ຢ້ຽມຢາມໝູ່ບ້ານຜະລິດ ຂຽງໄມ້ ດິ້ງອານ
ບັນດາຂຽງໄມ້ ທີ່ແໜ້ນທົນທານ ມີທຸກຂະໜາດ ຖືກ ຕາກຢູ່ລຽບຕາມສອງຂ້າງທາງ, ສຽງເລື່ອຍໄມ້, ສຽງຂັດ ດັງອອກຈາກພາຍໃນໂຮງງານ, ຢູ່ຕາມທ່າເຮືອ ແມ່ນພາບ ການຂົນສົ່ງ ໄມ້ດິບເຮັດຂຽງ ຂຶ້ນຝັ່ງ, ພໍ່ຄ້າ ຊຳລະເງິນ ໃຫ້ບັນດາຄອບຄົວ ເຮັດຂຽງ ຫຼັງການຊື້ຂຽງ ແຕ່ລະຊຸດ... ນັ້ນແມ່ນຮູບພາບ ທີ່ເປັນເອກະລັກ ຂອງໝູ່ບ້ານຜະລິດຂຽງໄມ້ ດິ້ງອານ (ສັງກັດບ້ານ ອານຮ່ວາ, ຕາແສງ ດິ້ງອານ, ເມືອງ ເລິບຫວໍ່, ແຂວງ ດົ່ງທາບ) ທີີ່ມີອາຍຸ ກວ່າ 70 ປີແລ້ວ.
ຕາມການແນະນຳ, ພວກຂ້າພະເຈົ້າ ໄດ້ມາຢ້ຽມຢາມ ໂຮງງານຜະລິດ ຂຽງ ຂອງຄອບຄົວທ່ານ ຫງວຽນວັນຫວຽດ, ເຊິ່ງເປັນໜຶ່ງ ໃນບັນດາຄອບຄົວ ຜະລິດຂຽງ ນານປີທີ່ສຸດ ແລະ ໃຫຍ່ອັນດັບ ຕົ້ນໆ ຂອງ ໝູ່ບ້ານອາຊີບຫັດຖະກຳແຫ່ງນີ້. ທ່ານ ຫວຽດ ໃຫ້ຮູ້ວ່າ ອາຊີບເຮັດຂຽງ ຢູ່ ດິ້ງອານ ຖືເປັນອາຊີບ “ສືບທອດ ຈາກ ຮຸ່ນສູ່ຮຸ່ນ” ແລະ ເພິ່ນແມ່ນຮຸ່ນ ທີ3, ໄດ້ຢືດໝັ້ນ ກັບອາຊີບມາເປັນເວລາກວ່າ 30 ປີແລ້ວ.
ຜະລິດຕະພັນຂຽງ ຂອງ ດິ້ງອານ ໄດ້ຮັບຄວາມນິຍົມຊົມຊອບ ຈາກຜູ້ບໍລິໂພກ ທັງໃກ້ ແລະ ໄກ ເພາະວັດຖຸດິບ ທີ່ນຳມາເຮັດ ຂຽງ ແມ່ນໃຊ້ໄມ້ 3 ຊະນິດຕົ້ນຕໍຄື: ໄມ້ກະທິງ, ໄມ້ກ້ວງ ແລະ ໄມ້ຂາມ, ດ້ວຍຄຸນລັກສະນະເປັນໄມ້ເນື້ອແຂງ, ມີສີສັນສົດໃສ, ສວຍງາມ, ມີຄວາມທົນທານສູງ ແລະ ສຳຄັນທີ່ສຸດ ແມ່ນ ເມື່ອໃຊ້ ຂຽງ ເພື່ອຊອຍຊີ້ນ, ປາ ຫຼື ຕັດກະດູກ ຈະບໍ່ມີ ຂີ້ຂຽງ ຕິດມີດ ຫຼື ຊີ້ນ. ນອກຈາກນັ້ນ, ຕົ້ນກະທິງ, ຕົ້ນກ້ວງ... ມີຫຼາຍຢູ່ທ້ອງຖິ່ນ, ເພາະ ສະນັ້ນ ລາຄາວັດຖຸດິບຕໍ່າ ເຮັດໃຫ້ ລາຄາ ຂຽງໄມ້ ມີລາຄາແກ່ງແຍ້ງແຂ່ງຂັນຫຼາຍ, ນອກຈາກນັ້ນ ຂຽງໄມ້ຢູ່ ດິ້ງອານ ມີຄວາມທົນທານສູງ ໄດ້ນຳມາ ຊື່ສຽງ ໃຫ້ຜູ້ບ້ານຜະລິດ ຂຽງ ອີກດ້ວຍ. ທ່ານ ຫວຽດ ໃຫ້ຮູ້ ອີກວ່າ: ຈຸດພິເສດ ຂອງ ອາຊີບຜະລິດຂຽງ ແມ່ນ ບໍ່ກຳນົດເວລາ ແລະ ຜະລິດ ຂອງຄອບຄົວ, ເມື່ອສຸຂະພາບແຂງແຮງ, ສາມາດເຮັດໄດ້ກໍເຮັດ, ຖ້າເມື່ອຍ ກໍພັກຜ່ອນ. ສະນັ້ນ, ນັກທ່ອງທ່ຽວ ສາມາດມາຢ້ຽມຊົມໂຮງງານຜະລິດຂຽງໄມ້ ຫຼື ການເຄືື່ອນໄຫວຂົນສົ່ງ, ຊື້ຂາຍຂອງໝູ່ບ້ານອາຊີບຫັດຖະກຳນີ້ ໄດ້ທຸກເວລາໃນວັນ”.
ປັດຈຸບັນ, ໝູ່ບ້ານ ຂຽງ ດິ້ງອານ ມີປະມານ 15 ຄອບຄົວທີ່ໄດ້ຕິດພັນ ກັບອາຊີບ, ສະໜອງຂຽງ ໄປທົ່ວທຸກແຂວງ ພາກຕາເວັນຕົກສ່ຽງໃຕ້. ເພື່ອໃຫ້ມີຂຽງໄມ້ ທີ່ມີຄວາມທົນທານ ແລະ ສວຍງາມ, ຜູ້ເປັນນາຍຊ່າງ ຕ້ອງປະຕິບັດ ຜ່ານຫຼາຍ ຂັ້ນຕອນເຊັ່ນ: ເລືອກຊື້ໄມ້ແກ່, ຕາກໃຫ້ແຫ້ງ, ຕັດດ້ວຍເຄື່ອງຈັກເປັນທ່ອນໆ, ຂຶ້ນຮູບ, ຂັດໃຫ້ກ້ຽງ... ຂັ້ນຕອນຂຶ້ນຮູບ, ຂັດໃຫ້ກ້ຽງ ແລະ ຕາກຂຽງ ປົກກະຕິແມ່ນວຽກ ຂອງ ຜູ້ຍິງ, ຜູ້ຊາຍ ຈະຮັບຜິດຊອບ ບັນດາຂັ້ນຕອນເຮັດທີ່ຍັງເຫຼືອ. ຂັ້ນຕອນ ຂອງ ການເຮັດຂຽງໄມ້ ຄືດັ່ງທີ່ໄດ້ກ່າວມາຂ້າງເທິງ ເບິ່ງຄືວ່າ ງ່າຍ, ແຕ່ທຸກອາຊີບ ກໍມີອັນຍາກຂອງມັນ ເຊັ່ນດຽວກັນ ໃນການເຮັດຂຽງໄມ້, ການຕາກຂຽງ ໃຫ້ແຫ້ງ ຢູ່ກາງແຈ້ງແມ່ນຂັ້ນຕອນຫຍຸ້ງຍາກທີ່ສຸດ. ການເບິ່ງຄວາມແຫ້ງ ຂອງ ຂຽງ ແມ່ນສຳຄັນທີ່ສຸດ, ພຽງແຕ່ຜູ້ທີ່ມີປະສົບການ ໃນອາຊີບ ຈຶ່ງຮູ້ໄດ້ລະດັບມາດຕະຖານ. ນອກຈາກນັ້ນ, ໃນເວລາມີ ຝົນ ຕົກລົມແຮງ, ການສົ່ງຂຽງເຂົ້າ ແລະ ອອກ ແມ່ນມີຄວາມຫຍຸ້ງ ຍາກ ແລະ ຕ້ອງໃຊ້ກຳລັງຄົນຫຼາຍ.
