ສັບສ້າວຫາປາ ຄວາມງາມທາງວັດທະນະທໍາ ເທິງສາຍນໍ້າ ຕິກ
ເມື່ອລະດັບນ້ຳ ໃນແມ່ນ້ຳ ຕິກ ທີ່ໄຫຼຜ່ານເຂດ ຕິກຢາງ (ເມືອງ ຟຸກທໍ້, ນະຄອນຫຼວງ ຮ່າໂນ້ຍ) ບົກແຫ້ງລົງ, ຮີດຄອງ ການສັບສ້າວ ຫາປາ ກໍຈະເລີ່ມຂຶ້ນຢ່າງຟົດຟື້ນ. ນີ້ບໍ່ພຽງແຕ່ ແມ່ນການຟື້ນຟູ ວິທີການຫາປາແບບບູຮານເທົ່ານັ້ນ, ແຕ່ກິດຈະກຳນີ້ ຍັງເປັນການຮັກສາ ຄວາມຊົງຈຳ ທາງວັດທະນະທຳ ແລະ ເສີມສ້າງ ຄວາມສາມັກຄີ ໃນຊຸມຊົນ ຂອງ ຊາວບ້ານບູຮານເຕື່ອງພຽວ ຢູ່ລຽບຕາມສາຍນ້ຳ ຕິກ.
ຕັ້ງແຕ່ເຊົ້າຕູ່, ຊາວບ້ານ ໄດ້ມາເຕົ້າໂຮມກັນຢ່າງຫຼວງຫຼາຍ ຢູ່ແຄມນ້ຳ. ບັນດາຜູ້ເຖົ້າຜູ້ແກ່ ໄດ້ເຮັດພິທີເປີດບຸນ, ຈຸດທູບທຽນ ເພື່ອຂໍໃຫ້ຝົນຟ້າຕົກ ຖືກຕ້ອງຕາມລະດູການ, ພືດພັນທັນຍາຫານອຸດົມສົມບູນ. ພິທີການ ສັ້ນ ແຕ່ກະທັດຮັດ ແລະ ສັກສິດ, ສະແດງເຖິງ ຄວາມຮູ້ບຸນຄຸນ ຕໍ່ທຳມະຊາດ ແລະ ສາຍນ້ຳທີ່ໄດ້ລ້ຽງດູຜູ້ຄົນ ມາຫຼາຍເສັ່ນຄົນ.
ຫຼັງຈາກເສັດສິ້ນພິທີ ແມ່ນການສັບສ້າວຫາປາ ທີ່ທຸກຄົນລໍຄອຍ. ຜູ້ຊາຍ ທີ່ແຂງແຮງ ຈະຖືສ້າວໄມ້ໄຜ່ຍາວ, ລົງໄປໃນນ້ຳ ແລະ ຢືນເປັນແຖວລຽງກັນ. ເມື່ອໄດ້ຮັບສັນຍານ, ພວກເຂົາຈະພ້ອມກັນ ຟາດສ້າວລົງໜ້ານ້ຳຢ່າງແຮງ. ສຽງດັງສະໜັ່ນ ແລະ ນ້ຳຟົ້ງກະຈາຍ ທ່າມກາງສຽງເຊຍ ຢ່າງບໍ່ຂາດສາຍ ຈາກຜູ້ຊົມທີ່ຢືນ ຢູ່ສອງຝັ່ງນ້ຳ.
ຕາມຕຳນານເລົ່າຂານວ່າ ຮີດຄອງການສັບສ້າວຫາປາ ຢູ່ ຕິກຢາງ ມີມາແຕ່ບູຮານນະການ ໂດຍຕິດພັນກັບສາລາເກົ່າ ເຕື່ອງພຽວ - ເຊິ່ງເປັນສານເຈົ້າ ທ່ີອຸທິດໃຫ້ແກ່ນັກບຸນ ຕ໋ານວຽນ, ຜູ້ທີ່ໄດ້ຈັດຢູ່ໃນ “ເທບພະເຈົ້າ ອະມະຕະສີ່ອົງ” ຕາມຄວາມເຊື່ອພື້ນ ເມືອງ ຫວຽດນາມ. ຊາວບ້ານເລົ່າວ່າ ແມ່ນນັກບຸນ ຕ໋ານວຽນ ນີ້ເອງ ທີ່ເປັນຜູ້ສອນໃຫ້ຊາວບ້ານ ຮູ້ຈັກວິທີການສານແຫ, ສານມອງ ເຮັດສ້າວຫາປາ ແລະ ເຮັດເຄື່ອງມືຫາປາ ເທິງສາຍນ້ຳຕິກ. ເພື່ອລະນຶກເຖິງ ຄຸນງາມຄວາມດີນັ້ນ, ຊາວບ້ານຈຶ່ງໄດ້ສ້າງຫໍບູຊາ ແລະ ຮັກສາ ຮີດຄອງນີ້ໄວ້ຕະຫຼອດມາຫຼາຍຊົ່ວຄົນ.
ທ່ານ ຫງວຽນຕຽ໋ນເກື່ອງ, ຊາວບ້ານ ເຕື່ອງພຽວ ໄດ້ແບ່ງປັນວ່າ: “ລະດູການສັບສ້າວ ເໝາະສົມທີ່ສຸດ ແມ່ນແຕ່ເດືອນ 8 ຫາ ເດືອນ 10 (ຕາມປະຕິທິນຈັນທະຄະຕິ), ເມື່ອນ້ຳຈາກພູ ບາວີ່ ໄຫຼລົງມາໜ້ອຍ, ແມ່ນ້ຳ ຈະບົກລົງ ແລະ ປາຈະມາລວມຕົວກັນຢູ່ບ່ອນທີ່ເລິກ. ອຸປະກອນຫາປາ ກໍງ່າຍປະກອບດ້ວຍ: ໄມ້ ໄຜ່ ຮູບຈວຍ ມີຕາໜ່າງ ຕໍ່ໃສ່ໄມ້ໄຜ່ ອີກເບື້ອງໜຶ່ງ. ເມື່ອປາເຂົ້າໃນຕາໜ່າງ, ຜູ້ຫາປາ ຈະຮູ້ສຶກໄດ້ ຜ່ານການສັ່ນ ແລ້ວຍົກຂຶ້ນ ຫຼື ດຳລົງໄປຈັບ”.
