ສະຖາປັດຕະຍະກຳ ທີ່ເປັນເອກະລັກ ຂອງ ໂບດໃຫຍ່ ໄຕນິງ

ສະຖາປັດຕະຍະກຳ ທີ່ເປັນເອກະລັກ ຂອງ ໂບດໃຫຍ່ ໄຕນິງ

 

ໂບດໃຫຍ່ ໄຕນິງ ຕັ້ງຢູ່ຖະໜົນ ຟ້າມໂຮ້ຟາບ, ເທດສະບານ ເມືອງ ຮ່ວາແທ່ງ, ແຂວງ ໄຕນິງ, ເປັນສະຖານທີ່ວັດທະນະທຳ ທີ່ມີຊື່ສຽງ ຂອງ ສາສະໜາ ກາວດ່າຍ. ສະຖານທີ່ແຫ່ງນີ້ ໄດ້ລວບລວມເອົາ ຮູບ ແບບ ສະຖາປັດຕະຍະກຳ ທີ່ເປັນເອກະລັກ, ເຊິ່ງດຶງດູດ ນັກທ່ອງທ່ຽວ ຫຼາຍພັນຄົນ ມາຢ້ຽມຢາມ ໃນແຕ່ລະປີ.

ໂບດໃຫຍ່ ໄຕນິງ ຫຼື ຊາວທ້ອງຖິ່ນມັກເອີ້ນວ່າ ວິຫານ ແທ໋ງ (ວິຫານ ສັກສິດ), ເປັນກຸ່ມສະຖາປັດຕະຍະກຳ ທີ່ມີກິດຈະກຳ ກໍ່ສ້າງໃຫຍ່ ແລະ ນ້ອຍກວ່າ 100 ແຫ່ງ ຕັ້ງຢູ່ໃນພື້ນທີ່ບໍລິເວນ ກວ້າງກວ່າ 1,2 ກມ2. ໂບດໃຫຍ່ແຫ່ງນີ້ ຖືວ່າເປັນວັດ ບັນພະບຸລຸດ, ສະຖານທີ່ປະກອບ ພິທີກໍາ ທາງສາສະໜາ ກາວດ່າຍ. ໂຄງການ ໄດ້ເລີ່ມກໍ່ສ້າງໃນ ປີ 1933, ສຳເລັດໃນປີ 1947, ໄດ້ເປີດນໍາໃຊ້ຢ່າງເປັນທາງການ ໃນປີ 1955. ໂບດໃຫຍ່ ໄຕນິງ ໄດ້ຖືກສ້າງຂຶ້ນ ໂດຍການປະກອບສ່ວນ ຂອງ ປະຊາຊົນ ໂດຍບໍ່ໄດ້ຮັບຄ່າຈ້າງແຮງງານ ໃດໆ, ຊໍ້າບໍ່ໜຳ ເຂົາເຈົ້າ ບໍ່ໄດ້ ແຕ່ງງານ ໃນລະຫວ່າງການກໍ່ສ້າງ ເພື່ອຮັບປະກັນ ຄວາມ ສົມດຸນ ທາງດ້ານ ບວກ-ລົບ (ຢິນ-ຢາງ) ໃຫ້ແກ່ໂຄງການ. ທຸກໆ ທິດສະດີ ກ່ຽວກັບ ຂະໜາດ ແລະ ສະຖາປັດຕະຍະກຳ ລ້ວນແຕ່ໄດ້ ຮັບການຊີ້ນຳ ຈາກ ດຶກຫຼີ ຢ໋າວຕົງ ຢ໋າງເກີ (ພະຄູ ຝ່າຍວິນຍານ ຂອງ ສາສະໜາ ກາວດ່າຍ) ໃຫ້ປະຊາຊົນ ປະຕິບັດ. ດ້ວຍວິທີນີ້, ໂບດໃຫຍ່ ໄຕນິງ ໄດ້ສຳເລັດ ພາຍຫຼັງ 22 ປີ ແຫ່ງການກໍ່ສ້າງ.

