ວຸ້ນໝາກພ້າວ Vinacoco: ເສັ້ນທາງການປ່ຽນ ນ້ຳໝາກ ພ້າວ ໃຫ້ເປັນອາຫານຫຼັກ

ວຸ້ນໝາກພ້າວ Vinacoco: ເສັ້ນທາງການປ່ຽນ ນ້ຳໝາກ ພ້າວ ໃຫ້ເປັນອາຫານຫຼັກ

ຍິ່ງກວ່າ ເປັນອາຫານຫວານ, ວຸ້ນໝາກພ້າວ Vinacoco ຂອງ GC Food ຍັງເປັນເລື່ອງລາວ ກ່ຽວກັບການສ້າງແຮງບັນດານໃຈ ກ່ຽວກັບຄວາມຄິດສ້າງສັນ ແລະ ຄວາມປາຖະໜາ ຂອງ ຊາວ ຫວຽດນາມ. ຈາກແຫຼ່ງຊັບພະຍາກອນ ທີ່ເຄີຍຫຼົງລືມ, ນ້ຳໝາກ ພ້າວ ຫວຽດນາມ ໄດ້ GC Food ປຸງແຕ່ງໃຫ້ກາຍ ເປັນວຸ້ນໝາກ ພ້າວ Vinacoco - ອາຫານທີ່ຢັ້ງຢືນ ທີ່ຕັ້ງ ຂອງ ຜະລິດຕະພັນ ກະເສດ ຫວຽດນາມ ໃນຕະຫຼາດໂລກ.

ສວນໝາກພ້າວ ຢູ່ ເບັນແຈ ເປັນແຫຼ່ງວັດຖຸດິບ ເພື່ອຜະລິດ ວຸ້ນ ໝາກພ້າວ ທີ່ມີຊື່ສຽງ ຂອງ Vinacoco. ພາບ: ເອກະສານ Vinacoco

ເມື່ອ​ເວົ້າ​ເຖິງ​ຕົ້ນ​ໝາກ​ພ້າວ, ຫຼາຍຄົນ​ຄິດ​ເຖິງ​ ແຕ່​ຊີ້ນ​ໝາກ​ພ້າວ​, ​ເປັນ​ເຄື່ອງ​ປະກອບ​ທົ່ວ​ໄປ​ໃນ​ການ​ປຸງ​ແຕ່ງ​ອາຫານເທ່ົານັ້ນ. ແຕ່ມີ ບໍ່ເທົ່າໃດຄົນ ທີ່ເຂົ້າໃຈວ່າ ນ້ໍາໝາກພ້າວ ຍັງມີສານອາຫານ ທີ່ອຸ ດົມສົມບູນ ໄປດ້ວຍໂພແທດຊຽມ, ແຄນຊຽມ, ແມກນີຊຽມ ແລະ ອາຊິດອາມິນສູງ, ເຊິ່ງມີປະໂຫຍດຕໍ່ສຸຂະພາບ. ແນວໃດກໍ່ຕາມ, ແຫຼ່ງຊັບພະຍາກອນ ອັນລ້ຳຄ່ານີ້ ມັກຈະເສຍໄປ ຫຼັງຈາກຂຸດ ຄົ້ນຊີ້ນໝາກພ້າວ. ສິ່ງດັ່ງກ່າວ ເຮັດໃຫ້ທ່ານ ຫງວຽນວັນຖື, ປະ ທານສະພາບໍລິຫານ ບໍລິສັດຫຸ້ນສ່ວນ ອາຫານ G.C (GC Food) ຮູ້ສຶກເປັນຫ່ວງ ແລະ ໄດ້ມີແນວຄິດຢ່າງກ້າຫານ, ນັ້ນຄືການ ນໍາ ນ້ຳໝາກພ້າວ ກາຍເປັນຜະລິດຕະພັນວຸ້ນໝາກພ້າວ, ບໍ່ພຽງແຕ່ ສ້າງມູນຄ່າ ເພີ່ມເທົ່ານັ້ນ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ ​ຊົນນະບົດ, ​ແຕ່​ຍັງ​ຢືນຢັນ ​ທີ່​ຕັ້ງ​ ຂອງ​ ຜະລິດ​ຕະພັນ​ກະ​ເສດ ຫວຽດນາມ ​ໃນ​ຕະຫຼາດ​ສາກົນ ອີກດ້ວຍ.

