີ່ກຳລັງຮຽນຢູ່ ສ ອາເມລິກາ. ພາບ: ເຢືອງຢາງ/VNA
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ພົບປະກັບທ່ານນາງ Amina J. Mohamed, ຮອງເລຂາທິການໃຫຍ່ ສປຊ. ພາບ: ເຢືອງຢາງ/VNA
- ບົດ: VNP - ພາບ: VNA - ເຕັກນິກກະຣາຟິກ: ຈາງຍູງ-ແປໂດຍ: ບິກລຽນ