ລ້ຽງ ແມງດາ ຢູ່ ຮ່າໂນ້ຍ
ປັດຈຸບັນ, ຍ້ອນເຫັນໄດ້ຄຸນຄ່າ ກໍ່ຄືຕະຫຼາດ ຜູ້ບໍລິໂພກແມງ ດາ ມີຂະໜາດໃຫຍ່, ຫຼາຍຄອບຄົວຢູ່ ຮ່າໂນ້ຍ ຈິ່ງໄດ້ລົງທຶນ ສ້າງ ອ່າງລ້ຽງ ແມງດາ ແລະ ໄດ້ຮັບກຳໄລຢ່າງຫຼວງຫຼາຍ.
ແມງດາ, ເປັນແມງໄມ້ຊະນິດໜຶ່ງ ປະເພດປີກ ເຄິ່ງ ແຂງເຄິ່ງ ອ່ອນ. ພວກມັນຖືກພົບເຫັນ ຢູ່ໃນພື້ນທີ່ນ້ໍາ ຈືດ ໃນທົ່ວໂລກ. ແມງດາ ມີລໍາໂຕຍາວ, ແປ, ສີນ້ຳຕານ ຫຼື ດຳ. ພວກມັນ ມີປີກ ສັ້ນຄູ່ໜຶ່ງ ແລະ ປີກຫຼັງໃຫຍ່ ຄູ່ໜຶ່ງ, ໃຊ້ສຳລອຍນ້ຳ. ແມງດາໃຊ້ ງວງ ເພື່ອດູດນ້ໍາ ແລະ ອາຫານ ຊຶ່ງເປັນສັດຂະໜາດນ້ອຍ ຫຼາຍຊະນິດ, ລວມທັງແມງໄມ້, ໜອນ ແລະ ປາ ນ້ອຍ.
ແມງດາ ແມ່ນແຫຼ່ງອາຫານ ທີ່ສຳຄັນ ຂອງມະນຸດ. ໃນບາງ ພື້ນຖານວັດທະນະທໍາ, ພວກມັນຖືວ່າ ເປັນອາຫານແຊບ ເຍື່ອງ ໜຶ່ງ. ແມງດາ ສາມາດປຸງແຕ່ງໄດ້ຫຼາຍວິທີ, ລວມທັງ ຂົ້ວ, ປີ້ງ ແລະ ອົບ. ຢູ່ ຫວຽດນາມ, ແມງດາ ໄດ້ຮູ້ຫຼາຍທີ່ ສຸດໃນການ ນຳ ໃຊ້ເປັນເຄື່ອງປະກອບ ສຳລັບເຍື່ອງອາຫານ ບັ໋ນກ໋ວນ, ເຂົ້າ ປຸ້ນ ຊີ້ນປີ້ງ...
ຍ້ອນສະພາບແວດລ້ອມ ການດໍາລົງຊີວິດ ມີການປ່ຽນແປງ ຫຼາຍ, ແມງດາ ຕາມທໍາມະຊາດ ໄດ້ຄ່ອຍໆ ສູນຫາຍໄປໃນທຳມະຊາດ. ເປັນເວລານານ, ປະຊາຊົນ ເກືອບບໍ່ສາມາດເຫັນ ແມງດາ ໃນປ່າທຳມະຊາດຢູ່ ຫວຽດນາມ. ເຖິງຢ່າງໃດກໍຕາມ, ແມງ ໄມ້ຊະນິດນີ້ ຢູ່ໃນໝວດ “ອາຫານທີ່ເອົາມາ ຈາກປ່າ ແລະ ທະເລ” ຂອງ ຫວຽດນາມ ມີການເຕີບໂຕ ແລະ ຂະຫຍາຍພັນໄດ້ດີ ຢູ່ນິຄົມລ້ຽງ ແມງດາ ຂອງທ່ານ ຮວ່າງແອັງ (ຄຸ້ມບ້ານ ມິດ, ບ້ານ ດົງງ່ານ, ເມືອງ ດົ່ງແອັງ, ຮ່າໂນ້ຍ).
ທ່ານ ຮວ່າງແອັງ ນຳໃຊ້ຮູບແບບລ້ຽງ ແມງດາ ແບບຄົບວົງ ຈອນ, ນັບແຕ່ການຜະລິດ ແນວພັນ ໄປຈົນເຖິງການບໍລິໂພກ ຜະລິດຕະພັນ. ແນວພັນ ໄດ້ປະສົມພັນໂດຍເພິ່ນເອງ, ຮັບປະ ກັນ ຄຸນນະພາບ. ອ່າງລ້ຽງ ແມງດາ ສາມາດ ເຮັດດ້ວຍຊີມັງ, ພາດສະຕິກ ຫຼື ສັງກະສີ. ອ່າງລ້ຽງ ແມງດາຕ້ອງມີຂະໜາດທີ່ເໝາະສົມກັບຈຳນວນ ແມງດາ ທີ່ລ້ຽງ. ເພື່ອ ຮັບປະກັນ ແຫຼ່ງ ນ້ຳສະອາດໃຫ້ພຽງພໍ, ຜູ້ລ້ຽງຕ້ອງປ່ຽນນ້ຳ ແລະ ອະນາໄມ ອ່າງ ເປັນປະຈຳ.