ຕາມປົກກະຕິ, ການສັບສ້າວຫາປາ ແຕ່ລະຄັ້ງຂອງຊາວບ້ານ ເຕື່ອງພຽວ ຈະໄດ້ປາ ເປັນຈໍານວນຫຼາຍ, ບາງຄົນຈັບໄດ້ເປັນສິບກິໂລ ກໍມີ, ສ່ວນໃຫຍ່ ແມ່ນປາ ໄນ. ແຕ່ສຳລັບຊາວບ້ານ ຢູ່ທີ່ນີ້, ຄຸນຄ່າທີ່ໃຫຍ່ທີ່ສຸດ ບໍ່ໄດ້ ຢູ່ທີ່ຈຳນວນປາ. ປາ ທີ່ຈັບຖືເປັນ “ໂຊກລາບຈາກສາຍນ້ຳ”, ເຊິ່ງຈະຖືກແບ່ງປັນໃຫ້ທຸກຄົນ ເພື່ອເປັນຄວາມສຸກຮ່ວມກັນ ຂອງ ທັງໝູ່ບ້ານ.
ທ່ານ ຫງວຽນວັນກົງ, ຮອງປະທານ ຄະນະກຳມະການ ປະຊາຊົນ ເມືອງ ຟຸກທໍ ໃຫ້ຮູ້ວ່າ ເຕື່ອງພຽວ ມີຄວາມໝາຍວ່າ “ສາຍລົມທີ່ພັດອ່ອນໂຍນ”, ແມ່ນ ໝູ່ບ້ານບູຮານ ທີ່ມີຊື່ສຽງ ດ້ວຍສານເຈົ້າທີ່ໄດ້ຮັບການຈັດອັນດັບ ເປັນປູ ຊະນີຍະສະຖານແຫ່ງຊາດ. ບຸນສານເຈົ້າເຕື່ອງພຽວ ຍັງໄດ້ ຮັບການຮັບຮອງເປັນມໍລະດົກ ວັດທະນະທຳ ທີ່ເປັນນາມມະທຳ ແຫ່ງຊາດ. ຮີດຄອງການສັບສ້າວຫາປາ ເທິງສາຍນ້ຳ ຕິກ ຈຶ່ງບໍ່ພຽງແຕ່ ແມ່ນການດຳລົງຊີວິດແບບ ພື້ນເມືອງເທົ່ານັ້ນ, ແຕ່ຍັງແມ່ນພື້ນທີ່ ວັດທະນະທຳ ທີ່ເປັນເອກະລັກ, ສະແດງໃຫ້ເຫັນເຖິງຄວາມຜູກພັນທ່ີຊະນິດແໜ້ນ ລະຫວ່າງຜູ້ຄົນ ກັບທຳມະຊາດ.
ທ່ານ ກົງ ໄດ້ເນັ້ນໜັກວ່າ: “ພວກເຮົາປາດຖະໜາທີ່ຈະອະນຸລັກ ແລະ ສົ່ງເສີມຄຸນຄ່າຂອງຮີດຄອງ ການສັບສ້າວ ຫາປາ ໃຫ້ເປັນຈຸດເດັ່ນ ເພື່ອດຶງດູດການທ່ອງທ່ຽວ ແບບສຳຜັດຊີວິດຊົນນະບົດ. ຜ່ານນັ້ນ, ບໍ່ພຽງແຕ່ຊ່ວຍໃຫ້ປະຊາຊົນ ມີລາຍຮັບເພີ່ມຂຶ້ນ ແຕ່ຍັງປຸກຝັງຄວາມພາກພູມໃຈ ແລະ ຄວາມສາມັກຄີໃນຊຸມຊົນ, ໂດຍສະເພາະແມ່ນຄົນລຸ້ນໜຸ່ມ ໃຫ້ຮູ້ຈັກກົກເຄົ້າເຫງົ້າກໍຂອງບ້ານເກີດເມືອງນອນ”.
ທ່າມກາງກະແສຊີວິດ ທີ່ທັນສະໄໝ, ການສັບສ້າວຫາປາເທິງສາຍນ້ຳ ຕິກ ຍັງຄົງຮັກສາຄວາມລຽບງ່າຍ ແບບດັ້ງເດີມໄວ້ໄດ້ຢ່າງຄົບຖ້ວນ. ໃນສຽງສ້າວ ທີ່ຟາດລົງນ້ຳ ແລະ ສຽງຫົວ ທີ່ສະໜຸກສະໜານ, ສ້າງຄວາມຮູ້ສຶກໄດ້ເຖິງປະເພນີໜຶ່ງ ທີ່ຍັງສືບຕໍ່ໄດ້ຮັບການຮັກສາໄວ້ ຄືກັບສ່ວນໜຶ່ງຂອງຄວາມຊົງຈຳ ທີ່ມີຊີວິດຊີວາ ຂອງ ເຂດດິນແຄມນ້ຳແຫ່ງນີ້.
ບົດ: ກົງດາດ - ພາບ: ກົງດາດ, ແທັງຢາງ/VNP

