ປັດຈຸບັນ, ການເຮັດຂຽງ ໄດ້ມີເຄື່ອງຈັກ ເຂົ້າມາທົດແທນ ແຮງຄົນ ໃນບາງຂັ້ນຕອນ ທ່ີໜັກ ແລະ ຈຳນວນຜະລິດຕະພັນ ກໍເພິ່ມຂຶ້ນ. ທ່ານ ຫວຽດ ໃຫ້ຮູ້ວ່າ ປັດຈຸບັນ, ໂຮງງານຜະລິດຂຽງ ຂອງ ຄອບ ຄົວເພິ່ນສາມາດ ສະໜອງຂຽງ ອອກສູ່ ຕະຫຼາດສະເລ່ຍ 2.000 ອັນຕໍ່ອາທິດ, ບັນດາຄອບຄົວຢູ່ອ້ອມຂ້າງກໍສາມາດບັນລຸປະລິມານຄ້າຍຄືກັນ. ນອກຈາກນັ້ນ, ນາງຊ່າງໝູ່ບ້ານຜະລິດຂຽງ ຍັງນຳໃຊ້ທ່ອນໄມ້ ຂະໜາດນ້ອຍ ແລະ ໄມ້ທີ່ບໍ່ໄດ້ມາດຕະຖານ ໃນການຜະລິດຂຽງ ເພື່ອຜະລິດອອກ ຜະລິດຕະພັນຕ່າງໆ ເຊັ່ນ: ກະຕ່າຍຂູດໝາກພ້າວ, ຕັ່ງໄມ້, ຂາຕັ້ງມືຖື... ສ່ວນສິ່ງເສດເຫຼືອ ຈາກໄມ້ ເຊັ່ນ: ເປືອກໄມ້, ປີກໄມ້ເສດ, ຂີ້ເລື່ອຍ ສາມາດນໍາມາ ໃຊ້ເປັນຟືນ ຫຼື ເຮັດເປັນຝຸ່ນ...
ເວົ້າເຖິງການອະນຸລັກຮັກສາ ອາຊີບ ແລະ ເສີມຂະຫຍາຍ ຄວາມສາມາດບົ່ມຊ້ອນ ຂອງ ໝູ່ບ້ານອາຊີບ, ທ່ານ ຫວຽດ ກ່າວດ້ວຍຄວາມຕື່ນເຕັ້ນວ່າ: ໃນອະນາຄົດອັນໃກ້ນີ້ ພື້ນຖານ ຂອງທ່ານ ພວມເປັນຜູ້ບຸກເບີກ ເປີດກວ້າງ ພື້ນທີ່ບໍລິໂພກ ຢູ່ນະຄອນ ໂຮ່ຈີມິນ ດ້ວຍການຮ່ວມມື ເປີດຕົວແທນຈຳໜ່າຍ ຫຼື ຂາຍຍົກໃຫ້ພໍ່ຄ້າ ຢູ່ຕະຫຼາດຂາຍສົ່ງ, ຈະຊ່ວຍໃຫ້ບັນດາຜະລິດຕະພັນຂຽງໄມ້ ຂອງຄອບຄົວທ່ານ ເວົ້າສະເພາະ ກໍຄື ເຄື່ອງໝາຍການຄ້າຂຽງໄມ້ ດິ້ງອານ ເວົ້າລວມ ເປີດກວ້າງ ຕະຫຼາດ ສູ່ຄົວເຮືອນຫຼາຍແຫ່ງ ທັງຢູ່ໃກ້ ແລະ ໄກ.
- ບົດ: ເຊີນເຫງ້ຍ - ພາບ: ຫງວຽນລວນ - ແປໂດຍ: ບິກລຽນ