ດ້ານໜ້າຂອງໂບດໃຫຍ່ ໄຕນິງ. ພາບ: ທົງທ້ຽນ/VNP

ເມື່ອກ້າວເຂົ້າພາຍໃນໂບດໃຫຍ່ ໄຕນິງ, ນັກທ່ອງທ່ຽວ ຈະຮູ້ສຶກ ປະ ຫຼາດໃຈ ກັບໂຄງສ້າງສະຖາປັດຕະຍະກຳ ທີ່ເປັນເອກະລັກ ສະເພາະ. ຢູ່ທີ່ນີ້, ທ່ານຈະໄດ້ຊື່ນຊົມ ງານແກະສະຫຼັກ ທີ່ລະອຽດອ່ອນ, ເຊິ່ງສະແດງໃຫ້ເຫັນເຖິງ ພອນສະຫວັນ ຂອງ ຜູ້ທີ່ໄດ້ສ້າງສະຖານທີ່ ທີ່ມີ ຊື່ສຽງແຫ່ງນີ້. ທາງເຂົ້າໂບດໃຫຍ່ ປະກອບດ້ວຍ 12 ປະຕູ ທີ່ຖືກ ແກະສະຫຼັກ ຮູບ ສັດສັກສິດ ສີ່ຊະນິດ (ມັງກອນ, ກິເລນ, ເຕົ່າ, ນົກ ຫົງ) ແລະ ດອກບົວ. ໃນນັ້ນ, ແຈ໋ງມົນ ເປັນປະຕູທີ່ໃຫຍ່ ທີ່ສຸດ ດ້ວຍການຕົກແຕ່ງ ທີ່ແຕກຕ່າງກັນ, ມີຮູບມັງກອນ 2 ໂຕ ຍາດຊີງໄຂ່ມຸກ. 


ຢູ່ເທິງເພດານ ແລະ ຝາແມ່ນລວດລາຍແກະສະຫຼັກທີ່ລະ ອຽດອ່ອນທີ່ສຸດ, ສະແດງໃຫ້ເຫັນເຖິງຄວາມຕັ້ງໃຈ ແລະ ພອນສະຫວັນ ຂອງບັນດາສາສະນິກະຊົນ ກາວດ່າຍ ທີ່ໄດ້ ປະກອບສ່ວນ ສ້າງສາໂຄງການນີ້. ພາບ: ທົງທ້ຽນ/VNP
ກື໊ວຈຸ່ງດ່າຍ (ຫ້ອງໂຖງຫຼັກ) ແມ່ນສະຖານທີ່ທີ່ດຶງດູດນັກ ທ່ອງທ່ຽວ ຫຼາຍທີ່ສຸດ ໃນໂບດໃຫຍ່. ພື້ນທີ່ຍາວ 81 ມ, ກວ້າງ 27 ມ, ຖືກແບ່ງແຍກຈາກພື້ນທີ່ອື່ນໆ ໃນຫ້ອງໂຖງຫຼັກດ້ວຍເສົາ 18 ຕົ້ນ ແບ່ງອອກເປັນສອງຂ້າງ, ຖືກແກະສະຫຼັກ ແລະ ຕົກ ແຕ່ງ ຮູບມັງກອນຢ່າງລະອຽດອ່ອນ. ພາບ: ທົງທ້ຽນ/VNP

ສັນຍາລັກ ຂອງ ສາສະໜາ ກາວດ່າຍ ແມ່ນຮູບ ດວງຕາ ຢູ່ໃນຮູບ ສາມຫຼ່ຽມ, ເຊິ່ງເປັນຕົວແທນ ຂອງ ພະເຈົ້າ. ນອກຈາກນີ້, ສາສະໜາ ກາວດ່າຍ ຍັງບູຊາ ກາຍະມຸນີ, ພະເຢຊູ, ໂຂງຈື້, ຫຼາວຈື້, ເຈົ້າແມ່ ກວນອິນ ແລະ ອື່ນໆ. ຮູບພາບເຫຼົ່ານີ້ ຖືກ ແກະສະຫຼັກ ຢູ່ຫຼາຍບ່ອນ ອ້ອມໂບດໃຫຍ່, ໂດຍສະເພາະ ແມ່ນ ປະຕູຫຼັກ. ພາຍໃນ ໂບດໃຫຍ່ ມີເສົາ ຮູບມັງກອນ ສອງແຖວ, ທາສີຟ້າ, ແດງ, ຂາວ. ຢູ່ເທິງເພດານ ມີ 9 ພື້ນທີ່ ຂອງ ເມກ ແລະ ດາວ. ຫ້ອງໂຖງໃຫຍ່ ເປັນທ່ີ ສັກກາລະບູຊາ ທຽນຍ໊ານ (ຕາຟ້າ) ຊຶ່ງຕັ້ງຢູ່ເທິງ ໜ່ວຍໂລກຈັກະວານ ທີ່ມີດວງ ດາວ 3.027 ດວງ (ເປັນສັນຍາລັກ ຂອງ ໂລກ 3.072 ໜ່ວຍ).