ຂະບວນການປຸງແຕ່ງວຸ້ນໝາກພ້າວ ແມ່ນປະກັນຄວາມປອດໄພ ແລະ ສຸຂະອະນາໄມ ຢູ່ສະເໝີ. ພາບ: ທົງຫາຍ/VNP

ໃນປີ 2015, GC Food ໄດ້ເລີ່ມກໍ່ສ້າງໂຮງງານຜະລິດວຸ້ນ ໝາກ ພ້າວ Vinacoco ທີ່ທັນສະໄໝ, ພ້ອມກັບເຕັກໂນໂລຊີ ທີ່ກ້າວ ໜ້າ ຢູ່ແຂວງ ດົ່ງນາຍ, ສ້າງພື້ນຖານໃຫ້ແກ່ອະນາຄົດ ທ່ີສົດໃສ. ເພື່ອຮັບປະກັນແຫຼ່ງວັດຖຸດິບ ແບບຍືນຍົງ, Vinacoco ບໍ່ພຽງແຕ່ ຢຸດຢູ່ການລົງທຶນທາງດ້ານເຕັກ ໂນໂລຊີ ເທົ່ານັ້ນ, ແຕ່ຍັງຮ່ວມ ມື ກັບຫຼາຍຮ້ອຍຄອບຄົວປູກໝາກພ້າວຢູ່ແຂວງ ເບັນແຈ, ສ້າງຕ່ອງ ໂສ້ການສະໜອງຈາກຟາມສູ່ໂຮງງານ. ແຂວງ ເບັນແຈ-ສະຖານ ທີ່ຖືກຂະໜານນາມວ່າ “ໝູ່ເກາະໝາກພ້າວສີຂຽວ ສາມແຫ່ງ” ມີເນື້ອ ທີ່ປູກໝາກພ້າວກວ່າ 72.000 ເຮັກຕາ, ກວມເອົາ 42% ຂອງ ເນື້ອທີ່ໝາກພ້າວ ທົ່ວປະເທດ, ໃນນັ້ນກວ່າ 80% ເນື້ອ ທີ່ ຂຸດ ຄົ້ນໝາກພ້າວ ມີຜົນຜະລິດໝາກພ້າວ ​ກວ່າ 600 ລ້ານ​​ໜ່ວຍ​ຕໍ່​ປີ​.


ເພື່ອຕອບສະໜອງຄວາມຕ້ອງການ ການຜະລິດຂະໜາດໃຫຍ່ ແລະ ຮັບປະກັນຄຸນນະພາບສູງ, Viancoco ໄດ້ລົງທຶນໃນລະ ບົບ ເຄື່ອງຈັກທ່ີໄດ້ມາດຕະຖານ, ລວມທັງອຸປະກອນທີ່ນໍາເຂົ້າ ຈາກ ເອີຣົບ ແລະ ເຄື່ອງຈັກທີ່ເຮັດດ້ວຍຕົນເອງ ເພື່ອສ້າງຜະລິດ ຕະພັນ ວຸ້ນໝາກພ້າວ ທີ່ເປັນເອກະລັກ. Viancoco ໄດ້ພັດທະ ນາຂັ້ນຕອນການຜະລິດແບບວົງປິດ ປະກອບດ້ວຍ 17 ຂັ້ນຕອນ, ແຕ່ ລະຂັ້ນຕອນແມ່ນໄດ້ຄວບຄຸມຢ່າງເຂັ້ມງວດ ເພື່ອຜະລິດ ອອກ ວຸ້ນ ແຕ່ລະກ້ອນທີ່ມີລົດຊາດທໍາມະຊາດ, ຕອບສະໜອງ ມາດຕະຖານ ສຸຂະອະນາໄມ ແລະ ຄວາມປອດໄພດ້ານສະບຽງ ອາຫານ ບັນລຸການຢັ້ງຢືນຊື່ສຽງຄື FSSC 22000, Halal ແລະ ຫຼາຍມາດຕະຖານສຸຂະອະນາໄມ ແລະ ຄວາມປອດໄພດ້ານສະ ບຽງ ອາຫານຕ່າງໆ.

ບໍລິສັດ ຍັງໄດ້ຂະຫຍາຍຂະໜາດການຜະລິດ ຢ່າງບໍ່ຢຸດຢັ້ງ, ຍູ້ ແຮງວຽກງານຄົ້ນຄວ້າ ແລະ ການພັດທະນາ ຜະລິດຕະພັນ, ເພື່ອ ຕອບສະໜອງຄວາມຕ້ອງການ ຂອງ ຕະຫຼາດ ໃນປັດຈຸບັນ ແລະ ກຽມພ້ອມສໍາລັບທ່າອ່ຽງ ການບໍລິໂພກ ໃນອະນາຄົດ.