ທ່ານ ຮວ່າງແອັງ ໃຫ້ຮູ້ວ່າ ການລ້ຽງ ແມງດາ ແມ່ນບໍ່ຫຍຸ້ງ ຍາກ ຫຼື ລໍາບາກ, ແຕ່ຕ້ອງມີຄວາມດຸໝັ່ນ ເພາະສັດຊະນິດນີ້ ດຳລົງຊີວິດຕາມແບບທຳມະຊາດ. ສະນັ້ນ, ຜູ້ລ້ຽງ ບໍ່ຈຳເປັນ ແຕະ ຕ້ອງເຖິງອ່າງລ້ຽງ ແມງດາ ຫຼາຍ, ແຕ່ຕ້ອງ ສັງເກດຢູ່ ສະເໝີ ເພື່ອບໍ່ໃຫ້ ແມງດາ ກິນກັນ ຫຼື ປາຢູ່ໃນອ່າງ ຕາຍ, ເພາະວ່າ ແມງດາ ບໍ່ກິນອາຫານຕາຍ, ມັນກິນແຕ່ອາຫານສົດ.
ໜອນ (ລູກອ່ອນ) ແມງດາ ຈະແຕກອອກຈາກໄຂ່, ຫຼັງຈາກນັ້ນ ນໍາໄປລ້ຽງ ຢູ່ໃນອ່າງ. ຫຼັງຈາກການຂະຫຍາຍຕົວເຖິງຂະໜາດ ໃດໜຶ່ງ ທີ່ແນ່ນອນ, ລູກ ແມງດາ ເຫຼົ່ານີ້ ຈະກາຍເປັນໂຕດັກ ແດ້. ແມງດາ ໃຫຍ່ ຫຼັງຈາກທີ່ແຕກອອກຈາກໂຕດັກແດ້ ຈະຖືກນໍາລ້ຽງໃນອ່າງຕ່າງຫາກ, ໂດຍມີອາຫານເປັນປານ້ອຍ, ກຸ້ງ ແລະ ແມງໄມ້.
ປັດຈຸບັນ, ຜູ້ບໍລິໂພກສ່ວນຫຼາຍຮູ້ຈັກຜະລິດຕະພັນທີ່ເຮັດຈາກ ແມງດາ ເຊັ່ນ: ຈືນ, ປີ້ງ, ອົບ... ເພາະວ່າ ຊີ້ນ ແລະ ໄຂ່ຂອງ ແມງດາ ມີທາດ ໂປຼຕິນ ແລະ ໄຂມັນ ຫຼາຍ. ເຖິງຢ່າງໃດກໍຕາມ, ສ່ວນທີ່ມີຄຸນຄ່າທີ່ສຸດຂອງ ແມງດາ ແມ່ນຖົງບັນຈຸ ນໍ້າ ເຊື້ອ (ມີສະເພາະ ແມງດາ ໂຕຜູ້).
ຢູ່ດ້ານຫຼັງ ຂອງ ແມງດາ ໂຕຜູ້ ມີທໍ່ນ້ອຍໆ ສອງທໍ່ ເອີ້ນວ່າ ທໍ່ ນໍ້າ ເຊື້ອ, ສີຂາວ ແລະ ມີກິ່ນຫອມ. ດັ່ງນັ້ນ, ຫຼາຍຄົນຈຶ່ງ ສະກັດ ເປັນນໍ້າເຊື້ອ, ເກັບໄວ້ ໃນກວດແກ້ວ, ແຕ່ລະຄັ້ງ ທີ່ກິນ ກໍ່ພຽງ ແຕ່ເອົາ 1-2 ຢອດ ໃສ່ໃນຖ້ວຍ ແຈ່ວເພື່ອເພີ່ມ ລົດຊາດ.
ຜະລິດຕະພັນຕົ້ນຕໍໃນນິຄົມລ້ຽງ ແມງດາ ຂອງທ່ານ ຮວ່າງແອັງ ແມ່ນຜະລິດຕະພັນ ແມງດາ ແລະ ນໍ້າເຊື້ອ ແມງດາ. ແມງດາ ທີ່ຂາຍໃຫ້ຮ້ານອາຫານ ແລະ ຜູ້ບໍລິໂພກ. ນໍ້າເຊື້ອ ແມງດາ ຈະໃຊ້ໃນຢາພື້ນເມືອງ ແລະ ເສີມສວຍ.
ນິຄົມລ້ຽງ ແມງດາ ຂອງ ທ່ານ ຮວ່າງແອັງ ແມ່ນແບບຢ່າງ ໜຶ່ງ ຂອງການລ້ຽງ ແມງດາ ທີ່ມີປະສິດທິຜົນ. ຮູບແບບຂອງເພິ່ນໄດ້ຮັບການຮ່ຳຮຽນ ແລະ ຫຼາຍຄົນນຳໃຊ້, ປະກອບສ່ວນ ເຂົ້າໃນການພັດທະນາ ຂະແໜງການລ້ຽງ ແມງດາ ຢູ່ ຫວຽດນາມ.
ບົດ ແລະ ພາບ: VNP/ກົງດາດ - ແປໂດຍ: ຢືຟຽນ