ສາສະໜາ ກາວດ່າຍ, ມີຊື່ເຕັມວ່າ ດ້າຍດ້າວຕາມກີ່ໂຝໂລ້, ເກີດຂຶ້ນ ໃນປີ 1926 ທີ່ບ້ານ ລອງຈຸງ, ຕາແສງ ລອງແທ່ງ, ເມືອງ ຮ່ວາແທ່ງ, ແຂວງ ໄຕນິງ ໂດຍກຸ່ມເຈົ້າໜ້າທີ່ລັດຖະກອນ, ນາຍທຶນ, ເຈົ້າຂອງ ທີ່ດິນ ແລະ ປັນຍາຊົນ ຈຳນວນໜຶ່ງ ເປັນຜູ້ ກໍ່ຕັ້ງ ແລະ ພັດທະນາ ຢູ່ ໃນບັນດາແຂວງ ແລະ ຕົວເມືອງ ທາງພາກໃຕ້ ເປັນສ່ວນໃຫຍ່. ຕັ້ງ ແຕ່ປີ 1995 ຈົນເຖິງປັດຈຸບັນ, ລັດໄດ້ຮັບຮອງ ອົງການຈັດຕັ້ງ ທາງ ສາສະໜາ ສຳລັບ 10 ສະມາຄົມ ກາວດ່າຍ,  21 ອົງການຈັດຕັ້ງ ກາວດ່າຍ ທີ່ດຳເນີນງານເປັນເອກະລາດ ແລະ ອອກໃບອະນຸຍາດ ດຳເນີນງານ ທາງສາສະໜາ ສຳລັບ 1 ນິກາຍ ກາວດ່າຍ. 

(ແຫຼ່ງຂໍ້ມູນ: ກົມສາສະໜາ ລັດຖະບານ)

 

ຮູບ ຈັກລາສີແມ່ນພື້ນທີ່ຕັ້ງຢູ່ສ່ວນທ້າຍຂອງວິຫານ ແທ໋ງ, ມີ 8 ເສົາຮູບມັງກອນ ຈັດລຽງເປັນຮູບຈັກລາສີ. ຢູ່ກາງ ແມ່ນໜ່ວຍ ໂລກຈັກກະວານ ທີ່ມີເສັ້ນຜ່າສູນກາງ 3,3 ມ. ນີ້ ກໍ່ ແມ່ນສ່ວນພິເສດ ຂອງໂບດໃຫຍ່ ເມື່ອທຽບກັບສະຖານທີ່ ສັກສິດອື່ນໆ ຂອງສາສະໜາ ກາວດ່າຍ. ພາບ: ທົງທ້ຽນ/VNP