Vinacoco ແມ່ນໂຮງງານຜະລິດວຸ້ນໝາກພ້າວໃຫຍ່ທີ່ສຸດຂອງ ຫວຽດນາມ ດ້ວຍກຳລັງການຜະລິດ ສຳເລັດຮູບ ສູງເຖິງ 15.000 ໂຕນຕໍ່ປີ. ພາບ: ທົງຫາຍ/VNP

ປັດຈຸ​ບັນ, Viancoco ​ແມ່ນ​ໂຮງງານ​ຜະລິດ​ວຸ້ນ ໝາກ​ພ້າວ​ ໃຫຍ່​ທີ່​ສຸດ​ ຂອງ​ ຫວຽດນາມ ດ້ວຍ​ກຳລັງ​ການ​ຜະລິດ​ ສໍາ​ເລັດ​ຮູບ​ ສູງ ເຖິງ 15.000 ​ໂຕນ​ຕໍ່​ປີ. ພິເສດ, Vinacoco ຍັງເປັນຜູ້ຜະລິດ ໜຶ່ງ ດຽວໃນປັດຈຸບັນ ທີ່ສະໜອງວຸ້ນໝາກພ້າວ ທີ່ມີ ຂະໜາດພິເສດ ເຊັ່ນ: 0303 ມມ ແລະ 0404 ມມ, ເໝາະກັບຄວາມ ຕ້ອງການທີ່ ແຕກຕ່າງກັນ ຂອງ ຂະແໜງເຄື່ອງດື່ມ.  


ວຸ້ນໝາກພ້າວ ໄດ້ຮັບຄວາມນິຍົມຫຼາຍຂຶ້ນ ຍ້ອນຜູ້ບໍລິໂພກມີ ຄວາມສົນໃຈ ຕໍ່ແບບແຜນວິຖີຊີວິດທີ່ມີສຸຂະພາບດີ ແລະ ມັກ ອາຫານທີ່ມີນໍ້າຕານຕໍ່າ, ບໍ່ມີສານກັນບູດ ແລະ ມີຕົ້ນກຳເນີດ ຈາກ ທຳມະຊາດ. ດັ່ງນັ້ນ, ວຸ້ນໝາກພ້າວ Viancoco ຈິ່ງສ້າງ​ກະແສ ໃນ​ຕະຫຼາດ​ໂລກ​ ໄດ້ຢ່າງ​​ໄວ, ​ໂດຍ​ສະ​ເພາະ​ແມ່ນ​ຕະ ຫຼາດ​ທີ່ເອົາໃຈຍາກ​ຄື: ຍີ່ປຸ່ນ, ສ ເກົາຫຼີ ​ແລະ ​ເອີ​ຣົບ.

ວຸ້ນໝາກພ້າວ Vinacoco ສາມາດໃຊ້ເປັນ ຂອງ ຫວານ ແບບ ທໍາມະຊາດ ຊະນິດໜຶ່ງ. ນອກຈາກນັ້ນ, ວຸ້ນໝາກພ້າວສາມາດ ປະສົມກັບ ໝາກໄມ້ສົດ, ນົມສົ້ມ ທີ່ບໍ່ມີນໍ້າຕານ ຫຼື ນ້ໍາປັ່ນບໍລິ ສຸດ. ການປະສົມປະສານນີ້ ຊ່ວຍເສີມວິຕາມິນ, ປັບສົມດຸນໂພ ຊະນາການ, ສະໜອງເສັ້ນໄຍທໍາມະຊາດ, ຊ່ວຍການຍ່ອຍ ອາ ຫານ, ເຮັດໃຫ້ຮ່າງກາຍເຢັນລົງ ແລະ ຊ່ວຍການຍ່ອຍອາຫານ.

ວຸ້ນໝາກພ້າວ Vinacoco ໄດ້ຄອງໃຈຜູ້ບໍລິໂພກ ຢູ່ຫຼາຍປະເທດ ເຊັ່ນ: ຍີ່ປຸ່ນ, ສ ເກົາຫຼີ, ເອີຣົບ...ໂດຍໄວ. ພາບ: ທົງຫາຍ/VNP

ດ້ວຍການຢັ້ງຢືນ OCOP ລະດັບ 4 ດາວ ແລະ ນາມມະຍົດ ຜະ ລິດຕະພັນ ອຸດສາຫະກຳ ຊົນນະບົດ ດີເດັ່ນລະດັບຊາດ, ວຸ້ນ ໝາກພ້າວ Vinacoco ຖືກສົ່ງອອກໄປຍັງກວ່າ 20 ປະເທດ ທົ່ວ ໂລກ. ການເດີນທາງ ຂອງ ວຸ້ນໝາກພ້າວ Vinacoco ບໍ່ພຽງ ແຕ່ ຢຸດ ດ້ວຍຜົນສຳເລັດ ຂອງ ການເຮັດທຸລະກິດເທົ່ານັ້ນ, ແຕ່ຍັງ ສ້າງແຮງບັນດານໃຈ ກ່ຽວກັບການເຄົາລົບບັນດາຄຸນຄ່າມູນເຊື້ອ, ຄວາມປາດຖະໜາຢາກຍົກສູງເຄື່ອງໝາຍການຄ້າ ຫວຽດນາມ ແລະ ນຳເອົາຜະລິດຕະພັນໜຶ່ງທີ່ດີເດັ່ນຂອງ ຫວຽດນາມ ອອກ ສູ່ໂລກ ອີກດ້ວຍ.

ບົດ: VNP/ທົງຫາຍ - ພາບ: ທົງຫາຍ ແລະ ເອກະສານ Vinacoco  


top