ໜຶ່ງໃນລັກສະນະ ທີ່ໂດດເດັ່ນ ຂອງ ສະຖາປັດຕະຍະກຳ  ໂບດໃຫຍ່ ໄຕນິງ ແມ່ນການ ປະສົມປະສານ ຮູບແບບ ຂອງ ອະລິຍະທຳ ສາສະ ໜາຕ່າງໆ ຢູ່ໃນໂລກ. ໂດຍສະເພາະ, ສະຖານທີ່ແຫ່ງນີ້ ໄດ້ດຶງດູດ ຄວາມສົນໃຈ ຈາກນັກທ່ອງທ່ຽວ ຄື ຫໍ ລະຄັງ ແລະ ຫໍ ກອງສູງ ສະ ຫງ່າ-ໂຄງສ້າງເຫຼົ່ານີ້ ມີລັກສະນະ ຄ້າຍຄືກັນ ກັບລະບົບ ຫໍ ລະຄັງ ໃນ ໂບດ ຄຣິສຕຽນ. ສ່ວນກາງ ຂອງໂບດໃຫຍ່ ໄຕນິງ  ຖືກອອກແບບ ດ້ວຍຮູບປັ້ນ ພະຢູລາຍ ຖືກປະດິດສະຖານ ຢູ່ຫຼັງຄາ. ຮູບພາບ ຂອງ ໂບດໃຫຍ່ ໄຕນິງ  ຍັງເຮັດໃຫ້ ນັກທ່ອງທ່ຽວ ນຶກເຖິງ ຮູບຊົງກົມ ຂອງ ຟ້າ ແລະ ຮູບຊົງ ສີ່ຫຼ່ຽມ ຂອງດິນ. ນີ້ກໍ່ແມ່ນທິດສະດີ ກ່ຽວກັບ ໂລກ ຈັກກະວານ ໃນສາສະໜາ ໂຂງຈື້. ຮູບຈັກລາສີ ຂອງ ໂບດໃຫຍ່ ໄຕນິງ ຂອງ ໂບດໃຫຍ່ ມີຮູບຊົງຄ້າຍຄືກັນກັບ ຮູບຈັກລາສີ ຂອງລັດທິ ເຕົາ.  ເທິງສຸດ ຂອງ ລາຍລະອຽດນີ້ ຍັງມີ ພະພຸດທະຮູບ 3 ອົງ. ພາຍໃນ ໂບດໃຫຍ່ ໄຕນິງ ຖືກສ້າງຂຶ້ນດ້ວຍ ກື໊ວຈຸ່ງດ່າຍ (ຕຳແໜ່ງ ໃນສາສະ ໜາ ກາວດ່າຍ)  ທີ່ມີ 9 ຂັ້ນ ຈາກ ລຸ່ມຂຶ້ນເທິງ.

ພາບລວມຂອງບົດໃຫຍ່ ໄຕນິງ. ພາບ: ຫງວຽນຖັ໋ງ

ໂຄງສ້າງຂອງໂບດໃຫຍ່ ໄຕນິງ  ໄດ້ລວມເອົາ ສະຖາປັດຕະຍະກຳ ທີ່ເປັນເອກະລັກຫຼາຍຢ່າງ ຈາກສິ່ງກໍ່ສ້າງ ທາງສາສະໜາຕ່າງໆ ໃນໂລກ. ນີ້ແມ່ນໂຄງການ ທີ່ສະແດງ ໃຫ້ເຫັນ ຢ່າງຈະແຈ້ງ ເຖິງຄະຕິທຳ ຂອງ ສາສະໜາ ກາວດ່າຍ, ນັ້ນກໍ່ຄື: ຕາມຢ໋າວ ກີວງວຽນ, ຟຸກຍຶດ ຫງູ້ຈີ (ສາມສາສະໜາ ກັບຄືນສູ່ຕົ້ນກຳເນີດ, ຫ້າສາຂາ ກັບຄືນ ເປັນໜຶ່ງດຽວ). ນີ້ແມ່ນ ໂຄງການ ທີ່ມີສະຖາປັດຕະຍະກຳ ທີ່ເປັນເອກະລັກ ດ້ວຍການ ປະສົມປະສານ ຢ່າງກົມກຽວກັນ ລະຫວ່າງ ດິນຟ້າ ແລະ ມະນຸດ. ໂບດໃຫຍ່ ໄຕນິງ ເປັນສະຖານທີ່ສັກສິດ ທີ່ສຳຄັນ ເພື່ອຮັບໃຊ້ ການຢ້ຽມຊົມ ແລະ ສັກກາລະບູຊາ,  ເປັນບ່ອນລວບລວມເອົາ ສະຖາປັດຕະຍະກຳ ທີ່ໂດດເດັ່ນ ຂອງ ປັດຊະຍາ ຕາເວັນອອກ-ຕາເວັນຕົກ. ດັ່ງນັ້ນ, ໂບດໃຫຍ່ໄຕນິງ ຈຶ່ງເປັນໜຶ່ງ ໃນສະຖານ ທີ່ ທ່ອງທ່ຽວ ທາງສາສະໜາ ທີ່ເໝາະສົມ ໃນທ້ອງຖິ່ນນີ້.

ບົດ: ເລມິງ - ພາບ: ຫງວຽນຖັ໋ງ, ທົງທ້ຽນ - ແປໂດຍ: ບິກລຽນ


top